ສະຫາຍ ດຣ. ສິນລະວົງ ຄຸດໄພທູນ ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະ ຄອນຫລວງວຽງຈັນ ໄດ້ຂຶ້ນກ່າວລາຍງານກ່ຽວກັບການຫັນຊັບສິນທີ່ດິນເປັນທຶນຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວ່າ: ການຫັນຊັບສິນ,ທີ່ດິນເປັນທຶນຢູ່ນະຄອນຫລວງວຽງຈັນເປັນບັນຫາໃໝ່ຫັນນະໂຍບາຍກົນໄກ ແລະ ນິຕິກຳບໍ່ທັນໄດ້ວາງອອກຢ່າງຈະແຈ້ງ ຈຶ່ງທັງເຮັດທັງຖອດຖອນບົດຮຽນໄປນຳ ເລີ່ມແຕ່ປີ 2006 ນະຄອນຫລວງວຽງຈັນໄດ້ປະຕິບັດແຜນນະໂຍບາຍຫັນຊັບສິນທີ່ດິນເປັນທຶນມີໂຄງ ການກໍ່ສ້າງສະໜາມກິລາຊີເກມ, ໂຄງການກໍ່ສ້າງເສັ້ນທາງມີ 3 ໂຄງການ ແລະ ໂຄງການແລກປ່ຽນສຳນັກງານມີ 5 ໂຄງການ. ໂຄງການຫັນຊັບສິນເປັນທຶນຂອງບັນດາກະຊວງອົງການອ້ອມຂ້າງສູນກາງທີ່ປະຕິບັດຢູ່
ນະຄອນຫລວງວຽງຈັນມີ 10 ໂຄງການ. ນອກຈາກນັ້ນ ຍັງມີໂຄງການຫັນສິດໃຊ້ທີ່ດິນ ແລະ ເຮືອນລັດຄຸ້ມຄອງໃຫ້ເປັນສິດນຳໃຊ້ສ່ວນບຸກຄົນຢ່າງຂາດຕົວຂອງພະນັກງານລັດຕາມນະໂຍບາຍ 343/ນຍ; ໂຄງການໃຫ້ເຊົ່າ ຫລື ສຳປະທານທີ່ດິນ ແລະ ຊັບສິນຂອງລັດເຂດເສດຖະກິດສະເພາະ 4 ແຫ່ງ ແລະ ເຂດພັດທະນາອື່ນໆຈຳນວນໜຶ່ງ; ການຫັນຊັບສິນເປັນທຶນ ຫລື ອະສັງຫາລິມະຊັບຂອງພາກເອກະຊົນໄດ້ເກີດມີຫລາຍໂຄງການ ແລະ ພວມເປັນຂະບວນການດີເຊັ່ນ: ສະກາຍຊີຕີ້, ເອວິກທາວເຮົາສ໌, ໂຊກປ່າຫລວງອາພາດເມັນ, ໜອງທາ ແລະ ອື່ນໆ.
ສະຫາຍ ດຣ. ສິນລະວົງ ຄຸດໄພທູນ ກ່າວວ່າ: ບັນຫາທີ່ຄວນເອົາໃຈໃສ່ໃນການຫັນຊັບສິນທີ່ດິນເປັນທຶນຢູ່ນະຄອນຫລວງວຽງຈັນມີຄື 1. ການຫັນຊັບສິນເປັນທຶນແມ່ນການເຮັດໃຫ້ຊັບສິນເດີມມີມູນຄ່າເພີ່ມສູງຂຶ້ນ, ກ່ອນອື່ນໝົດເຮັດໃຫ້ສິດຄອບຄອງທີ່ດິນຫັນປ່ຽນຈາກສິດໃຊ້ເປັນສິດນຳໃຊ້; ຕ້ອງມີຄວາມຕ້ອງການທີ່ດິນ ເພື່ອພັດທະນາ ຫລືມີຕະຫລາດ, ມີທະນາຄານເປັນອົງການຮອງຮັບລາຄາ (ຕະຫລາດໝາຍເຖິງມີຄວາມຕ້ອງການທີ່ດິນ ຫລື ຊັບສິນນັ້ນໆຂອງນັກທຸລະກິດ) ຄວາມຕ້ອງການດັ່ງກ່າວວັດແທກ ໂດຍລາຍຮັບຂອງປະຊາກອນຈາກ 1.000 ໂດລາຕໍ່ຄົນຕໍ່ປີຂຶ້ນໄປ ແລະ ຄວາມໜາແໜ້ນຂອງປະຊາກອນ 300 ຄົນຕໍ່ 1 ກິໂລແມັດຂຶ້ນໄປ ເຊິ່ງໄລຍະຫ່າງຈາກຈຸດ 0 ຍ້າຍອອກໄປເທື່ອລະ 1 ກິໂລແມັດຕໍ່ GDP ຕໍ່ປະຊາກອນ. 