Homeຂ່າວພາຍ​ໃນໂຮງ­ງານ​ຊີ­ມັງ​ຊານ​ເລີ​ລາວ​ຈະ​ເປີດ​ໃຊ້​ມໍ່ໆ​ນີ້

ໂຮງ­ງານ​ຊີ­ມັງ​ຊານ​ເລີ​ລາວ​ຈະ​ເປີດ​ໃຊ້​ມໍ່ໆ​ນີ້

Published on

   ພາຍ­ຫຼັງ​ທົດ​ລອງ​ຜະ­ລິດ​ຊີ­ມັງ ຊານ​ເລີ​ລາວ​ໃນ​ເດືອນ 10 ປີ 2015 ເຫັນວ່າ​ຄຸນ​ນະ​ພາບ​ແມ່ນ​ໄດ້​ມາດ­ຕະ­ຖານສ້າງ​ຄວາມ​ນິ­ຍົມ​ຈາກ​ຜູ້​ຊົມ­ໃຊ້​ເປັນ​ຢ່າງດີ​ດ້ວຍ​ເຫດ​ນີ້​ໂຮງ­ງານ​ຊີ­ມັງ​ຊານ​ເລີລາວ​ຈິ່ງ​ກຽມ­ພ້ອມ​ຈະ​ເປີດ​ນຳ​ໃຊ້ ແລະ ເດີນ​ເຄື່ອງ​ຜະ­ລິດ​ຢ່າງ​ເຕັມ­ທີ່​ໃນ​ມໍ່ໆ​ນີ້.

   ກອງ​ປະ­ຊຸມ​ປະ​ເມີນ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ​ສັງ­ຄົມ ແລະ​ທຳ​ມະ​ຊາດ​ຈາກໂຮງ­ງານ​ຜະ­ລິດ​ຊີ­ມັງ​ແລະ​ຂຸດ​ຄົ້ນ​ວັດ ຖຸ​ດິບ​ປ້ອນ​ໂຮງ­ງານ​ເຂດ​ບ້ານ​ຫ້ວຍ​ດົກ-ນາ​ຊ່ຳ​ເມືອງ ແລະ​ແຂວງ​ໄຊ​ຍະ​ບູ​ລີ​ຂອງບໍ­ລິ­ສັດ​ຊານ​ເລີ​ໂຮງ­ງານ​ຊີ­ມັງ​ລາວ​ຂາອອກ-ຂາ​ເຂົ້າ​ຄັ້ງ​ສຸດ​ທ້າຍຈັດ​ຂຶ້ນ​ໃນ ວັນ​ທີ 15 ມັງ­ກອນ 2016 ທີ່​ຫ້ອງ​ປະຊຸມ​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ​ໄຊ​ຍະບູ​ລີ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ຍັນ​ຍົງ ສີ​ປະ­ເສີດ ຮອງ​ເຈົ້າ​ເເຂວງ​ໄຊ​ຍະບູ​ລີ, ທ່ານ ໄຊ​ຍະ​ເວດ ວິ​ໄຊ ຫົວ­ໜ້າກົມ​ປະ​ເມີນ​ຜົນ​ຕໍ່​ສິ່ງ­ແວ­ດລ້ອມ ແລະສັງ­ຄົມ​ມີ​ຫົວ­ໜ້າ, ຮອງ​ຫົວ­ໜ້າ​ພະແນກ​ການ, ພະ­ນັກ­ງານ​ວິ­ຊາ​ການ​ທີ່​ກ່ຽວຂ້ອງ​ພ້ອມ​ດ້ວຍ​ຕາງ­ໜ້າ​ບໍ­ລິ­ສັດ​ສິ່ງແວດ​ລ້ອມ​ຍືນ​ຍົງ, ອຳ­ນາດ​ການ​ປົກຄອງ​ບ້ານ​ຫ້ວຍ​ດົກ-ນາ​ຊ່ຳ​ຜາ​ຊ້າງ​ເຂົ້າຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້​ແມ່ນ​ໄດ້​ຫາ­ລື​ກ່ຽວກັບ​ການ​ປ້ອງ​ກັນ​ກີ່ນ​ເໝັນ​ຈາກ​ໂຮງງານ​ການ​ຄວບ​ຄຸມ​ຝຸ່ນ​ລະ­ອອງ​ຈາກ​ໂຮງ ງານ, ສຽງ​ດັງການ​ສັ່ນ​ສະ­ເທືອນ​ນ້ຳ​ເປືອນ​ຈາກ​ບ່ອນ ພັກ​ເຊົາ​ຂອງ​ກຳ­ມະ­ກອນ, ພ້ອມ​ນີ້​ກໍ​ໄດ້ຕົກ­ລົງ​ເຫັນ​ດີ​ທີ່​ຈະ​ເປີດ​ນຳ​ໃຊ້​ໂຮງ­ງານ ດັ່ງ­ກ່າວ​ຢ່າງ​ເປັນ​ທາງ​ການ​ໃນ​ມໍ່ໆ​ນີ້.

