Homeຂ່າວການພັດທະນາບາງບົດຮຽນການຫັນປ່ຽນຊັບສິນທີ່ດິນເປັນທຶນ ຢູ່ນະຄອນຫລວງວຽງຈັນ

ບາງບົດຮຽນການຫັນປ່ຽນຊັບສິນທີ່ດິນເປັນທຶນ ຢູ່ນະຄອນຫລວງວຽງຈັນ

Published on

ຂປລ. ສະຫາຍ ດຣ. ສິນລະວົງ ຄຸດໄພທູນ ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນວຽງຈັນ ໄດ້ຂຶ້ນກ່າວລາຍງານກ່ຽວກັບການຫັນຊັບສິນທີ່ດິນເປັນທຶນ ຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ວ່າ: ການຫັນຊັບສິນ, ທີ່ດິນເປັນທຶນຢູ່ນະຄອນຫລວງວຽງຈັນ ເປັນບັນຫາໃໝ່ຫັນນະໂຍບາຍກົນໄກ ແລະ ນິຕິກຳ ບໍ່ທັນໄດ້ວາງອອກຢ່າງຈະແຈ້ງຈຶ່ງທັງເຮັດທັງຖອດບົດຮຽນໄປນຳ ເລີ່ມແຕ່ປີ 2006 ນະຄອນຫລວງວຽງຈັນ ໄດ້ປະຕິບັດແຜນນະໂຍ ບາຍຫັນຊັບ ສິນທີ່ດິນເປັນທຶນ ມີໂຄງການກໍ່ສ້າງສະໜາມກິລາຊີເກມ, ໂຄງການກໍ່ສ້າງເສັ້ນທາງມີ 3 ໂຄງການ ແລະໂຄງການແລກປ່ຽນສຳນັກງານມີ 5 ໂຄງການ. ໂຄງການຫັນຊັບສິນເປັນທຶນຂອງບັນດາກະຊວງອົງການອ້ອມຂ້າງສູນກາງ ທີ່ປະຕິບັດຢູ່ນະຄອນ ຫລວງວຽງຈັນ ມີ 10 ໂຄງການ. ນອກຈາກນັ້ນ ຍັງມີໂຄງການຫັນສິດໃຊ້ທີ່ດິນ ແລະ ເຮືອນລັດຄຸ້ມຄອງໃຫ້ເປັນສິດນຳໃຊ້ສ່ວນບຸກຄົນຢ່າງຂາດຕົວ ຂອງພະນັກງານລັດຕາມນະໂຍບາຍ 343/ນຍ; ໂຄງ ການໃຫ້ເຊົ່າ ຫລື ສໍາປະທານທີ່ດິນ ແລະ ຊັບສິນຂອງລັດ ເຂດເສດຖະກິດສະເພາະ 4 ແຫ່ງ ແລະ ເຂດພັດທະນາອື່ນໆຈຳນວນໜຶ່ງ; ການຫັນຊັບສິນເປັນທຶນ ຫລື ອະສັງຫາລິມະຊັບຂອງພາກເອກະຊົນ ໄດ້ເກີດມີຫລາຍໂຄງການ ແລະ ພວມເປັນຂະບວນ ການດີ ເຊັ່ນ: ສະກາຍຊີຕີ້, ເອວິກທາວເຮົາສ໌, ໂຊກປ່າຫລວງອາພາດເມັນ, ໜອງທາ ແລະ ອື່ນໆ.

