Homeຂ່າວພາຍ​ໃນຊີວະປະຫວັດຫຍໍ້ ພະບາດສົມເດັດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງ ລາຊະອານາຈັກກຳປູເຈຍ

ຊີວະປະຫວັດຫຍໍ້ ພະບາດສົມເດັດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງ ລາຊະອານາຈັກກຳປູເຈຍ

Published on

6-1

ກຳເນີດວັນພະຫັດ ທີ 14 ພຶດສະພາ 1953 ທີ່ ນະຄອນຫຼວງພະນົມເປັນ, ກຳປູເຈຍ.
ເປັນບຸດຊາຍຂອງສົມ ເດັດ ໂນໂຣດົມ ສີຫານຸ ຣາ ຊາຜູ້ເປັນບິດາ ແລະ ສົມເດັດ ໂນໂຣດົມ ໂມນີນຽດ ສີຫານຸ ຣາຊີນີຜູ້ເປັນມານດາ.
1959-1962: ເຂົ້າຮຽນຊັ້ນປະຖົມທີ່ໂຮງຮຽນໂນໂຣດົມ ແລະ ມັດທະຍົມປາຍທີ່ໂຮງ ຮຽນ ເດັດຄາຣເທັດ ທີ່ພະນົມ ເປັນ, ກຳປູເຈຍ.
1962-1967: ເຂົ້າ ຮຽນ ຊັ້ນປະຖົມ ແລະ ມັດທະຍົມທີ່ ໂຮງຮຽນມັດທະຍົມ ປາຍປຣາກ, ເຊັກໂກສະໂລ ວາເກຍ.
1967-1971: ເຂົ້າຮຽນຮ້ອງເພງ, ເຕັ້ນ ແລະ ການສະແດງທີ່ໂຮງຮຽນດົນຕີ ແລະ ການສະແດງແຫ່ງຊາດເມືອງ ປຣາກ.
1970: ຈົບລະດັບມັດທະຍົມປາຍ ດ້ວຍຄະແນນດີເດັ່ນ ທີ່ໂຮງຮຽນມັດທະຍົມປຣາກ.
1971: ຈົບຫຼັກສູດການເຕັ້ນແບບດັ້ງເດີມ ດ້ວຍລາງວັນ ດີເດັ່ນອັນດັບໜຶ່ງ ທີ່ໂຮງຮຽນດົນຕີ ແລະ ການສະແດງແຫ່ງ ຊາດເມືອງປຣາກ.
1971-1975: ເຂົ້າຮຽນຫຼັກສູດເຕັ້ນລຳ, ຮ້ອງເພງ ແລະ ການສະແດງຊັ້ນສູງ ທີ່ວິທະຍາໄລສິລະປະດົນຕີ ເມືອງປຣາກ.
1975: ຈົບການສຶກສາຈາກ ວິທະຍາໄລສິລະປະດົນຕີ ເມືອງປຣາກ.
1975: ຂຽນບົດວິທະຍານິພົນ ກ່ຽວກັບແນວທາງ ແລະ ການບໍລິຫານໂຮງຮຽນສິລະປະ ທີ່ກຳປູເຈຍ.
1975-1976: ສຶກສາກ່ຽວກັບການສ້າງຮູບເງົາທີ່ ສປປ ເກົາຫຼີ.
1976-1979: ຖືກຂະເໝນແດງກັກຂັງ ເປັນນັກໂທດ ລວມທັງບິດາ, ມານດາ ແລະ ນ້ອງຊາຍ ສົມເດັດ ໂນໂຣດົມ ນາຣິນດຣາພົງ.
1979-1980: ເປັນເລຂາສ່ວນຕົວໃຫ້ບິດາ ໃນໄລຍະໄປ ລີ້ໄພຢູ່ຕ່າງປະເທດ.
1981-2000: ເປັນອາຈານສອນການເຕັ້ນແບບດັ້ງເດີມ ແລະ ການສິດສອນສິລະປະ ທີ່ໂຮງຮຽນສິລະປະດົນຕີ  MARIUS PETIPA, The GABRIEL FAURE ແລະ The W.A MOZART ທີ່ປາຣີ.
1984-1988: ເປັນປະທານສະຫະພັນເຕັ້ນລຳຂະແມ ທີ່ ຝຣັ່ງ ແລະ ອຳນວຍການ ແລະ ຫົວໜ້າດ້ານສິລະປະຂອງກຸ່ມ ເຕັ້ນບາເລດີວ້າ.
