spot_img
Homeຂ່າວທ້ອງຖິ່ນສົກແລ້ວແຂວງວຽງຈັນ ເກັບລາຍຮັບໄດ້ລື່ນແຜນກວ່າ 30% ສ່ວນໃຫຍ່ໄດ້ຈາກອາກອນ!

ສົກແລ້ວແຂວງວຽງຈັນ ເກັບລາຍຮັບໄດ້ລື່ນແຜນກວ່າ 30% ສ່ວນໃຫຍ່ໄດ້ຈາກອາກອນ!

Published on

Untitled-1 kanngeun 1

ຂປລ. ແຂວງ​ວຽງ​ຈັນ​ ​ເປັນອີກ​ແຂວງ​ໜຶ່ງ​ທີ່​ມີ​ຄວາມ​ເອົາ­ໃຈໃສ່​ໃນ​ການ​ຂຸດ ​ຄົ້ນ​ແຫລ່ງ​ລາຍ​ຮັບເຂົ້າ​ງົບ­ປະ­ມານ ​ເຊິ່ງ​ໃນ​ສົກ​ປີ­ຜ່ານ­ມາ ​ສາ­ມາດ​ປະ­ຕິ­ບັດ​ໄດ້ 207 ຕື້ກວ່າ​ກີບ ທຽບ­ໃສ່​ແຜນ­ການ​ປີ​ລື່ນແຜນ ການ​ກວ່າ 30%.

ທ່ານ ດາວ­ເຮືອງ ນັນ­ທະ​ວົງ ຫົວ­ໜ້າ​ພະ­ແນກ­ການ​ເງິນ ແຂວງວຽງ​ຈັນ​ ກ່າວ​ໃນ​ກອງ​ປະ­ຊຸມ​ເຜີຍ­ແຜ່​ແນະນຳ​ການຈັດ​ຕັ້ງ​ປະ­ຕິ­ບັດແຜນ​ພັດ­ທະ­ນາ​ ເສດ­ຖະ­ກິດ-Œສັງຄົມ ແລະ​ ແຜນ​ງົບ­ປະ­ມານ​ແຫ່ງລັດ​ສົກ​ປີ​ນີ້​ທີ່​ຈັດ​ຂຶ້ນ​ບໍ່​ດົນ​ມາ​ນີ້​ວ່າ: ການ​ຈັດ​ເກັບ​ລາຍ​ຮັບ​ເຂົ້າງົບ­ປະ­ມານ​ສົກ​ປີ 2014-2015 ຜ່ານ​ມາ​ແຂວງ​ວຽງ​ຈັນ ສາມາດປະ­ຕິ­ບັດ​ໄດ້ 207 ຕື້​ກວ່າ​ກີບ ເທົ່າກັບ 133,57% ຂອງ​ແຜນ­ການ​ປີ, ໃນ​ນີ້ ລາຍ​ຮັບ​ຈາກ​ອາ­ກອນ​ແມ່ນ ເປັນ​ຖານ​ລາຍ​ຮັບ​ໃຫຍ່ ກວມ​ເອົາເຖິງ 70% ຂອງ​ລາຍ​ຮັບ​ທັງ​ໝົດ ສາ­ມາດ​ເກັບ​ລາຍ​ຮັບ​ໄດ້ 158 ຕື້ກວ່າ​ກີບ​ເທົ່າ​ກັບ 147,36% ຂອງແຜນ­ການ, ລາຍ​ຮັບ​ຈາກ​ພາ­ສີ​ທີ່ ດິນ​ເກັບ​ໄດ້ 10 ຕື້​ກວ່າ​ກີບ ລາຍຮັບ​ຈາກ​ຊັບ​ສິນ ໄດ້​ທັງ​ໝົດ 13,43 ຕື້​ກວ່າ​ກີບ ເທົ່າ​ກັບ 102,30% ຂອງ​ແຜນ­ການ.

