spot_img
Homeຂ່າວພາຍ​ໃນສ້າງພຶດຕິກຳໃຫ້ຄອບຄົວມີສຸຂະພາບດີ

ສ້າງພຶດຕິກຳໃຫ້ຄອບຄົວມີສຸຂະພາບດີ

Published on

ສ້າງພຶດຕິກຳໃຫ້ຄອບຄົວມີສຸຂະພາບດີ

ເພື່ອ​ເປັນ​ການ​ຂ່ຳນັບ​ຮັບ​ຕ້ອນ 3 ວັນ​ປະຫວັດສາດ​ສຳຄັນ​ຂອງ​ຊາດ ກະກຽມ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ ແລະ ກຳລັງ​ຈັດ​ຕັ້ງ​ປະຕິບັດ 4 ບຸກ​ທະລຸ ພ້ອມ​ກັບ​ສູ້​ຊົນ​ໃຫ້​ບັນລຸ​ຕົວ​ເລກ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ດ້ານ​ການ​ພັດທະນາ ໃນ​ປີ 2015 ວຽກ​ງານ​ການ​ສົ່ງເສີມ​ສຸຂະພາບ ສ້າງ​ຕົວ​ເມືອງ​ແຫ່ງ​ສຸຂະພາບ ກໍ່​ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ແລະ ແມ່ນ​ໜ້າທີ່​ຂອງ​ໝົດ​ທຸກ​ຄົນ ເພື່ອ​ໃຫ້​ທຸກ​ຄົນ​ມີ​ສຸຂະພາບ​ດີ​ແມ່ນ​ມີ​ຄວາມ​ສຳຄັນ ຄອບຄົວ​ຄື​ຈຸ​ລັງ​ຂອງ​ສັງຄົມ ສະມາຊິກ​ພາຍ​ໃນ​ຄອບຄົວ​ມີ​ສຸຂະພາບ​ດີ ຈະ​ຊຸກ​ດັນ​ໃຫ້​ສັງຄົມ​ຊຸມ​ຊົນ​ມີ​ສຸຂະພາບ​ດີ​ເໝືອນ​ກັນ.

ເພາະສະນັ້ນ ໂຄງການ​ສ້າງ​ພຶດຕິ​ກຳ​ໃຫ້​ຄອບຄົວ​ມີ​ສຸຂະພາບ ໄດ້​ຈັດ​ຕັ້ງ​ປະຕິບັດ​ຢູ່ 3 ບ້ານ ກຸ່ມ​ນາ​ຂ່າ​ຄື: ບ້ານ​ນາ​ຂ່າ ແສນ​ດິນ ແລະ ບ້ານ​ນາ​ທ່ອນ ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ ຊຶ່ງ​ໄດ້​ຮັບ​ກຽດ​ຖືກ​ຄັດ​ເລືອກ​ຈາກ​ອົງການ​ອະນາໄມ​ໂລກ ປະຈຳ​ພາກ​ພື້ນ​ປາ​ຊີ​ຟິກ​ຕາເວັນ​ອອກ ມີ​ແຕ່ 2 ປະເທດ​ຄື: ​ສປປ ລາວ ແລະ ຟີ​ລິບ​ປິນ ປັດຈຸບັນ ໂຄງການ​ໄດ້​ລິ​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ໃນ​ທ້າຍ​ປີ 2013 ຢູ່ 3 ບ້ານ​ເປົ້າ​ໝາຍ​ຂອງ​ກຸ່ມ​ນາ​ຂ່າ ເພື່ອ​ສ້າງ​ເປັນ​ຕົວ​ແບບ ໃຫ້​ສະມາຊິກ​ຄອບຄົວ​ມີ​ສຸຂະພາບ​ດີ ໂດຍ​ປະຕິບັດ 4 ຂໍ້ ໂຄງການ​ຕົວ​ເມືອງ​ແຫ່ງ​ສຸຂະພາບ (ການ​ຄວບ​ຄຸມ​ຢາສູບ​ຫຼຸດຜ່ອນ​ອຸປະຕິເຫດ​ຕາມ​ທ້ອງ​ຖະໜົນ ທີ່​ພົວພັນ​ເຖິງ​ການ​ດື່ມ​ສິ່ງ​ມຶນເມົາ ສົ່ງເສີມ​ການ​ກິນ​ອາຫານ​ທີ່​ເປັນ​ປະໂຫຍດ​ຕໍ່​ຮ່າງກາຍ ແລະ ການ​ອອກກຳລັງ​ກາຍ​ເພື່ອ​ສຸຂະພາບ) ທັງ​ນີ້​ເພື່ອ​ເຮັດ​ໃຫ້​ສະມາຊິກ​ພາຍ​ໃນ​ຄອບຄົວ​ມີ​ສຸຂະພາບ​ດີ ການ​ເກັບ​ກຳ​ຂໍ້​ມູນ​ທົ່ວ​ໄປ​ກ່ຽວ​ກັບ​ສຸຂະພາບ​ຂອງ​ຄອບຄົວ ແລະ ເພື່ອ​ສຸຂະພາບ​ດີ​ຂອງ​ໝົດ​ທຸກ​ຄົນ.

ພິທີ​ຈັດ​ຂຶ້ນ​ວັນ​ທີ 11 ມັງກອນ 2014 ຜ່ານ​ມາ ຢູ່​ທີ່​ໂຮງຮຽນ​ປະຖົມ​ສົມບູນ​ບ້ານ​ນາ​ຂ່າ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ກອງ ອຸ່ນ​ມະໂນ ຮອງ​ເຈົ້າເມືອງ​ນາ​ຊາຍ​ທອງ ມີ​ຫົວໜ້າ​ພະ​ແນກ​ສາທາລະນະ​ສຸກ ນະຄອນຫຼວງ​ວຽງ​ຈັນ ຫົວໜ້າ​ຫ້ອງການ​ສາທາລະນະ​ສຸກ​ເມືອງ ຫົວໜ້າ​ຫ້ອງການ ພະນັກງານ ພໍ່​ແມ່​ປະຊາຊົນ​ພາຍ​ໃນ 3 ບ້ານ​ເຂົ້າ​ຮ່ວມ.

ທີ່ມາhttp://www.vientianemai.net/teen/khao/1/10981

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...