spot_img
Homeຂ່າວພາຍ​ໃນອົງການກວດສອບ ພົບລາຍຮັບເກືອບ 750 ຕື້ກີບ ທີ່ບັນດາກະຊວງ-ແຂວງຕ່າງໆ ບໍ່ມອບເຂົ້າງົບປະມານ!

ອົງການກວດສອບ ພົບລາຍຮັບເກືອບ 750 ຕື້ກີບ ທີ່ບັນດາກະຊວງ-ແຂວງຕ່າງໆ ບໍ່ມອບເຂົ້າງົບປະມານ!

Published on

DSC_9605 viengthong 1

ຂປລ. ອົງການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບ ບົດສະຫລຸບຕົວເລກຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ໃນສົກປີ 2013-2014 ຂອງຫົວໜ່ວຍງົບປະມານ, ທະນາຄານ, ໂຄງການ ແລະ ວິສາຫະກິດ ໃນສົກປີດັ່ງກ່າວໄດ້ຈຳນວນ 116 ຫົວໜ່ວຍ, ໃນນັ້ນ ດ້ານລາຍຮັບ ໄດ້ກວດສອບເຫັນເພີ່ມ ລາຍຮັບສ່ວຍສາອາກອນ, ລາຍຮັບຊັບສິນຂອງລັດ, ເງິນຂາຍໄມ້, ເງິນລະດົມ, ຄັງພັດທະນາແຂວງ, ຫັນຊັບສິນເປັນທຶນ, ລາຍຮັບ ຈາກການປ່ອຍເງິນກູ້ ແລະ ອື່ນໆ ຈຳນວນ 749,22 ຕື້ກີບ ເຊິ່ງບັນດາກະຊວງ, ແຂວງເກັບ​ໄດ້ແລ້ວ ແຕ່ບໍ່ມອບເຂົ້າງົບປະມານ ແລະ ໄດ້ນຳໃຊ້ເຂົ້າໃນວຽກງານບໍລິຫານ, ຈ່າຍຊຳລະໜີ້ສິນໂຄງການລົງທຶນ, ຮັກສາໄວ້ໃນຄັງເງິນສົດ, ຝາກໄວ້ຢູ່ໃນທະນາຄານ ແລະ ໃຫ້ບໍລິສັດຢືມ.

ທ່ານ ດຣ. ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານໃຫ້ຮູ້ ໃນວາລະດຳ ເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ວັນທີ 24 ທັນວາ 2015, ​ໂດຍ​ກ່າວ​ວ່າ: ໄດ້ກວດສອບເຫັນ ເງິນເກີນແຜນທ້ອງຖິ່ນ ຈຳນວນ 206,45 ຕື້ກີບ ທີ່ໄດ້ສະຫລຸບ ເປັນລາຍຮັບ ສົກປີ 2012-2013 ແລະ ໃນສົກປີ 2013-2014 ກະຊວງການເງິນ ໄດ້ນຳມາຈົດເປັນລາຍຮັບງົບປະມານແຫ່ງລັດອີກ ເຊິ່ງເຫັນວ່າເປັນການເອົາຕົວເລກດັ່ງກ່າວ​ ເຂົ້າແຜນຊ້ຳຊ້ອນ; ກວດເຫັນຍອດເຫລືອບັນຊີເງິນຝາກ ອົງການບໍລິຫານວິຊາການ ຢູ່ຄັງເງິນແຫ່ງຊາດປະຈຳສູນກາງ ແລະ ຄັງເງິນປະຈຳແຂວງ ຈຳນວນ 443,26 ຕື້ກີບ; ກວດສອບເຫັນການຍົກເວັ້ນ, ຫລຸດຜ່ອນພາສີ-ອາກອນ ປະເພດນ້ຳມັນເຊື້ອໄຟ, ພາຫະນະ ແລະ ຄ່າຊັກພິເສດໄມ້ຂາອອກ ຈຳນວນ 2.083,37 ຕື້ກີບ ເຊິ່ງຂະແໜງກ່ຽວຂ້ອງ ບໍ່​ໄດ້ສະຫລຸບບັນຊີແຍກລະອຽດ ລະຫວ່າງ ການຍົກເວັ້ນທີ່ຖືກຕ້ອງ ກັບການຍົກເວັ້ນທີ່ບໍ່ສອດຄ່ອງກັບ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ; ກວດເຫັນການອະນຸມັດໃຫ້ເຊົ່າ ແລະ ສຳປະທານທີ່ດິນລັດ ທີ່ສູນກາງຄຸ້ມຄອງ ໃນເນື້ອທີ່ 23.870 ເຮັກຕາ ມູນຄ່າເກັບຕາມສັນຍາ ຈຳນວນ 251.195 ໂດລາສະຫະລັດຕໍ່ປີ ແລະ ໄດ້ກວດສອບເຫັນການຫັນຊັບສິນ ຂອງລັດເປັນທຶນ ຈຳນວນ 52,88 ຕື້ກີບ ເພື່ອຊຳລະ ໃນໂຄງການກໍ່ສ້າງຕຶກອາຄານ ທີ່ມີມູນຄ່າຕາມສັນຍາ 132,50 ຕື້ກີບ ເຊິ່ງເງິນຈຳນວນ 79,62 ຕື້ກີບ ແມ່ນໄດ້ເອົາເຂົ້າແຜນສະພາແຫ່ງຊາດຮັບຮອງ ແລະ ຈົດທະບຽນສັນຍາຮັບເໝົາກໍ່ສ້າງ. ສ່ວນເງິນທີ່ໄດ້ຫັນເປັນທຶນ ແມ່ນບໍ່ໄດ້ຈົດເຂົ້າເປັນລາຍຮັບ ເພື່ອຈັດສັນເຂົ້າລາຍຈ່າຍຕາມສັນຍາ ເພື່ອໃຫ້ສອດຄ່ອງກັບມາດຕາ 22 ແລະ 23 ຂອງກົດໝາຍ ວ່າດ້ວຍຊັບສິນຂອງລັດ.

ຄຽງ​ຄູ່ກັນນີ້, ອົງການກວດສອບແຫ່ງລັດ ຍັງໄດ້ກວດເຫັນການສັງລວມບັນຊີໜີ້ຄ້າງມອບ ຈາກຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ ເຊິ່ງສ່ວຍສາອາກອນ ບໍ່ໄດ້ຕິດຕາມ, ກວດກາຄືນ ແລະ ໄລ່ລຽງໃນການຈັດຊັ້ນປະເພດໜີ້ສິນ, ການຂຶ້ນທະບຽນວິສາຫະກິດ, ວິສາຫະກິດທີ່ຍັງສືບຕໍ່ເຄື່ອນໄຫວທຸລະກິດ, ວິສາຫະກິດ ທີ່ລົ້ມລະລາຍ, ຢຸດເຊົາການເຄື່ອນໄຫວທຸລະກິດ ຕາມກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ກວດສອບເຫັນການລະເມີດຕໍ່ກັບ ລະບຽບກົດໝາຍການຄຸ້ມຄອງເງິນ ຈາກການຂາຍໄມ້ໂຄຕາ, ໄມ້ແຂວງອະນຸມັດ, ໄມ້ຢຶດ, ໄມ້ຜ່ານໄປປະເທດທີ 3  ແລະ ໄມ້ເຄື່ອນຍ້າຍ ລະຫວ່າງແຂວງ ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...