spot_img
Homeຂ່າວເຫດການມື້ທີ 2 ຂອງວາລະດຳເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ 22 ພາກສ່ວນປະກອບຄຳເຫັນ

ມື້ທີ 2 ຂອງວາລະດຳເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ 22 ພາກສ່ວນປະກອບຄຳເຫັນ

Published on

22 ພາກສ່ວນຈາກ ສູນກາງ ແລະ ທ້ອງຖິ່ນ ໄດ້ຂຶ້ນ ປະກອບຄຳເຫັນກ່ຽວກັບການ ຈັດຕັ້ງປະຕິບັດແຜນພັດທະ ນາຂະແໜງການ ແລະ ທ້ອງ ຖິ່ນຂອງຕົນ ໃຫ້ກອງປະຊຸມ ໄດ້ຮັບຊາບ, ຂະນະທີ່ ແຂວງ ຈຳປາສັກ ໄດ້ຍົກສະຫະກອນ ຜູ້ຜະລິດກາເຟປອດສານພິດ ຢູ່ເຂດພູພຽງບໍລະເວນມານຳ ສະເໜີ ເນື່ອງຈາກກາເຟປອດ ສານພິດຈາກ ສປປ ລາວ ກຳ ລັງໄດ້ຮັບຄວາມນິຍົມຈາກຕະ ຫຼາດເອີຣົບ ແລະ ອາຊີ ໂດຍ ສະເພາະຕະຫຼາດເອີຣົບ ມີ ຫຼາຍບໍລິສັດຊັ້ນນຳດ້ານກາເຟ ຂອງໂລກຫຼາຍແຫ່ງ ໄດ້ສັ່ງຊື້ ກາເຟຈາກສະຫະກອນຜູ້ປູກ ກາເຟ ເພີ່ມຂຶ້ນທຸກປີ ສົ່ງຜົນ ໃຫ້ຍອດສົ່ງອອກໃນສົກປີ 2014-2015 ບັນລຸ 1.100 ກວ່າໂຕນ ເຮັດໃຫ້ສະມາຊິກ ມີລາຍຮັບທີ່ໝັ້ນຄົງ.
ວັນທີ 19 ມັງກອນ ເປັນ ມື້ທີສອງ ຂອງກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ X ຂອງພັກປະຊາຊົນ ປະ ຕິວັດລາວ ໂດຍມີ 22  ພາກ ສ່ວນຂຶ້ນປະກອບຄຳເຫັນ ແລະ ລາຍງານ, ໃນນັ້ນ ມີທັງສູນ ກາງ ແລະ ທ້ອງຖິ່ນ, ໃນນີ້ ແຂວງຈຳປາສັກ ໄດ້ຍົກເອົາ ການປູກກາເຟປອດສານພິດ ຢູ່ເຂດພູພຽງບໍລະເວນໃຫ້ກອງ ປະຊຸມໄດ້ຮັບຟັງ.
ທ່ານ ບຸນທົງ ເທບໄກ ສອນ ປະທານກຸ່ມຜູ້ຜະລິດກາ ເຟພູພຽງບໍລະເວນກ່າວວ່າ: ສະ ຫະກອນຜູ້ຜະລິດກາເຟເຂດພູ ພຽງບໍລະເວນ ໄດ້ສ້າງຕັ້ງຂຶ້ນໃນ ປີ 2007 ທຳອິດເອີ້ນວ່າ: ສະ ມາຄົມຜູ້ຜະລິດກາເຟເຂດພູ ພຽງບໍລະເວນ ເປັນກຸ່ມຊາວ ສວນຜູ້ຜະລິດກາເຟຂະໜາດ ນ້ອຍ, ທີ່ເລັ່ງໃສ່ຜະລິດກາເຟ ໃຫ້ມີຄຸນນະພາບ, ປອດສານ ເຄມີ ແລະ ການຄ້າເປັນທຳ, ມີທີ່ຕັ້ງກວມເອົາພື້ນທີ່ຂອງ 3 ເມືອງເຂດພູພຽງບໍລະເວນຄື: ເມືອງປາກຊ່ອງ ແຂວງຈຳປາ ສັກ; ເມືອງເລົ່າງາມ ແຂວງສາ ລະວັນ ແລະ ເມືອງທ່າແຕງ ແຂວງເຊກອງ;
ຕໍ່ມາວັນທີ 8/11/2007 ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ອອກຂໍ້ຕົກລົງ ເລກທີ 111/ກປ ຮັບຮອງການທົດ ລອງຈັດຕັ້ງສະມາຄົມຜູ້ຜະ ລິດກາເຟເຂດພູພຽງບໍລະເວນ; ຕົກມາຮອດປີ 2014 ໂດຍອີງ ຕາມທິດຊີ້ນຳຂອງຂັ້ນເທິງ ແລະ ເພື່ອເຮັດໃຫ້ການເຄື່ອນ ໄຫວສອດຄ່ອງກັບການພົວ ພັນສາກົນ ຈຶ່ງໄດ້ປ່ຽນຊື່ຈາກ ສະມາຄົມມາເປັນສະຫະກອນ ຜູ້ຜະລິດກາເຟເຂດພູພຽງບໍລະ ເວນຄືໃນປະຈຸບັນນີ້.