ສຳ­ລັບ​ລາຍ​ຮັບ​ຈາກ​ດ່ານ​ພາ­ສີ ບ້ານ​ວັງ ແລະ ​ດ່ານ​ຊະ­ນະ​ຄາມຕາມ​ແຜນ­ການ​ເກັບ 5 ຕື້​ກີບ ສາມາດ​ປະ­ຕິບັດ​ໄດ້ 5,71 ຕື້​ກວ່າ​ກີບ, ​ລາຍ​ຮັບ​ສ່ວນ​ໃຫຍ່ ​ແມ່ນ​ໄດ້ຈາກ​ການ​ນຳ​ເຂົ້າ​ນ້ຳ­ມັນ​ເຊື້ອ​ໄຟຢູ່​ດ່ານ ​ບ້ານ​ວັງ, ສ່ວນ​ທາງ​ດ້ານລາຍ​ຮັບ​ຈາກ​ຄ່າ​ບໍ­ລິ­ການ​ວິ­ຊາການ​ປະ­ຕິ­ບັດ​ໄດ້ 18,7 ຕື້​ກີບ ລາຍຮັບ​ສ່ວນ​ໃຫຍ່​ແມ່ນ​ໄດ້​ມາ​ຈາກກອງ​ທຶນ​ຢາ​ກວມ​ເອົາ 82% ຂອງລາຍ​ຮັບ​ທັງ​ໝົດ. ນອກ​ນີ້ ກໍ​ຍັງ​ມີລາຍ​ຮັບ​ຈາກ​ການ​ຄຸ້ມ​ຄອງ​ການເງິນ​ຂອງ​ລັດ​ໄດ້ 106 ລ້ານ​ກີບ ເທົ່າ​ກັບ 125,68% ຂອງ​ແຜນການ​ປີ.

ປັດຈຸ​ບັນ​ນີ້​ທົ່ວ​ແຂວງ​ມີພື້ນ­ຖານ​ວິ​ສາ​ຫະ​ກິດ 7.772 ພື້ນຖານ ໃນ​ນີ້ ​ເປັນ​ຂະ­ແໜງ­ການ​ຜະລິດ 419 ພື້ນ­ຖານ, ການ​ຄ້າ 4.426 ພື້ນ­ຖານ, ບໍ­ລິ­ການ 2.972 ພື້ນຖານ ແລະ​ມີ​ຈຳ­ນວນ​ຫົວ­ໜ່ວຍທີ່​ອອກ​ທະ­ບຽນ​ຜ່ານ​ລະ­ບົບ​ປະ­ຕູດຽວ 401 ຫົວ­ໜ່ວຍ, ອອກ​ທະບຽນ​ປົກ­ກະ­ຕິ​ຢູ່​ຂັ້ນ​ເມືອງ 7.731 ຫົວ­ໜ່ວຍ, ແຍກ​ຊັ້ນ​ທະ­ບຽນ​ລົງທຶນ​ຢູ່​ພາຍ​ໃນ​ແຂວງ​ມີ 7.703 ຫົວ­ໜ່ວຍ ແລະ​ ລົງ­ທຶນ​ຕ່າງ­ປະ­ເທດ 69 ຫົວ­ໜ່ວຍ, ຖື​ບັນ­ຊີ​ທຳ​ມະ​ດາ 432 ພື້ນ­ຖານ, ປະ­ຖົມ​ພື້ນ­ຖານ 2.363 ຫົວ­ໜ່ວຍ ແລະ​ ຖອກ​ອາກອນ​ແບບ​ມອບ​ເໝົາ 4.974 ຫົວໜ່ວຍ.

