spot_img
Homeຂ່າວພາຍ​ໃນເຂດເສດຖະກິດພິເສດ ສາມາດດຶງດູດການລົງທຶນ ແລະ ສ້າງວຽກເຮັດງານທຳສັງຄົມ ໄດ້ເປັນຈຳນວນຫລາຍ

ເຂດເສດຖະກິດພິເສດ ສາມາດດຶງດູດການລົງທຶນ ແລະ ສ້າງວຽກເຮັດງານທຳສັງຄົມ ໄດ້ເປັນຈຳນວນຫລາຍ

Published on

ຂປລ. ພາຍຫລັງລັດຖະບານ​ ​ໄດ້ມີການອະນຸມັດ​​​ໃຫ້ສ້າງຕັ້ງເຂດເສດຖະກິດພິເສດ-​ເຂດເສດຖະກິດສະເພາະ (ຂພສ) ​ເຊິ່ງ​ໄລ່​ມາ​ຮອດ​ປັດຈຸບັນ​ລວມມີ 13 ​ເຂດ​​ມີເນື້ອທີ່ທັງ​ໝົດປະມານ 22.000 ​ເຮັກຕາ,ໄດ້ສ້າງພື້ນຖານໂຄງລ່າງຢ່າງມີຈຸດສຸມແລະ ສາມາດຮອງຮັບການລົງທຶນ ທັງພາຍໃນແລະ ຕ່າງປະເທດ ຈຳນວນ 500 ບໍລິສັດຫ້າງຮ້ານ, ​ໃນນີ້ຂະແໜງການບໍລິການກວມ 44%, ອຸດສາຫະກຳ 29% ​ແລະ ຂະແໜງການຄ້າ 27% ​ສ້າງວຽກເຮັດງານທຳໄດ້ 22.000 ຕຳແໜ່ງງານ, ສາມາດດຶງດູດເອົາປະຊາຊົນ ທີ່ໄປອອກແຮງງານຢູ່ປະເທດເພື່ອນບ້ານ ທີ່ບໍ່ຖືກລະບຽບກົດໝາຍ​ໄດ້​ເປັນ​ຢ່າງ​ດີ.

ສະຫາຍ ນາງ ບົວທາ ຂັດຕິຍະ ຄະນະພັກຫ້ອງວ່າການລັດຖະບານລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ​ໃນ​​ວັນ​ທີ 19 ມັງກອນນີ້ ວ່າ: ​ໃນໄລຍະຜ່ານມາ ເຂດເສດຖະກິດພິເສດ ສາມາດດຶງດູດການລົງທຶນຈົດທະບຽນມີມູນຄ່າ 4 ຕື້ກວ່າໂດລາສະຫະລັດ, ລົງທຶນຕົວຈິງ 1,2 ຕື້ໂດລາສະຫະລັດ, ​ໃນນັ້ນ ລັດຖະບານລົງທຶນພຽງ 16 ລ້ານໂດລາສະຫະລັດ, ສ່ວນທີ່ເຫລືອແມ່ນການລົງທຶນຂອງ​​ເອກະຊົນ ທັງພາຍໃນແລະ ຕ່າງປະເທດ. ​ໃນປີ 2014 ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງຊາດໄດ້ 18 ລ້ານໂດລາສະຫະລັດ, ຜົນຜະລິດສິນຄ້າເພື່ອສົ່ງອອກ ມີມູນຄ່າປະມານ 60 ລ້ານໂດລາສະຫະລັດເປັນຕົ້ນ ຜະລິດຕະພັນກ້ອງຖ່າຍຮູບ ຢູ່ເຂດເສດຖະກິດພິເສດ ສະຫວັນ-​ເຊໂນ, ​ເຄື່ອງແບບສຳລັບພະນັກງານດັບເພີງຢູ່ເຂດນິຄົມອຸດສາຫະກຳ​-ການຄ້າວຽງຈັນໂນນທອງເຊິ່ງຜົນໄດ້ຮັບດັ່ງກ່າວໄດ້ປະກອບສ່ວນຕໍ່ການເຕີບໂຕຂອງ GDP ປະມານ 1%, ນອກນີ້ ຍັງມີການພັດທະນາພື້ນຖານໂຄງລ່າງພາຍໃນເຂດແລະເຊື່ອຕໍ່ນອກເຂດເປັນຕົ້ນ ຂພສ ສາມຫລ່ຽມຄຳ ມູນຄ່າກວ່າ 657 ລ້ານໂດລາສະຫະລັດ, ​ເຂດວິຕາປາ 13 ລ້ານກວ່າໂດລາສະຫະລັດ, ບຶງທາດຫລວງ 76 ລ້ານກວ່າໂດລາສະຫະລັດແລະເຂດອື່ນໆ. ​ໃນຂະນະດຽວກັນ ຂພສ ຈຳນວນໜຶ່ງ ຍັງເປັນແຫລ່ງທ່ອງທ່ຽວ ທີ່ຕິດພັນກັບທຳມະຊາດ, ວັດທະນະທຳແລະ ຮ່ອງຮອຍປະຫວັດສາດອັນດີງາມຂອງຊາດ, ກາຍເປັນຕົວເມືອງໃໝ່ແລະ ນິຄົມອຸດສາຫະກຳໃໝ່ທີ່ທັນສະໄໝເທື່ອລະກ້າວ. ​ອັນພົ້ນເດັ່ນຂອງການພັດທະນາ ຂພສແມ່ນການຈັດຕັ້ງປະຕິບັດບາດກ້າວບຸກທະລຸດ້ານຈິນຕະນາການແລະ ບຸກທະລຸດ້ານລະບອບລະບຽບການ ຕັດຂອດຂັ້ນບໍລິຫານຄຸ້ມຄອງລັດໃຫ້ສັ້ນລົງແລະ ສະດວກຂຶ້ນ ບົນພື້ນຖານຮັບປະກັນຄວາມຖືກຕ້ອງຕາມກົດໝາຍ, ທັງມີການຈັດຕັ້ງການບໍລິການຜ່ານປະຕູດຽວຕາມກົນໄກຫົວໜ່ວຍບໍລິຫານນ້ອຍສັງຄົມກວ້າງເຊິ່ງເປັນກົນໄກການບໍລິຫານຄຸ້ມຄອງແບບໃໝ່ທີ່ເກີດຂຶ້ນໃນກົນໄກເສດຖະກິດຕະຫລາດເຮັດໃຫ້ຜູ້ລົງທຶນຢູ່ໃນແຕ່ລະເຂດມີຄວາມວ່ອງໄວໂປ່ໃສແລະ ສາມາດກວດສອບໄດ້. ​

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...