spot_img
Homeຂ່າວການພັດທະນາຮອງນາຍົກຯ ສົມສະຫວາດ ເນັ້ນໃຫ້ກໍານົດແຜນລະອຽດ ກ່ອນລົງມືກໍ່ສ້າງ ທາງລົດໄຟລາວ-ຈີນ!

ຮອງນາຍົກຯ ສົມສະຫວາດ ເນັ້ນໃຫ້ກໍານົດແຜນລະອຽດ ກ່ອນລົງມືກໍ່ສ້າງ ທາງລົດໄຟລາວ-ຈີນ!

Published on

25.12.2015 somsavad 1

ຂປລ. ​ວັນ​ທີ 24 ທັນວາ 2015 ນີ້ ທີ່​ຫ້ອງວ່າການລັດຖະບານໄດ້ຈັດກອງປະຊຸມຄະນະຊີ້ນຳວຽກ​ງານ ໂຄງການທາງລົດໄຟ ລາວ-ຈີນ ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖ​ະມົນຕີ ຜູ້ຊີ້ນໍາວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນ, ທັງເປັນຫົວໜ້າຄະນະຊີ້ນຳໂຄງການດັ່ງກ່າວ ເຊິ່ງມີບັນດາລັດຖະມົນຕີວ່າການ, ຊ່ວຍວ່າການ, ກົມກອງທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອຳນາດການປົກຄອງທ້ອງຖິ່ນໃນ​ເຂດແລວເສັ້ນທາງ ລົດ ໄຟ ເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ, ທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານຄວາມຄືບໜ້າຂອງໂຄງການດັ່ງກ່າວ​ວ່າ:  ຜົນສຳເລັດຂອງໂຄງການທາງ ​ລົດ​ໄຟ​ລາວ​-ຈີນ ໃນໄລຍະສຶກສາຄົ້ນ ຄວ້າຮ່ວມກັບຝ່າຍຈີນ ແລະ ການກະກຽມດ້ານຕ່າງໆ ຈົນສາມາດເຊັນສັນຍາ ໃນທ້າຍເດືອນພະຈິກ 2015 ແລະ ວາງສິລາ​ເລີກໂຄງການກໍ່ສ້າງ ໃນວັນທີ 2 ທັນວາ 2015 ເຊິ່ງ​ໄດ້ເປັນຜົນງານອັນຍິ່ງໃຫຍ່ ໃຫ້ແກ່ການສະເຫລີ​ມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ, ສືບ​ຕໍ່ວຽກງານການປະມູນຈັດຊື້ ແລະ ຈັດຈ້າງໃນ​ໄລຍະທີ 6 ແຕ່ແຂວງວຽງຈັນ ຫາ ນະຄອນຫລວງວຽງຈັນ ໂດຍປະຕິບັດຕາມບົດຮຽນຂອງສາກົນ ທີ່ລະບຸໄວ້ໃນສັນຍາຂອງສອງຝ່າຍ. ສຸດ​ທ້າຍສາມາດປະມູນ ໄດ້​ໂດຍບໍລິສັດ ກໍ່ສ້າງທາງລົດໄຟຈີນ ເລກ 2 ເປັນຜູ້ຮັບເໝົາກໍ່ສ້າງ ແລະ ບໍລິສັດທີ່ປຶກສາ ແມ່ນບໍລິສັດທີ່ປຶກສາກໍ່ສ້າງທາງລົດໄຟ ເກຣດວອນ ເຮີນານ. ພ້ອມດຽວກັນນີ້ ຍັງໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນໃນບາງບັນຫາ ເພື່ອຊຸກຍູ້ເຮັດໃຫ້ ການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າ ປະສົບຜົນສຳເລັດຕາມຄາດໝາຍ.
ໃນໂອກາດດັ່ງກ່າວ, ທ່ານສົມ​ ສະຫວາດ ​ເລັ່ງສະຫວັດ ຍັງໄດ້ເນັ້ນບາງບັນຫາ ທີ່ຕ້ອງພ້ອມກັນເອົາໃຈໃສ່ ​ໃຫ້ສົມທົບກັບ ອໍານາດການປົກຄອງທ້ອງຖິ່ນ ພາຍໃນນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ທີ່ຢູ່ໃນແລວທາງໄລຍະທີ 6 ເພື່ອສືບຕໍ່ເຮັດວຽກງານ ການເມືອງແນວຄິດ ແລະ ໂຄສະນາ ໃຫ້ປະຊາຊົນເຂົ້າໃຈ ເຖິງຄວາມສຳຄັນຂອງໂຄງການ, ເພື່ອຮັບປະກັນ ເຮັດໃຫ້ການປັກຫລັກໝາຍຕາມແລວທາງ ປະສົບຜົນສຳເລັດຕາມແຜນການ; ຮ່ວມກັບຝ່າຍຈີນ ເພື່ອກຳນົດແຈ້ງ ກ່ຽວກັບໜ້າວຽກທີ່ຈະໃຫ້ບໍລິສັດລູກຮັບຜິດຊອບ ພ້ອມທັງຈັດ ການຝຶກອົບຮົມ ແລະ ແນະນຳແກ່ບັນດາບໍລິສັດຂອງລາວ ໃຫ້ມີຄວາມພ້ອມ​ຫລາຍ​ຂຶ້ນ, ເອົາໃຈໃສ່ໃນການຈັດຕັ້ງ ບໍລິສັດຮ່ວມທຶນ ແລະ ອຳນວຍຄວາມສະດວກໃຫ້ແກ່ຝ່າຍຈີນ ທີ່ຈະເຂົ້າມາ ດຳເນີນໂຄງການກໍ່ສ້າງດັ່ງກ່າວ ລວມເຖິງການຊຳລະສະສາງ ດ້ານເງິນຕາຂອງສອງປະເທດ, ເອົາໃຈໃສ່ວຽກງານງົບປະມານ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິ ບັດໂຄງການ. ນອກຈາກນີ້, ກໍໃຫ້ສົມທົບກັບຝ່າຍຈີນ ເພື່ອກຳນົດຄວາມຕ້ອງການ ດ້ານສະບຽງອາຫານໃຫ້ພຽງພໍ ແລະ ວາງແຜນກຳນົດແຫລ່ງຜະລິດສະບຽງອາຫານ, ຄວາມຕ້ອງການດ້ານແຮງງານຂອງລາວ ທີ່ສາມາດເຮັດໄດ້ ແລະ ຈັດຝຶກອົບຮົມ ເພື່ອກະກຽມດ້ານແຮງງານຂອງລາວໄວ້ແຕ່ຫົວທີ ແລະ ສຸມໃສ່ວຽກງານເກັບກູ້ລະ ເບີດຕາມແລວທາງ ໃຫ້ສຳເລັດໂດຍໄວ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...