spot_img
Homeຂ່າວພາຍ​ໃນຜູ່ວ່າການທະນາຄານກາງເຜີຍ ປັບຫລຸດດອກເບ້ຍທະນາຄານທະລຸກິດ ໄດ້ຮັບຜົນດີເປັນລຳດັບ!

ຜູ່ວ່າການທະນາຄານກາງເຜີຍ ປັບຫລຸດດອກເບ້ຍທະນາຄານທະລຸກິດ ໄດ້ຮັບຜົນດີເປັນລຳດັບ!

Published on

bank

​ໃນ​ຕອນ​ບ່າຍວັນ​ທີ 23 ທັນວາ​ນີ້, ທ່ານ​ຜູ້​ວ່າການ​ທະນາຄານ​ ​ແຫ່ງ ສປປ ລາວ ສົມ​ພາວ ​ໄຟ​ສິດ ​ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ການຈັດ​ຕັ້ງ​ປະຕິບັດ​ການ​ປັບ​ຫລຸດ​ອັດຕາ​ດອກ​ ເບ້ຍ​ທະນາຄານຕໍ່​ກອງ​ປະຊຸມ​ ສະ​ໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VII ວ່າ: ນັບ​ແຕ່ປິ 1995 ​ເປັນ​ຕົ້ນ​ມາ, ທະນາ ຄານ​ແຫ່ງ ສປປ ລາວ ​ໄດ້​ຍົກ​ເລີກ​ການ​ກຳນົດ​​ເພດານ​ອັດຕາ​ດອກ​ເບ້ຍ ​ແລະ ອະນຸຍາດ​ໃຫ້​ທະນາຄານ​ທຸລະ​ກິດ ກໍ​ານົດອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ​ເງິນ​ກູ້​ຂອງ​ຕົນ​ຕາມ​ກົນ​ໄກ​ຕະຫລາດ ​ແຕ່​ເຫັນ​ວ່າ ບັນດາ​ທະນາຄານ​ທຸລະ​ກິດ ​ໄດ້​ກຳນົດ​ອັດຕາ​ດອກ​ເບ້ຍ​ດັ່ງກ່າວ​ນັ້ນ ບໍ່​​ໄປ​ຕາມ​ກົນ​ໄກ​ຕະຫລາດ​ທີ່​ແທ້​ຈິງ​ເທົ່າ​ທີ່​ຄວນ. ຊຶ່ງ​ສະ​ແດງ​ອອກ​ໃນ ​ຊຸມ​ປີຜ່ານມາ ຫລາຍທະນາຄານ​ທຸລະ​ກິດ ຍັງ​ກຳນົດ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ​ເງິນ​ກູ້​ຂອງ​ຕົນ​ສູງ​ຢູ່ ຊຶ່ງ​ບໍ່​ສອດຄ່ອງກັບ​ນະ​ໂຍບາຍ​ຂອງ​ລັດຖະບານ​ຕາມ​ທິດ​ສົ່ງ​ເສີມ, ດັ່ງ​ນັ້ນ ​ເພື່ອ​ປະຕິບັດ​ຕາມ​ກົນ​ໄກ​ຕະຫລາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ໃນ​ໄລຍະ​​ໃໝ່​ຂອງ​ປະ​ເທດ​ເຮົາ ​ໃນ​ການ​ກະ​ຕຸ້ນ​ເສດຖະກິດ​ໃຫ້​ຂະຫຍາຍຕົວ ທັງ​ຮັບປະກັນ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທັງ​ຜູ້​ຝາກ ​ແລະ ຜູ້​ກູ້​ຢືມ, ທະນາຄານ​ແຫ່ງ ສປປ ລາວ ຈຶ່ງ​ໄດ້​ຄົ້ນຄວ້າ​ ການ​ກຳນົດ​ອັດຕາ​ດອກ​ເບ້ຍ​ ຂອງ​ທະນາຄານ​ທຸລະ​ກິດ ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ​ໂດຍ​ໄດ້​​ເກັບ​ກຳ​ເອົາ​ຂໍ້​ມູນ​ສະຖິຕິ, ສົມ​ທຽບ​ທາງ​ທິດ​ສະ​ດີ ​ແລະ ພຶດ​ຕິ​ກຳ​ຕົວ​ຈິງ ​ເພື່ອຊອກ​ຫາ​ປັດ​ໃຈ​ຕ່າງໆ​ທັງ​ໃນ​ຕົວ ​ແລະ ນອກ​ຕົວ ທີ່​ເຮັດ​ໃຫ້​ດອກ​ເບ້ຍ​ເງິນ​ກູ້​ສະກຸນ​ເງິນ​ກີບ​ສູງ ​ແລະ ​ເພື່ອ​ເປັນ​ແນວທາງ​ ໃຫ້​ທະນາຄານ​ທຸລະ​ກິດ​ກຳນົດ​ອັດຕາ​ດອກ​ເບ້ຍ​ຂອງ​ຕົນ​ ໄປ​ຕາມ​ກົນ​ໄກ​ຕະຫລາດ​ທີ່​ແທ້​ຈິງ.