ໃນເບື້ອງຕົ້ນ, ໂຄງປະ ກອບການຈັດຕັ້ງພຽງແຕ່ເປັນ ຮູບຮ່າງອັນອ່ອນນ້ອຍ, ມາ ຮອດປະຈຸບັນ ໂຄງປະກອບ ການຈັດຕັ້ງປະກອບມີ: ຄະນະ ບໍລິຫານສະຫະກອນ, ຄະນະ ກວດກາ, ຜູ້ຈັດການ, ຮອງຜູ້ ຈັດການ ແລະ ມີ 4 ໜ່ວຍງານ ໃຫຍ່; ປະກອບມີສະມາຊິກ 1.855 ຄອບຄົວ, ມີ 55 ກຸ່ມ ການຜະລິດ, ມີ 38 ສູນອິ້ວກາ ເຟໝາກປຽກ ແລະ ໂຮງງານ ແປຮູບ 1 ແຫ່ງ, ມີຫ້ອງການ, ມີທຶນ ແລະ ຊັບສົມບັດລວມ ຕ່າງໆ ທີ່ສະມາຊິກສະຫະ ກອນເປັນເຈົ້າຂອງ 100%.
ເລີ່ມຕົ້ນສ້າງສະຫະກອນ ໃໝ່ໆ, ສະມາຊິກສ່ວນໜຶ່ງຍັງ ບໍ່ທັນເຂົ້າໃຈ ແລະ ຫວາດລະ ແວງກ່ຽວກັບການເຮັດລວມໝູ່ ສະນັ້ນ ຈຶ່ງມີພຽງ 20% ຂອງ ຈຳນວນສະມາຊິກເທົ່ານັ້ນ ທີ່ ເອົາຜົນຜະລິດເຂົ້າມາຂາຍ ລວມ; ຜົນຜະລິດກາເຟ ຈຶ່ງມີ ພຽງເລັກນ້ອຍ, ບໍ່ສາມາດສົ່ງ ອອກຕ່າງປະເທດໄດ້, ມີພຽງ ແຕ່ພໍ່ຄ້າຊາວຈີນທີ່ເຂົ້າມາເກັບ ຊື້ເອງ ແລະ ເຫັນວ່າໄດ້ລາຄາ ດີກວ່າລາຄາຂາຍກາເຟທົ່ວໄປ.
