spot_img
Homeຂ່າວພາຍ​ໃນອີຢູຕະຫຼາດໃຫຍ່ ສົ່ງອອກກາເຟປອດສານພິດ

ອີຢູຕະຫຼາດໃຫຍ່ ສົ່ງອອກກາເຟປອດສານພິດ

Published on

    ອີງ​ຕາມ​ຂໍ້​ມູນ​ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ຜູ້​ແທນ​ທົ່ວ​ປະ­ເທດຄັ້ງ​ທີ X ຂອງພັກ​ຮູ້​ວ່າ​ປະ­ຈຸ​ບັນ 90% ຂອງ​ການ​ສົ່ງ​ອອກ​ກາເຟ​ຢູ່​ສະ­ຫະ­ກອນ​ຜູ້​ປູກ​ກາ­ເຟ​ເຂດ​ພູ​ພຽງ​ບໍ​ລະ​ເວນ, ຫຼັກ 24 ເມືອງບາ​ຈຽງ​ຈະ­ເລີນ​ສຸກ ແຂວງ​ຈຳ­ປາ​ສັກ ແມ່ນ​ສົ່ງ​ໄປ​ຕະ­ຫຼາດ​ສະ ຫະ​ພາບ (ອີ​ຢູ) ເອີ​ຮົບ, ຊຶ່ງ​ທັງ​ໝົດ​ນີ້​ແມ່ນ​ໄດ້​ຊ່ວຍ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ກຸ່ມ​ຜູ້​ປູກ​ໄດ້​ເປັນ​ຢ່າງ​ດີ.

   ສະ­ຫາຍ ບຸນ​ທົງ ເທບ​ໄກ­ສອນ ປະ­ທານ​ສະ­ຫະ­ກອນ​ຜູ້​ຜະ­ລິດກາ­ເຟ​ເຂດ​ພູ​ພຽງ​ບໍ​ລະ​ເວນ, ຫຼັກ 24 ເມືອງ​ບາ​ຈຽງ​ຈະ­ເລີນ​ສຸກ,ແຂວງ​ຈຳ­ປາ​ສັກ​ໃຫ້​ຮູ້​ວ່າ:ພາຍ​ໃຕ້​ການ​ນຳ­ພາ​ອັນ​ສະ­ຫຼາດ​ສ່ອງ ໃສ​ຂອງ​ພັກ​ໃນ​ໄລ­ຍະ​ຜ່ານ​ມາ​ເຫັນ​ວ່າ​ວຽກ​ງານ​ການ​ຜະ­ລິດ​ກະສິ​ກຳ ໂດຍ​ສະ­ເພາະ​ການ​ສົ່ງ​ອອກ​ກາ­ເຟ​ຂອງ​ຊາວ​ກະ­ສິ­ກອນ ເຂດ​ພູ​ພຽງ​ບໍ​ລະ​ເວນ​ມີ​ການ​ຂະ­ຫຍາຍ­ຕົວຢ່າງ​ກ້ວ​າງ​ຂວາງ ແລະ​ເຮັດ​ໃຫ້​ຊາວ​ກະ​ສິ ກອນ​ໄດ້​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ ເທື່ອ​ລະ​ກ້າວ, ຊຶ່ງ​ສະ­ແດງ​ອອກ​ຈາກ​ການເພີ່ມ​ຂຶ້ນ​ຂອງ​ສະ­ມາ­ຊິກ​ສະ­ຫະ­ກອນ​ຈາກ 20% ໃນ​ເບື້ອງ​ຕົ້ນ​ດ້ວຍ​ຄວາມ​ບໍ່​ເຂົ້າໃຈ ແລະ​ຫວາດ​ລະ​ແວງ​ກ່ຽວ​ກັບ​ການເຮັດ​ວຽກ​ລວມ​ໝູ່, ແຕ່​ພາຍ­ຫຼັງ​ເຫັນ​ວ່າການ​ເຂົ້າ​ຮ່ວມ​ສະ­ຫະ­ກອນ​ຈະ​ຊ່ວຍ ແລະ ສ້າງ​ຜົນ​ດີ​ຫຼາຍ​ດ້ານ​ເປັນ­ຕົ້ນ​ດ້ານ​ລາ­ຄາທີ່​ເພີ່ມ​ຂຶ້ນ.

ໃນ​ສົກ​ປີ 2008-2009 ຈິ່ງ​ເຮັດ​ໃຫ້ ສະ­ມາ­ຊິກ​ສະ­ຫະ­ກອນ​ສົນ­ໃຈ​ນຳ​ເອົາ​ຜົນ ຜະ­ລິດ​ຂອງ​ຕົນ​ເຂົ້າ​ມາ​ຂາຍ​ເຮັດ​ໃຫ້​ມີ​ປະລິ​ມານ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ເຖິງ 140 ກວ່າ​ໂຕນ ແລະ​ຮອດ​ສົກ​ປີ 009-2010 ຜົນ​ຜະ­ລິດ​ໄດ້​ເພີ່ມ​ຂຶ້ນ​ຕື່ມ​ອີກ​ເຖິງ 4 ແສນກວ່າ​ໂຕນ, ພ້ອມ​ນັ້ນ ສະ­ຫະ­ກອນ ຍັງ​ໄດ້ຮັບ​ໃບ­ຢັ້ງ­ຢືນ​ຮັບ­ຮອງ​ຜະ­ລິດ​ຕະ​ພັນ​ປອດສານ­ພິດ ແລະ​ການ​ຄ້າ​ເປັນ​ທຳ​ຈາກ​ສະຫະ​ພາບ​ເອີ​ຣົບ, ອາ­ຊີ-ປາ​ຊີ​ຟິກ, ສະ­ຫະລັດ​ອາ­ເມ­ລິ­ກາ, ປະ­ເທດ​ກາ​ນາ​ດາ ແລະ ເຢຍ​ລະ​ມັນ.

ໃນ​ສົກ​ປີ 2014-2015 ການ​ສົ່ງ ອອກ​ໄປ​ຍັງ​ຕະ­ຫຼາດ​ສາ­ກົນ ເພີ່ມ​ຂຶ້ນ​ສູງ ເຖິງ 1.100 ກວ່າ​ໂຕນ​ຕໍ່​ປີ ກວມ​ເອົາ 90% ແມ່ນ​ສົ່ງ​ເຂົ້າ​ຕະ­ຫລາດ​ເອີ​ຣົບ ແລະ ຍັງ​ມີ​ບໍ­ລິ­ສັດ​ຊື່​ດັງ​ຂອງ​ໂລກ​ຊື້​ກາ­ເຟ​ຈາກສະ­ຫະ­ກອນ​ຂອງ​ລາວ​ເຮົາ​ເຊັ່ນ: ບໍ­ລິ­ສັດກາ­ເຟ​ມາ (CAFEMA) ປະ­ເທດ​ສະ​ວິດ ເຊີ​ແລນ, ບໍ­ລິ­ສັດ​ຂົ້ວ​ກາ­ເຟ ມາ​ລົງ​ໂກ (MALONGO) ຂອງ​ປະ​ເທດ​ຝ​ຮັ່ງ, ບໍ­ລິ­ສັດ​ອາ​ວິດ​ນໍ​ກິດ (ARVID MOR-DQUIST) ປະ­ເທດ​ສະ​ວີ​ເດັນ, ບໍ­ລິ­ສັດ ລົມ​ບຸດ (ROMBOUTS) ປະ­ເທດເບວ​ຢຽມ, ບໍ­ລິ­ສັດ​ຈອນ​ເບີ​ຕັນ (JOHN BURTON ປະ­ເທດ​ນິວ​ຊີ​ແລນ ແລະ​ບໍ​ລິສັດເຄ​ແອບ​ທີ​ເອ (KFTA) ຂອງ​ ສ.​ເກົາ­ຫຼີ.