ແນວ­ໃດກໍ​ດີ ຜົນ­ງານ​ສຳ­ເລັດຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ເກັບ​ລາຍທັງ​ໝົດ​ນັ້ນ​ ທ່ານ​ຫົວ­ໜ້າພະ​ແນກ ລະ­ບຸ​ວ່າ: ແມ່ນ​ຍ້ອນ​ຄວາມ​ເອົາ­ໃຈໃສ່​ຂອງ​ພະ­ນັກ­ງານ ​ໃນ​ການ​ຄຸ້ມຄອງ, ຕິດ­ຕາມ​ການ​ເກັບ​ລາຍ​ຮັບຈາກ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງ​ແຂວງ, ເມືອງ​ແລະ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະກິດ​ທີ່​ຂຶ້ນ​ກັບ​ສູນ​ກາງ​ທີ່​ເຄື່ອນ​ໄຫວ​ຢູ່​ແຂວງ​ວຽງ​ຈັນ, ສົມ­ທົບ​ກັບ​ພາກສ່ວນ​ກ່ຽວ­ຂ້ອງ​ລົງ​ເກັບ​ກຳ​ຂໍ້​ມູນໂຄງ­ການ​ຢູ່​ພາຍ​ໃນ​ແຂວງ​ເປັນຕົ້ນ​ແມ່ນ​ໂຄງ­ການ​ສ້າງ​ເຂື່ອນ​ໄຟຟ້າ, ກໍ່­ສ້າງ​ຕາ​ຂ່າຍ​ໄຟ­ຟ້າ ແລະ ອື່ນໆ ພ້ອມ ​ນັ້ນຂັ້ນ​ເທິງ​ຍັງ​ໄດ້​ອະນຸມັດ​ງົບ­ປະ­ມານເພື່ອ​ຊຳ­ລະ​ໂຄງການ​ ກໍ່­ສ້າງພື້ນ­ຖານ​ໂຄງ​ລ່າງລວມ​ທັງ​ໂຄງ­ການ​ຂອງ​ສູນ​ກາງ​ຢູ່ພາຍ​ໃນ​ແຂວງ​ວຽງ​ ຈັນ, ການອ່ວຍ​ໜີ້​ສາມ​ແຈ ແລະ ​ ໄດ້​ມອບ​ພັນທະ​ອາ­ກອນ​ທີ່​ຕິດ​ພັນ​ກັບ​ການ​ອະ­ນຸມັດ​ໂຄງ­ການ​ຂອງ​ງົບ­ປະ­ມານ ​ຢູ່ທ້ອງ­ຖິ່ນ​ກວມ​ອັດ­ຕາ​ສູງ​ສົມ­ຄວນ.​

ຄຽງ​ຄູ່​ກັບ​ຜົນ­ສຳ­ເລັດດັ່ງກ່າວ ກໍຍັງ​ມີ​ຫລາຍ​ບັນ­ຫາ​ທີ່​ຕ້ອງ​ໄດ້ເອົາ­ໃຈ­ໃສ່​ເປັນ­ຕົ້ນ​ແມ່ນ​ຂໍ້​ມູນ​ ຖານລາຍ​ຮັບ​ຈາກ​ທີ່​ດິນ​ຍັງ​ບໍ່​ທັນ​ໄດ້ປັບ­ປຸງ​ໃຫ້​ຖືກ­ຕ້ອງ​ກັບ​ຮູບ​ການ​ ນຳ​ໃຊ້​ຕົວ​ຈິງ, ມີ​ຫລາຍ​ຕອນ​ດິນ​ໄດ້​ມີ​ການປ່ຽນ­ແປງ​ເປົ້າ​ໝາຍ​ນຳ​ໃຊ້​ທີ່​ດິນຈາກ​ປະ­ເພດ​ ໜຶ່ງ​ໄປ​ຫາ​ອີກ​ປະ­ເພດໜຶ່ງ, ການ​ເກັບ​ລາຍ​ຮັບ​ສ່ວນ​ໃຫຍ່​ຍັງ​ເກັບ​ຕາມ​ຂໍ້​ມູນ​ເກົ່າ, ອັດ­ຕາເກົ່າ ນອກ​ນັ້ນ ການ​ກຳ­ນົດ​ອັດ­ຕາ​ເຂດ​ປະ​ເມີນ​ລາ­ຄາ​ທີ່​ດິນ ຫລື ທີ່​ດິນພ້ອມ​ສິ່ງ​ປຸກ​ສ້າງ ​ເພື່ອ​ເປັນ​ພື້ນ­ຖານ​ໃນ​ການ​ຈັດ​ເກັບ​ລາຍ​ຮັບ​ອາ­ກອນລາຍ​ໄດ້​ ຈາກ​ການ​ມອບŒໂອນ​ສິດ ນຳ​ໃຊ້​ທີ່​ດິນ​ຍັງ​ບໍ່​ທັນ​ໄດ້​ກຳ­ນົດ​ລະອຽດ​ໃນ​ທົ່ວ​ແຂວງ ​ເຊິ່ງ​ຈະ​ຕ້ອງ​ໄດ້ຫາ­ລື ແລະ​ຮ່ວມ​ກັນ​ແກ້​ໄຂ​ໃນ­ຕໍ່­ໜ້າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...