spot_img
Homeຂ່າວພາຍ​ໃນຮອງປະທານສູນກາງແນວຯລະບຸ ເລືອກຕັ້ງ ສສຊ ຊຸດໜ້າ ຄວນສົ່ງນັກພັດທະນາກອນຜູ່ດີເດັ່ນ ອອກສະໝັກ!

ຮອງປະທານສູນກາງແນວຯລະບຸ ເລືອກຕັ້ງ ສສຊ ຊຸດໜ້າ ຄວນສົ່ງນັກພັດທະນາກອນຜູ່ດີເດັ່ນ ອອກສະໝັກ!

Published on

49873288617098587049

ພະນັກງານ, ອົງການຕ່າງໆແລະ ປະຊາຊົນບັນດາເຜົ່າສະເໜີຕໍ່ສະພາ​​ແຫ່ງຊາດໃນການລົງສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຕໍ່ໜ້າຢູ່ທ້ອງຖິ່ນຄວນເລືອກ ເອົາພະນັກງານຫລັກແຫລ່ງແລະ ຜູ້ມີບົດບາດສຳຄັນ ຢູ່ທ້ອງຖິ່ນນັ້ນລົງສະໝັກ ເລືອກຕັ້ງເພື່ອສະດວກ ໃນການລົງພົບປະປະຊາຊົນ, ຕິດຕາມກວດກາ​ ​ແລະ ຊີ້ນຳນຳພາປະຊາຊົນສ້າງສາພັດທະນາທ້ອງຖິ່ນ ໃຫ້ນັບມື້ດີຂຶ້ນ.