ນອກ­ຈາກ​ນີ້ ສະ­ຫະ­ກອນ​ຜູ້​ຜະ­ລິດ​ກາ ເຟ ຍັງ​ໄດ້​ຮັບ​ໃບ­ຢັ້ງ­ຢືນ​ເປັນ​ຜະ­ລິດ​ຕະ ພັນ​ກະ­ສິ­ກຳ​ປອດ​ສານ­ພິດ ແລະ​ການ​ຄ້າ ເປັນ​ທຳ, ຈິ່ງ​ເຮັດ​ໃຫ້​ຕະ­ຫລາດ​ຄູ່​ຄ້າ​ເຂົ້າ ມາ​ຄ້ຳ­ປະ­ກັນ​ລາ­ຄາ​ຕ່ຳ​ສຸດ 3.500 ກີບ​ຕໍ່ກິ​ໂລ, ຖ້າ​ລາ­ຄາ​ຕະ­ຫຼາດ​ຫຼຸດ​ລົງ​ເຂົາ​ກໍຈະ​ເກັບ​ຊື້​ໃນ​ລາ­ຄາ​ຄ້ຳ­ປະ­ກັນ, ແຕ່​ຖ້າ­ວ່າລາ­ຄາ​ກາ­ເຟ​ສູງ​ຂຶ້ນ​ກໍ​ຊື້​ຕາມ​ຕົວ​ຈິງ​ຂອງ ຕະ­ຫຼາດ, ເຮັດ​ໃຫ້​ສະ­ມາ­ຊິກ​ສະ­ຫະ­ກອນ ຂາຍ​ກາ­ເຟ​ໃນ​ລາ­ຄາ​ດີ ແລະ​ສູງ​ກວ່າ​ລາ­ຄາ​ທົ່ວ​ໄປ​ເກືອບ​ສອງ​ເທົ່າ.

ໃນ​ສົກ​ປີ 2013-2014 ຊາວ​ສວນທົ່ວ​ໄປ​ຂາຍ​ກາ­ເຟ​ນ້ອຍ​ໝາກ​ແດງ​ໄດ້ 2.396 ກີບ​ຕໍ່​ກິ​ໂລ, ແຕ່​ສະ­ມາ­ຊິກ​ສະ­ຫະກອນ​ຂາຍ​ໄດ້ 4.487 ກີບ​ຕໍ່​ກິ​ໂລ, ຍ້ອນ​ມີໃບ­ຢັ້ງ­ຢືນ​ປອດ​ສານ­ພິດ​ລາ­ຄາ​ກາ­ເຟ​ຈະໄດ້​ເພີ່ມ​ຕື່ມ​ອີກ 500 ກີບ​ຕໍ່​ກິ​ໂລ ແລະ​ໄດ້ເພີ່ມ​ຈາກ​ໃບ­ຢັ້ງ­ຢືນ​ການ​ຄ້າ​ເປັນ​ທຳ 1.382 ກີບ​ຕໍ່​ກິ​ໂລ, ສຳ­ລັບ​ເງິນ​ຈຳ­ນວນນີ້​ຈະ​ນຳ​ເຂົ້າ​ເປັນ​ເງິນ ລວມ​ຂອງ​ສະ­ຫະກອນ, ຖ້າ​ຫາ​ກວ່າ​ບໍ່​ໄດ້​ມີ​ການ​ປັບ­ປຸງ​ສູນ ອີ້ວ ແລະ​ຊ່ວຍ­ເຫຼືອ​ສັງ­ຄົມ​ຈະ​ນຳ​ເຂົ້າ​ເປັນ ເງິນ​ກອງ​ທຶນ​ໃຫ້​ສະ­ມາ­ຊິກ​ພາຍ​ໃນ​ກູ້​ຢຶມ.

