Homeຂ່າວຕ່າງປະເທດຕຳຫລວດໄທງັດໄມ້ເດັດ ເມົາແລ້ວຂັບຍຶດລົດທັນທີ ຫລັງປີໃໝ່ຈິ່ງມາຮັບຄືນ!

ຕຳຫລວດໄທງັດໄມ້ເດັດ ເມົາແລ້ວຂັບຍຶດລົດທັນທີ ຫລັງປີໃໝ່ຈິ່ງມາຮັບຄືນ!

Published on

aHR0cDovL3BlMi5pc2Fub29rLmNvbS9ucy8wL3VkLzM4NC8xOTIyNTI2LzY2ODI4My0wMS5qcGc=

ສຳນັກຂ່າວ INN ຂອງໄທລາຍງານ ໃນວັນທີ 29 ທັນວານີ້ວ່າ ພົນໂທ ສານິດ ມະຫະຖາວອນ ຮັກສາການຜູ່ບັນຊາການ ຕຳຫລວດນະຄອນບານຂອງໄທ ໄດ້ອອກມາຖະແຫລງວ່າ ຈະມີການລະດົມກຳລັງຕຳຫລວດທຸກພື້ນທີ່ ໃນການຕັ້ງດ່ານກວດ ໄລຍະເທດສະການປີໃໝ່ສາກົນນີ້ ເພື່ອປ້ອງກັນບັນຫາອາຊະຍາກຳ ແລະ ກວດວັດແທກທາດເຫລົ້າ ປ້ອງກັນອຸບັດເຫດ ໂດຍທ່ານໄດ້ເນັ້ນວ່າ ຖ້າຫາກມີການກວດພົບ ຜູ່ໃດຫາກເມົາແລ້ວຂັບ ແມ່ນຈະດຳເນີນມາດຕະການຍຶດລົດ ແລ້ວໃຫ້ມາຮັບຄືນ ນັບຕັ້ງແຕ່ວັນທີ 5 ມັງກອນ 2016 ເປັນຕົ້ນໄປ.

ທັງນີ້ ມາດຕະການດັ່ງກ່າວ ແມ່ນເພື່ອສ້າງຄວາມປອດໄພ ໃນການເດີນທາງເທິງທ້ອງຖະໜົນ ແລະ ຖ້າຫາກພື້ນທີ່ໃດ ປ່ອຍປະລະເລີຍ ກໍຈະນຳໃຊ້ມາດຕະການ ພິຈາລະນາລົງວິໄນທາງບໍລິຫານ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...