ໂດຍ : ວິເສດ ສະແຫວງສຶກສາ
ຍ້ອນວ່າຍັງຢູ່ໃນບັນຍາກາດປີ ໃໝ່ (ກໍປີໃໝ່ໜ້າປີ 2016 ຫັ້ນລະ !) ກໍເລີຍປວດຢາກໂສກັບທ່ານຜູ້ອ່ານເລື່ອງຊີວິດ. ຊີວິດຂອງຄົນທົ່ວໆໄປພິເສດແມ່ນຊີວິດຄົນລາວ ເຊິ່ງມີຄວາມຍືນຍາວໂດຍສະເລ່ຍພຽງ 63 ປີ, ຍືນກວ່າບາງປະເທດແຕ່ກໍຍັງສັ້ນກວ່າອີກຫລາຍປະເທດ. ສຳລັບໄທເຮົາເຈົ້າຂ້ອຍທີ່ຢູ່ມາໄດ້ຮອດອາຍຸສະເລ່ຍນີ້ແລ້ວກໍຄົງຫາຍໃຈໂລ່ງເປັນທຳມະດາແຕ່ຊິໃຫ້ພໍໃຈແທ້ຄົງມີໜ້ອຍຄົນ. ມີເລື່ອງແປກຢາກເລົ່າສູ່ທ່ານຜູ້ອ່ານຟັງຄືຈານ ແຍ່ເຄີຍພົບກັບຊາຍຄົນໜຶ່ງທີ່ມາຈາກບ້ານເກີດດຽວກັນ. ດຽວນີ້ອາຍຸເຂົາຂ້ອນໆໄປເບື້ອງເລກ 7 (ໝາຍເຖິງ 70) ແຕ່ເຂົາບໍ່ຫ່ວງກັບອາຍຸທີ່ເສຍໄປ, ກົງກັນຂ້າມເຂົາພັດດີໃຈເຖິງຂັ້ນຕົບມືຜີຜາຍ້ອນວ່າເຂົາໂຊກດີທີ່ສາມາດຢູ່ເກີນກວ່າອາຍຸສະເລ່ຍ. ເຂົາກືນແກ້ມ ແລະ ດູດຢາໜັກຂຶ້ນກວ່າເກົ່າ. ເມື່ອມີຄົນຕັກເຕືອນເຖິງຜົນກະທົບຕໍ່ສຸຂະພາບຈາກສິ່ງທີ່ເຂົາພວມ
ຖະຫລຳຢູ່ເຂົາກໍຕອບໜ້າຕາເສີຍວ່າ ເຂົາກຳລັງໃຊ້ສ່ວນເກີນຂອງຊີວິດ. ຈານແຍ່ຂໍສະ ຫງວນຊື່ຊາຍຄົນນີ້ໄວ້ກ່ອນ, ແຕ່ຖ້າສົນໃຈກໍອາດສະເໜີໃຫ້ຮູ້ຈັກຕາມທີ່ຫລັງ. ຈານແຍ່ມີແຕ່ຢາກສະຫລຸບວ່າ ຄົນທີ່ຄິດແບບຊາຍຄົນນີ້ຄົງຈະຊອກຍາກປານຊອກຂໍຢືມຫວີນຳຄູບາຢູ່ວັດ.
ຊີວິດເປັນຂອງມີຄ່າຕ່າງກັບແກ້ວແຫວນແສນສິ່ງຄືຈະບິແບ່ງໃຫ້ໃຜກໍບໍ່ໄດ້, ມີອາຍຸຫລາຍຊິເອົາໄປຝາກທະນາຄານໄວ້ກໍບໍ່ໄດ້. ມີສິ່ງດຽວທີ່ບັນຊາຊີວິດໄດ້ນັ້ນກໍຄືເວລາ. ມະນຸດເຮົາມີແນວແປກທີ່ໜ້າສັງເກດຢູ່ບ່ອນວ່າຄືມັກຈະໃຊ້ຄຳວ່າ “ໄດ້” ກັບຊີວິດທີ່ເພີ່ມຂຶ້ນ ເຊັ່ນປີນີ້ ລາວໄດ້ 60 ປີ, ປີໜ້າອາຍຸລູກສາວເຮົາຊິໄດ້ 21 ປີ. ທີ່ແທ້ແລ້ວມັນຄວນຈະໃຊ້ຄຳວ່າ “ເສຍ” ແທນຄຳວ່າ “ໄດ້” ເຊັ່ນອາຍຸເຮົາເສຍໄປແລ້ວ 60 ປີ, ປີໜ້າອາຍຸລູກສາວເຮົາຈະເສຍໄປຕື່ມອີກ 21 ປີ. ມະນຸດເຮົາຮູ້ວິທີອອຍໃຈຕົນເອງດ້ວຍຄວາມເວົ້າທີ່ປິດບັງຄວາມຈິງ.
