spot_img
Homeຂ່າວພາຍ​ໃນປູກຜັກປອດສານພິດ ພາຊີວິດຄອບຄົວມີລາຍຮັບ

ປູກຜັກປອດສານພິດ ພາຊີວິດຄອບຄົວມີລາຍຮັບ

Published on

5-1

ການປະກອບອາຊີບ ເປັນສິ່ງຈຳເປັນສຳລັບໝົດທຸກ ຄົນເພື່ອລ້ຽງຕົນເອງ ແລະ ຄອບ ຄົວແຕ່ບໍ່ວ່າທ່ານຈະເຮັດອາ ຊີບໃດໆກໍຕາມຕ້ອງເປັນອາ ຊີບທີ່ສຸດຈະລິດ, ຕ້ອງມີຄວາມ ມັກຮັກໃນອາຊີບ ແລະ ຕ້ອງມີຄວາມດຸໝັ່ນຂະຫຍັນພຽນຈຶ່ງ ຈະເຮັດໃຫ້ອາຊີບນັ້ນມີຜົນສຳເລັດ ໄດ້ດັ່ງຄອບຄົວຂອງ ທ່ານ ສົມພານ ສົມພໍ  ປະທານກຸ່ມຜະລິດກະສິກຳສະອາດ ບ້ານແອກຊ້າງເມືອງໂພນໂຮງ ແຂວງວຽງຈັນ ໃນໂຄງການພັດທະນາກະສິ ກຳສະອາດໂພນສູງທີ່ໄດ້ຢຶດຖື ເອົາອາຊີບປູກຜັກປອດສານ ພິດຂາຍສ້າງລາຍຮັບໃຫ້ຄອບ ຄົວປະມານ 30 ລ້ານກວ່າກີບ/ປີ,  ນອກນີ້ຍັງມີລາຍຮັບຈາກການຂາຍເຂົ້າ, ຂາຍສັດລ້ຽງ ຕື່ມອີກຈຳນວນໜຶ່ງ.
ທ່ານ ສົມພານ ສົມພໍ ໄດ້ເລົ່າສູ່ຟັງວ່າ: ໃນຄອບຄົວຂອງທ່ານມີສະມາຊິກ 4 ຄົນ, ແຮງງານຫຼັກ 2 ຄົນ (ຜົວ ແລະ ເມຍ) ໄດ້ຢຶດຖືອາຊີບເຮັດກະສິ ກຳມາແຕ່ປີ 1994 ເປັນຕົ້ນ ມາດ້ວຍການປູກພືດຊະ ນິດ ຕ່າງໆເຊັ່ນ: ໝາກຖົ່ວຝັກຍາວ, ໝາກໂມ, ເຂົ້າ ແລະ ອື່ນໆດ້ວຍ ວິທີດັ້ງເດີມປະຖົມປະຖານ, ໃຊ້ປຸ໋ຍເຄມີ ແລະ ຢາຂ້າແມງ ໄມ້ ຊຶ່ງສົ່ງຜົນເສຍຕໍ່ສຸຂະພາບ ຂອງຕົນ ແລະ ຄົນ ໃນຄອບ ຄົວ. ຕໍ່ມາໃນປີ 2007 ໄດ້ມີ ໂຄງການພັດທະນາກະສິກຳ ສະອາດໂພນສູງເຂົ້າມາໄດ້ ສົ່ງເສີມໃຫ້ປະຊາຊົນທີ່ເຮັດ ກະສິກຳແບບໃຊ້ສານເຄມີ ຫັນ ມາເຮັດກະສິກຳສະອາດບໍ່ໃຊ້ ສານເຄມີດ້ວຍການນຳໃຊ້ຝຸ່ນ ຄອກ, ຝຸ່ນບົ່ມທີ່ມີສ່ວນປະສົມ ຂອງ (ແກບແຫ້ງ, ແກບເຜົາ, ຂີ້ສັດ, ຮຳອ່ອນ, ກາກນ້ຳຕານ ແລະ ນ້ຳສະກັດຊີວະພາບ) ແລະ ປູກໃນເຮືອນຮົ່ມ ຊຶ່ງທ່ານກໍ ແມ່ນຄົນໜຶ່ງທີ່ໄດ້ເຂົ້າຮ່ວມໃນ ໂຄງການ ດັ່ງກ່າວ. ທຳອິດທາງ ໂຄງການໄດ້ຝຶກອົບຮົມເຕັກ ນິກວິທີເຮັດໃຫ້ສະໜອງທຶນ, ແນວພັນ, ອຸປະກອນຈຳນວນ ໜຶ່ງໃຫ້  ພ້ອມທັງສົ່ງວິຊາການ ລົງໃຫ້ຄຳປຶກສາ ແລະ ຕິດ ຕາມຈົນກວ່າຈະສາມາດເຮັດ ເອງໄດ້. ທ່ານ ສົມພານ ບອກວ່າທ່ານໄດ້ທົດລອງເຮັດໃນ ໄລຍະສາມເດືອນເຫັນວ່າໄດ້ ຮັບຜົນດີສົມຄວນ ເມື່ອເຫັນວ່າໄດ້ຜົນດີຄືແນວນັ້ນທ່ານ ຈຶ່ງຕັດສິນໃຈເຮັດແບບຈິງໆຈັງໆດ້ວຍການນຳໃຊ້ ທຶນຕົນ ເອງຊື້ອຸປະກອນມາເຮັດເຮືອນ ປູກຜັກຈຳນວນ 4 ຫຼັງນ້ອຍ (ແບບບໍ່ຖາວອນ) ຊື້ແນວພັນ ເປັນຕົ້ນ: ຜັກກາດນາ, ຜັກສະ ຫຼັດ, ຜັກຫົມ, ຫອມປ້ອມ, ຫອມ ຊີ ແລະ ອື່ນໆສະເລ່ຍເປັນເງິນ ປະມານ 4-5 ແສນກີບຕໍ່ 1 ເຮືອນຮົ່ມ, ເຮັດໄປໄລຍະໃດ ໜຶ່ງເຫັນວ່າຕະຫຼາດມີຄວາມ ຕ້ອງການຜັກປອດສານພິດສູງ ເພື່ອສາມາດປູກຜັກໄດ້ຫຼາຍ ຂາຍສົ່ງລູກຄ້າທັນຕາມຄວາມ ຕ້ອງການໃນປີ 2014 ທ່ານ ຈິ່ງຕັດສິນໃຈເຮັດເຮືອນຮົ່ມ ໃໝ່ແບບຖາວອນກຸ້ມໄດ້ຫຼາຍ ປີພ້ອມນຳໃຊ້ດາງຂຽວອ້ອມ ຮອບຂ້າງເຮືອນຮົ່ມເພື່ອກັນ ແມງໄມ້ມາທຳລາຍມາຮອດ ປະຈຸບັນທ່ານ ສົມພານ ມີເຮືອນ ຮົ່ມຫຼັງ ໃໝ່ຈຳນວນ 4 ຫຼັງ ແລະ 2 ຫຼັງນ້ອຍສາມາດປູກ ຜັກສົ່ງລູກຄ້າໄດ້ພຽງພໍຕາມ ຄວາມຕ້ອງການຂອງລູກຄ້າ ສາມາດປູກໄດ້ທັງລະດູແລ້ງ ແລະ ຝົນຜັກທີ່ເລືອກປູກຫຼາຍ ກວ່າໝູ່ໃນປະຈຸບັນມີ: ຜັກ ຫົມ, ຫອມປ້ອນ, ຜັກສະຫຼັດແຕ່ທີ່ໄດ້ລາຄາດີ ແລະ ມີອາຍຸສັ້ນແມ່ນຜັກຫົມເພາະຫຼັງປູກ 14-15 ວັນສາມາດເກັບອອກຂາຍໄດ້ລາຄາ 40-50 ພັນກີບຕໍ່ໜຶ່ງໝື່ນ (ລາຄາໃນລະດູຝົນ) ສະເລ່ຍລາຍຮັບ (100.000 ກີບຕໍ່ 3 ມື້) ສະແດງວ່າ 1 ປີໃດຄອບຄົວຂອງທ່ານຈະມີ ລາຍຮັບຈາກການຂາຍຜັກສະ ເລ່ຍ 30 ລ້ານກວ່າກີບຕໍ່ປີນອກ ນີ້ລາຍຮັບຂາຍເຂົ້າ, ຂາຍສັດ ລ້ຽງ ແລະ ລາຍຮັບອື່ນໆປີລະ 10 ລ້ານກວ່າກີບ.
ທ່ານບອກອີກວ່າ: ຢາກໃຫ້ຜູ້ບໍລິໂພກທັງຫຼາຍຫັນມາບໍລິໂພກຜັກປອດສານພິດໃຫ້ ຫຼາຍໆເພື່ອສຸຂະພາບຈະດີຂຶ້ນ ແລະ ຍັງເປັນການສົ່ງເສີ່ມການ ຜະລິດກະສິກຳໃຫ້ກາຍເປັນ ສິນຄ້າອີກດ້ວຍ, ສຳລັບ ຜັກຂອງ ກຸ່ມຜະລິດຜັກສະອາດບ້ານ ແອກຊ້າງໄດ້ຮັບການກວດ ສອບຈາກຫ້ອງແລ໋ບມາແລ້ວ ວ່າຮັບປະກັນປອດສານພິດ ຕົກຄ້າງດີຕໍ່ສຸຂະພາບ ແລະ ສຳລັບແຜນການໃນຕໍ່ໜ້າຈະ ສູ້ຊົນໃຫ້ການ ປູກຜັກສະອາດ ປອດສານພິດກ້າວໄປປອດ ສານເຄມີ 100%.
ປະຈຸບັນຊີວິດຂອງ ທ່ານ ສົມພານ ມີການເປັນຢູ່ດີຂຶ້ນກວ່າເກົ່າ, ຄອບຄົວມີລາຍຮັບ ຫຼັກຈາກການຂາຍຜັກ, ມີເຮືອນຖາວອນ 1 ຫຼັງ, ມີລົດໃຫຍ່ 1 ຄັນ, ມີທຶນສົ່ງລູກ ຮຽນໜັງສືໄດ້ ແລະ ເປັນຄອບ ຄົວຕົວແບບອີກ ດ້ວຍ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...