spot_img
Homeຂ່າວການພັດທະນາເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ສຳເລັດ 66% ພ້ອມໃຫ້ທຸກພາກສ່ວນ ຕິດຕາມຄວາມຄືບໜ້າ!

ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ສຳເລັດ 66% ພ້ອມໃຫ້ທຸກພາກສ່ວນ ຕິດຕາມຄວາມຄືບໜ້າ!

Published on

29012015_pressureoverseconddam2

ຂປລ. ປັດຈຸບັນ, ລັດຖະບານແຫ່ງ ສປປ ລາວ ໄດ້ເປີດກວ້າງໃຫ້ທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດທີ່ສົນໃຈຕໍ່ການພັດທະນາໂຄງການ ກໍ່ສ້າງ ເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ທີ່ກຳລັງດຳເນີນການ ເຂົ້າຢ້ຽມຊົມເພື່ອຕິດຕາມຄວາມຄືບໜ້າຂອງໂຄງການ ຢູ່ເຂດກໍ່ສ້າງຕົວຈິງ ແລະ ບັນຫາຕ່າງໆ ທີ່ກ່ຽວຂ້ອງ ກັບການພັດທະນາ ເພື່ອໃຫ້ເປັນທີ່ເຂົ້າໃຈກັນທົ່ວສັງຄົມ ທັງພາຍໃນ ແລະ ສາກົນ ວ່າໂຄງການດັ່ງກ່າວ ໄດ້ດຳເນີນໄປຕາມທິດຍືນຍົງ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ໄປຄຽງຄູ່ກັບ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ.

ລັດຖະບານລາວເຊື້ອໝັ້ນວ່າ: ໂຄງການນີ້ ໄດ້ພັດທະນາຕາມມາດຕະຖານສາກົນ ມີຜົນກະທົບໜ້ອຍ ​ແຕ່​ຈະນຳເອົາຜົນປະໂຫຍດສູງສຸດມາສູ່ ສປປ ລາວ ແລະ ປະເທດໃກ້ຄຽງ. ດ້ວຍເຫດຜົນນີ້, ສປປ ລາວ ເຮົາຈຶ່ງມີຄວາມໂປ່ງ​ໄສຕໍ່ສັງຄົມ ພາຍໃນ ແລະ ຕ່າງປະເທດ ໂດຍອະນຸຍາດໃຫ້ທຸກພາກສ່ວນ ຕິດຕາມ ຄວາມຄືບໜ້າໄປພ້ອມໆກັນ. ໃນວັນທີ 16 ທັນວາ 2015 ໄດ້ມີຄະນະຜູ້ແທນຈາກ ກະຊວງພັດທະນາ ແລະ ຮ່ວມມືເສດຖະກິດຂອງເຢຍລະມັນ ລົງໄປຢ້ຽມຢາມ ໂຄງການພັດທະນາ ເຂື່ອນໄຟຟ້ານ້ຳຂອງແຫ່ງດັ່ງກ່າວ ​ເຊິ່ງມາ​ຮອດປັດຈຸບັນ ມີຄວາມຄືບໜ້າປະມານ 66%. ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ມີກຳລັງການຕິດ 1.285 ເມກາວັດ ແລະ ສາມາດຜະລິດພະລັງງານໄຟຟ້າ ສະເລ່ຍ 7.370 ຈິກກາວັດໂມງຕໍ່ປີ ດ້ວຍການລົງທຶນ ທັງໝົດ 3,8 ຕື້ໂດລາສະຫະລັດ. 

​ໃນເດືອນພະຈິກ 2015 ​ໄດ້ມີ 3 ພາກສ່ວນ​ທີ່ໄປຢ້ຽມຊົມໂຄງການດັ່ງກ່າວ ​ໃນ​ນັ້ນປະກອບ​ມີ ຄະນະຊ່ຽວ ຊານຈາກອົງການຊີດາ (SIDA-Swedish International Development Cooperation), ນັກສຶກສາ  ໂຄງການຫລັກສູດ ປະລິນຍາໂທ ສາຂາວິສະວະກຳສິ່ງແວດລ້ອມ ແລະ ການຄຸ້ມຄອງ ຂອງຄະນະ ວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ຄະນະຜູ້ແທນອົງການຊ່ວຍເຫລືອ ທາງດ້ານວິຊາການສາກົນ (International Technical Assistance Programme) ປະເທດສະຫະລັດອາເມຣິກາ.

ເຂື່ອນໄຟຟ້ານ້ຳຂອງ ໄຊຍະບູລີ ເປັນເຂື່ອນນ້ຳໄຫລ ຫລື “run-of-river hydropower” ມີປະລິມານນ້ຳໄຫລເຂົ້າ ແລະ ໄຫລອອກພາຍ​ໃນເຂື່ອນ ແມ່ນສະເໝີກັນ, ຈຳນວນປະຊາກອນຂອງປາ ຕາມລຳແມ່ນ້ຳຂອງ ແມ່ນສາມາດຂຶ້ນລົງໄດ້ ຕາມປົກກະຕິ ລວມທັງການເຄື່ອນຍ້າຍຂອງດິນຕະກອນອີກດ້ວຍ. ນອກຈາກນັ້ນ, ເຂື່ອນແຫ່ງນີ້ ຍັງຖືກອອກແບບ ໃຫ້ມີຊ່ອງທາງຂອງການເດີນເຮືອ ສຳລັບຊາວປະມົງ ແລະ ເຮືອບັນທຸກນໍ້າໜັກເຖິງ 500 ໂຕນນຳອີກ.

lp-xayaburi-dam-construction

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...