ສັງ​ລວມ​ແລ້ວ​ສະ­ຫາຍ ປະ​ທົງ ເທບ ໄກ­ສອນ ລະ­ບຸ​ວ່າ: ລາຍ​ຮັບ​ຂອງ​ສະ­ຫະກອນ​ປີ​ໜຶ່ງ ປະ­ມານ 20-100 ລ້ານ​ກີບ ຕໍ່​ຄອບ­ຄົວ, ຍ້ອນ​ແນວ​ນັ້ນ ຄຸນ​ນະ​ພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ສະ­ມາ­ຊິກ​ສະ­ຫະກອນ ຈິ່ງ​ນັບ​ມື້​ໄດ້​ຮັບ​ການ​ປັບ­ປຸງ​ໃຫ້​ດີຂຶ້ນ​ເປັນ​ກ້າວໆ ແລະ​ເປັນ​ການ​ປະ­ກອບ ສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ​ການ​ລຶ­ບລ້າງຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ໃນ​ເຂດ​ພູ​ພຽງ​ບໍ­ລິ­ເວນຢ່າງ​ຕັ້ງ­ໜ້າ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...

ຈັບ​ແທັກ​ຊີ້ຫື່ນໃນຍີ່ປຸ່ນ ມອມຢາ ແລະ ​ຖ່າຍຄິບອານາຈານເກັບໄວ້ເບິ່ງ ​

ໄພສັງຄົມ! ຈັບ​ແທັກ​ຊີ້ຫື່ນໃນຍີ່ປຸ່ນ ມອມຢາ ແລະ ​ຖ່າຍຄິບອານາຈານເກັບໄວ້ເບິ່ງ ​ຄາດ​ວ່າ​ມີ​ຜູ້​ໂດຍສານ​ຍິງຖືກຂົ່ມຂືນກວ່າ 50 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 22 ພຶດສະພາ 2025 ເຈົ້າໜ້າທີ່ຕໍາຫຼວດປະເທດຍີ່ປຸ່ນໄດ້ໃຫ້ຖະແຫຼງການວ່າ ສາມາດຈັບຊາຍຜູ້ຖືກຫາໃນຄະດີຂົ່ມຂືນ ຊື່ວ່າ:...

ໄທກຽມອອກໜັງສືເຊີນຊວນ ໃຫ້ນາຍຈ້າງ ມີມື້ພັກສຳລັບເປັນປະຈຳເດືອນໂດຍໄດ້ຮັບຄ່າຈ້າງ

ກົມສະວັດດິການ ແລະ ຄຸ້ມຄອງແຮງງານ ອອກໜັງສືເຊີນຊວນ ໃຫ້ນາຍຈ້າງ ມີມື້ພັກສຳລັບເປັນປະຈຳເດືອນໂດຍໄດ້ຮັບຄ່າຈ້າງ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ພຶດສະພາ 2025 ກົມສະວັດດິການ ແລະ ຄຸ້ມຄອງແຮງງານ ອອກໜັງສືເຊີນຊວນ ໃຫ້ນາຍຈ້າງ...

ລະທຶກ! ຍົນສ່ວນຕົວຕົກ​ ​ຢູ່ທີ່ເມືອງຊານດິເອໂກ ສະຫະລັດ​ອາ​ເມ​ລິ​ກາ ​

ຍົນສ່ວນຕົວຕົກ​ ​ຢູ່ທີ່ເມືອງຊານດິເອໂກ ສະຫະລັດ​ອາ​ເມ​ລິ​ກາ ​ບ້ານເຮືອນ​​ຫຼາຍ​ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ແລະ ມີ​ຜູ້​ເສຍ​ຊີວິດ 3 ຄົນ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ພຶດສະພາ 2025 ເກີດເຫດເຮືອບິນສ່ວນຕົວ Cessna 550...