ສຳ­ລັບ​ໂຮງ­ງານ​ຊີ­ມັງ​ລາວ​ຊານເລີ​ຂາ​ອອກ-ຂາ​ເຂົ້າ­ນາ​ຊ່ຳ-ຜາ​ຊ້າງ ເມືອງ ແລະ​ເເຂວງ​ໄຊ​ຍະ​ບູ​ລີ ມີ​ເນື້ອ­ທີ່ ສຳ​ປະ­ທານ​ທັງ​ໝົດ 150 ເຮັກ­ຕາ ແລະ ອາ­ຍຸ​ສຳ​ປະ­ທານ 50 ປີ ໂຮງ­ງານ​ຊີ­ມັງ ນີ້​ມີ​ກຳ­ລັງ​ການ​ຜະ­ລິດ​ປະ­ມານ 916 ໂຕນ​ຕໍ່​ວັນ ຫຼື 334,3 ພັນໂຕນ​ຕໍ່​ປີ ໂດຍ ໄດ້​ແຍກ​ເປັນ​ຊີ­ມັງ​ປັອກ​ແລນ​ປະ­ເພດ P252 ຈຳ­ນວນ 20, ພັນ ໂຕນ​ຕໍ່​ປີ, ປະ­ເພດ P425 ຈຳ­ນວນ 10, ພັນ​ໂຕນຕໍ່​ປີ ແລະ ປະ­ເພດ P325 ຈຳ­ນວນ 23, ພັນໂຕນ​ຕໍ່​ປີ ຂະ​ບວນ​ການ​ຜະ­ລິດແບບ​ແຫ້ງ​ໂດຍ​ໃຊ້​ເຊື້ອ​ເພີງ​ຕໍ່​ຫົວ​ໜ້ອຍກວ່າ​ແບບ​ອື່ນ ແລະ​ຈະ​ບໍ່​ໃຊ້​ນ້ຳ​ໃນ​ຂະບວນ​ການ​ຜະ­ລິດ​ສ່ວນ​ວັດ­ຖຸ​ໃຊ້​ປະ­ກອບ ມີ ຫີນ​ປູນ, ດິນ​ໜຽວ, ຫີນ​ກາວ, ຖ່ານຫີນ, ແຮ່​ເຫຼັກ, ດິນ­ຊາຍ ແລະ​ວັດ­ຖຸ​ດິບອື່ນໆ​ຈຳ­ນວນ​ໜຶ່ງ, ເປົ້າ​ໝາຍ​ສົ່ງ​ອອກຂາຍ​ແມ່ນ​ຢູ່​ພາຍ​ໃນ​ແຂວງ, ຕ່າງ​ແຂວງແລະ​ຕ່າງ­ປະ­ເທດ ໂດຍ​ຈະ​ສົ່ງ​ອອກຂາຍ​ມີ 3 ຂະ­ໜາດ ຂະ­ໜາດ​ສູງ​ສຸດຕົກ​ຢູ່​ໂຕນ​ລະ 6,70 ແສນ​ກີບ ແລະ ຂະໜາດ​ຕ່ຳ​ສຸດ​ໂຕນ​ລະ 6,20 ແສນ​ກີບ. ສັງ​ລວມ​ແລ້ວ​ການ​ນຳ​ໃຊ້​ພື້ນ​ທີ່​ດິນ​ຂອງໂຄງ­ການ​ກໍ່­ສ້າງ​ໂຮງ­ງານ​ຊີ­ມັງ ແລະ ເຂດ​ການ​ຂຸດ​ຄົ້ນ​ແມ່ນ​ໄດ້​ສົ່ງ​ຜົນ​ກະ­ທົບໃຫ້​ແກ່​ປະ­ຊາ­ຊົນ​ທີ່​ທຳ​ມາ​ຫາ​ກິນ ແລະ ທຳ​ການ​ຜະ­ລິດ​ໜ້ອຍ​ເຊັ່ນ: ດິນ​ປູກ​ພືດອຸດ­ສາ­ຫະ­ກຳ​ມີ 39 ຕອນ ເນື້ອ­ທີ່ 79,50 ເຮັກ­ຕາ, ດິນ​ນາ 1,20 ເຮັກ­ຕາ ແລະ​ດິນ​ປູກ​ໄມ້​ອຸດ­ສາ­ຫະ­ກຳ ແລະ​ອື່ນໆອີກ ຊຶ່ງ​ທາງ​ໂຄງ­ການ​ແມ່ນ​ໄດ້​ສົດ​ເຊີຍໄປ​ເເລ້ວ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...