ເອົາລະມື້ນີ້ຈານແຍ່ຂໍເວົ້າເລື່ອງການຈັດແບ່ງຍ່ານອາຍຸຂອງຄົນເຮົາຕາມທີ່ໄດ້ຟັງເປັນຕຳນານ ກ່າວຂານມາຈາກປາກຜູ້ເຖົ້າຜູ້ແກ່ປູ່ຍ່າຕາຍາຍວ່າອາຍຸຄົນເຮົານັ້ນສັງລວມຢູ່ໃນ 4 “ພ” ຄື “ເພິ່ງ ພົບພັກພາກ” ໄລຍະທຳອິດຂອງອາຍຸຄົນເຮົາເອີ້ນວ່າໄລຍະ “ເພິ່ງ” ເຊິ່ງເປັນໂຕ “ພ” ໂຕທຳອິດ. ໄວເພິ່ງແມ່ນໄວເດັກນັບແຕ່ມື້ເກີດ, ໄວຮໍ່າຮຽນເຊິ່ງຕ້ອງເພິ່ງຜູ້ເປັນພໍ່ເປັນແມ່ ຫລື ຜູ້ ປົກຄອງ 100%. ເຖົ້າແກ່ບູຮານບໍ່ໄດ້ຂີດເສັ້ນອາຍຸວ່າແຕ່ປີໃດຫາປີໃດຈັດຢູ່ໃນໄວເພິ່ງ. ຕໍ່ໄປແມ່ນໄວ “ພົບ” ເຊິ່ງເປັນ “ພ” ໂຕທີສອງ. ອັນນີ້ອະທິບາຍກັນວ່າເປັນໄວບ່າວໄວສາວ ຫລື ໄວໜຸ່ມ ເປັນໄວທີ່ມີ ຄວາມກະຕືລືລົ້ນຢາກຮູ້ຢາກເຫັນ, ຢາກທົດລອງ, ຢາກສ່ຽງໄພ. ດັ່ງນັ້ນ ຄົນໄວນີ້ຈຶ່ງມີແຕ່ຊອກພົບພໍ້,ຄົບຄ້າສະມາຄົມກັບໝູ່ຄູ່ກໍຄືເພດກົງກັນຂ້າມ. ຕໍ່ໄປແມ່ນໄວ “ພັກ” ຄຳວ່າ ພັກໃນທີ່ນີ້ບໍ່ໄດ້ໝາຍຄວາມວ່າພັກຜ່ອນ ຫລື ເຂົ້າບຳນານ ແຕ່ໝາຍເຖິງໄວທີ່ຄົນເຮົາຕັ້ງຫລັກປັກແຫລ່ງເປັນຄອບເປັນຄົວ ມີລູກມີເຕົ້າ. ດັ່ງນັ້ນ ຈຶ່ງບໍ່ມີໂອກາດເຈີດເວີ່ນຊອກນັດຊອກພົບຄືແຕ່ເກົ່າອີກ. ໄວນີ້ເປັນໄວສ້າງອະນາ ຄົດ, ສ້າງຊີວິດໃຫ້ເຖິງທີ່ສຸດ. ສຸດທ້າຍແມ່ນໄວ“ພາກ” ເຊິ່ງເປັນໂຕ “ພ” ໂຕສຸດທ້າຍ. ຟັງແຕ່ຄຳວ່າ “ພາກ” ກໍເຂົ້າ ໃຈໂລດວ່າເປັນໄວທີ່ຢືນໃກ້ຝັ່ງນັ່ງໃກ້ຫ້ວຍ,ເປັນໄວເຖົ້າແກ່ຊາລາການ, ສັງຂານຮ່າງກາຍເລີ່ມເສຍໂສມຕາມກົດເກນຂອງທຳມະຊາດ. ແຕ່ເບິ່ງອີກແງ່ໜຶ່ງມັນກໍເປັນໄວສຸກງອມ ມີທັງໄວວຸດທິ ແລະ ຄຸນວຸດທິ. ເຖົ້າແກ່ບູຮານບອກວ່າອາຍຸໃນແຕ່ ລະໄວໂຕ “ພ” ກໍລ້ວນແຕ່ມີຈຸດພິເສດ ແລະ ມີຄຸນຄ່າທະແນມແຕ່ພວກເຮົາຮູ້ຈັກນຳໃຊ້ຈຸດພິເສດຂອງມັນ. ທາງເບື້ອງວິທະຍາສາດກໍອາດ ແບ່ງຊີວິດຄົນອອກເປັນໄວໜຸ່ມ, ໄວກາງຄົນ ແລະ ໄວເຖົ້າແກ່. ແຕ່ສຳ ລັບຈານແຍ່ແລ້ວມັກທີ່ຈັດແບ່ງອາຍຸຕາມແຜນບູຮານລາວເພາະມັນຊ່ວຍໃຫ້ແນມເຫັນພາກຕົວຈິງຂອງຊີວິດ, ຢ່າງໜ້ອຍກໍແມ່ນຊີວິດຂອງ ຄົນລາວເຮົາເອງ. ປີໃໝ່ແຕ່ລະປີພວກເຮົາມັກຕໍ່ບັດສົ່ງ “ສ.ຄ.ສ” (ແປວ່າສົ່ງຄວາມສຸກ) ໃຫ້ກັນ ແລະ ກັນ, ແຕ່ກໍແປກທີ່ບາງຄົນຊອກສົ່ງ ສຄຊ (ສົ່ງຄວາມຊວຍ) ໃຫ້ແກ່ກັນຍາມປີໃໝ່ ເຊັ່ນປາກົດ ການຂ້າຟັນລັນແທງ, ປຸ້ນຈີ້ ຫລື ເອົາ ລົດແລ່ນຈູບກັນກາງຖະໜົນຈົນມີການລົ້ມຕາຍ ແລະ ບາດເຈັບ. ເມື່ອ ຮູ້ວັດທະຈັກຂອງຊີວິດທີ່ໜີບໍ່ມົ້ມ 4 “ພ” ແລ້ວ ຈານແຍ່ຫວັງວ່າພວກເຮົາຈະມີສະຕິເພີ່ມຂຶ້ນ, ບໍ່ໃຊ້ຊີວິດດ້ວຍຄວາມປະໝາດຂາດທິດ. ພວກເຮົາຫລາຍຄົນກຳນົດເອົາປີໃໝ່ເປັນຈຸດເລີ່ມຕົ້ນຫັນປ່ຽນຊີວິດໄປໃນທາງທີ່ດີຂຶ້ນແຕ່ມີຈັກເປີເຊັນເຮັດໄດ້ຕາມທີ່ຕັ້ງໄວ້. ເຂົາວ່າການເລີ່ມຕົ້ນທີ່ດີນັ້ນ ເຮົາເຮັດໄດ້ທຸກໂອກາດທະແນມແຕ່ຢ່າຕົວະຕົນເອງ. ຈານແຍ່ວ່າບັດ ສຄສ ຈຳນວນ 10 ເຂັ້ງທີ່ໝູ່ສົ່ງໃຫ້ນັ້ນມັນບໍ່ມີຄ່າສໍ່າ ສຄສ ທີ່ເຮົາສ້າງຂຶ້ນເອງດ້ວຍຄວາມຕັ້ງໃຈດ້ວຍແຮງສັດທາວ່າຊີວິດນີ້ເປັນຂອງປະເສີດສຸດ ແລະ ທຸກໆຄົນມີມັນພຽງຄັ້ງດຽວເທົ່ານັ້ນ.
ແຫລງຂ່າວ