spot_img
Homeຂ່າວພາຍ​ໃນອຸດສາຫະກຳໄຟຟ້າ ມີບາດກ້າວກະໂດດ 2020 ລາວອາດມີເຂື່ອນ 60 ແຫ່ງ

ອຸດສາຫະກຳໄຟຟ້າ ມີບາດກ້າວກະໂດດ 2020 ລາວອາດມີເຂື່ອນ 60 ແຫ່ງ

Published on

    ການ​ພັດ­ທະ­ນາ​ອຸດ ສາ​ຫະ​ກຳ​ພະ­ລັງ­ງານ​ໄຟ ຟ້າ​ຢູ່​ປະ­ເທດ​ເຮົາ​ໄລ­ຍະ ຜ່ານ​ມາ​ໄດ້​ດຳ­ເນີນ​ໄປຢ່າງ​ຖືກ­ຕ້ອງ, ມີ​ການ​ພັດ ທະ​ນາ​ເປັນ​ລະ­ບົບ​ຄົບ​ຊຸດ, ມີ​ຜົນ­ສຳ­ເລັດ​ເປັນ​ພື້ນ­ຖານຢ່າງ​ໜັກ​ແໜ້ນ ແລະ​

ມີ​ບາດກ້າວ​ກະ­ໂດດ​ເປັນ​ທີ່​ເພິ່ງ​ພໍ­ໃຈ​ຊຶ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ­ຫວັດສາດ​ຂອງ​ປະ­ເທດ​ເຮົາ ຂະ­ນະ​ທີ່​ຮອດ​ປີ 2020 ລາວ​ອາດ​ມີ​ເຂື່ອນ ທີ່​ສາ­ມາດ​ຜະ­ລິດ​ໄຟ­ຟ້າ​ໄດ້​ເຖິງ 60 ແຫ່ງແລະ​ຄາດ​ຈະ​ສ້າງ​ລາຍ​ຮັບ​ໃຫ້​ປະ­ເທດ ຊາດ​ຫຼາຍ​ກວ່າ 1 ຕື້​ໂດ​ລາ​ສະ­ຫະ­ລັດ​ຕໍ່​ປີ ຊຶ່ງດຽວ​ນີ້​ີ​ປະ­ເທດ​ມີ​ແລ້ວ​ເກືອບ 40 ແຫ່ງ.

ເມື່ອ​ວັນ​ທີ 18 ມັງ­ກອນ​ຜ່ານ​ມາ ສະ­ຫາຍ ດຣ. ຄຳ​ມະ­ນີ ອິນ​ທິ​ລາດ ລັດຖະ​ມົນ­ຕີ​ວ່າ­ການ​ກະ­ຊວງ​ພະ­ລັງ­ງານແລະ​ບໍ່​ແຮ່​ໄດ້​ປະ­ກອບ​ຄຳ​ເຫັນ​ກ່ຽວ​ກັບ ການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ພະ­ລັງ ງານ​ໄຟ­ຟ້າ​ຕາມ​ແນວ­ທາງ​ຫັນ​ເປັນ​ອຸດ ສາ​ຫະ​ກຳ ແລະ​ທັນ​ສະ­ໄໝ​ຕາມ​ທິດ​ກ້າວ ຂຶ້ນ​ສັງ­ຄົມ​ນິ­ຍົມ​ຕໍ່​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ຮູ້​ວ່າ: ໃນ​ຊຸມ​ປີ­ຜ່ານ­ມາ​ພາຍໃຕ້​ການ​ຊີ້​ນຳ-ນຳ­ພາ​ຂອງ​ພັກ, ການ​ຄຸ້ມຄອງ​ຂອງ​ລັດ­ຖະ­ບານ ແລະ​ດ້ວຍ​ຄວາມ ເປັນ​ເຈົ້າ​ການ​ຕັ້ງ­ໜ້າ​ບຸກ​ບືນ​ສູ້​ຊົນ​ຂອງ ຖັນ​ແຖວ​ສະ­ມາ­ຊິກ​ພັກ, ພະ­ນັກ­ງານ ແລະ ກຳ­ມະ­ກອນ​ຂອງ​ຂະ­ແໜງ​ພະ­ລັງ­ງານ ແລະ​ບໍ່​ແຮ່ ເຮັດ​ໃຫ້​ໄດ້​ຮັບ​ການ​ພັດ­ທະ­ນາ ແລະ​ມີ​ບາດ­ກ້າວ​ຂະ­ຫຍາຍ­ຕົວ​ຢ່າງ​ແຂງ ແຮງ ໃນ​ໄລ­ຍະ 5 ປີ­ຜ່ານ­ມາ ຍອດ​ຜະ ລິດ​ຕະ​ພັນ​ຂອງ​ຂະ­ແໜງ​ພະ­ລັງ­ງານ ແລະ​ບໍ່​ແຮ່ ມີ​ມູນ​ຄ່າ​ເຖິງ 94.342 ຕື້​ກີບກວມ​ເອົາ 12% ຂອງ​ຈີ​ດີ​ພີ​ທຽບ­ໃສ່​ໃນ ຊຸມ​ສົກ​ປີ 2006-2010 ເພີ່ມ​ຂຶ້ນ​ປະ­ມານ 9,22% ສະ­ເພາະ​ການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ພະ­ລັງ­ງານ​ໄຟ­ຟ້າ​ຜ່ານ​ມາ​ໄດ້​ປະ­ສົບ​ຜົນ­ສຳ­ເລັດ​ຫຼາຍ​ໂຄງ­ການ.

