Homeຂ່າວພາຍ​ໃນເຊວຊີ ບຸກໄປເສຍໃຫ້ກັບ ເລສເຕີ ເຖິງຖີ່ນເຮັດໃຫ້ ເລສເຕີເປັນຈ່າຝູງອີກຄັ້ງ

ເຊວຊີ ບຸກໄປເສຍໃຫ້ກັບ ເລສເຕີ ເຖິງຖີ່ນເຮັດໃຫ້ ເລສເຕີເປັນຈ່າຝູງອີກຄັ້ງ

Published on

ການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ເລສເຕີ ຊິຕີ ເປີດສະໜາມ ຄິງ ພາວເວີລ໌ ສະເຕດ້ຽມ ຮັບການມາເຢືອນຂອງ ເຊນວຊີ ແຊມປ໌ເກົ່າ ໂດຍໃນເກມນີ້ ເຄລາດິໂອ ຣານິເອລີ່ ຄູເຝິກເຈົ້າຖິ່ນ ມີພຽງແຕ່ ຣິດຊີ່ ເດ ເລດທ໌ ກັບ ແມດທິວ ເຈມສ໌ ທີ່ບາດເຈັບ ເຊີ່ງບໍ່ໄດ້ສົ່ງຜົນກະທົບຫຍັງຕໍ່ທີມເທົ່າໃດເມື່ອເຈມີ່ ວາລ໌ດີ້, ລິຢາດ ມາຫ໌ເລຊ ແລະ ມາລ໌ຄ ອັນໄບຣຕັນ ພ້ອມລົງສະໜາມທັງໝົດ

ດ້ານທີມເຢືອນຂອງ ໂຊເຊ່ ມູລິນໂຢ ສະພາບທີມອາດຈະບອກໄດ້ວ່າ 100 ເປີເຊັນເຕັມມີພຽງແຕ່ ລາດາເມລ ຟັນເກົາ ສູນໜ້າທີ່ຍັງເຈັບຢູ່ເທົ່ານັ້ນ ສ່ວນ ເອດອງ ອາຊາລ໌, ດີເອໂກ້ ຄອສຕ້າ ແລະ ວິນລ່ຽນພ້ອມລົງສະໜາມທັງໝົດໃນເກມນີ້

ຜົນການແຂ່ງຂັນປະກົດວ່າ ເກມໃນເຄີ່ງເວລາທຳອິດເຈົ້າຖິ່ນຂຶ້ນນຳໄປກ່ອນ 2-0 ຈາກ ເຈມີ່ ວາລ໌ດີ ໃນນາທີ 34 ແລະລິຢາດ ມາຫ໌ເລຊ ໃນນາທີ 48, ໃນຂະນະເຄີ່ງເວລາທີ 2 ເຊວຊີ ບຸກໜັກ ຈົນໃນນາທີ 77 ເຊວຊີ ໄລ່ຂຶ້ນມາເປັນ 1-2 ໄດ້ສຳເລັດຈາກ ໂລອິກ ເລມີ ແຕ່ກໍເຮັດໄດ້ພຽງເທົ່ານັ້ນ ຈົບເກມ ເລສເຕີ ເປີດບ້ານເກັບ 3 ຄະແນນໄດ້ສຳເລັດ 2-1 ປະຕູ ເຮັດໃຫ້ເລສເຕີ ມີ 35 ຄະແນນຈາກ 16 ນັດນຳໜ້າ ອາເຊນອນ ກັບຂຶ້ນມານຳເປັນຈ່າຝູງອີກເທື່ອຄັ້ງ ເຊວຊີ ມີ 15 ຄະແນນຈາກການລົງຫຼີ້ນ 16 ນັດເທົ່າກັນຢູ່ອັນດັບທີ 16

665290-01

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...