Homeຂ່າວພາຍ​ໃນເຊເລນາ ຄວ້າລາງວັນນັກກິລາແຫ່ງປີ 2015​

ເຊເລນາ ຄວ້າລາງວັນນັກກິລາແຫ່ງປີ 2015​

Published on

ເຊເລນາ ວິນລ່ຽມສ໌ ນັກເທນນິສຍິງມື 1 ຂອງໂລກຊາວອາເມລິກາ ໄດ້ຮັບເລືອກໃຫ້ຄວ້າລາງວັນນັກກີລາແຫ່ງປີ 2015 ຂອງ ສະປອດສ໌ ອິນລັສເທຣດ ວາລະສານກີລາຊື່ດັ່ງຂອງອາເມລິກາ ໂດຍ ເຊເລນາ ທີ່ເປັນນັກກີລາຍິງຄົນທຳອິດ ທີ່ໄດ້ຮັບລາງວັນນີ້ ນັບຕັ້ງແຕ່ທີ່ ແມຣີ່ ແດັກເກີລ໌ ອະດີດນັກກີລາຍິງຮ່ວມຊາດ ເມື່ອປີ 1983 ແມຣີ່ ກ່າວວ່າ: ປີນີ້ເປັນປີທີ່ໜ້າຕື່ນຕາຕື່ນໃຈ ສຳລັບ ສະປອດສ໌ ອິນລັສເທຣດ ທີ່ຮັບຮູ້ໃນການເຮັດວຽກງານຢ່າງໜັກ, ມຸ່ງໝັ້ນ ແລະທຸ່ມເທຢ່າງເຕັມທີ່ການໄດ້ຮັບລາງວັນເທື່ອນີ້ຈະເປັນແຮງຜັກດັນຂ້ອຍໃນການເຮັດຜົນງານທີ່ດີຂຶ້ນຢ່າງຕໍ່ເນື່ອງ ສ່ວນທາງດ້ານ ພອລ ຟິດເທນບວມ ບັນນາທິການຂອງ ສະປອດສ໌ ອິນລັສເທຣດ ກ່າວວ່າ ເຊເລນາ ເຮັດຜົນງານໄດ້ຢ່າງແຂງແກ່ນ ບໍ່ແມ່ນພຽງແຕ່ເປັນນັກເທນນິສທີ່ດີທີ່ສຸດໃນຍຸກຂອງລາວ ແຕ່ເປັນຕະຫຼອດການ ແລະຫຼັງຈາກຟອມທີ່ດີຢ່າງຕໍ່ເນື່ອງໃນປີ 2015 ລາວຄືໜຶ່ງໃນນັກກີລາທີ່ໂດດເດັ່ນທີ່ສຸດທີ່ຍັງຄົງລົງແຂ່ງຂັນໃນປະຈຸບັນ
ທັງນີ້ ເຊເລນາ ໄດ້ຮັບເລືອກໃຫ້ຄວ້າລາງວັນໂດຍຊະນະນັກກີລາດັງຈາກຫຼາກຫຼາຍວົງການເຊັ່ນ: ລິໂອເນວ ເມສຊີ່ ດາວເດັ່ນກອງໜ້າ ບາເຊໂລນາ, ຍູເຊນ ໂບນຕ໌ ນັກແລ່ນໄວຊາວຈາເມກ້າ, ໂນວັກ ຍໍໂຄວິດ ຍອດນັກເທນນິສຊາຍມື 1 ຂອງໂລກ

665297-01

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...