ຍ້ອນເຫັນໄດ້ລາຄາດີຄື ແນວນັ້ນ, ຕົກມາຮອດສົກປີ 2008-2009 ສະມາຊິກສະ ຫະກອນ ຈຶ່ງໄດ້ເອົາຜົນຜະລິດ ເຂົ້າມາຂາຍລວມຕື່ມອີກ ເຮັດ ໃຫ້ມີປະລິມານເພີ່ມຂຶ້ນເປັນ 140 ກວ່າໂຕນ; ສົກປີ 2009- 2010 ເພີ່ມຂຶ້ນເຖິງ 4 ແສນ ກວ່າໂຕນ; ໃນຂະນະດຽວກັນ ນັ້ນ ສະຫະກອນພວກເຮົາ ໄດ້ ຮັບໃບຢັ້ງຢືນຮັບຮອງຜະລິດ ຕະພັນປອດສານພິດ ແລະ ການຄ້າເປັນທຳຈາກສະຫະ ພາບເອີຣົບ, ທະວີບອາຊີ-ປາ ຊີຟິກ, ສະຫະລັດອາເມຣິກາ, ປະເທດການາດາ ແລະ ເຢຍລະ ມັນ, ການສົ່ງອອກກາເຟໄປຍັງ ຕະຫຼາດສາກົນ ຈຶ່ງໄດ້ເພີ່ມຂຶ້ນ ເລື້ອຍໆໃນແຕ່ລະປີ; ສະເພາະ ປີ 2014-2015 ນີ້ ພວກເຮົາ ໄດ້ສົ່ງອອກເຖິງ 1.100 ກວ່າ ໂຕນ; 90% ໄດ້ສົ່ງເຂົ້າຕະ ຫຼາດເອີຣົບເຊັ່ນ: ປະເທດ ອົດສະຕຣາລີ, ນິວຊີແລນ, ຝຣັ່ງ, ຊູແອັດ, ແບນຊິກ, ສະ ວິດເຊີແລນ; ຈາກນັ້ນ ແມ່ນ ສົ່ງໃຫ້ຍີ່ປຸ່ນ, ສ.ເກົາຫຼີ, ສິງກະ ໂປ, ຮົງກົງ ແລະ ສະຫະລັດອາ ເມຣິ ກາ ໄດ້ມີບໍລິສັດຊື່ດັງຂອງ ກາເຟໂລກ ໄດ້ຊື້ກາເຟຈາກ ສະຫະກອນພວກເຮົາເຊັ່ນ: ບໍ ລິສັດກາເຟມາ (CAFEMA) ຂອງສະວິດເຊີແລນ, ບໍລິສັດ ຂົ້ວກາເຟມາລົງໂກ (MALON- GO) ຂອງຝຣັ່ງ, ບໍລິສັດອາວິດ ນໍກິດ (ARVID NORDQUIST) ຂອງຊູແອັດ, ບໍລິ ສັດຣົມບຸດ (ROMBOUTS) ຂອງແບນຊິກ, ບໍລິສັດຈອນເບີ ຕັນ (JOHN BURTON)  ຂອງນິວຊີແລນ ແລະ ບໍລິສັດ ເຄແອບທີເອ (KFTA) ເກົາຫຼີ ໃຕ້.
ຄຽງຄູ່ກັບການສົ່ງກາເຟ ອອກຕ່າງປະເທດ, ສະຫະ ກອນພວກເຮົາ ຍັງໄດ້ຜະລິດ ແລະ ປຸງແຕ່ງກາເຟຂົ້ວ ສົ່ງ ຂາຍກັບທີ່ທັງໃນແຂວງຈຳປາ ສັກ ແລະ ຕ່າງແຂວງ ຊຶ່ງມີຈຳ ນວນເພີ່ມຂຶ້ນໃນແຕ່ລະປີຄື: ໃນປີ 2010 ມີພຽງ 700 ກວ່າ ກິໂລ, ມາຮອດປີ 2014 ເພີ່ມ ເປັນ 5.600 ກິໂລ, ເພີ່ມຂຶ້ນ 08 ເທົ່າຕົວ.
