Homeຂ່າວພາຍ​ໃນບໍລິສັດປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ຕັດສິນໃຈເປັນຜູ້ອຸປະຖໍາຫຼັກບານເຕະພຣີເມຍລີກ ລະດູການ 2016-2017

ບໍລິສັດປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ຕັດສິນໃຈເປັນຜູ້ອຸປະຖໍາຫຼັກບານເຕະພຣີເມຍລີກ ລະດູການ 2016-2017

Published on

ບໍລິສັດປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ໄດ້ຕັດສິນໃຈເປັນຜູ້ສະໜັບສະໜູນ ແລະ ອຸປະຖໍາຫຼັກໃຫ້ແກ່ສະໂມສອນລ້ານຊ້າງຢູໄນເຕັດ ໃນການກ້າວເຂົ້າສູ່ການແຂ່ງຂັນບານເຕະພຣີເມຍລີກ ຕະຫຼອດ 2 ລະດູການຄືໃນປີ 2016 ທີ່ຈະມີຂຶ້ນໃນທ້າຍເດືອນກຸມພານີ້ ແລະ ລະດູການປີ 2017 ເພື່ອເປັນການພັດທະນາວົງການກີລາບານເຕະກໍຄືສະໂມສອນລ້ານຊ້າງຢູໄນເຕັດ ໃຫ້ກ້າວເປັນສະໂມສອນອາຊີບລະດັບແຖວໜ້າຂອງປະເທດລາວ ແລະ ສ້າງໃຫ້ນັກເຕະມີວິໄນ ມີຈັນຍາບັນ ແລະ ຫ້າວຫັນໃນການພັດທະນາຕົນເອງໃຫ້ກ້າວສູ່ການແຂ່ງຂັນລະດັບພາກພື້ນ ແລະ ສາກົນ.

…….ພິທີເຊັນສັນຍາເປັນຜູ້ສະໜັບສະໜູນຫຼັກດັ່ງກ່າວ ໄດ້ຈັດຂຶ້ນໃນຕອນແລງວັນທີ 11 ມັງກອນ 2016 ທີ່ສະໜາມກີລາລ້ານຊ້າງຢູໄນເຕັດ ບ້ານສົມຫວັງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານຈັນທອນ ສິດທິໄຊ ຜູ້ອໍານວຍການໃຫຽ່ບໍລິສັດປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ແລະ ທ່ານ ທະຈິດ ອິນທິລາດ ປະທານບໍລິສັດອິນທາຄອບໂປເຣຊັນ ທັງເປັນປະທານສະໂມສອນລ້ານຊ້າງຢູໄນເຕັດ ມີບັນດາພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ/ພາບ: ເທບພະວົງ

ແຫ່ລງຂ່າວ

ວຈທດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...