ຜ່ານ​ການ​ຄົ້ນຄວ້າ​ຊອກ​ຫາ​ສາ​ເຫດ​ ຢ່າງ​ສົມ​ເຫດ​ສົມ​ຜົນ ທະນາຄານ​ແຫ່ງ ສປປ ລາວ ກໍ​ໄດ້​ນຳ​ສະ​ເໜີ​ຜ່ານ​ກອງ​ປະຊຸມ​ກັບ​ບັນດາ​ທະນາຄານ​ທຸລະ​ກິດ, ສະມາຄົມ​ທະນາຄານ​ທຸລະ​ກິດ ​ເພື່ອ​ປະກອບ​ຄຳ​ເຫັນ​ຕໍ່​ຜົນ​ການ​ຄົ້ນຄວ້າ​ດັ່ງກ່າວ, ຈຶ່ງ​ເຮັດ​ໃຫ້​ບົດ​ຄົ້ນຄວ້າ​ນັ້ນ ​ໄດ້​ຖືກ​ຮັບຮອງ​ຢູ່​ ກອງ​ປະຊຸມ​ສະພາ​ບໍລິຫານ​ທະນາຄານ​ແຫ່ງ ສປປ ລາວ ສະ​ໄໝ​ສາມັນ ຄັ້ງ​ທີ 1 ປະຈຳ​ປີ 2015 ຄັ້ງ​ວັນ​ທີ 16 ກໍລະກົດ 2015, ດັ່ງ​ນັ້ນ ​ເລີ່​ມ​ແຕ່​ເດືອນ ສິງຫາ 2015 ​ທະນາຄານ​ແຫ່ງ ສປປ ລາວ ​ໄດ້​ນຳ​ໃຊ້​ກົນ​ໄກ​ກຳນົດ​ອັດຕາ​ດອກ​ເບ້ຍ​​ເຊັ່ນ: ປັບ​ຫລຸດ​ອັດຕາ​ດອກ​ເບ້ຍ​ພື້ນຖານ​ຂອງ​ທະນາຄານ​ແຫ່ງ ສປປ ລາວ ຈາກ 5% ມາ​ເປັນ 4,5%, ຄຸ້ມ​ຄອງ​ການ​ກຳນົດ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ​ເປັນ​ອັດຕາ​ບວກ ດ້ວຍ​ການ​ຖື​ເອົາ​ອັດຕາ​ເງິນ​ເຟີ້​ສະ​ເລ່ຍຂອງ​ປີຜ່ານມາ +2% ​ແລະ ປະຕິ​ບັດ ກອບ​ສ່ວນ​ຕ່າງໆ ລະຫວ່າງ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ​ເງິນ​ກູ້​ສະ​ເລ່ຍຖ່ວງ​ນ້ຳໜັກ​ຂອງ​ທະນາຄານ​ທຸລະ​ກິດ​ບໍ່​ເກີນ 4%. ຈາກ ​ການ​ປະຕິບັດ​ມາດຕະຖານ​ດັ່ງກ່າວ ​​ເຖິງ​ວ່າ​ຈະ​ເປັນ​​ໄລຍະ​ສັ້ນ ​ແຕ່​ກໍ​ເຫັນ​ວ່າ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ​ເງິນ​ກູ້​ຂອງ​ທະນາຄານ​ທຸລະ​ກິດ​ຫລຸດ​ລົງຢ່າງ​ຊັດ​ເຈນ​ເປັນ​ຕົ້ນ ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ສະກຸນ​ເງິນ​ກີບ​ຫລຸດ​ລົງ​ຈາກ 10%ຕໍ່​ປີ ​ໃນ​ທ້າຍ​ປີ 2014 ມາ​ເປັນ 7,7% ຕໍ່​ປີ ​ໃນ​ເດືອນພະຈິກ 2015, ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ສະກຸນ​ເງິນ​ກີບ ​ໄລຍະ​ສັ້ນ ຫລຸດ​ລົງຈາກ 12,7% ຕໍ່​ປີ ​ເປັນ 10,5% ຕໍ່​ປີ ​ໄລຍະ​ຍາວ​ຫລຸດ​ລົງ​ຈາກ 13,3%ຕໍ່​ປີ ມາ​ເປັນ 11,8%ຕໍ່​ປີ, ​ໃນ​ນັ້ນ ກຸ່ມ​ທະນາຄານ​ທຸລະ​ກິ​ດລັດ​ຢູ່​ໃນ​ລະດັບ​ຕ່ຳ​ກວ່າ​ໝູ່ ສະ​ເລ່ຍ 11%, ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ສະກຸນ​ເງິນຕາ​ຕ່າງປະ​ເທດ ກໍ​ຫລຸດ​ລົງ: ​ເງິນ​ກູ້​ໄລຍະ​ສັ້ນ ຫລຸດ​ລົງ​ຈາກ 9,6%ຕໍ່​ປີ ມາ​ເປັນ 8%ຕໍ່​ປີ ​ແລະ ​ໄລຍະ​ຍາວ​ຫລຸດ​ລົງ​ຈາກ 10,5%ຕໍ່​ປີ ​ມາ​ເປັນ 9,7%ຕໍ່​ປີ, ສ່ວນ​ເງິນ​ຝາກ​ແມ່ນ​ຢູ່​​ໃນ​ລະດັບ​ເກົ່າ ສະ​ເລ່ຍ 5%ຕໍ່​ປີ, ການ​ລະດົມ​ທຶນ​ຂອງ​ທະນາຄານ​ທຸລະ​ກິດ​ຍັງ​ປົກກະຕິ, ​ເພີ່ມ​ຂຶ້ນ​ສະ​ເລ່ຍ 1,5%ຕໍ່​ເດືອນ, ຂະນະ​ດຽວ​ກັນ ສັງຄົມ​ຍັງ​ມີ​ຄວາມ​ເຊື່ອມ​ໝັ້ນ​ຕໍ່​ເງິນ​ກີບ, ​ເຊິ່ງສະ​ແດງ​ອອກ​ເງິນ​ຝາກ​ເປັນ​ເງິນ​ກີບ​ກວມ​ເອົາ 51% ຂອງ​ເງິນ​ຝາກ​ທັງ​ໝົດ, ສິນ​ເຊື່ອຂອງ​ທະນາຄານ​ທຸລະ​ກິດ ​ເພີ່ມ​ຂຶ້ນ​ສະ​ເລ່ຍ 4,1%ຕໍ່​ເດືອນ, ​ໃນ​ນັ້ນ ຈັງຫວະ​ການ​ເພີ່ມ​ຂຶ້ນ​ຂອງ​ສິນ​ເຊື່ອ​ສະກຸນ​ເງິນ​ກີບ​ໄວ​ກວ່າ​ແຕ່​ກ່ອນ ສະ​ເລ່ຍ 1,6%ຕໍ່​ເດືອນ ການ​ປະກອບສ່ວນ​ຂອງ​ສິນ​ເຊື່ອມ ກໍ​ຍັງ​ຖືກຕ້ອງ​ຕາມ​ທ່າ​ແຮງ​ຂອງ​ເສດຖະກິດ, ​ໂດຍ​ລວມ​ແລ້ວ ​ເຫັນ​ວ່າ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ​ເງິນ​ກູ້​ຫລຸດ​ລົງ ​ໂດຍ​ສະ​ເພາະ​ເງິນ​ກີບ, ການ​ລະດົມ​ທຶນ​ຂອງ​ລະ​ບົບທະນາຄານ​ຍັງ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ. ນອກຈາກ​ນີ້ ທະນາຄານ ​ແຫ່ງ ສປປ ລາວ ຈະ​ສືບ​ຕໍ່​ຕິດຕາມ​ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ອັດຕາ​ດອກ​ເບ້ຍ​ຂອງ​ ທະນາຄານ​ທຸລະ​ກິດ​ຢ່າງ​ໃກ້ຊິດ ​ແລະ ດັດ​ປັບ​ບາງ​ບັນດາ​ມາດ​ຕະການ​ໃຫ້​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈິງ ​ແລະ ມີ​ນະ​ໂຍບາຍ​ທີ່​ສອດຄ່ອງ ​ເພື່ອ​ກ້າວ​ໄປ​ສູ່ອັດຕາ​ດອກ​ເບ້ຍ​ຖືກ​ກຳນົດ​ຕາມ​ກົນ​ໄກ​ຕະຫລາດ ​ແລະ ມີ​ການ​ຄຸ້ມ​ຄອງ​ທີ່​ເໝາະ​ສົມອີ​ກດ້ວຍ.

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...