ອັນທີ່ພາກພູມໃຈຫຼາຍ ແມ່ນຜະລິດຕະພັນຂອງສະ ຫະກອນພວກເຮົາ ໄດ້ຮັບການ ຢັ້ງຢືນເປັນຜະລິດຕະພັນກະສິ ກຳປອດສານພິດ (Organic) ແລະ ການຄ້າເປັນທຳ (Fair trade), ຕະຫຼາດຄູ່ຄ້າຈຶ່ງໄດ້ ເຂົ້າມາຄ້ຳປະກັນລາຄາຕ່ຳສຸດ 3.500 ກີບຕໍ່ກິໂລ, ຖ້າລາຄາ ຕະຫຼາດຫຼຸຸດລົງ ກໍເກັບຊື້ໃນລາ ຄາຄ້ຳປະກັນ, ແຕ່ຖ້າລາຄາ ກາເຟສູງຂຶ້ນ ກໍຊື້ຕາມລາຄາທີ່ ທ້ອງຕະຫຼາດ; ເຮັດໃຫ້ສະມາ ຊິກສະຫະກອນເຮົາ ຂາຍກາ ເຟໄດ້ລາຄາດີ ແລະ ສູງກວ່າ ເກືອບສອງເທົ່າ ເມື່ອທຽບໃສ່ ລາຄາຂາຍຂອງຊາວສວນທົ່ວ ໄປເຊັ່ນ: ສົກປີ 2013-2014 ຊາວສວນທົ່ວໄປຂາຍກາເຟ ນ້ອຍໝາກແດງ ໄດ້ 2.396 ກີບຕໍ່ກິໂລ, ແຕ່ສະມາຊິກສະ ຫະກອນເຮົາຂາຍ ໄດ້ 4.487 ກີບຕໍ່ກິໂລຜິດດ່ຽງ 87%; ສົກປີ 2014-2015 ຂາຍທົ່ວ ໄປໄດ້ 3.864 ກີບຕໍ່ກິໂລ, ສ່ວນສະມາຊິກສະຫະກອນ ຂາຍໄດ້ 4.502 ກີບຕໍ່ກິໂລ ຜິດດ່ຽງຢູ່ 17%; ຍ້ອນວ່າ ມີໃບຢັ້ງຢືນປອດສານພິດ (Organic) ລາຄາກາເຟຂອງ ສະມາຊິກສະຫະກອນ ຈະໄດ້ ບວກຄ່າໃບຢັ້ງຢືນປອດສານ ພິດເຂົ້າຕື່ມອີກ 500 ກີບຕໍ່ກິ ໂລກາເຟນ້ອຍໝາກແດງ ແລະ ໄດ້ຈາກຄ່າໃບຢັ້ງຢືນການຄ້າ ທຳອິດ 1.382 ກີບຕໍ່ໜຶ່ງກິໂລ ໝາກຂາວສົ່ງອອກ; ສຳລັບ ເງິນໃບຢັ້ງຢືນການຄ້າເປັນທຳ ຈະໂອນເຂົ້າເປັນເງິນລວມ ຂອງສະຫະກອນ, (ເປັນເງິນ ພັດທະນາເສດຖະກິດ-ສັງຄົມ ຫຼື ເອີ້ນວ່າ: ເງິນພັດທະນາອົງ ກອນ) ຖ້າຫາກວ່າບໍ່ໄດ້ມີການ ປັບປຸງສູນອິ້ວ ແລະ ຊ່ວຍເຫຼືອ ສັງຄົມ ຈະໄດ້ໂອນເຂົ້າເປັນ ກອງທຶນໃຫ້ສະມາຊິກກູ້ຢືມ, ເວົ້າລວມແລ້ວ ສະມາຊິກສະ ຫະກອນແມ່ນມີລາຍຮັບສູງ, ສະເລ່ຍປະມານ 20 ລ້ານກີບ ເຖິງ 100 ລ້ານກີບຕໍ່ຄອບຄົວ ຕໍ່ປີ; ຍ້ອນແນວນັ້ນ ຄຸນນະ ພາບຊີວິດການເປັນຢູ່ຂອງສະ ມາຊິກສະຫະກອນນັບມື້ໄດ້ ຮັບການປັບປຸງໃຫ້ດີຂຶ້ນເປັນ ກ້າວໆ ແລະ ເປັນການປະກອບ ສ່ວນອັນສຳຄັນ ເຂົ້າໃນການ ລຶບລ້າງຄວາມທຸກຍາກຂອງ ປະຊາຊົນ ເວົ້າລວມ, ເວົ້າສະ ເພາະໃນເຂດພູພຽງບໍລະເວນ ຢ່າງຕັ້ງໜ້າ.
