Homeຂ່າວຕ່າງປະເທດປະຊາຊົນທ້ອງຖິ່ນ ສົມທົບທຶນສ້າງຮູບປັ້ນ ປະທານ ເໝົາເຈີຕຸງ ຂະໜາດມະຫຶມາ ຢູ່ພາກກາງຂອງຈີນ!

ປະຊາຊົນທ້ອງຖິ່ນ ສົມທົບທຶນສ້າງຮູບປັ້ນ ປະທານ ເໝົາເຈີຕຸງ ຂະໜາດມະຫຶມາ ຢູ່ພາກກາງຂອງຈີນ!

Published on

A crane is seen next to a giant statue of Chinese late chairman Mao Zedong under construction near crop fields in a village of Tongxu county, Henan province, China, January 4, 2016. According to local villagers, several entrepreneurs spent nearly 3 million yuan (460,000 USD) to build the 36.6-metre-high statue covered in golden paint, local media reported. REUTERS/Stringer ATTENTION EDITORS - THIS PICTURE WAS PROVIDED BY A THIRD PARTY. THIS PICTURE IS DISTRIBUTED EXACTLY AS RECEIVED BY REUTERS, AS A SERVICE TO CLIENTS. CHINA OUT. NO COMMERCIAL OR EDITORIAL SALES IN CHINA. TPX IMAGES OF THE DAY      TPX IMAGES OF THE DAY
ພາບ: REUTERS/Stringer

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ມັງກອນນີ້ວ່າ ກຸ່ມຊາວກະສິກອນ ແລະ ກຸ່ມນັກທຸລະກິດ ພາຍໃນເມືອງທົງສີ ແຂວງເຫີໜັນ ທາງພາກກາງຂອງປະເທດຈີນ ໄດ້ສົມທົບທຶນຮ່ວມກັນ ກໍ່ສ້າງຮູບປັ້ນຂະໜາດມະຫຶມາຂອງ ປະທານ ເໝົາເຈີຕຸງ ຜູ່ສ້າງຕັ້ງພັກກອມມູນິດຈີນ ແລະ ຜູ່ນຳພາສະຖາປະນາ ສາທາລະນະລັດປະຊາຊົນຈີນ ຊຶ່ງຖືກສ້າງຂຶ້ນດ້ວຍຄອນກຣີດເສີມເຫລັກ ມີຄວາມສູງທັງໝົດ 36 ແມັດ ໃຊ້ເວລາກໍ່ສ້າງແຕ່ເດືອນມີນາ ເຖິງເດືອນທັນວາ 2015 ດ້ວຍງົບປະມານທັງໝົດ 3 ລ້ານຢວນ.

ທັງນີ້ ກຸ່ມປະຊາຊົນທີ່ອອກທຶນກັນສ້າງໄດ້ກ່າວວ່າ ຮູບປັ້ນປະທານ ເໝົາເຈີຕຸງ ຈະກາຍເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຊຶ່ງຈະສາມາດດຶງດູດນັກທ່ອງທ່ຽວ ເຂົ້າມາຢ້ຽມຊົມ ແລະ ສ້າງລາຍຮັບໃຫ້ແກ່ຄົນໃນທ້ອງຖິ່ນອີກດ້ວຍ.

A car is seen parked in front of a giant statue of Chinese late chairman Mao Zedong under construction near crop fields in a village of Tongxu county, Henan province, China, January 4, 2016. According to local villagers, several entrepreneurs spent nearly 3 million yuan (460,000 USD) to build the 36.6-metre-high statue covered in golden paint, local media reported. REUTERS/Stringer ATTENTION EDITORS - THIS PICTURE WAS PROVIDED BY A THIRD PARTY. THIS PICTURE IS DISTRIBUTED EXACTLY AS RECEIVED BY REUTERS, AS A SERVICE TO CLIENTS. CHINA OUT. NO COMMERCIAL OR EDITORIAL SALES IN CHINA.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...