Homeຂ່າວພາຍ​ໃນປຶນໃຫຍ່ ຍິງເອົາຊະນະ ເຮືອໃບສີຟ້າ 2-1 ໃນບານເຕະພຣີເມຍລີກ

ປຶນໃຫຍ່ ຍິງເອົາຊະນະ ເຮືອໃບສີຟ້າ 2-1 ໃນບານເຕະພຣີເມຍລີກ

Published on

96179-2015122208035130988

ການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ເກມນັດຄືນວັນຈັນ ທີ່ສະໜາມເອມິເລດສ໌ ສະເຕດ້ຽມ ເກມທີ່ ປືນໃຫຍ່ ອາເຊນອນ ເປີດຮັງຕ້ອນຮັບການມາເຢືອນ ຂອງ ເຮືອໃບສີຟ້າ ແມນເຊສເຕີລ໌ ຊິຕີ້
ໂດຍເກມນີ້ ເຈົ້າຖິ່ນຂອງ ອາລ໌ແຊນ ເວນເກີລ໌ ຕົວເຈັບຍັງຄົງລົງບໍ່ໄດ້ບໍ່ວ່າຈະເປັນ ແຈັກ ວິນຊຽນລ໌, ໂທມັດ ໂລຊິກກີ້, ແດນນີ້ ເວນເບກ, ຟຣານຊິດ ໂກເກີແລງ, ຊານຕິ ກາຊໍລ່າ ແລະ ອາເລັກຊິດ ຊານເຊຊ ແລະ ເກມນີ້ໃຊ້ຊຸດເກົ່າ ອາລ່ອນ ແລມຊີຍ໌, ໂອລິວິເຍລ໌ ຊິລູດ໌ ແລະ ເມຊຸດ ໂອຊີລ ລົງສະໜາມ
ດ້ານທີມເຢືອນຂອງ ມານູເອລ ເປເຍກິນີ້ ມີຂ່າວດີຄື ເຊລ໌ຄິໂອ ‘ກຸນ’ ອະເກວໂລ່ ຟິດລົງໃນເກມນີ້ ສ່ວນຕົວເກັ່ງຄົນອື່ນໆ ຢາຢ່າ ຕູເລ່, ເຄວີນ ເດີ ບຣອຍນ໌ ແລະ ດາບິດ ຊິລບາ ເກມນີ້ລົງສະໜາມຄົບໝົດ
ຜົນການແຂ່ງຂັນປະກົດວ່າ ອາເຊນອນ ຊະນະ ແມນເຊສເຕີລ໌ ຊິຕີ້ 2-1 ໂດຍເຈົ້າຖີ່ນອອກນຳກ່ອນ 2 – 0 ປະຕູ ຈາກ ທີໂອ ວັນຄັອດຕ໌ ໃນນາທີ 33 ແລະ ໂອລິວິເຍລ໌ ຊິລູດ໌ ໃນໄລຍະທົດເວລາບາດເຈັບເຄີ່ງເວລາທຳອິດ ຂະນະທີ່ທີມເຍືອນ ໄດ້ປະຕູຕີໄຂ່ແຕກ ຈາກ ຢາຢ່າ ຕູເລ່ ໃນນາທີທີ່ 82 ໄຊຊະນະເກມນີ້ ເຮັດໃຫ້ ອາເຊນອນ ນຳຫຼັງ ເລສເຕີລ໌ 2 ຄະແນນເທົ່າເດີມ ໂດຍມີ 36 ຄະແນນ ຢູ່ອັນດັບ 2 ຂອງຕາຕະລາງ ແລະໜີຈາກ ເເມນຊິຕີ້ ໄປແລ້ວ 4 ຄະແນນ ເມື່ອຜ່ານໄປ 17 ນັດ ທາງດ້ານ ເເມນຊິຕີ້ ມີ 32 ຄະແນນ ເເຂ່ງ 17 ນັດ ຍັງຢູ່ອັນດັບທີ່ 3 ຂອງຕາຕະລາງ

96179-20151222080832138777

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...