ສະຫະກອນພວກເຮົາ ນອກຈາກມີຕະຫຼາດຄູ່ຄ້າທີ່ ເຂັ້ມແຂງ ແລະ ຍືນຍົງແລ້ວ, ຍັງໄດ້ມີການພົວພັນແບບພິ ເສດ, ຮ່ວມສຳພັນທາງທຸລະ ກິດຢ່າງຮອບດ້ານສະເພາະ ກັບບໍລິສັດມາລົງໂກ (MALONGO) ເຊິ່ງໃນແຕ່ລະປີ ບໍລິສັດມາລົງໂກ ໄດ້ໃຫ້ການ ຊ່ວຍເຫຼືອດ້ານວິຊາການ ແລະ ການເງິນແກ່ສະຫະກອນ; ໃຫ້ ການຝຶກອົບຮົມກ່ຽວກັບການ ຜະລິດ, ການຕະຫຼາດ, ການຊີມ ກາເຟ ເພື່ອພັດທະນາໃຫ້ກາຍ ເປັນມືອາຊີບ, ຈັດຕັ້ງການໄປ ທັດສະນະສຶກສາຖອດຖອນ ບົດຮຽນຢູ່ຕ່າງປະເທດ ແລະ ເຂົ້າຮ່ວມງານສະແດງສິນຄ້າ ຢ່າງເປັນປະຈຳ ເພື່ອເຜີຍແຜ່ ຜະລິດຕະພັນກາເຟລາວໃຫ້ ຊາວໂລກຮັບຮູ້, ເຮັດໃຫ້ກາເຟ ລາວ ມີຊື່ສຽງ ແລະ ມີຍອດ ຂາຍສູງໃນທະວີບເອີຣົບ ແລະ ອາເມຣິກາເໜືອ ພາຍໃຕ້ເຄື່ອງ ໝາຍມາລົງໂກ (Malongo), ໂມໂນປຣິກ (Monoprix), ນາ ຕວກ ແລະ ເດກູເວກ (Nature et Decouverte) ແລະ ບົງໂກ (Bongo).
ແນວໃດກໍດີຄຽງຄູ່ກັບ ໝາກຜົນ-ຜົນງານ ແລະ ຜົນ ສຳເລັດ ໃນການສົ່ງອອກກາ ເຟປອດສານພິດຂອງສະຫະ ກອນຜູ້ຜະລິດກາເຟເຂດພູ ພຽງບໍລະເວນ, ກໍຍັງມີສິ່ງທ້າ ທາຍຈຳນວນໜຶ່ງທີ່ຈະໄດ້ສູ້ ຊົນຜ່ານຜ່າເຊັ່ນ:
1. ການປັບປຸງຄຸນນະ ພາບຂອງກາເຟ, ການຊອກຫາ ຕະຫຼາດຕື່ມ ເພື່ອເພີ່ມການສົ່ງ ອອກຜະລິດຕະພັນໃຫ້ຫຼາຍ ກວ່າເກົ່າ.
2. ການຂະຫຍາຍສະມາ ຊິກສະຫະກອນຊັກຊ້າ ແລະ ມີອັນຈຳກັດ, ຍ້ອນວ່າຜູ້ທີ່ຈະ ເຂົ້າເປັນສະມາຊິກ ຜົນຜະລິດ ກາເຟຕ້ອງໄດ້ຮັບການຢັ້ງຢືນ ປອດສານພິດ (Organic) ຕິດ ຕໍ່ກັນເຖິງ 3 ປີ, ຮອດປີທີ 4 ຈິ່ງສາມາດເຂົ້າເປັນສະມາຊິກ ແລະ ສາມາດເອົາຜົນຜະລິດ ມາຂາຍລວມໝູ່.
3. ການຮັກສາໃບຢັ້ງຢືນ ປອດສານພິດ ແລະ ໃບຢັ້ງ ຢືນການຄ້າເປັນທຳຂອງສະ ມາຊິກມີຄວາມຫຍຸ້ງຍາກ ຍ້ອນສວນຂອງສະມາຊິກສະ ຫະກອນ ແມ່ນກະແຈກກະ ຈາຍປະປົນຢູ່ກັບສວນຂອງຜູ້ ຜະລິດທົ່ວໄປທີ່ໃຊ້ເຄມີ ເຊິ່ງ ອາດຈະເກີດມີການເຈືອປົນ ແລະ ບັນຫາທຳມະຊາດ ບຽດ ບຽນເຊັ່ນ: ນ້ຳໝອກເກືອ-ນ້ຳ ໝອກຊ້າງ ແລະ ສັດຕູພືດເປັນ ຕົ້ນ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)