ເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ (ຂພສ) ເປັນເຂດທີ່ຖືກກຳນົດ ແລະສ້າງຂຶ້ນສະເພາະເພື່ອປະຕິບັດນະໂຍບາຍສົ່ງເສີມ, ສະໜັບສະໜູນ, ອຳນວຍຄວາມສະດວກໃນການດຳເນີນທຸລະກິດ, ການຜະລິດ, ການບໍລິການເຂດການຄ້າປອດພາສີ, ເຂດການຄ້າເສລີແນໃສ່ສ້າງເສດຖະກິດພູມປັນຍາ, ດຶງດູດການລົງທຶນ, ສ້າງວຽກເຮັດງານທຳແກ່ປະຊາຊົນ, ຮັບເອົາເຕັກນິກການຜະລິດ ແລະການຄຸ້ມຄອງແບບໃໝ່ທີ່ທັນສະໄໝ ເພື່ອເຮັດໃຫ້ເສດຖະກິດແຫ່ງຊາດມີການຂະຫຍາຍຕົວ ຊຶ່ງປະຈຸບັນ ຂພສ ໃນທົ່ວປະເທດສາມາດດຶງດູດການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດໄດ້ແລ້ວ 5 ຮ້ອຍກວ່າບໍລິສັດສ້າງວຽກເຮັດງານທຳໄດ້ປະມານ 22 ພັນຕຳແໜ່ງ ທັງນີ້ ຍັງປະກອບສ່ວນດຶງເອົາປະຊາຊົນທີ່ໄປອອກແຮງງານບໍ່ຖືກລະບຽບຢູ່ປະເທດເພື່ອນບ້ານກັບຄືນມາເຮັດວຽກນຳໂຮງງານທີ່ ຂພສ ສ້າງຂຶ້ນນຳອີກ.
ໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ສະຫາຍ ນາງ ບົວທາ ຂັດທິຍະ ລັດຖະມົນຕີຊ່ວຍປະຈຳຫ້ອງວ່າການລັດຖະບານ, ຮອງປະທານ, ຫົວໜ້າກອງເລຂາຄະ ນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະ ກິດສະເພາະ (ຄຂພສ) ໄດ້ປະກອບຄຳເຫັນກ່ຽວກັບບາງບົດຮຽນເບື້ອງຕົ້ນໃນການພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະຢູ່ປະເທດ ເຮົາຮູ້ວ່າ: ຄຂພສ ໄດ້ມີຜົນສຳເລັດຫຼາຍດ້ານທີ່ຢັ້ງຢືນທິດສະດີ ແລະພຶດຕິກຳ ວ່າແນວທາງນະໂຍບາຍການພັດທະນາ ຂພສ ຖືກຕ້ອງຕາມກົນໄກເສດຖະກິດຕະຫຼາດທີ່ດຳເນີນທຸລະກິດແບບພູມປັນຍາ ໂດຍ ຂພສ ຈຳນວນ 13 ເຂດໃນປະຈຸບັນນຳໃຊ້ເນື້ອທີ່ດິນທີ່ເປັນຊັບພະຍາກອນຂອງຊາດປະມານ 20 ພັນເຮັກຕາເທົ່ານັ້ນ, ດຶງດູດການລົງທຶນຂອງເອກະຊົນທັງພາຍໃນ ແລະຕ່າງປະເທດໄດ້ 500 ກວ່າບໍລິສັດ ແລະຫ້າງຮ້ານ ໃນນີ້ ຂະແໜງການບໍລິການກວມເອົາ 44%, ອຸດສາຫະກຳ 29% ແລະຂະແໜງການຄ້າ 27%.
ນອກນີ້ ຂພສ ຍັງສາມາດສ້າງວຽກເຮັດງານທຳໄດ້ທັງໝົດປະມານ 22 ພັນຕຳແໜ່ງງານ ໃນນີ້ ໄດ້ປະກອບສ່ວນດຶງເອົາປະຊາຊົນເຮົາທີ່ໄປອອກແຮງງານບໍ່ຖືກລະບຽບຢູ່ປະເທດເພື່ອນບ້ານກັບຄືນມາເຮັດວຽກນຳໂຮງງານທີ່ສ້າງຕັ້ງຂຶ້ນຢູ່ ຂພສ ເປັນຕົ້ນແມ່ນຢູ່ ຂພສ ສະຫວັນເຊໂນແຮງງານລາວຈຳນວນ 4 ພັນກວ່າຄົນ ມີ 60 ຄົນ, ຂພສ ຈຳປາສັກ ໃນຈຳນວນແຮງງານ 702 ຄົນ ມີ 50 ຄົນ ພ້ອມດຽວກັນນີ້ ຍັງສາມາດດຶງດູດການລົງທຶນໄດ້ເຖິງ 4 ຕື້ໂດລາ (ທຶນຈົດທະບຽນ), ລົງທຶນຕົວຈິງ 1,2 ຕື້ໂດລາ ໃນນີ້ ລັດຖະບານລົງທຶນພຽງແຕ່ 16 ລ້ານໂດລາ ສ່ວນທີ່ເຫຼືອແມ່ນການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ, ໃນປີ 2014 ສາມາດເກັບລາຍຮັບເຂົ້າງົບປະ ມານໄດ້ເຖິງ 18 ລ້ານໂດລາ, ຜະລິດສິນຄ້າ Made in Lao ເພື່ອສົ່ງອອກມີມູນ ຄ່າປະມານ 60 ລ້ານໂດລາ ເປັນຕົ້ນແມ່ນຜະລິດຕະພັນກ້ອງຖ່າຍຮູບຂອງບໍລິສັດນິກກອນ ຢູ່ເຂດເສດຖະກິດພິເສດສະຫວັນ-ເຊໂນ, ເຄື່ອງແບບສຳລັບພະນັກງານດັບເພີງທີ່ບໍລິສັດມາສຄັອສຜະລິດຢູ່ເຂດນິຄົມອຸດສາຫະກຳ-ການຄ້າວຽງຈັນ ໂນນທອງ (ເຂດວີຕາປາກ) ຊຶ່ງຜົນໄດ້ຮັບດັ່ງກ່າວນັ້ນປະກອບສ່ວນຕໍ່ການເຕີບໂຕຂອງຈີດີພີໄດ້ປະມານ 1%.
