Homeຂ່າວພາຍ​ໃນພາກລັດ ແລະ ເອກະຊົນລາວ-ຍີ່ປຸ່ນ ປຶກສາຫາລື ດ້ານການລົງທຶນ

ພາກລັດ ແລະ ເອກະຊົນລາວ-ຍີ່ປຸ່ນ ປຶກສາຫາລື ດ້ານການລົງທຶນ

Published on

3-1

3-2

ກອງປະຊຸມປຶກສາ ຫາລືລະຫວ່າງພາກລັດ ແລະ ພາກເອກະຊົນລາວ – ຍີ່ປຸ່ນຄັ້ງ ທີ 9 ໄດ້ຈັດຂຶ້ນໃນວັນທີ 16 ທັນວານີ້ ທີ່ໂຮງແຮມລາວພລາຊາ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະ ຊວງແຜນການ ແລະ ການລົງທຶນ, ທ່ານ ຕາກິ ຊິ ຮິກິຮາຣະ (Takeshi HIKI HARA) ເອກອັກຄະລາຊະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ປະເທດຍີ່ປຸ່ນປະຈຳລາວ, ມີ ບັນດານັກທຸລະກິດທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ສົມດີ ດວງດີ ໄດ້ ກ່າວວ່າ: ໃນກອງປະຊຸມຄັ້ງນີ້ເປັນກອງປະຊຸມປະຈຳປີທີ່ມີ ຄວາມໝາຍສຳຄັນ ແລະ ເປັນການສືບຕໍ່ການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນລາວ – ຍີ່ປຸ່ນ ໃນການປຶກສາຫາລື ແລກປ່ຽນຄຳ ຄິດຄຳເຫັນກ່ຽວ ກັບການແກ້ໄຂບັນຫາຂໍ້ຄົງ ຄ້າງໃນການດຳເນີນທຸລະກິດ ຢູ່ ສປປ ລາວ ແລະ ທັງເປັນ ການຊອກຊ່ອງທາງໃນການ ປັບປຸງບັນຍາກາດການລົງທຶນ ຂອງພາກທຸລະກິດໃຫ້ມີຄວາມ ສະດວກ ແລະ ວ່ອງໄວຂຶ້ນ ເລື້ອຍໆ, ພິເສດໃນກອງປະ ຊຸມຄັ້ງນີ້ ບັນດາທ່ານຈະໄດ້ຮັບ ຟັງການປຶກສາຫາລື ເພື່ອແກ້ ໄຂບັນຫາຢູ່ 3 ເນື້ອໃນຫຼັກຄື: ກຸ່ມທີ 1: ການນຳເຂົ້າຜະລິດ ຕະພັນສານເຄມີ, ການຕໍ່ອະນຸ ຍາດຫ້ອງການຜູ້ຕາງໜ້າ; ກຸ່ມ ທີ 2: ໃບບິນອາກອນ, ການ ຖອນເງິນອາກອນມູນຄ່າເພີ່ມຄືນ ແລະ ກຸ່ມທີ 3: ຂໍ້ແນະນຳ ສຳລັບແຜນນຳເຂົ້າປະຈຳປີ, ຄວາມຄືບໜ້າໃນການປັບປຸງ ເສັ້ນທາງເລກທີ 8. ການຂະ ຫຍາຍຕົວຂອງເສດຖະກິດ ໃນຂົງເຂດອາຊຽນ ຖືວ່າກຳລັງ ເປັນທີ່ສົນໃຈຂອງຫຼາຍປະ ເທດ, ປະເທດຍີ່ປຸ່ນບໍ່ພຽງແຕ່ ເປັນນັກລົງທຶນລາຍໃຫຍ່ໃນ ເຂດນີ້, ແຕ່ຍັງເປັນປະເທດຄູ່ ຄ້າໃນອັນດັບຕົ້ນໆເຊັ່ນກັນ, ສະເພາະຢູ່ ສປປ ລາວ ນັບແຕ່ ເປີດຮັບເອົາການລົງທຶນຈາກ ຕ່າງປະເທດ, ມາຮອດປະຈຸ ບັນການລົງທຶນຂອງຍີ່ປຸ່ນແມ່ນ ຢູ່ໃນອັນດັບທີ 6 ຈາກ 53 ປະເທດທີ່ມາລົງທຶນຢູ່ ສປປ ລາວ ໃນປີຕໍ່ໜ້າພວກເຮົາ ຄາດ ວ່າການລົງທຶນຈາກຍີ່ປຸ່ນຈະ ເພີ່ມຂຶ້ນໃນຈັງຫວະທີ່ໄວກວ່າ ເກົ່າ ແລະ ສາມາດຍົກອັນດັບ ໃຫ້ສູງກວ່າໃນປະຈຸບັນ, ສິ່ງ ດັ່ງກ່າວຈະປະກອບສ່ວນໂດຍ ກົງເຂົ້າໃນການບັນລຸເປົ້າໝາຍ ຂອງການພັດທະນາເສດຖະ ກິດໃຫ້ໄດ້ຕາມຄາດໝາຍທີ່ ໄດ້ກຳນົດໄວ້ໃນແຜນພັດທະ ນາເສດຖະກິດ ແລະ ສັງຄົມ 5 ປີຄັ້ງທີ VIII 2016-2020 ນີ້ຄື: ແກ້ໄຂຄວາມທຸກຍາກ ແລະ ເຮັດໃຫ້ ສປປ ລາວ ຫຼຸຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2020 ແລະ ກ້າວເຂົ້າສູ່ການປະຕິບັດ SDG ໃນປີ 2030 ແລະ ເປົ້າໝາຍ ເຮັດ ໃຫ້ ປະເທດມີລາຍຮັບປານກາງ ສູງໃນປີ 2030 ເພື່ອບັນລຸເປົ້າ ໝາຍດັ່ງກ່າວ ການປະກອບ ສ່ວນຂອງການລົງທຶນຂອງ ພາກເອກະຊົນແມ່ນມີຄວາມ ສຳຄັນຫຼາຍ, ເມັດເງິນດັ່ງກ່າວ ຖືວ່າສູງ. ດັ່ງນັ້ນພວກເຮົາເຫັນ  ຄວາມ ຈຳເປັນຕໍ່ການປັບປຸງ ສິ່ງແວດລ້ອມການລົງທຶນໃຫ້ ດີຂຶ້ນ ແລະ ດຶງດູດເອົາການລົງ ທຶນໃນທຸກຂະແໜງການໃຫ້ຫຼາຍຂຶ້ນ ໂດຍສະເພາະອຸດສາ ຫະກຳຂະໜາດກາງ ແລະ ນ້ອຍ, ເຂດເສດຖະກິດພິເສດ 11 ແຫ່ງທີ່ໄດ້ ຮັບການ ສ້າງຂຶ້ນ ແມ່ນເປັນທ່າແຮງ.

ແຫ່ລງຂ່າວ

ປຊຊ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...