spot_img
Homeຂ່າວພາຍ​ໃນງານວາງສະແດງ ຜະລິດຕະພັນເຟີນີເຈີລາວ ຄັ້ງທີ 2 ໄດ້ຮັບການຕອບ-ຮັບເກີນຄາດໝາຍ!

ງານວາງສະແດງ ຜະລິດຕະພັນເຟີນີເຈີລາວ ຄັ້ງທີ 2 ໄດ້ຮັບການຕອບ-ຮັບເກີນຄາດໝາຍ!

Published on

ງານ​ວາງສະແດງ​ຜະລິດ​ຕະພັນ​ເຟີ​ນີ​ເຈີ​ລາວ ຄັ້ງ​ທີ 2 ປະຈຳ​ປີ 2016 (2nd Lao Wood Furniture Fair 2016) ໄດ້​ອັດລົງ​ດ້ວຍ​ຜົນສຳເລັດ​ຢ່າງ​ຈົບງາມ ພາຍຫຼັງ​ທີ່​ໄດ້​ດຳເນີນ​ມາ​ເປັນ​ເວລາ 5 ວັນ ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ໂດຍ​ພິທີ​ຍ້ອງຍໍ​ຜູ້​ໃຫ້ການ​ສະໜັບສະໜູນ ແລະ ມອບລາງວັນ​ໃຫ້​ແກ່​ລູກ​ຄ້າ ​ທີ່​ຊື້​ຜະລິດ​ຕະພັນ​ເຟີ​ນີ​ເຈີ​ພາຍ​ໃນ​ງານ ​ໄດ້​ຈັດຂຶ້ນ​ວັນ​ທີ 19 ມັງກອນ 2016 ໂດຍ​ມີ​ທ່ານ ຄຳ​ໄພ ສົມ​ຊະນະ ປະທານ​ກຸ່ມ​ບໍລິສັດ ​ຄຳ​ໄພຊະນະ ປະທານ​ສະມາຄົມ​ເຟີ​ນີ​ເຈີ​ລາວ (​ສຟລ) ຫົວໜ້າ​ຄະນະ​ກຳ​ມະການ​ຈັດ​ງານ 2nd Lao Wood Furniture Fair 2016 ທ່ານ ກອງ​ມາລາ ພົມມາ​ໄລ ຮອງ​ປະທານ ​ສຟລ ພ້ອມ​ດ້ວຍ​ຄະນະ​ບໍລິ​ຫານ​ງານ ​ສຟລ ສະມາຊິກ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ.

ທ່ານ ກອງ​ມາລາ ພົມມາ​ໄລ ໄດ້​ກ່າວ​ວ່າ: ງານ 2nd Lao Wood Furniture Fair 2016 ໄດ້​ຮັບ​ການ​ຕອບ-ຮັບ​ເກີນ​ຄາດໝາຍ ແລະ ມີ​ບັນຍາກາດ​ຄຶກຄື້ນກວ່າ​ຄັ້ງ​ຜ່ານ​ມາ ເຊິ່ງ​ນອກຈາກມີ​ລູກ​ຄ້າ​ຈາກ​ນະຄອນຫຼວງ​ວຽງຈັນ​ແລ້ວ ຍັງ​ມີ​ລູກ​ຄ້າ​ຈາກ​ຕ່າງແຂວງ ກໍ່​ຄື​​ຕ່າງ​ປະເທດ​ເຂົ້າ​ມາຊົມ ແລະ ຊື້​ສິນຄ້າ​ຢ່າງ​ຫຼວງຫຼາຍ​ນັບ​ແຕ່​ວັນ​ທີ 14-19 ມັງກອນ 2016 ເວົ້າ​ລວມ​ແລ້ວ ​ຜູ້​ປະກອບ​ການ​ຕ່າງ​ກໍ່​ມີ​ຄວາມ​ເບີກບານ​ມ່ວນຊື່ນ ເນື່ອງ​ຈາກ​ເອົາຜະລິດ​ຕະ​ພັນ​ມາ​ຈຳໜ່າຍ​ ແມ່ນໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກລູກ​ຄ້າ​ເປັນ​ຢ່າງ​ດີ ພິເສດ​ທີ່​ສຸດ ການ​ຈັດ​ງານ​ຄັ້ງ​ນີ້​ ໄດ້​ຮັບ​ກຽດຈາກ​ທ່ານ​ນາຍົກລັດຖະມົນຕີ ມາເປັນ​ປະທານ​ໃນ​ການ​ເປີດ​ງານ ນອກ​ນີ້ ພາຍ​ໃນ​ງານ​ຍັງ​ມີ​ການສາທິດ​ຜະລິດ​ເຄື່ອງ​ເຟີ​ນີ​ເຈີ ແກະ ສະຫຼັກ​ໄມ້ ສະແດງ​ສິລະ​ປະ ແລະ ຍັງ​ມີ​ການ​ຈັບ​ສະຫຼາກ​ມອບ​ລາງວັນ​ແກ່​ລູກ​ຄ້າ​ ເພື່ອ​ສົມ​ມະ​ນາ​ບຸນຄຸນ​ລູກ​ຄ້າ​ຕື່ມ​ອີກ ໂດຍ​ລາງວັນແມ່ນ​ຜະລິດ​ຕະ​ພັນ​ເຟີ​ນີ​ເຈີ​ ທີ່​ໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ຄະນະ​ບໍລິຫານ​ງານ ແລະ ສະ​ມາຊິກ ​ສຟລ ແລະ ຜູ້​ເຂົ້າ​ຮ່ວມ​ວາງສະແດງ.