ປີ 2015 ທົ່ວ​ປະ­ເທດ​ມີ​ແຫຼ່ງ​ຜະ­ລິດ ໄຟ­ຟ້າ​ທີ່​ສ້າງ​ສຳ­ເລັດ 38 ແຫ່ງ ດ້ວຍ​ການລົງ­ທຶນ​ຫຼາຍ​ກວ່າ 10 ຕື້​ໂດ​ລາ ມີ​ກຳ­ລັງ ຕິດ​ຕັ້ງ​ທັງ​ໝົດ 6.265 ເມ​ກາ​ວັດ ເພີ່ມຂຶ້ນ 26 ແຫ່ງ ແລະ​ມີ​ກຳ­ລັງ​ຕິດ​ຕັ້ງ​ເພີ່ມ ຂຶ້ນ 4.334 ເມ​ກາ​ວັດ ຫຼື ເທົ່າ​ກັບ 3,2 ເທື່ອ​ທຽບ​ກັບ​ປີ 2010, ມີ​ບັນ­ດາ​ແຫຼ່ງ ຜະ­ລິດ​ພະ­ລັງ­ງານ​ໄຟ­ຟ້າ​ທີ່​ສ້າງ​ຂຶ້ນ​ໃໝ່ເຊັ່ນ: ນ້ຳ​ງື່ມ 2, ເທີນ-ຫີນ​ບູນ​ພາກ​ຂະ ຫຍາຍ, ນ້ຳ​ອູ 2, ນ້ຳ​ອູ 5, ນ້ຳ​ອູ 6, ນ້ຳ ຄານ 2, ນ້ຳ​ງຽບ 2, ໂຮງ­ງານ​ຄວາມ ຮ້ອນ​ຫົງ​ສາ​ລິກ​ໄນ​ເປັນ­ຕົ້ນ ຊຶ່ງ​ສາ­ມາດ ຜະ­ລິດ​ພະ­ລັງ­ງານ​ໄຟ­ຟ້າ​ໄດ້​ເຖິງ 33.315 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ​ເພີ່ມ​ຂຶ້ນ 23.332 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ ຫຼື ເທົ່າ​ກັບ 3,3 ເທື່ອ​ທຽບ­ໃສ່​ປີ 2010, ມີ​ອັດ­ຕາ​ສ່ວນ ການ​ຊົມ­ໃຊ້​ຢູ່​ພາຍ​ໃນ​ກວມ 20,4% ແລະ ສົ່ງ​ອອກ 79,6%.

