spot_img
Homeຂ່າວການພັດທະນາເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍ ມີຄວາມຄືບໜ້າເກືອບ 29% ຄາດສໍາເລັດທ້າຍປີ 2017

ເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍ ມີຄວາມຄືບໜ້າເກືອບ 29% ຄາດສໍາເລັດທ້າຍປີ 2017

Published on

001

ຂປລ. ການຈັດ​ຕັ້ງ​ປະຕິບັດໂຄງການ ກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍມີ​ຄວາມ​ຄືບ​ໜ້າ​ເກືອບ 29% ແລະ ຄາດ​ວ່າ​ໂຄງ​ການ​ດັ່ງກ່າວ ​ຈະ​ສໍາ​ເລັດ​ສົມບູນ​ພາຍ ​ໃນ​ປີ 2017​.

ອາທິດ​ຜ່ານ​ມາ​ນີ້ ທ່ານ ວິຣະພົນ ວິຣະວົງສ໌ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ລົງ​ເຄື່ອນ​ໄຫວຢ້ຽມຢາມ ​ແລະ ກວດກາວຽກກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍ ຢູ່ພາກສະໜາມ​ ໃນ​ເມືອງ​ແກ້ວ​ອຸດົມ ​ແຂວງ​ວຽງ​ຈັນ ​ເຊິ່ງຢ້ຽມຢາມ ໂຄງການ ໃນຄັ້ງນີ້ ເພືອຕິດຕາມກວດກາສະພາບຄວາມພ້ອມ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງການກໍ່ສ້າງເຂື່ອນນໍ້າງື່ມ 1 ພາກຂະຫຍາຍ ຂອງຜູ້ພັດທະນາໂຄງການ, ການກໍ່ສ້າງຮັບປະກັນ ມີມາດຕະຖານທາງດ້ານເຕັກນີກ.

ທ່ານ ດາວວຽງ ສຸນັນທະລາດ ຮອງຫົວໜ້າໂຄງການເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍ ໄດ້ລາຍງານຕໍ່ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ​ວ່າ: ເຈົ້າຂອງໂຄງການດັ່ງກ່າວ ແມ່ນລັດວິສະຫະກິດໄຟຟ້າລາວ ເປັນຜູ້ພັດທະນາ ​ໂດຍຕາງໜ້າ ໃຫ້ລັດຖະບານລາວ ແລະ ຜູ້ຮັບເໝົາກໍ່ສ້າງ ແມ່ນບໍລິສັດ DONGFANGELECTRIC INTERNATIONAL CORPORATION, ມູນຄ່າການກໍ່ສ້າງໂຄງການ 122 ລ້ານກວ່າ​ໂດ​ລາ​ສະຫະລັດ.ການກໍ່ສ້າງໂຄງການດັ່ງກ່າວ ເລີ່ມແຕ່ວັນທີ່ 20 ທັນວາ 2014 ເປັນຕົ້ນມາ ​ເຊິ່ງຈະໃຊ້ເວລາໃນການກໍ່ສ້າງ ປະມານ 3 ປີ ຈະສໍາເລັດ ໃນວັນທີ່ 20 ທັນວາ 2017 ປະຈຸບັນຄວາມຄືບໜ້າ ຂອງວຽກກໍ່ສ້າງໂຄງການທັງໝົດ ແມ່ນປະຕິບັດໄດ້ 28.98 %.

ແນວ​ໃດ​ກໍ​ດີ ທ່ານ ຮອງ​ຫົວໜ້າ​ໂຄງການ​ດັ່ງກ່າວ​ຊີ້​ແຈງ​ວ່າ: ເພີ່ມ ​ແຫລ່ງຜະລິດພະລັງງານໄຟຟ້າ ຈາກເດີມມີ​ກໍາລັງ​ຕິດ​ຕັ້ງ 155 ​ເມກາ​ວັດ (MW) ຂຶ້ນເປັນ 235 ​ເມ​ກາວັດ (MW), ​ແຫ​ລ່ງພະລັງງານດັ່ງກ່າວ​ ຈະ​ນໍາໃຊ້​ພາຍ​ໃນ​ປະ​ເທດ ​​ແລະ ສົ່ງ​ຂາຍ​ອອກຕ່າງປະ​ເທດ ​​ເຊິ່ງຈະນໍາ​ເອົາຜົນ​ປະ​ໂຫຍ​ດ ບໍ່​ໜ້ອຍ​ເຂົ້າປະ​ເທດ​ຂອງ​ພວກ​ເຮົາ ​ໂດຍ​ສະ​ເພາະ​ ໄດ້ດຶງ​ດູດ​ເງິນຕາ​ຕ່າງປະ​ເທດ ​ເຂົ້າມາ​ພັດທະນາ​ເສດຖະກິດ​ພາຍ​ໃນ​ປະ​ເທດ ​ແລະ ​​​ເຮັດ​ໃຫ້ຫລຸດ​ພົ້ນ​ອອກ​ຈາກ​ ປະ​ເທດ​ດ້ອຍ​ການ​ພັດທະນາ​ເທື່ອ​ລະ​ກ້າວ ນອກຈາກ​ນີ້​ ຍັງ​ເປັນ​ການເສີມແຫລ່ງຜະ​ລິດພະລັງງານ​ໄຟຟ້າ ໃນ​​ໄລຍະ​ການ​ຊົມ​ໃຊ້​ໄຟຟ້າ ​ພາຍ​ໃນ​ປະ​ເທດສູງ​ສຸດ (Peak Load) ​ເພື່ອ​ຫລຸດຜ່ອນ ​ຈາກ​ການ​ນໍາ​ເຂົ້າ​ພະລັງງານ ຈາກ​ຕ່າງປະ​ເທດ;  ພວກ​ເຮົາ​ກໍ​ໄດ້​ສ້າງ​ຂົວ​ນໍ້າ​ງື່ມ​ແຫ່ງ​ໃໝ່ ​ເຊິ່ງຈະເພີ່ມ ​ຄວາມ​ສະດວກ​ສະບາຍ​​​ ໃຫ້​ແກ່ປະຊາຊົນ​ບັນດາ​ເຜົ່າສາມາດ​ນໍາ​ໃຊ້ ຂົວ​ຂ້າມ​​ແຫ່ງ​ດັ່າງກາວ​ ໄດ້​ຕະຫລອດ​ແລ້ງ ​ແລະ ຝົນ​ໄປ​ຄວບ​ຄູ່​ກັບ​ການ​ພັດທະນາ​ ເປັນ​ແຫລ່ງທ່ອງ​ທ່ຽວ​ແຫ່ງ​ໃໝ່, ການຂະຫຍາຍຕົວ​ເມືອງ​, ເປັນ​ເຂດ​ອະນຸລັກ​ພືດ​ພັນ​ປ່າ ​ແລະ ​ເປັນປ່າ​ສະຫງວນ​ຂອງ​ເມືອງ ແລະ ​​ແຂວງ​ໃນ​ອະນາຄົດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...