ນອກນັ້ນ ຂພສ ຈຳນວນໜຶ່ງຍັງເປັນແຫຼ່ງທ່ອງທ່ຽວທີ່ຕິດພັນກັບທຳມະຊາດ ແລະວັດທະນະທຳຮ່ອງຮອຍປະຫວັດສາດອັນດີງາມຂອງຊາດ, ກາຍເປັນຕົວເມືອງໃໝ່, ນິຄົມອຸດສາຫະກຳໃໝ່ທີ່ທັນສະໄໝເທື່ອລະກ້າວ.
ອັນພົ້ນເດັ່ນກວ່າໝູ່ແມ່ນການພັດທະນາ ຂພສ ໄດ້ປະກອບສ່ວນເປັນຫົວຈັກດຶງການພັດທະນາທີ່ສຳຄັນຂອງທ້ອງຖິ່ນ ແລະຂອງຊາດທັງໃນທາງກົງ ກໍຄືການສ້າງແຫຼ່ງລາຍຮັບເຂົ້າງົບປະມານ, ການສ້າງວຽກເຮັດງານທຳ ສ້າງລະບົບພື້ນຖານໂຄງລ່າງທັງໃນ ຂພສ ແລະເຂດເຊື່ອມຕໍ່ທີ່ຢູ່ເຂດຊົນນະບົດທຸລະກັນດານໃຫ້ກາຍເປັນຕົວເມືອງ ສ່ວນທາງອ້ອມປະກອບສ່ວນສ້າງເສັ້ນທາງເຊື່ອມຕໍ່ ຂພສ ຊຶ່ງກາຍເປັນເສັ້ນທາງເຊື່ອມຕໍ່ກັບຊົນນະບົດອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຕ່ລະປີ, ສ້າງໂຄງການກະສິກຳຂອງປະຊາຊົນ ເພື່ອຕອບສະໜອງໃຫ້ແກ່ການພັດທະນາ ຂພສ ແລະສົ່ງເສີມການຜະລິດສິນຄ້າ Made in Lao ສົ່ງອອກໃຫ້ນັບມື້ນັບຫຼາຍຂຶ້ນ.
ທັງນີ້ ເພື່ອເຮັດໃຫ້ການພັດທະນາ ແລະຄຸ້ມຄອງ ຂພສ ປະສົບຜົນສຳເລັດຕາມຈຸດປະສົງ ແລະເປົ້າໝາຍທີ່ກຳນົດໄວ້ນັ້ນ ສະຫາຍ ນາງ ບົວທາ ຂັດທິຍະ ລະບຸວ່າ ຄຂພສ ຍັງໄດ້ກຳນົດວຽກງານຈຸດສຸມເປັນຕົ້ນປັບປຸງກົນໄກຄຸ້ມຄອງບໍລິຫານໃຫ້ສອດຄ່ອງກວ່າເກົ່າສ້າງກົນໄກ, ກຳນົດນະໂຍບາຍພິເສດ ແລະນິຕິກຳສະເພາະ, ປຸກລະດົມປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນໃຫ້ມີຄວາມຕື່ນຕົວເປັນເຈົ້າການ, ສ້າງສີມືແຮງງານ ເພື່ອຕອບສະໜອງກັບຄວາມຕ້ອງການຂອງການລົງທຶນ, ປັບປຸງການຄຸ້ມຄອງບໍລິຫານຢ່າງມີຈຸດສຸມໃຫ້ແຂວງ ໜຶ່ງມີເຂດເສດຖະກິດພິເສດໜຶ່ງແຫ່ງທີ່ປະກອບມີຫຼາຍເຂດເສດຖະກິດສະເພາະຂຶ້ນກັບ ແລະມີສະພາບໍລິຫານຢູ່ບ່ອນດຽວທີ່ເຂັ້ມແຂງ.