ນອກ​ນັ້ນ ຍັງ​ມີ​ໂຄງ­ການ​ໄຟ­ຟ້າ​ທີ່​ກຳ ລັງ​ກໍ່­ສ້າງ ແລະ​ກະ­ກຽມ​ກໍ່­ສ້າງ​ເປັນ­ຕົ້ນ ແມ່ນ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຂອງ​ໄຊ​ຍະ​ບູ​ລີ, ດອນ​ສະ​ໂຮງ, ນ້ຳ​ງື່ມ 3, ນ້ຳ​ອູ 1,3,4 ແລະ7, ນ້ຳ​ງຽບ 1, ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໂດຍ​ມີ ລະ­ບົບ​ສາຍ​ສົ່ງ​ແຮງ​ສູງ 5.200 ກິ­ໂລ­ແມັດ, ແຮງ​ກາງ 26 ພັນ​ກິ­ໂລ­ແມັດ ແລະ​ແຮງ​ຕ່ຳ 17.560 ກິ­ໂລ­ແມັດ, ມີ 53 ສະ­ຖາ­ນີ​ຈ່າຍ​ໄຟ­ຟ້າ.

ທ້າຍ​ປີ 2015 ທົ່ວ​ປະ­ເທດ​ມີ 148 ເມືອງ​ໄດ້​ຊົມ­ໃຊ້​ໄຟ­ຟ້າ​ແບບ​ຖາ­ວອນ 100% ກວມ 85,54% ຂອງ​ຈຳ­ນວນ ບ້ານ ແລະ 89,78% ຂອງ​ຈຳ­ນວນ ຄອບ­ຄົວ​ທັງ​ໝັດ​ໃນ ທົ່ວ​ປະ­ເທດ​ສົມ​ທຽບ ຄອບ­ຄົວ​ທີ່​ຊົມ­ໃຊ້​ໄຟ­ຟ້າ​ປະ­ຈຸ​ບັນ​ກັບ​ປີ 1975 ນັ້ນ​ຖື​ວ່າ​ລື່ນ​ກັນ​ເປັນ 200 ເທົ່າຕົວ ແລະ​ລື່ນ​ແຜນ­ການ​ທີ່​ວາງ​ໄວ້ 9,78% ພ້ອມ​ດຽວ​ກັນ​ນັ້ນ ຍັງ​ມີ​ການ​ຊົມ­ໃຊ້​ໄຟ ຟ້າ​ແສງ​ຕາ­ເວັນ 14.327 ຄອບ­ຄົວ ເທົ່າ ກັບ 1,27% ຂອງ​ຄອບ­ຄົວ ທັງ​ໝົດ​ທົ່ວ ປະ­ເທດ.

ໃນ 5 ປີ­ຜ່ານ­ມາ ສາ­ມາດ​ຈຳ­ໜ່າຍ​ພະ ລັງ​ງານ​ໄຟ­ຟ້າ​ໄປ​ປະ­ເທດ​ໄທ, ສສ ຫວຽດນາມ, ກຳ­ປູ­ເຈຍ ໄດ້​ເພີ່ມ​ຂຶ້ນ 4 ເທົ່າ​ຕົວ ທຽບ​ກັບ​ປີ 2010 ແລະ​ຄາດ​ວ່າ​ປີ 2016 ນີ້​ຈະ​ໄດ້​ເລີ່ມ​ສົ່ງ​ຂາຍ​ໄຟ­ຟ້າ​ໄປ​ປະ­ເທດມຽນ​ມາ ທັງ​ນີ້ ຂະ­ແໜງ​ພະ­ລັງ­ງານ​ໄຟ ຟ້າ​ຍັງ​ສາ­ມາດ​ສ້າງ​ລາຍ​ຮັບ​ສະ­ເລ່ຍ ຫຼາຍ​ກວ່າ 300 ລ້ານ​ໂດ​ລາ​ຕໍ່​ປີ ແລະ​ມີ ທ່າ​ອຽງ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ.

