ທີມນັກວິທະຍາສາດຈາກສູນສັງເກດການອາລ໌ມາດ ແລະ ມະຫາວິທະຍາໄລບັກກິງແຮມ ປະເທດອັງກິດ ລາຍງານການຄົ້ນພົບດາວຫາງຂະໜາດໃຫ່ຍຫລາຍຮ້ອຍດວງທີ່ບໍລິເວນວົງໂຄຈອນຮອບນອກຂອງລະບົບສຸລິຍະຕະຫລອດເວລາ 20 ທີ່ຜ່ານມາ ເປັນການບອກວ່າວັດຖຸນີ້ອາດຈະເປັນອັນຕະລາຍກັບໂລກຂອງເຮົາຫລາຍກວ່າດາວເຄາະນ້ອຍຫລືອຸກກາບາດກໍເປັນໄດ້
ດາວຫາງນີ້ ມີຊື່ວ່າ Centaurs ມີວົງໂຄຈອນທີ່ບໍ່ສະຖຽນ ມີເສັ້ນທາງການໂຄຈອນທີ່ຊັບຊ້ອນກັບດາວພະຫັດ ດາວເສົາ ດາວຍູເລນັດ ແລະ ດາວເນບຈູນ ແລະ ບໍ່ແນ່ວ່າສະໜາມແຮງໂນ້ມຖ່ວງຂອງດາວເຄາະເຫລົ່ານີ້ອາດຈະເຮັດໃຫ້ດາວຫາງດວງນີ້ຫັນເຂົ້າມາທີ່ໂລກກໍເປັນໄດ້ ໂດຍການຄົ້ນພົບນີ້ ນັກວິທະຍາສາດໄດ້ລາຍງານໃນວາລະສານວິຊາການ Astronomy and Geophysics ແລ້ວ
Centaurs ມີຂະໜາດເສັ້ນຜ່ານສູນກາງ 50 -100 ກິໂລແມັດ ຫລື ໃຫຍ່ກວ່າ ອົງປະກອບຂອງດາວຫາງນັ້ນມີມວນຫລາຍ ຊຶ່ງຫລາຍກວ່າມວນລວມຂອງອຸກກາບາດທີ່ເຄີຍຜ່ານໂລກທຸກດວງລວມກັນ ເມື່ອຄິດໄລ່ແລ້ວ ດາວຫາງດວງນີ້ມີໂອກາດເຂົ້າມາທີ່ລະບົບສຸລິຍະສ່ວນໃນນຳ ແລະ ຈະຜ່ານວົງໂຄຈອນຂອງໂລກທຸກໆ 40, 000 – 100, 000 ປີ ແລະໃນຂະນະທີ່ເຂົ້າໃກ້ໂລກ ກໍມີໂອກາດສູງທີ່ຈະແຕກອອກມາເປັນຝຸ່ນ ແລະ ຊິ້ນສ່ວນນ້ອຍໆ ເຂົ້າສູ່ລະບົບສຸລິຍະສ່ວນໃນ ກາຍເປັນເສດຊາກດາວຫາງນ້ອຍໆ ແລະ ເຮັດໃຫ້ດາວເຄາະຂອງເຮົາຫລີກລ້ຽງການຊົນບໍ່ໄດ້
ຈາກຂໍ້ມູນການຂຸດຄົ້ນສິ່ງແວດລ້ອມຂອງດາວເຄາະ ການຢຸດພັດທະນາການອາລິຍະທຳບູຮານ ແລະຄວາມຮູ້ກ່ຽວກັບລະບົບດາວເຄາະໃນບໍລິເວນອາວະກາດໃກ້ໂລກ ເຮັດໃຫ້ເຮົາຮູ້ວ່າ Centaurs ເຄີຍເຂົ້າມາໃກ້ເມື່ອ 30,000 ປີກ່ອນ ແລະ ດາວຫາງນີ້ເວລາເຂົ້າມາໃກ້ລະບົບສຸລິຍະສ່ວນໃນ ເສດຊາກກໍຈະມີຂະໜາດຕັ້ງແຕ່ເທົ່າກັບຝຸ່ນໄປຈົນເຖິງຂະໜາດເສັ້ນຜ່ານສູນກາງຫລາຍກິໂລແມັດເລີຍ
ຫລັກຖານຈາກການສຶກສາທາງສິ່ງແວດລ້ອມເຮັດໃຫ້ຮູ້ວ່າ ເມື່ອປະມານ 10,800 ແລະ 2,300 ປີກ່ອນ ຄສ ສິ່ງແວດລ້ອມເຄີຍຖືກລົບກວນຈາກດາວຫາງມາດ້ວຍເຊັ່ນກັນ ຊຶ່ງຫາກຍ້ອນກັບໄປເມື່ອ 65 ລ້ານປີກ່ອນ ການປ່ຽນແປງສິ່ງແວດລ້ອມທີ່ຮຸນແຮງຈາກດາວຫາງກໍເຮັດໃຫ້ໄດໂນເສົາສູນພັນມາແລ້ວ
ສາດສະດາຈານເນພຽຍ ນັກວິໄຈໃຫ້ຄວາມເຫັນວ່າ “ຕະຫລອດສາມສິບປີທີ່ຜ່ານມາ ເຮົາໃຊ້ຄວາມພະຍາຍາມຢ່າງຫລາຍໃນການຕິດຕາມ ແລະ ວິເຄາະຄວາມສ່ຽງທີ່ໂລກກັບດາວເຄາະນ້ອຍຈະເກີດການຊົນກັນ ງານວິໄຈຂອງເຮົາຊີ້ວ່າ ວົງໂຄຈອນຊັ້ນນອກລະດັບດາວພະຫັດ ເຮົາກໍພົບ centaurs ແລະ ຖ້າເຮົາຄິດໄລ່ຖືກ ໄລຍະປະມານນີ້ຈະກໍ່ໃຫ້ເກີດຄວາມເສຍຫາຍຮ້າຍແຮງເລີຍ ມັນເຖິງເວລາແລ້ວທີ່ເຮົາຈະຕ້ອງເຂົ້າໃຈມັນຫລາຍຂຶ້ນ”