Homeຂ່າວພາຍ​ໃນສະພາແຫ່ງຊາດສືບຕໍ່ພິຈາລະນາຮັບຮອງ ກົດໝາຍຂົງເຂດການເງິນ

ສະພາແຫ່ງຊາດສືບຕໍ່ພິຈາລະນາຮັບຮອງ ກົດໝາຍຂົງເຂດການເງິນ

Published on

12376536_457435564460229_1944993847547971635_n

ຂປລ. ສະມາຊິກສະພາແຫ່ງຊາດ ທຸກເຂດເລືອກຕັ້ງໄດ້ສືບຕໍ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍປັບປຸງໃໝ່ ໃນຂົງເຂດການເງິນ ອີກຈຳນວນ 2 ສະບັບຄື: ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ແລະ ກົດໝາຍວ່າດ້ວຍສວຍສາອາກອນ, ເຊິ່ງສະເໜີໂດຍ ທ່ານ ດຣ. ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງການເງິນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 7 ເຊິ່ງດຳເນີນມາເປັນມື້ທີ 8 ແລ້ວ. ທັງນີ້ ກໍເພື່ອຮອງຮັບວຽກງານການສ້າງແຂວງ ໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ຕາມທິດຊີ້ນຳຂອງພັກ.

ທ່ານລັດຖະມົນຕີວ່າການກະຊວງການເງິນໃຫ້ຮູ້ວ່າ: ສະເພາະກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ໄດ້ປະກາດໃຊ້ ແຕ່ປີ 1994 ຕໍ່ມາໄດ້ມີການປັບປຸງໃໝ່ ໃນປີ 2006 ແລະ ປັບປຸງຕື່ມອີກ ມາດຕາ 54 ໃນປີ 2011, ຜ່ານການປະຕິບັດກົດໝາຍສະບັບນີ້ ເຫັນວ່າມີຜົນສຳເລັດຫລາຍດ້ານ ໂດຍສະເພາະການຄຸ້ມຄອງງົບປະມານແຫ່ງລັດໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ, ເປີດເຜີຍ ແລະ ສາມາດກວດສອບໄດ້. ຢ່າງໃດກໍຕາມ ຍັງມີບາງເນື້ອໃນບາງມາດຕາ ບໍ່ທັນຈະແຈ້ງ ແລະ ສອດຄ່ອງກັບສະພາບເງື່ອນໄຂຂອງການພັດທະນາປະເທດຊາດ ໃນປັດຈຸບັນ ເປັນຕົ້ນການແບ່ງຂັ້ນຄຸ້ມຄອງປະເພດ ລາຍຮັບ-ລາຍຈ່າຍ ງົບປະມານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ບໍ່ສາມາດປະຕິບັດໄດ້ຜົນດີ ແລະ ບາງເນື້ອໃນ ຍັງບໍ່ທັນສອດຄ່ອງກັບນະໂຍບາຍ 3 ສ້າງ. ສ່ວນບັນຫາສິດ ແລະ ຄວາມຮັບຜິດຊອບຂອງຜູ້ສັ່ງການເອງກໍຍັງບໍ່ທັນຈະແຈ້ງ, ການຈັດແບ່ງປະເພດລາຍຮັບ-ລາຍຈ່າຍງົບປະມານ ບໍ່ທັນສອດຄ່ອງກັບມາດຕະຖານສາກົນ, ນອກນີ້ ຄວາມຮັບຜິດຊອບ ຂອງບັນດາອົງການ ທີ່ມີການພົວພັນກັບງົບປະມານແຫ່ງລັດ ກໍຍັງບໍ່ຈະແຈ້ງ ມີລັກສະນະຄຸມເຄືອ, ຊ້ຳຊ້ອນ ເຊິ່ງເຮັດໃຫ້ການຈັດຕັ້ງປະຕິບັດ ແລະ ບໍລິຫານງົບປະມານ ບໍ່ມີປະສິດທິຜົນເທົ່າທີ່ຄວນ.

