Homeຂ່າວພາຍ​ໃນຂາຍປີ້ງເຂົ້າທາໄຂ່ມີລາຍໄດ້ເປັນກອບ

ຂາຍປີ້ງເຂົ້າທາໄຂ່ມີລາຍໄດ້ເປັນກອບ

Published on

egrice

*ປີ້ງເຂົ້າທາໄຂ່ໃຜໆກໍຮູ້ຈັກກັນໝົດ ແລະ​​ ກໍເປັນອາຫານທີ່ຄົນລາວເຮົາມັກກິນຍາມສຸກເສີນເພື່ອແກ້ຍາມຫີວ, ສ່ວນຫລາຍແມ່ນເວລາໄປທ່ຽວຫລິ້ນ, ທ່ຽວງານບຸນຕ່າງໆພວກເຮົາກໍຈະສັງເກດເຫັນຕາມຮ້ານຂາຍແຄມທາງທົ່ວໄປ, ຈະມີຈືນ ລູກຊີ້ນ, ປີ້ງໄກ່-ໄຂ່ລູກ, ຕໍາໝາກຫຸ່ງ, ເຂົ້າຫລາມ, ຂົ້ວມີ່ ແລະ ປີ້ງເຂົ້າທາໄຂ່ ສ້າງເງື່ອນໄຂໃຫ້ຄວາມສະດວກສະບາຍແກ່ພວກເຮົາທາງດ້ານບໍລິໂພກແບບງ່າຍໆ, ທັງກິນທັງຍ່າງເລາະຫລິ້ນໄປພ້ອມ ຈຶ່ງເຮັດໃຫ້ອາຫານ ແລະ ຂອງກິນປະເພດ ນີ້ມີຄ່ານິຍົມຫລາຍໃນສັງຄົມ.

ນາງ ນ້ອຍ ຜູ້ຂາຍປີ້ງເຂົ້າທາໄຂ່, ປັດຈຸບັນຢູ່ບ້ານນາຍາງ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: “ອາຊີບຂາຍປີ້ງເຂົ້າທາໄຂ່ເປັນອາຊີບເສີມ ເຊິ່ງພໍ່ແມ່ໄດ້ພາເຮັດມາດົນນານແລ້ວ ແຕ່ຄາວຍັງນ້ອຍໆ, ເມື່ອໃຫຍ່ຂຶ້ນມາພໍຈື່ໄດ້ ໃນສະໄໝຮຽນຢູ່ຫ້ອງ ປໍສີ່-ປໍຫ້າພຸ້ນ, ມື້ໃດບໍ່ມີຫຍັງກິນແມ່ນປີ້ງເຂົ້າທາໄຂ່ກິນເປັນອາຫານທີ່ດີ ແລະ ແຊບນົວ ທັງກິນທັງຍ່າງໄປໂຮງຮຽນ, ​ເກືອບຈະຮອດໂຮງຮຽນພໍດີເຂົ້າຈີ່ກໍໝົດ. ຫລັງຈາກເລີກໂຮງຮຽນມາຕອນແລງ ຍັງໄດ້ເຮັດວຽກ ຊ່ວຍພໍ່ແມ່ອີກເປັນຕົ້ນປັ້ນເຂົ້າປີ້ງ, ສຽບໄຂ່ ແລະ ຫ້າງຫາກະກຽມເຄື່ອງຂາຍຊ່ວຍເພິ່ນ, ໂດຍສະເພາະແມ່ນຍາມມີງານບຸນຕ່າງໆຢູ່ຕາມບ້ານ ແລະ ຕາມວັດວາອາຮາມຕ່າງໆ, ຖ້າມື້ໃດບໍ່ມີງານບຸນ ແມ່ນເອົາໝາກໄມ້ໄປຂາຍຕາມຕະຫລາດ ເພື່ອຫາລາຍໄດ້ເພີ່ມຊ່ວຍພໍ່ ແລະ ແມ່. ການເວລາກໍໄດ້ຜ່ານພົ້ນໄປ ແລະ ການຮໍ່າຮຽນຂອງຕົນເອງກໍໄດ້ກິ້ງເກືອກລີເລືອມາກໍພໍດີຈົບຊັ້ນມັດທະຍົມຕອນປາຍ, ຍ້ອນສະພາບຄອບຄົວຂາດເຂີນແດ່ ແລະ ບໍ່ມີທຶນຊຸກຍູ້ການສຶກສາ ເພື່ອຈະໄປ ຮໍ່າຮຽນຕໍ່ທາງດ້ານວິຊາສະເພາະ ຈຶ່ງບໍ່ມີໂອກາດໄປຮຽນຕໍ່ນໍາໝູ່, ຕົນເອງກໍໄດ້ໃຊ້ຊີວິດເປັນແມ່ຄ້າທົ່ວໄປ ແລະ ກໍໄດ້ສືບຕໍ່ເຮັດອາຊີບທີ່ພໍ່-ແມ່ພາເຮັດຈົນມາຮອດປັດຈຸບັນ”.

