Homeຂ່າວຕ່າງປະເທດເອ​ໄອ​ໄອ​ບີ​ ເຮັດ​ໃຫ້​ກຳປູ​ເຈຍ ​ມີ​ທາງ​ເລືອກ​ເງິນ​ທຶນ ​ຫຼາຍ​ຂຶ້ນ

ເອ​ໄອ​ໄອ​ບີ​ ເຮັດ​ໃຫ້​ກຳປູ​ເຈຍ ​ມີ​ທາງ​ເລືອກ​ເງິນ​ທຶນ ​ຫຼາຍ​ຂຶ້ນ

Published on

   ຜູ້​ຊ່ຽວຊານ​ລະບຸ​ວ່າ ການ​ທີ່​ກຳປູ​ເຈຍ​ເຂົ້າ​ຮ່ວມ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ (​ເອ​ໄອ​ໄອ​ບີ) ຈະ​ເຮັດ​ໃຫ້​ປະ​ເທດ​ມີ​ທາງ​ເລືອກ​ໃນ​ການ​ຫາ​ເງິນ​ທຶນ​ທີ່​​ຫຼາຍ​ຂຶ້ນ​ເພື່ອ​ຮອງ​ຮັບ​ຄວາມ​ຕ້ອງການ​ດ້ານ​ໂຄງ​ສ້າງ​ພື້ນຖານ ​ແລະ ການ​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ.

   ໜັງສືພິມ​ກຳປູ​ເຈຍ​ເດ​ລີ ອ້າງ​ຄຳ​ກ່າວ​ຂອງ ທ່ານ ​ເດ​ວິດ ​ແວນ ກຳມາ​ການ​ຜູ້​ຈັດການ​ເບົາ​ເອີກຣຸບອາຊີ​ວ່າ ຍິ່ງ​ມີ​ສະຖາ​ບັນ​ການ​ເງິນ​ໃຫ້​ກຳປູ​ເຈຍ​ຂໍ​ເງິນ​ທຶນ​ຈຳນວນ​ຫຼາຍ​ທໍ່​ໃດ​ ຍິ່ງ​ເປັນ​ຜົນ​ດີຕໍ່​ກຳປູ​ເຈຍ​ຫຼາຍ​ເທົ່າ​ນັ້ນ ​ແລະ ຈະ​ບໍ່​ແປກ​ໃຈ​ຖ້າ​ຫາກ​ເອ​ໄອ​ໄອ​ບີ​ຈະ​ກາຍ​ເປັນ​ຜູ້​ໃຫ້​ເງິນ​ທຶນ​ລາຍ​ໃຫຍ່​ສຸດ​ຂອງ​ກຳປູເຈຍ​ເພາະ​ມີ​ເງິນ​ທຶນ​ຈຳນວນ​ຫຼາຍ ​ແລະ ມີ​ຄວາມ​ຕ້ອງການ​ພັດທະນາ​ອະນຸ​ພາກ​ລຸ່ມ​​ແມ່​ນ້ຳຂອງ, ຂະນະ​ທີ່​ທ່ານ ​​ໄພ ສີ​ພັນ ​ໂຄສົກ​ຄະນະ​ລັດຖະມົນຕີ​ທີ່​ສະ​ແດງ​ຄວາມ​ຄາດ​ຫວັງ​ວ່າ ​ເອ​ໄອ​ໄອ​ບີ ນອກຈາກ​ຈະ​ໃຫ້​ເງິນ​ທຶນ​ດຳ​ເນີນ​ໂຄງການ​ສ້າງ​ຖະໜົນ​ຫົນທາງ​ແລ້ວ ຍັງ​ຈະ​ໃຫ້​ເງິນ​ທຶນດຳ​ເນີນ​ໂຄງການ​ເຊື່ອມ​ຕໍ່​ກຳປູ​ເຈຍ​ກັບ​ພາກ​ພື້ນ​ອີກ​ດ້ວຍ ​ເນື່ອງ​ຈາກ​ກຳປູ​ເຈຍ​ມີ​ນະ​ໂຍບາຍ​ເຊື່ອມ​ຕໍ່​ພື້ນ​ທີ່​ຊົນນະບົດ​ກັບ​ຕົວ​ເມືອງ, ສົ່ງ​ເສີມ​ການ​ຕິດ​ຕໍ່​ກັນ​ລະຫວ່າງ​ຕະຫຼາດ​ກັບ​ຜູ້​ບໍ​ລິ​ໂພ​ກ ​ແລະ ​ເພີ່ມ​ການ​ເຊື່ອມຕໍ່​ກັບ​ຕະຫຼາດ​ໃນ​ພາກ​ພື້ນ​ເຊັ່ນ: ສປປ ລາວ ​ແລະ ​ໄທ.

ລັດຖະສະພາ​ກຳປູ​ເຈຍ​ໃຫ້​ສັດຕະຍາບັນ​ຍອດ​ເງິນ​ລົງທຶນ 62,3 ລ້ານ​ໂດ​ລາ ​ໃນ​ເອ​ໄອ​ໄອ​ບີ​ທີ່​ຈະ​ມີ​ຍອດ​ເງິນ​ທຶນ​ທັງ​ໝົດ 100 ຕື້​ໂດ​ລາ ​ໃນ​ອາທິດ​ກ່ອນ ​ແລະ ​ເປັນ​ໜຶ່ງ​ໃນ​ລັດ​ສະມາຊິກ​ຜູ້​ກໍ່​ຕັ້ງ 57 ປະ​ເທດ, ຊຶ່ງ​ເອ​ໄອ​ໄອ​ບີ​ຫາ​ກໍ່​ເປີດ​ຕົວຢ່າງ​ເປັນ​ທາ​ງການ​ໃນ​ນະຄອນຫຼວງ​ປັກ​ກິ​ງຂອງ​ຈີນ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ ຄາດ​ວ່າ ຈະ​ອະນຸມັດ​ສິນ​ເຊື່ອ​ຈຳນວນ​ທຳ​ອິດ​ພາຍ​​ໃນ 6 ​ເດືອນ ຫຼັງ​ຈາກ​ນັ້ນ​ຈະ​ເລີ່​ມປ່ອຍ​ສິນ​ເຊື່ອ​ປີ​ລະ 10-15 ຕື້​ໂດ​ລາ ​ໃນ​ແກ່​ສະມາຊິກ​ເປັນ​ເວລາ​ຢ່າງ​ໜອ້ຍ 5 ປີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...