ເຜີຍແຜ່ເຊື່ອມຊຶມມະຕິ 5 ສະໄຫມທີ 3 ຂອງຄະນະພັກກະຊວງປ້ອງກັນປະເທດ

tue25mar3

ກອງປະຊຸມເຜີຍແຜ່ເຊື່ອມ ຊຶມມະຕິ 5 ສະໄໝທີ III ຂອງ ຄະນະພັກກະຊວງປ້ອງກັນ ປະເທດໄດ້ຈັດຂຶ້ນໃນວັນທີ 21 ມີນາ 2014 ນີ້, ໂດຍການ ເປັນປະທານຂອງສະຫາຍ ພົນຕີ ສຸວອນ ເລືອງບຸນມີ, ກຳ ມະການສູນກາງພັກ, ຄະນະ ປະຈຳພັກກະຊວງ, ຫົວໜ້າ ກົມໃຫຍ່ເສນາທິການກອງ ທັບ, ເຊິ່ງມີບັນດາສະຫາຍຄະ ນະພັກກະຊວງ, ຄະນະພັກ ຈາກບັນດາກົມ-ກອງອ້ອມ ຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ໃນເນື້ອໃນສຳຄັນຂອງ ກອງປະຊຸມຍັງໄດ້ປຶກສາຫາ ລືເປັນເອກະພາບກ່ຽວກັບ ການສະຫຼຸບຕີລາຄາວຽກງານ ຄຸ້ມຄ້ອງກຳລັງພົນທົ່ວກອງ ທັບໃນຊຸມປີຜ່ານມາ ແລະ ກຳນົດທິດທາງແຜນການແກ້ໄຂ ວຽກງານຄຸ້ມຄອງກຳລັງພົນທົ່ວກອງທັບ. ໃນຊຸມປີຕໍ່ໜ້າ ບົນພື້ນຖານນີ້ກໍ່ໄດ້ວາງຄາດ ໝາຍສູ້ຊົນປັບປຸງວຽກງານ ຄຸ້ມຄອງກຳລັງພົນຂອງກອງ ທັບໃຫ້ເຂົ້າສູ່ລະບົບການຄຸ້ມ ຄອງທີ່ມີວິທະຍາສາດ, ສາ ມາດກວດສອບກວດກາໄດ້ ແລະ ມີຄວາມໂປ່ງໃສ່, ສູ້ຊົນ ຈັດຕັ້ງປະຕິບັດການລົງກວດ ກາເກັບກຳຂໍ້ມູນກຳລັງພົນຕົວ ຈິງຄືນໃໝ່ທົ່ວກອງທັບເຂົ້າ ໃນລະບົບຖານຂໍ້ມູນ ໃຫ້ສຳ ເລັດພາຍໃນປີ 2014 ຕາມ ແຜນການ. ພ້ອມທັງເຜີຍແຜ່ ແນະນຳການຈັດຕັ້ງເຊື່ອມ ຊຶມກົດໝາຍວ່າດ້ວຍພັນທະ ປ້ອງກັນຊາດສະບັບປັບປຸງ ໃໝ່ໃນປີ 2012, ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍພັນທະປ້ອງ ກັນປະເທດ, ເຜີຍແຜ່ຂໍ້ກຳນົດ ວ່າດ້ວຍລະບຽບການຂອງ ນາຍສິບ ແລະ ພົນທະຫານໃນ ກອງທັບປະຊາຊົນລາວ ແລະ ແນະນຳວຽກງານການກະ ກຽມໃຫ້ແກ່ການລົງກວດກາ ເກັບກຳຂໍ້ມູນກຳລັງພົນຄືນ ໃໝ່ທົ່ວກອງທັບໃຫ້ບັນດາກົມ ກອງກຳລັງຫຼວງ ແລະ ກຳລັງ ທ້ອງຖິ່ນໄດ້ຮັບຮູ້ສ້າງໃຫ້ໄດ້ ຄວາມເປັນເອກະພາບໃນ ການຈັດຕັ້ງປະຕິບັດຕົວຈິງ, ໂດຍກອງປະຊຸມໄດ້ເຫັນດີ ເປັນເອກະພາບມອບໃຫ້ກົມ ໃຫຍ່ເສນາທິການເປັນໃຈ ກາງໃນການສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດໃຫ້ເປັນ ລາຍລະອຽດໃນແຕ່ລະດ້ານ ເພີ່ມເຕີມ.

 

ທີ່ມາ  http://www.kongthap.gov.la