2. ການຫັນຊັບສິນເປັນທຶນແມ່ນການນຳໃຊ້ຊັບສິນ ຫລື ທີ່ດິນທີ່ເປັນທ່າແຮງບົ່ມຊ້ອນໃຫ້ກາຍເປັນທຶນເພື່ອພັດທະນາ ແລະ ເກີດຂຶ້ນໃນເງື່ອນໄຂທີ່ສັງຄົມຮຽກ ຮ້ອງຕ້ອງການສູງ ແລະລັດຂາດເຂີນທຶນຮອນ, ຫາທາງເລືອກອື່ນໄດ້ຍາກ, ມີຄວາມຕື່ນຕົວສະໝັກໃຈຂອງຜູ້ລົງທຶນ, ການພ້ອມພຽງຂອງປະຊາຊົນ ແລະ ພາກລັດ ໂດຍພາຍໃຕ້ການນຳພາຂອງຄະນະພັກ. 3. ໃນເມື່ອທາງການຕົກລົງຮັບເອົາໂຄງການຫັນຊັບສິນເປັນທຶນແລ້ວ ຕ້ອງໄດ້ອອກນິຕິກຳຜັນຂະຫຍາຍ, ຕ້ອງເຮັດວຽກງານແນວຄິດກັບປະຊາຊົນບ່ອນນັ້ນໆ, ກຳນົດກົນໄກ ແລະ ແຜນວຽກຈັດຕັ້ງປະຕິບັດຢ່າງລະອຽດ, ຕ້ອງມີສັນຍາຮ່ວມມືລະຫວ່າງລັດ-ບໍລິສັດ-ປະຊາຊົນກ່ຽວຂ້ອງໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບໂດຍກົງຈາກໂຄງການ. 4. ການຫັນຊັບສິນເປັນທຶນ ໂດຍສະເພາະການຫັນທີ່ດິນເປັນທຶນໃນພາກປະຕິບັດຕົວຈິງຕ້ອງໄດ້ເວນຄືນທີ່ດິນນຳປະຊາຊົນໃຫ້ສຳເລັດກ່ອນ ຈຶ່ງດຳເນີນໂຄງການ ເຊິ່ງຕາມລາຄາທີ່ໃກ້ຄຽງກັບລາຄາທີ່ເປັນຈິງໃນຕະຫລາດ ແລະ ປະຊາຊົນສາມາດຮັບໄດ້ ທັງຕ້ອງຊົດເຊີຍທັນທີ (ບໍ່ຕິດໜີ້),ຖ້າລັດເປັນເຈົ້າໂຄງການຈະເປັນການດີກວ່າ, ຖ້ານຳໃຊ້ເອກະຊົນກໍຕ້ອງເປັນນັກທຸລະກິດທີ່ມີທຶນແທ້.
ໂຄງການຫັນຊັບສິນເປັນທຶນຕ້ອງແມ່ນລັດ (ໂດຍແມ່ນຂະແໜງການເງິນ), ບໍລິສັດ ແລະ ປະຊາ ຊົນບ່ອນກ່ຽວຂ້ອງກາຍເປັນອົງປະກອບ ແລະ ກົນໄກປະຕິບັດ, ໃນນັ້ນລັດເປັນຜູ້ກຳນົດທິດທາງແຜນ ການພັດທະນາ, ເປັນຜູ້ເຮັດວຽກແນວຄິດກັບປະຊາຊົນ ແລະ ຮັບປະກັນຄວາມເປັນທຳຕາມກົດໝາຍ. ບໍລິສັດເປັນຜູ້ຈັດຕັ້ງປະຕິບັດຕາມນະໂຍບາຍ, ກົດໝາຍ ແລະ ແຜນຜັງ, ປະຊາຊົນຢູ່ບ່ອນນັ້ນຕ້ອງໄດ້ເສຍສະລະ, ຕື່ນຕົວສະໝັກຕົວເຂົ້າຮ່ວມໂຄງການ ອາດນຳເອົາຊັບສິນຂອງຕົນເຂົ້າເປັນຮຸ້ນ ຫລື ຮັບເອົາຄ່າຊົດເຊີຍຕາມການຕົກລົງ ແລະ ເປັນພະນັກງານໃນໂຄງການນັ້ນໆ ເພື່ອຜັນຂະຫຍາຍມະຕິ X ຂອງພັກ.
ສັງລວມແລ້ວ, ການຫັນຊັບສິນເປັນທຶນຢູ່ນະຄອນຫລວງວຽງຈັນບໍ່ແມ່ນເສັ້ນທາງ ແລະ ຮູບການລົງທຶນທີ່ດີກວ່າການລົງທຶນຂອງລັດ. ແຕ່ຢ່າງໃດກໍຕາມ, ຫາກເປັນເສັ້ນທາງ ແລະ ຮູບການໜຶ່ງຕາມຮູບການດຶງດູດການລົງທຶນທີ່ສາມາດເປັນໄປໄດ້, ເປັນກາລະໂອກາດໃນເງື່ອນໄຂທີ່ລັດຂາດເຂີນທຶນຮອນ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມສູງນັ້ນເອງ. ໃນເມື່ອເຮົາຮັ່ງມີຂຶ້ນ, ຮູບການນີ້ອາດປ່ຽນແທນດ້ວຍຮູບການອື່ນໆ.
ແຫ່ລງຂ່າວ