1988-1993: ເປັນອຳນວຍການ ແລະ ຫົວໜ້າດ້ານສິ ລະປະຂອງບໍລິສັດຮູບເງົາຣາຊາຄະແມ KHEMARA PICTURES, ອົງຊາຍ ໂນໂຣດົມ ສີຫາໂມນີ ໃນເວລານັ້ນ ໄດ້ ຜະລິດຮູບເງົາອອກມາສອງເລື່ອງ ກ່ຽວກັບການເຕັ້ນບາເລ ມີ ຊື່ວ່າ: Dream ແລະ The 4Elements.
1992-1993: ຖືກເລືອກຕັ້ງຢ່າງເປັນເອກະສັນ ຈາກສະ ມາຊິກສະພາແຫ່ງຊາດກຳປູເຈຍ ໃຫ້ດຳລົງຕຳແໜ່ງເປັນຜູ້ ຕາງໜ້າຖາວອນປະຈຳ ສປຊ.
1993-2004: ດຳລົງຕຳແໜ່ງເປັນເອກອັກຄະລາຊະທູດ ຜູ້ມີອຳນາດເຕັມ ແຫ່ງ ລາຊະອານາຈັກກຳປູເຈຍ ປະຈຳອົງ ການ UNESCO.
2004: ເປັນສະມາຊິກສະພາສູງຂອງປະເທດ ທີ່ໃຊ້ພາ ສາຝຣັ່ງ ຫຼື FRANCOPHONIE.
1 ກຸມພາ 1994: ໄດ້ຮັບການແຕ່ງຕັ້ງນາມມະຍົດເປັນ ສົມເດັດ ໂຄຼມຄຸນ (ອົງຊາຍໃຫຍ່) ຈາກກະສັດກຳປູເຈຍ.
17 ຕຸລາ 2003: ໄດ້ຮັບການເລືອກຕັ້ງ ເປັນອົງຄະມົນຕີ ປະຈຳພະລາຊະວັງ.
31 ສິງຫາ 2004: ໄດ້ຮັບການແຕ່ງຕັ້ງນາມມະຍົດເປັນ ສົມເດັດ ແປຼະ ໂບຣົມນຽດ.
14 ຕຸລາ 2004: ໄດ້ຮັບການເລືອກຕັ້ງຢ່າງເປັນເອກະ ສັນ ຈາກສະມາຊິກສະພາເລືອກຕັ້ງກະສັດ ໃຫ້ຂຶ້ນຄອງລາດ ເປັນກະສັດ ແຫ່ງ ລາຊະອານາຈັກກຳປູເຈຍ ແທນ ຜູ້ເປັນບິດາ ຊຶ່ງໄດ້ສະລະບັນລັງອອກພັກຜ່ອນບຳນານ.
12 ມີນາ 2010: ໄດ້ຮັບການເລືອກຕັ້ງຢ່າງເປັນເອກະ ສັນ ໃຫ້ເປັນຄະນະບໍລິຫານງານຕ່າງປະເທດ ຂອງວິທະຍາໄລ Academy of Inscriptions et Belles-Lettres.
19 ມີນາ 2010: ຈົບລະດັບປະລິນຍາເອກກຽດນິຍົມ ຈາກວິທະຍາໄລສິລະປະການສະແດງ ທີ່ເມືອງປຣາກ.
ລະດັບພາສາ: ຂະແມ, ຝຣັ່ງ, ເຊັກ ແລະ ອັງກິດ.
ປະດັບຍົດ: 1. GRAND CROSS OF THE ROYAL ORDER OF CAMBODIA.
2. GRAND CROSS OF THE ROYAL ORDER OF MONISARAPHON (CAMBODIA).
3. GRAND OFFICIER OF THE LEGION D’HONNEUR (FRANCE).
4. SILVER MEDAL OF THE CITY OF PARIS (FRANCE).
5. GRAND COLLIER DE L’INDEPENDENCE OF CAMBODIA.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...