ສະຫາຍດຣ.ສິນລະວົງ ຄຸດໄພທູນ ກ່າວຕື່ມວ່າ: ບັນຫາທີ່ຄວນເອົາໃຈໃສ່ໃນການຫັນຊັບສິນທີ່ດິນເປັນທຶນຢູ່ນະຄອນຫລວງວຽງຈັນ ມີຄື: 1). ການຫັນຊັບສິນເປັນທຶນແມ່ນການເຮັດໃຫ້ຊັບສິນເດີມ ມີມູນຄ່າເພີ່ມສູງຂຶ້ນ, ກ່ອນອື່ນໝົດ ເຮັດໃຫ້ສິດຄອບຄອງທີ່ດິນ ຫັນປ່ຽນຈາກສິດໃຊ້ເປັນສິດນຳໃຊ້; ຕ້ອງມີຄວາມຕ້ອງການທີ່ດິນ ເພື່ອພັດທະນາ ຫລື ມີຕະຫລາດ, ມີທະນາຄານເປັນອົງການຮອງຮັບລາຄາ (ຕະຫລາດໝາຍເຖິງມີຄວາມຕ້ອງການທີ່ດິນ ຫລື ຊັບສິນນັ້ນໆຂອງນັກທຸ ລະກິດ) ຄວາມຕ້ອງການດັ່ງກ່າວ ວັດແທກໂດຍ: ລາຍໄດ້ຂອງປະຊາກອນຈາກ 1,000 ໂດລາ/ຄົນ/ປີ ຂຶ້ນໄປ ແລະ ຄວາມໜາແຫນ້ນຂອງປະຊາກອນ 300 ຄົນ/1 ກິໂລແມັດ ຂຶ້ນໄປ, ເຊິ່ງໄລຍະຫ່າງຈາກຈຸດ 0 ຍ້າຍອອກໄປເທື່ອ 1 ກິໂລ ແມັດ/GDP/ປະຊາກອນ; 2). ການຫັນຊັບສິນເປັນທຶນ ແມ່ນການ ນຳໃຊ້ຊັບສິນ ຫລື ທີ່ດິນທີ່ເປັນທ່າແຮງບົ່ມຊ້ອນໃຫ້ກາຍເປັນທຶນເພື່ອພັດທະນາ ແລະ ເກີດຂຶ້ນໃນເງື່ອນໄຂທີ່ສັງຄົມຮຽກຮ້ອງຕ້ອງການສູງ ແລະ ລັດຂາດເຂີນທຶນຮອນ, ຫາທາງເລືອກອື່ນໄດ້ຍາກ, ມີຄວາມຕື່ນຕົວສະໝັກໃຈຂອງຜູ້ລົງທຶນ, ການພ້ອມພຽງຂອງປະຊາຊົນ ແລະ ພາກລັດ ໂດຍພາຍໃຕ້ການນຳພາຂອງຄະນະພັກ; 3). ໃນເມື່ອທາງການຕົກລົງຮັບເອົາໂຄງ ການຫັນຊັບ ສິນເປັນທຶນແລ້ວ ຕ້ອງໄດ້ອອກ ນິຕິກຳຜັນຂະຫຍາຍ, ຕ້ອງເຮັດວຽກງານແນວຄິດກັບປະຊາຊົນບ່ອນ ນັ້ນໆ, ກຳນົດກົນໄກ ແລະ ແຜນວຽກຈັດຕັ້ງປະຕິບັດຢ່າງລະອຽດ; ຕ້ອງມີສັນຍາຮ່ວມມື ລະຫວ່າງລັດ – ບໍລິສັດ – ປະຊາຊົນກ່ຽວຂ້ອງ ໂດຍສະເພາະຜູ້ທີ່ ໄດ້ຮັບຜົນກະທົບ ໂດຍຈາກໂຄງການ. 4). ການຫັນຊັບສິນເປັນທຶນໂດຍສະເພາະການຫັນທີ່ດິນເປັນທຶນໃນພາກປະຕິບັດຕົວຈິງ ຕ້ອງໄດ້ເວນຄືນທີ່ດິນນຳປະຊາຊົນໃຫ້ສຳເລັດກ່ອນ ຈຶ່ງດຳເນີນໂຄງ ການ, ເຊິ່ງຕາມລາຄາທີ່ໃກ້ຄຽງກັບ ລາຄາທີ່ເປັນຈິງໃນຕະຫລາດ ແລະ ປະຊາຊົນສາມາດຮັບໄດ້ ທັງຕ້ອງຊົດເຊີຍທັນທີ (ບໍ່ຕິດໜີ້); ຖ້າລັດເປັນເຈົ້າໂຄງການຈະເປັນການດີກວ່າ, ຖ້ານຳໃຊ້ເອກະຊົນ ກໍຕ້ອງເປັນນັກທຸລະກິດທີ່ມີທຶນແທ້.

ໂຄງການຫັນຊັບສິນເປັນທຶນຕ້ອງແມ່ນລັດ (ໂດຍແມ່ນຂະແໜງການເງິນ), ບໍລິສັດ ແລະ ປະຊາຊົນບ່ອນກ່ຽວຂ້ອງກາຍເປັນອົງປະກອບ ແລະ ກົນໄກປະຕິບັດ, ໃນນັ້ນ: ລັດເປັນຜູ້ກຳນົດທິດທາງແຜນການພັດທະນາ, ເປັນຜູ້ເຮັດວຽກ ແນວຄິດກັບປະຊາຊົນ ແລະ ຮັບປະກັນຄວາມເປັນທຳຕາມກົດໝາຍ; ບໍລິສັດເປັນຜູ້ຈັດຕັ້ງປະຕິບັດຕາມນະໂຍບາຍ, ກົດຫມາຍ ແລະ ແຜນຜັງ; ປະຊາຊົນຢູບ່ອນນັ້ນຕ້ອງໄດ້ເສຍສະຫລະ, ຕື່ນຕົວສະໝັກຕົວເຂົ້າຮ່ວມໂຄງການ, ອາດນຳເອົາຊັບສິນ ຂອງຕົນເຂົ້າເປັນຮຸ້ນ ຫລື ຮັບເອົາຄ່າຊົດເຊີຍ ຕາມການຕົກລົງ ແລະ ເປັນພະນັກງານໃນໂຄງການນັ້ນໆ ເພື່ອຜັນຂະຫຍາຍມະຕິ X ຂອງພັກ.

ສັງລວມແລ້ວ: ການຫັນຊັບສິນເປັນທຶນຢູ່ນະຄອນຫລວງວຽງຈັນ ບໍ່ແມ່ນເສັ້ນທາງ ແລະ ຮູບການລົງທຶນທີ່ດີກວ່າການລົງທຶນຂອງລັດແຕ່ຢ່າງໃດກໍຕາມ, ຫາກເປັນເສັ້ນທາງ ແລະ ຮູບການໜຶ່ງຕາມຮູບການດຶງດູດການລົງທຶນ ທີ່ສາມາດ ເປັນໄປໄດ້, ເປັນກາລະໂອກາດໃນເງື່ອນໄຂທີ່ລັດ ຂາດເຂີນທຶນຮອນ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມສູງນັ້ນເອງ, ໃນເມື່ອລັດເຮົາຮັ່ງມີຂຶ້ນ, ຮູບການນີ້ອາດປ່ຽນແທນດ້ວຍຮູບການອື່ນໆ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...