ການລ້ຽງສັດໃຫຍ່-ປູກຝັງຖືເປັນບູລິມິສິດທີ1 ເພື່ອແກ້ໄຂຄວາມທຸກຍາກຢູ່ແຂວງຊຽງຂວາງ
ຂປລ. ສະຫາຍ ສຈ.ດຣ ສົມກົດ ມັ່ງໜໍ່ເມກ ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກວ່າ: ໄລຍະ 5 ປີ ຜ່ານມາ, ອົງຄະນະພັກແຂວງ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳຢ່າງໃກ້ຊິດ ຕໍ່ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກໃຫ້ເຂົ້າສູ່ຊີວິດຕົວຈິງ, ໂດຍຕິດແໜ້ນກັບການປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ ໄດ້ພະຍາຍາມສູ້ຊົນ ສຸມໃສ່ການຜະລິດເປັນສິນຄ້າຕາມມູນເຊື້ອ, ທ່າແຮງ ແລະ ຈຸດພິເສດ ຂອງແຕ່ລະເມືອງ, ແຕ່ລະບ້ານ ເຊິ່ງພວກເຮົາໄດ້ຖືເອົາການລ້ຽງສັດໃຫຍ່-ການປູກຝັງ ເປັນບູລິມິສິດທີ 1 ເພື່ອເປັນພື້ນຖານ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງໂດຍຫັນຈາກການຜະລິດຂະໜາດນ້ອຍກະແຈກກະຈາຍ, ແບບດັ້ງເດີມກ້າວໄປສູ່ ການຜະລິດເປັນສິນຄ້າ ໃນນັ້ນໄດ້ການຈັດຕັ້ງເປັນກຸ່ມ, ເປັນສະມາຄົມ, ເປັນຟາມ ແລະ ຮູບແບບສະຫະກອນ.
ການລ້ຽງສັດໃຫຍ່-ການປູກຝັງເປັນສິນຄ້າໄດ້ກຳນົດເອົາ 5 ປະເພດສິນຄ້າຕົ້ນຕໍຄື: ການລ້ຽງສັດໃຫຍ່, ການປູກສາລີ, ປູກເຂົ້າໄກ່ນ້ອຍ,ປູກມອນລ້ຽງມ້ອນ ແລະ ປູກຕົ້ນແປກພັນ ເຊິ່ງສາມາດແກ້ໄຂການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ກ້າວຫາແກ້ໄຂຄວາມທຸກຍາກເປັນລະບົບດີຂຶ້ນເປັນກ້າວໆ.
ເມື່ອກ່ອນ, ການລ້ຽງສັດໃຫຍ່ທົ່ວແຂວງມີປະມານ 2 ແສນກວ່າໂຕ ປັດຈຸບັນທົ່ວແຂວງມີສັດໃຫຍ່ງົວ, ຄວາຍ, ມ້າໄດ້ເພີ່ມຂຶ້ນ 300.000 ກວ່າໂຕໂດຍສະເລ່ຍສົ່ງສັດອອກຕ່າງແຂວງ ແລະ ຕ່າງປະເທດບໍ່ຫລຸດ 6% ຕໍ່ປີ ແລະ ບໍລິໂພກພາຍໃນແຂວງ 9% ຕໍ່ປີ, ສະເລ່ຍແຕ່ລະຄອບຄົວລ້ຽງສັດໃຫຍ່ບໍ່ຫລຸດ 7 ໂຕ ປັດຈຸບັນມີກຸ່ມລ້ຽງສັດໃຫຍ່ 307 ກຸ່ມ, ມີ 3.899 ຄອບຄົວ. ແນວໃດກໍດີ ການລ້ຽງສັດໃຫຍ່ເປັນສິນຄ້າພາຍໃນແຂວງຂອງພວກເຮົາປະກອບມີຄອບຄົວ ແລະ ບ້ານໄດ້ກາຍເປັນຕົວແບບພົ້ນເດັ່ນ ເຊິ່ງສາມາດສ້າງລາຍຮັບ 100 ລ້ານກີບຕໍ່ຄອບຕໍ່ປີ.
ພ້ອມດຽວກັນນີ້, ພວກເຮົາໄດ້ດຶງດູດການລົງທຶນຈາກຕ່າງປະເທດຈໍານວນໜຶ່ງໂດຍສະເພາະບໍລິສັດຍີ່ປຸ່ນ ເພື່ອສົ່ງເສີມການລົງທຶນລ້ຽງສັດພັນປັບປຸງຮອດປີ 2030 ມູນຄ່າ 70 ລ້ານໂດລາສະຫະລັດໂດຍໄດ້ນຳເອົາແນວພັນຫຍ້າໃໝ່ ຈາກປະເທດຂອງເຂົາເຈົ້າມາປູກປະມານ 300 ເຮັກຕາ ໃນແຜນການປູກທັງໝົດ 1.500 ເຮັກຕາ, ນຳເຂົ້າງົວພັນຊີ້ນຈຳນວນ 900 ໂຕ, ງົວພັນນົມ ຈຳນວນ 250 ແມ່ ໃນຈຳນວນງົວຊີ້ນທັງໝົດ 5.000 ໂຕ ແລະ ງົວນົມ 1.000 ໂຕ; ໄດ້ສ້າງແຜນງານການຜະລິດສະບຽງອາຫານ, ການປູກພຶດເປັນສິນຄ້າ ໂດຍສະເພາະການຜະລິດເຂົ້າ ໃນແຕ່ລະປີແມ່ນບໍ່ຫລຸດ 100.000 ໂຕນຕໍ່ປີ, ສາມາດຄຳ້ປະກັນສະບຽງອາຫານພາຍໃນແຂວງ ແລະ ຍັງເປັນສິນຄ້າສົ່ງອອກຄື: ເຂົ້າໄກ່ນ້ອຍ, ເຂົ້າຈ້າວຫອມ ແລະ ການປູກສາລີເປັນສິນຄ້າ ໃນເນື້ອທີ 30.000 ເຮັກຕາ.
ພວກເຮົດໄດ້ຈັດຕັ້ງສະມາຄົມປູກ, ເກັບຊື້ ແລະ ບໍລິການໂດຍຕິດພັນກັບການປຸງແຕ່ງ, ມີໂຮງງານອົບສາລີ 5 ແຫ່ງ ເຊິ່ງມີນັກລົງທຶນຈາກ ສປ ຈີນລົງທຶນສ້າງໂຮງງານປຸງແຕ່ງແປ້ງສາລີຄົບວົງຈອນ ໃນມູນຄ່າ 22 ລ້ານໂດລາສະຫະລັດ, ສາມາດສົ່ງຜົນຜະລິດສາລີອອກ ຫວຽດນາມ ສະເລ່ຍປີໜຶ່ງບໍ່ຫລຸດ 150.000 ໂຕນ/ປີ ໃນຕໍ່ໜ້າຈະສຶບຕໍ່ປັບປຸງດິນ ເພື່ອການປູກສາລີຢູ່ເມືອງຄຳໄປຄວບຄູ່ກັບການແນະນຳທາງດ້ານເຕັກນິກວິທີການປູກ, ນຳໃຊ້ປຸ໋ຍຊີວະພາບຕິດພັນກັບການທົດລອງນຳໃຊ້ແນວພັນຖົ່ວ, ແນວພັນຫຍ້າ, ປູກພຶດສະຫລັບ, ປູກພຶດໜູນວຽນ ເພື່ອປັບປຸງດິນໃຫ້ເປັນລະບົບ. ຄຽງຄູກັບຜົນງານ ແລະ ດ້ານຕັ້ງໜ້ານັ້ນ, ກໍ່ຍັງມີຫລາຍບັນຫາ ທີ່ຈະຕ້ອງເອົາໃຈໃສ່ປັບປຸງ ແລະ ແກ້ໄຂເຊັ່ນ: ນະໂຍບາຍຊຸກຍູ້ສົ່ງເສີມ ຍັງເຮັດບໍ່ເປັນລະບົບຕໍ່ເນື່ອງ; ງົບປະມານຍັງມີຈຳກັດ; ການສະໜອງດ້ານປັດໃຈຕ່າງໆ ( ຝຸ່ນ, ປຸ໋ຍ, ແນວພັນ, ຢາປາບສັດຕູພືດ, ອຸປະກອນຮັບໃຊ້ການຜະລິດ ແລະ ກົນຈັກກະສິກຳ) ບໍ່ທັນມີຫລາຍ, ຄວາມເປັນເຈົ້າການຂອງແຕ່ລະພາກສ່ວນ ເພື່ອຜັນຂະຫຍາຍເປັນອັນລະອຽດບໍ່ທັນຄົບຊຸດ ການຈັດຕັ້ງກຸ້ມຍັງບໍ່ທັນແຂງແຮງ ແລະ ກ້ວາງຂວາງ; ການເຄື່ອນໄຫວບໍ່ເປັນໄປຕາມພາລະບົດບາດ, ການປະລິດຍັງເປັນລັກສະນະຄອງເດີມ.