ການປັບປຸງກົດໝາຍ ວ່າດ້ວຍງົບປະມານໃນຄັ້ງນີ້ ສະບັບປັດຈຸບັນ ມີ VIII ພາກ 14 ໝວດ 91 ມາດຕາ, ສະບັບປັບປຸງມີ X ພາກ 15 ໝວດ 98 ມາດຕາ, ໃນນີ້ ໄດ້ເພີ່ມເຂົ້າໃໝ່ II ພາກ 1 ໝວດ ແລະ 12 ມາດຕາ, ທັງມີການປັບປຸງຄືນໃໝ່ 49 ມາດຕາ. ໃນນັ້ນ ໄດ້ປັບປຸງປີງົບປະມານແຫ່ງລັດ ຈາກການເລີ່ມແຕ່ວັນທີ 1 ຕຸລາ ແລະ ສິ້ນສຸດໃນວັນທີ 30 ກັນຍາ ຂອງປີຖັດໄປ ມາເປັນເລີ່ມແຕ່ວັນທີ 1 ມັງກອນ ແລະ ສິ້ນສຸດລົງໃນວັນທີ 30 ທັນວາ ປີດຽວກັນ, ລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ຕ້ອງໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ອື່ນໆ ແນໃສ່ແກ້ໄຂບັນຫຍຸ້ງຍາກໃນໄລຍະຜ່ານມາ ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງເສດຖະກິດ-ສັງຄົມ ກໍຄື ນະໂບາຍຂອງພັກ-ລັດຖະບານໃນໄລຍະໃໝ່.

ສຳລັບການປັບປຸງ ກົດໝາຍວ່າດ້ວຍສວຍສາອາກອນ ທ່ານ ດຣ. ລຽນ ທິແກ້ວ ໄດ້ໃຫ້ຮູ້ເຖິງເຫດຜົນສຳຄັນ ແມ່ນເພື່ອຈັດຕັ້ງປະຕິບັດສາລະບານຫລຸດຜ່ອນ ອັດຕາພາສີອາຊຽນ ສູງສຸດ 40% ໃຫ້ຍັງເຫລືອ 5%, 4%, 3% ແລະ 0% ໃນປີ 2016-2017 ແລະ ທັງໝົດມີອັດຕາ 0% ໃນປີ 2018 ຕາມລຳດັບໃນກອບ ແລະ ເງື່ອນໄຂອາຊຽນ, ນັບທັງເງື່ອນໄຂຂອງອົງການການຄ້າໂລກ ວ່າດ້ວຍການປະຕິບັດມູນຄ່າແຈ້ງພາສີ ຕາມລາຄາຊື້-ຂາຍຕົວຈິງ. ເພື່ອຊຸກຍູ້ສົ່ງເສີມການຜະລິດ, ການບໍລິການ, ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ, ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ສ້າງຂີດຄວາມສາມາດການແຂ່ງຂັນໃຫ້ຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການຢູ່ ສປປ ລາວ ໃນເງື່ອນໄຂເຂົ້າສູ່ປະຊາຄົມເສດຖະກິດອາຊຽນ. ນອກນີ້ ຍັງເຮັດໃຫ້ອັດຕາການຊົມໃຊ້ບາງປະເພດເຊັ່ນ: ຍານພາຫະນະ, ເຫລົ້າ, ຢາສູບ ແລະ ກິດຈະການບໍລິການຈຳນວນໜຶ່ງ ສອດຄ່ອງກັບຄວາມເປັນຈິງ. ສ່ວນຈຸດສຳຄັນໃນການປັບປຸງ ອັດຕາອາກອນ ແມ່ນການປັບປຸງຖານເພດານອາກອນຕ່ຳສຸດຫລຸດລົງຈາກ 5% ມາເປັນ 3% ແລະ ອັດຕາສູງສຸດຫລຸດລົງຈາກ 150% ມາເປັນ 90%. ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການທາງດ້ານເສດຖະກິດທີ່ຄົງຕົວ ແລະ ຂະຫຍາຍຕົວ ນັບທັງການກະກຽມເງື່ອນໄຂຕ່າງໆ ໃຫ້ແກ່ການເຊື່ອມໂຍງເສດຖະກິດສາກົນ ແລະ ພາກພື້ນ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...