spot_img
Homeຂ່າວພາຍ​ໃນລັດຖະບານວາງຄາດໝາຍປີ 2020 ຕ້ອງສູ້ຊົນໃຫ້ລາຍໄດ້ແຫ່ງຊາດ ສະເລ່ຍ 2.450 ໂດລາຕໍ່ຄົນ!

ລັດຖະບານວາງຄາດໝາຍປີ 2020 ຕ້ອງສູ້ຊົນໃຫ້ລາຍໄດ້ແຫ່ງຊາດ ສະເລ່ຍ 2.450 ໂດລາຕໍ່ຄົນ!

Published on

img_6938
(ພາບປະກອບ)

ຂປລ. ​ໃນ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ 5 ປີ ຄັ້ງ​ທີ VIII, ລັດຖະບານ ​ແຫ່ງ ສປປ ລາວ ​ໄດ້​ວາງຄາດ  ໝາຍ ການ​ຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ປະ​ເທດ​ດ້ອຍ​ພັດທະນາ ​ໂດຍ​ຈະ​ສູ້​ຊົນ​ເຮັດ​ໃຫ້​ລວມຍອດລາຍ​ໄດ້​ແຫ່ງ​ຊາດ​ຕໍ່​ຫົວ​ຄົນ ​ໃຫ້​ລື່ນ​ຄາດໝາຍ​ທີ່​ສາກົນ​ກຳນົດ​ໄວ້(ສູ​ງກວ່າ 1.574 ​ໂດ​ລາ​ສະຫະລັດຕໍ່​ຄົນ​ຕໍ່​ປີ ​ໃນ​ປີ 2018 ຫລື 1.810 ໂດ​ລາ​ສະຫະລັດ ຕໍ່​ຄົນ​ຕໍ່​ປີ ​ໃນ​ປີ 2021) ​ໃນປີ 2020 ສູ້​ຊົນ​ໃຫ້​ລາຍ​ໄດ້​ແຫ່ງ​ຊາດ​ຕໍ່​ຫົວ​ຄົນສະ​ເລ່ຍ 2.450 ໂດ​ລາ​ສະຫະລັດ, ສູ້​ຊົນ​ໃຫ້​ດັດ​ສະ​ນີໝາຍ​ດ້ານ​ຊັບ​ສິນ​ມະນຸດ​ຕ້ອງ​ສູງ​ກວ່າ 66 ​ແລະ ດັດ​ສະ​ນີຄວາມ​ບອບ​ບາງ​ທາງດ້ານ​ເສດຖະກິດ ​ໃຫ້​ບັນລຸ​ຕ່ຳ​ກວ່າ 32 ດັດ​ສະ​ນີ.

ສຳລັບ​ ຄາດໝາຍ ​ດ້ານ​ມາ​ຫາ​ພາກ ​ໃນ 5 ປີ​ຕໍ່ໜ້າ 2016-2020 ຈະ​ຕ້ອງ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ກະສິ ກຳ-ປ່າ​ໄມ້ ຕິດ​ພັນ​ກັບ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ບໍລິການ ​ໂດຍ​ຖື​ເອົາ​ຂະ​ເໜງກະສິກຳ ​ເປັນ​ພື້ນຖານ​ໃນ​ການ​ຄ້ຳປະ ກັນດ້ານ​ສະບຽງ​ອາຫານ​ໃຫ້​ໜັກ​ແໜ້ນ, ຖື​ເອົາ​ການ​ປົກປັກ​ຮັກສາ ​ແລະ ພັດທະ​ນາ​ປ່າ​ໄມ້ ​ເປັນ​ສຳຄັນ; ​ເອົາ​ຂະ​ແໜງ​ອຸດ ສາຫະກຳ ​ແລະ ບໍລິການເປັນ​ຂະ​ແໜງ​ຕົ້ນຕໍ ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ຍົກ​ສູງ​ລາຍ​ໄດ້​ຂອງ​ປະຊາຊົນ. ສ່ວນ​ຄາດໝາຍ​ດ້ານ​ເສດຖະກິດ ​ແມ່ນລວຍ​ອດຜະລິດ​ຕະພັນ​ພາຍ​ໃນ(GDP) ຂະ ຫຍາຍຕົວສະ​ເລ່ຍ ບໍ່​​ໃຫ້ຫລຸດ 7,5% ຕໍ່​ປີ, ​ໃນ​ນັ້ນ ກະສິກຳ-ປ່າ​ໄມ້ ​ເພີ່ມ​ຂຶ້ນ​ສະ​ເລ່ຍ 3,2% ກວມ 19% ຂອງ GDP, ອຸດ​ສາ​ຫະກຳ ​ເພີ່ມ​ຂຶ້ນ 9,3%, ກວມ 32% ຂອງ GDP, ການ​ບໍລິການ ​ເພີ່ມ​ຂຶ້ນ 8,9% ກວມ 41% ຂອງ GDP ​ແລະ ພາສີ​ຂາ​ເຂົ້າ​ເພີ່ມ​ຂຶ້ນ 6% ກວມ​ປະມານ 8% ຂອງ GDP, ລວມຍອດ​ຜະລິ​ດຕະພັນ​ພາຍ​ໃນ​ຕໍ່​ຫົວ​ຄົນ ​ໃຫ້​ໄດ້ 3.100 ​ໂດ​ລາ​ສະຫະລັດ ​ໃນ​ປີ 2020.

ພ້ອມ​ ກັນ​ນີ້, ຕ້ອງສູ້​ຊົນ​ໃຫ້​ມູນ​ຄ່າ​ການ​ສົ່ງ​ອອກຂະຫຍາຍຕົວ​ ສະ​ເລ່ຍ​ໃນ​ແຕ່ລະ​ປີ ຢູ່​ໃນ​ລະດັບ​ບໍ່​ຫລຸດ 15%, ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ແລະ ກຸ້ມ​ການ​ນຳ​ເຂົ້າ​ໃຫ້​ໄດ້​ຢ່າງ​ໜ້ອຍ 5 ​ເດືອນ​ຂຶ້ນ​ໄປ ​ແລະ ​ເຮັດ​ໃຫ້​​ມູນ​ຄ່າ​ການ​ຄ້າ ​ຂາ​ອອກ-ຂາ​ເຂົ້າ ​ທຽບ​ໃສ່ GDP ຫລາຍ​ກວ່າ 70%, ອັດຕາ​ເງິນ​ເຟີ້ ​ໃຫ້​ຢູ່​ໃນ​ລະດັບ​ທີ່​   ເໝາະ​ສົມ ບໍ່​ເກີນ 6%, ທັງ​ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ອັດຕາ​ແລກປ່ຽນ ​ໃຫ້​ຢູ່​ໃນ​ຂອບ​ເຂດ​ທີ່​ສາມາດ​ຄວບ​ຄຸມ​ໄດ້ ​ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...