ທັງ​ນີ້ ອຸດ­ສາ­ຫະ­ກຳ​ໄຟ­ຟ້າ​ຍັງ​ປະ ກອບ​ສ່ວນ​ສະ­ໜອງ​ພະ­ລັງ­ງານ​ໄຟ­ຟ້າ​ໃຫ້​ຂະ­ແໜງ­ການ​ຕ່າງໆ ໂດຍ​ສະ­ເພາະ ຂະ­ແໜງ​ກະ­ສິ­ກຳ ຊຶ່ງ​ໄດ້​ສະ­ໜອງ​ກະ­ແສ ພະ­ລັງ­ງານ​ໄຟ­ຟ້າ​ໃຫ້​ລະ­ບົບ​ຊົນ​ລະ​ປະ ທານ​ຫຼາຍ​ກວ່າ 8 ພັນ​ແຫ່ງ, ສະ­ໜອງ ໃຫ້​ອຸດ­ສາ­ຫະ­ກຳ​ຂຸດ​ຄົ້ນ ແລະ​ປຸງ​ແຕ່ງ ແຮ່​ທາດ​ມີ​ຈຳ­ນວນ 220 ແຫ່ງ, ໂຮງ ງານ​ປຸງ​ແຕ່ງ​ຕ່າງໆ​ມີ 11,50 ພັນ​ກວ່າ ແຫ່ງ ຊຶ່ງ​ເປັນ​ການ​ປະ­ກອບ­ສ່ວນ​ສ້າງ​ວຽກ ເຮັດ​ງານ​ທຳ​ໃຫ້​ຊາວ​ຜູ້​ອອກ­ແຮງ​ງານ ແລະ​ບັນ­ດາ​ຂະ­ແໜງ­ການ​ອື່ນໆ​ອີກ.

ສັງ​ລວມ​ແລ້ວ ສະ­ຫາຍ ດຣ. ຄຳ​ມະ­ນີ ອິນ​ທິ​ລາດ ລະ­ບຸ​ຕື່ມ​ວ່າ: ການ​ພັດ­ທະ­ນາ ອຸດ­ສາ­ຫະ­ກຳ​ໄຟ­ຟ້າ​ຢູ່​ປະ­ເທດ​ເຮົາ​ໄລ­ຍະ ຜ່ານ​ມາ​ໄດ້​ດຳ­ເນີນ​ໄປ​ຢ່າງ​ຖືກ­ຕ້ອງ, ມີ ການ​ພັດ­ທະ­ນາ​ເປັນ​ລະ­ບົບ​ຄົບ​ຊຸດ, ມີ​ຜົນ ສຳ­ເລັດ​ເປັນ​ພື້ນ­ຖານ​ຢ່າງ​ໜັກ​ແໜ້ນ ແລະ​ມີ​ບາດ­ກ້າວ​ກະ­ໂດດ​ເປັນ​ທີ່​ເພິ່ງ​ພໍ ໃຈ ຊຶ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ­ຫວັດ­ສາດ ຂອງ​ຊາດ​ເຮົາ.

ເພື່ອ​ເຮັດ​ໃຫ້­ການ​ພັດ­ທະ­ນາ​ຂະ­ແໜງ ອຸດ­ສາ­ຫະ­ກຳ​ພະ­ລັງ­ງານ ແລະ​ບໍ່​ແຮ່ ໃຫ້ ຂະ­ຫຍາຍ­ຕົວ​ຕາມ​ແນວ­ທາງ​ຫັນ​ເປັນ​ອຸດ ສາ​ຫະ​ກຳ ແລະ​ທັນ​ສະ­ໄໝ​ຕາມ​ທິດ​ສັງ ຄົມ​ນິ­ຍົມ​ຢູ່​ປະ­ເທດ​ເຮົາ, ຂະ­ແໜງ​ອຸດ​ສາ ຫະ​ກຳ​ພະ­ລັງ­ງານ​ໄຟ­ຟ້າ ແລະ​ບໍ່​ແຮ່​ໄດ້ວາງ​ວິ­ໄສ​ທັດ​ຮອດ​ປີ 2030 ແລະ​ມີ​ຄຳ ຂວັນ​ໄວ້​ວ່າ: “ພັດ­ທະ­ນາ​ພະ­ລັງ­ງານ ແລະ ບໍ່​ແຮ່​ຕາມ​ທິດ​ຫັນ​ເປັນ​ອຸດ­ສາ­ຫະ­ກຳ ແລະ ທັນ​ສະ­ໄໝ, ຂຸດ​ຄົ້ນ ແລະ​ນຳ​ໃຊ້​ທ່າ­ແຮງ ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ໃຫ້​ຮັບ­ປະ­ກັນ ຄວາມ​ຍືນ​ຍົງ, ສົ່ງ­ເສີມ​ຫົວ­ໜ່ວຍ​ເສດ​ຖະ ກິດ​ຂອງ​ຊາດ​ໃຫ້​ເຂັ້ມ­ແຂງ, ຍູ້​ແຮງ​ການ ສະ­ໜອງ​ໄຟ­ຟ້າ​ຮັບ​ໃຊ້​ພາຍ​ໃນ​ໃຫ້​ພຽງ­ພໍ ແລະ​ໝັ້ນ­ຄົງ, ເຊື່ອມ​ໂຍງ-ແລກ­ປ່ຽນ​ພະ ລັງ​ງານ​ກັບ​ປະ­ເທດ​ເພື່ອນ​ບ້ານ ແລະ​ພາກ ພື້ນ, ພັດ­ທະ­ນາ​ພະ­ລັງ­ງານ ແລະ​ບໍ່​ແຮ່​ເພີ່ມ ຂຶ້ນ​ດ້ວຍ​ສີ­ຂຽວ ແລະ​ສົດ­ໃສ”.