     ນາງ ນ້ອຍ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: “ນອກຈາກຂາຍປີ້ງເຂົ້າທາໄຂ່ແລ້ວ ຍັງໄດ້ປີ້ງໄຂ່ຂາຍນໍາອີກ, ເຊິ່ງໃນແຕ່ລະປີ ນອກຈາກຂາຍຢູ່ຕາມງານບຸນຕ່າງໆຢູ່ຕາມບ້ານ ແລະ ຢູ່ຕາມວັດວາອາຮາມແລ້ວແມ່ນຍັງໄດ້ມາຂາຍໃນງານບຸນຊ່ວງເຮືອ ແລະ ງານບຸນນະມັດສະການພະທາດຫລວງເຊິ່ງເລີ່ມຂາຍມາແຕ່ມື້ຄົບງັນຈົນຮອດມື້ສິ້ນສຸດ ແລະ ຈົບພິທີງານ ເຫັນວ່າໄດ້ຂາຍດີທີ່ສຸດ. ການຂາຍປີ້ງເຂົ້າທາໄຂ່, ຂາຍໄຂ່ປີ້ງແມ່ນນໍາໃຊ້ທຶນບໍ່ຫລາຍ ແຕ່ມິີລາຍໄດ້ດີ ເຮັດໃຫ້ມີລາຍຮັບມາ ໃຫ້ ຄອບຄົວ ໃນແຕ່ລະມື້ ແລະ ແຕ່ລະເດືອນຢ່າງໜ້າເພິ່ງພໍໃຈ, ມີທຶນຊຸກຍູ້ການສຶກສາໃຫ້ນ້ອງທຸກຄົນທີ່ກໍາລັງຮຽນ, ມີທຶນໝູນວຽນໄວ້ຄ້າຂາຍ ແລະ ມາຮອດປັດຈຸບັນນີ້ ເຫັນວ່າສະພາບເສດຖະກິດຄອບຄົວນັບມື້ດີຂຶ້ນ ສາມາດ ກ້າວໄປສູ່ ຄອບຄົວທີ່ ອຸດົມສົມບູນ ແລະ ປົດປ່ອຍອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ”.

      ອາຊີບໃດກໍດີໝົດ ວ່າແຕ່ເປັນອາຊີບທີ່ສຸດຈະລິດ ແລະ ຖືກຕ້ອງຕາມກົດໝາຍ, ສິ່ງສໍາຄັນແມ່ນຕ້ອງມີຄວາມອົດທົນພາກພຽນ, ເຮົາຕ້ອງເຮັດແທ້ທໍາຈິງ, ຮູ້ຈັກປະຢັດ, ໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ແລະ ຕ້ອງຮູ້ຈັກຄຸນຄ່າຂອງແຮງງານ ແລະ ເງິນທີ່ຫາມາໄດ້ຖືວ່າຜູ້ທີ່ປະກອບອາຊີບນັ້ນກໍຈະນໍາພາຄອບຄົວຈະເລີນຮຸ່ງເຮືອງໄປໜ້າເລື້ອຍໆ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...