ທ່ານ ຕົງເຢີ ທໍ່ ກຳມະການສູນກາງພັກ,​ ຮອງປະທານສູນກາງແນວລາວສ້າງຊາດ ​​ໄດ້ມີຄຳເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ ຂອງສະພາແຫ່ງຊາດຊຸດທີ VII, ຮ່າງວິໄສທັດຮອດປີ 2030, ຍຸດທະສາດພັດທະນາລະບົບສະພາແຕ່ປີ 2016-2025​ ແລະແຜນການ 5 ປີຂອງສະພາ​​ແຫ່ງຊາດຊຸດທີ VIII ວ່າ: ໃນໄລຍະ 5 ປີຜ່ານມາສະພາແຫ່ງຊາດ ໄດ້ມີຜົນງານພົ້ນເດັ່ນຫລາຍດ້ານໃນນານເປັນຕົວແທນ ແຫ່ງສິດຜົນປະ​​ໂຫຍດອັນຊອບທຳ ຂອງປະຊາຊົນໂດຍລວມແລ້ວ​​​ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ພາລະບົດສິດແລະ ໜ້າທີ່ຂອງຕົນ​​ໃນການລົງພົບປະປະຊາຊົນ ບັນດາເຜົ່າຢູ່ເຂດເລືອກຕັ້ງຂອງຕົນ ເພື່ອເຜີຍ​ແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍແລະ ນິຕິກຳຕ່າງໆ ທັງເປັນການຕິດຕາມກວດກາ ການຈັດຕັ້ງປະຕິບັດຂອງອຳນາດລັດ ເພື່ອສ່ອງແສງພາກສ່ວນຕ່າງໆຂອງພັກ-​ລັດໄດ້ຮັບຊາບ​ແນ​ໃສ່​ໃຫ້ມີວິທີ​​ແກ້ໄຂໃຫ້ປະຊາຊົນອັນໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ເພີ່ມທະວີນ້ຳໃຈປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ, ​ເປັນເຈົ້າຕົນເອງໃນການລຶບລ້າງຄວາມທຸກຍາກ ປະກອບສ່ວນເຂົ້າວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ອື່ນໄດ້ດີກວ່າເກົ່າ. ໃນໄລຍະ​ຜ່ານ​ມາ ການຄັດ​ເລືອກ​ເປົ້າໝາຍ ​ເປັນ​ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ ​ສ່ວນ​ຫລວງຫລາຍ​​ເອົາ​ພະນັກງານ​ ບັນດາ​ຂະ​ແໜງການລົງ​ສະໝັກ​​,​ ແຕ່​ໃນ​ຕໍ່ໜ້າຄວນ​ເອົາ​ນັກ​ພັດທະນາ​ກອນ, ຜູ້​ປະກອບການດີ​ເດັ່ນ ​ແລະ ມີ​ບົດບາດທີ່ສາມາດ​ ນຳພາ​ປະຊາ ຊົນ​ພັດທະນາ​ຢູ່​ກັບ​ທ້ອງ​ຖິ່ນ ຮາກຖານ​ທີ່​ເພິ່ນ​ຢູ່​ນັ້ນລົງ​ສະໝັກ​​ ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໂດຍ​ສະ​ເພາະ​ຄັດ​ເລືອກ​ເອົາ​ບຸກຄົນ​ພົ້ນ​ເດັ່ນ​​ ໃນການ​ປະຕິບັດ​ວຽກງານ 3 ສ້າງ. ນອກຈາກນີ້ ຢາກໃຫ້​ ສສຊ ຄວນລົງຮາກ​ຖານ​ ໃຫ້​ທົ່ວ​ເຖິງ ​​ເພາະ​ຜ່ານ​ມາບາງ​ທ່ານ ເຫັນ​​ແຕ່ລົງຫາງສຽງເທົ່ານັ້ນ, ບໍ່ເຫັນໄປຊ່ວຍ​ ​ແລະ ພົບປະຊາຊົນເພື່ອແກ້ໄຂບັນຫາຕ່າງໆ ຂອງເຂົາເຈົ້າ; ຜ່ານ​ມາສູ້ຊົນໄດ້ແຕ່ວຽກຄາດໝາຍ ແຕ່ຜົນໄດ້ຮັບໜ້ອຍເປັນຕົ້ນ ແມ່ນການ​​ເຕົ້າໂຮມບ້ານນ້ອຍເປັນບ້ານໃຫຍ່ ເຊິ່ງໂຮມໄດ້ແຕ່ບ້ານເທົ່ານັ້ນ, ​ແຕ່ການທຳມາຫາກິນຂອງປະຊາຊົນຫຍຸ້ງຍາກ​ ກວ່າ​ເກົ່າ ຍ້ອນ​​ ໄລຍະ​ທາງ​​ແຕ່​ບ້ານ​ຫາ​ບ່ອນ​ທຳ​ການ​ຜະລິດ​ ໄກ​ກວ່າ​ເກົ່າ​ 2-3 ​ເທົ່າ. ການ​ສອບ​​ເສັງເຂົ້າລັດຖະກອນ ຍັງ​ມີ​ຄົນ​ເຈົ້າຄົນ​ຂ້ອຍ ສ່ວນ​ຫລາຍ​ຄົນ​ຢູ່​ໃນ​ເມືອງຫລື​ຕ່າງ​ແຂວງ​ ໄດ້​ລັດຖະກອນ​ແລ້ວ​ ກໍ​ຂໍ​ຍົກ​ຍ້າຍ​ກັບ​ຄືນພຽງ​ແຕ່​ມາ​ເອົາ​ໂກ​ຕາ​ຊື່ໆ. ພ້ອມ​ນີ້ ກໍ​ຄວນ​ມີ​ນະ​ໂຍບາຍ​ຮັບ​ ​ແລະ ​ສົ່ງ​ເສີມ​ລັດຖະ​ຊົນ​ເຜົ່າ​ຢູ່​ເຂດຫ່າງໄກສອກຫລີກ. ສະເໜີໃຫ້ສະພາແຫ່ງຊາດເພີ່ມທະວີຕິດຕາມກວດກາຢ່າງ​​ໃກ້ຊິດແລະ ສະກັດກັ້ນການສໍ້ລາດບັງຫລວງໃນຖັນແຖວຄະນະນຳ, ພະນັກງານລັດຖະກອນທີ່ກ່ຽວຂ້ອງກັບຄວາມບໍ່ຍຸຕິທຳ, ການພົວພັນປະສານງານກັບອົງການດັ່ງກ່າວ ກັບສະພາແຫ່ງຊາດບໍ່ທັນກົມກຽວ ທັນການເປັນຕົ້ນ ການແກ້ໄຂບັນຫາຊັບສິນຂອງລັດ ຢູ່ແຕ່ລະພາກສ່ວນບໍ່ຄືກັນເຮັດໃຫ້ເກີດມີຫາງສຽງ ສັງຄົມ ຍ້ອນແມ່ນຄົນເຈົ້າ ຄົນຂ້ອຍທີ່ໄປຮັບສິນບົນນັບທັງການສໍ້ລາດບັງຫລວງເປັນໝູ່ຄະນະແລະ ອື່ນໆ.

ທ່ານ ຍັງ​​ໃຫ້ຮູ້ຕື່ມວ່າ: ​ເພື່ອເຮັດໃຫ້ວຽກງານຕ່າງໆທີ່ກ່າວມານັ້ນໄດ້ຮັບການແກ້ໄຂປັບປຸງດີ ຂຶ້ນເທື່ອລະກ້າວ.​ ສະເໜີໃຫ້ສະພາແຫ່ງຊາດ,​ ພາກສ່ວນກ່ຽວຂ້ອງ ເອົາຄຳຄິດຄຳເຫັນເຫລົ່ານີ້ໄປ ຄົ້ນຄວ້າແກ້ໄຂຢ່າງທັນການ, ຖ້າແກ້ໄຂໄດ້ກໍຄວນແກ້ໄຂໃຫ້ເຂົາເຈົ້າສຸມໃສ່​​​ເຮັດໃຫ້ປະເທດຊາດກໍຄືຊີ ວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເທື່ອລະກ້າວ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...