ໂດຍ​ຮອດ​ປີ 2020 ຈະ​ສູ້​ຊົນ​ເຮັດ​ໃຫ້ ລາຍ​ຮັບ​ຈາກ​ຂະ­ແໜງ​ພະ­ລັງ­ງານ ແລະ ບໍ່​ແຮ່​ໄດ້​ຫຼາຍ​ກວ່າ 20% ຂຶ້ນ​ໄປ​ຂອງ​ຈີ ດີ​ພີ ໃນ​ນີ້ ຕ້ອງ​ສຳ­ເລັດ​ການ​ສ້າງ​ເຂື່ອນ ຫຼາຍ​ກວ່າ 19 ໂຄງ­ການ ມີ​ກຳ­ລັງ​ຕິດ​ຕັ້ງ 3.500 ເມ​ກາ​ວັດ ແລະ​ສາ­ມາດ​ຜະ­ລິດ ກະ­ແສ​ໄຟ­ຟ້າ​ໄດ້​ສະ­ເລ່ຍ 30 ພັນ​ລ້ານ​ກິ ໂລ​ວັດ​ໂມງ​ຕໍ່​ປີ, ສູ້​ຊົນ​ເຮັດ​ໃຫ້​ອັດ­ຕາ​ຊົມ ໃຊ້​ໄຟ­ຟ້າ​ກວມ 98% ຂຶ້ນ​ໄປ​ຂອງ​ຄອບ ຄົວ​ທັງ​ໝົດ​ທົ່ວ​ປະ­ເທດ​ເມື່ອ​ລວມ​ກັບ ເຂື່ອນ​ທີ່​ມີ​ຢູ່​ແລ້ວ​ໃນ ປະ­ຈຸ​ບັນ ຄາດ​ຮອດ​ປີ 2020 ຈະ​ມີ​ເຂື່ອນ​ພະ­ລັງ­ງານ​ໄຟ­ຟ້າ​ເຖິງ 60 ແຫ່ງ ທີ່​ມີ​ກຳ­ລັງ​ຕິດ​ຕັ້ງ​ຫຼາຍ​ກວ່າ 10 ພັນ​ເມ​ກາ​ວັດ ຊຶ່ງ​ສາ­ມາດ​ຜະ­ລິດ​ພະ ລັງ​ງານ​ໄດ້​ຫຼາຍ​ກວ່າ 60 ພັນ​ຈີ​ກາ​ວັດ ໂມງ​ຕໍ່​ປີ ( Gwh/y ) ແລະ​ຄາດ​ຈະ​ສ້າງ ລາຍ​ຮັບ​ໃຫ້​ປະ­ເທດ​ຊາດ​ຫຼາຍ​ກວ່າ 1 ຕື້ ໂດ​ລາ​ສະ­ຫະ­ລັດ​ຕໍ່​ປີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...