ຜ່ານ​ການ​ຈັດ​ງານ​ວາງ​ສະແດງ​ແຕ່​ລະ​ຄັ້ງ ​ພວກ​ເຮົາ​ສາມາດຖອດ​ຖອນ​ບົດຮຽນ​ໄດ້​ຢ່າງ​ຫຼວງຫຼາຍ ໂດຍ​ສະເພາະ ສາມາດ​ເຕົ້າໂຮມ​ຄວາມ​ສາມັກຄີ​ລະຫວ່າງ​ສະມາ​ຊິກ ຫົວໜ່ວຍ​ທຸລະ​ກິດ​ຕ່າງແຂວງ ແລະ ປີ​ນີ້​ກໍ່​ມີ​ຫົວໜ່ວຍທຸລະ​ກິດ​ຕ່າງປະເທດ​ມາ​ຮ່ວມ​ນຳ ເຊິ່ງ​ເປັນ​ຜົນ​ດີ​ໃຫ້​ແກ່​ພວກ​ເຮົາ​ໃນ​ການ​ກະກຽມ​ຄວາມ​ພ້ອມ ແລະ ປະສົບ​ການ​ເພື່ອ​ຮວມ​ໂຕ​ເປັນ​ຜະລິດ​ຕະ​ພັນ​ດຽວ​ໃນ​ປະຊາ​ຄົມ​ເສດຖະ​ກິດ​ອາ​ ຊຽນ ກໍ່​ຄືເວທີ​ສາກົນ ຂ້າພະເຈົ້າ​ຄິດ​ວ່າ​ໃນ​ອະນາຄົດ ສະມາຄົມ​ພວກ​ເຮົາ​ຈະ​ເປັນ​ກ້ອນກຳລັງ​ອັນ​ໜຶ່ງ​ ທີ່​ຈະ​ເຮັດ​ໃຫ້​ທຸລະກິດ​ໄມ້​ລາວ ກໍ່​ຄືໂຮງງານ​ເຟີ​ນີ​ເຈີຕ່າງໆ​ ສາມາດ​ເຕີບ​ໃຫຍ່​ເຂັ້ມແຂງ​ໄປ​ພ້ອມໆ​ກັນ ຍ້ອນ​ວ່າ​ຄົນລາວ​ມີ​ສີໄມ້ລາຍມື​ທີ່​ໂດດ​ເດັ່ນ ທີ່​ສຳຄັນ​ພວກ​ເຮົາ​ມີ​ໄມ້​ທີ່​ມີ​ຄຸ​ນະພາບ​ສູງ ແລະ ເພື່ອ​ຮອງ​ຮັບ​ການດຳເນີນ​ທຸລະ​ກິດ​ດ້ານ​ນີ້​ພວກ​ເຮົາ ກໍ່​ໄດ້​ເອົາໃຈໃສ່​ປູກ​ໄມ້​ໃຫ້​ນັບ​ມື້ຫຼາຍ​ຂຶ້ນ ເພື່ອ​ທົດ​ແທນ​ໄມ້​ທຳ​ມະຊາດ​ຕື່ມ​ອີກ.

ສຳລັບ​ຜູ້​ທີ່​ໄດ້​ປະກອບສ່ວນເຮັດ​ໃຫ້​ງານ​ນີ້​ປະສົບ​ຜົນສຳເລັດ ແລະ ໄດ້​ຮັບ​ການ​ຍ້ອງຍໍ​ຄັ້ງ​ນີ້​ປະກອບ​ມີ​ໃບ​ຊົມເຊີຍ 19 ໃບ ໃບຍ້ອງຍໍ 53 ໃບ ແລະ ໃບ​ກຽດ​ຕິຄຸນ 20 ໃບ ສ່ວນ​ຜູ້​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້ ​ຈຳນວນ 14 ລາງວັນ ລວມ​ມູນ​ຄ່າ​ຫຼາຍ​ກວ່າ 33.970.000 ກີບ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...