spot_img
Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີເຜີຍ ໂຄງການດາວທຽມ-ທາງລົດໄຟ ຈະຊຸກຍູ້ຈັງຫວະ ການເຕີບໂຕເສດຖະກິດ!

ຮອງນາຍົກລັດຖະມົນຕີເຜີຍ ໂຄງການດາວທຽມ-ທາງລົດໄຟ ຈະຊຸກຍູ້ຈັງຫວະ ການເຕີບໂຕເສດຖະກິດ!

Published on

9304093f8d0b452ecb0306171440a1c2

ກອງ​ປະຊຸມ​ສະໄໝ​ສາມັນເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ວັນ​ທີ 11 ທັນວາ 2015 ເປັນ​ມື້​ທີ 5 ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ພ້ອມດ້ວຍ​ບັນດາ​ຄະນະ​ອະນຸ​ກຳ​ມະການ ແລະ ສະມາຊິກ​ສະພາແຫ່ງ​ຊາດ ໄດ້​ຮັບ​ຟັງ​ການ​ລາຍງານ​ສະພາບ​ການຈັດຕັ້ງ​ປະຕິບັດໂຄງການ​ດາວ​ທຽມ​ລາວ ແລະ ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ແຕ່ຊາຍ​ແດນ​ລາວ-ຈີນ ຫານະຄອນ​ຫຼວງ​ວຽງ​ຈັນ ຂອງ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກງານ​ເສດຖະກິດ ການ​ຜະລິດ ແລະ ຈໍ​ລະ​ຈອນ.

ທ່ານ​ຮອງ​ນາຍົກ​ລັດ​ຖະ​ມົນຕີ​ກ່າວ​ວ່າ: ສຳລັບ​ໂຄງການ​ດາວທຽມ ໃນ​ຕຳແໜ່ງ​ວົງ​ໂຄຈອນ 128,5 ອົງສາ​ຕາເວັນ​ອອກ ເປັນໂຄງການ​ທີ່​ລັດຖະບານ​ລາວ ໄດ້ປຶກສາ​ຫາລື​ກັບ​ລັດຖະບານ​ຈີນ ອີງ​ຕາມ​ການ​ຕົກລົງລະຫວ່າງສອງ​ຜູ້ນຳ​ຂັ້ນ​ສູງ​ສຸດ​ຂອງ​ສອງ​ພັກ ແລະ ສອງ​ລັດ ພວກ​ເຮົາ​ໄດ້​ສະເໜີ​ເງິນ​ກູ້​ຢືມ​ຈາກ​ລັດຖະບານ​ຈີນ ໃນ​ປີ 2008 ຈາກ​ນັ້ນ ລັດ​ຖະບານ​ລາວ ໄດ້​ຍື່ນ​ເອກະສານ​ຂໍຈອງ​ຕຳແໜ່ງ​ວົງ​ໂຄຈອນ ຈາກສະຫະພັນ​ໂທລະ​ຄົມມະນາຄົມສາກົນ (ITU) ໃນ​ວັນ​ທີ 13 ພຶດສະພາ 2008 ແລະ ໄດ້​ດຳເນີນຂັ້ນ​ຕອນ​ຕ່າງໆ​ຕາມ​ລະບຽບການ.

ພາຍຫຼັງ​ກະຊວງ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ (​ປທສ) ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນໃນ​ປີ 2011 ລັດຖະບານ​ໄດ້ມອບ​ໂຄງການ​ນີ້ ຈາກ​ອົງການ​ວິທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີແຫ່ງ​ຊາດ ໃນ​ເມື່ອ​ກ່ອນ​ມາ​ໃຫ້ກະຊວງ ​ປທສ ເປັນ​ຜູ້​ສືບຕໍ່​ຈັດ​ຕັ້ງປະຕິບັດ ຈາກ​ນັ້ນ ໃນ​ວັນ​ທີ 11 ກໍລະ​ກົດ 2012 ຈຶ່ງ​ໄດ້​ເຊັນ​ສັນຍາເງິນ​ກູ້ ແລະ ສັນຍາ​ອື່ນໆ​ທີ່​ກ່ຽວຂ້ອງ (ສະບັບ​ປັບປຸງ) ແລະ ໄດ້ເລີ່ມ​ປະຕິບັດ​ໂຄງການ​ນີ້ ນັບ​ແຕ່ທ້າຍ​ປີ 2012 ເປັນຕົ້ນ​ມາ ເຊິ່ງໂຄງການ​ນີ້​ແບ່ງ​ອອກ​ເປັນ 2 ໄລຍະຄື: ໄລຍະ​ທີ​ໜຶ່ງ​ແມ່ນ​ດຳເນີນການ​ທາງ​ດ້ານ​ເຕັກນິກ​ຕ່າງໆ ຈົນ​ຮອດ​ການ​ສົ່ງ​ດາວ​ທຽມ​ໄປ​ໄວ້ໃນ​ຕຳແໜ່ງ​ວົງ​ໂຄຈອນ ຈົນ​ສຳເລັດ ໃນ​ວັນ​ທີ 21 ພະຈິກ 2015 ຜ່ານ​ມາ ສ່ວນ​ໄລຍະ​ທີ 2 ແມ່ນການ​ບໍລິຫານ​ລະບົບ​ດາວ​ທຽມ ເພື່ອ​ໃຫ້​ເກີດ​ຜົນ​ປະໂຫຍດ​ທາງດ້ານ​ເສດຖະກິດ-ສັງຄົມ.

ໂຄງການ​ນີ້ ຈະ​ສ້າງ​ລາຍ​ຮັບສຳຄັນ ສຳລັບ ​ສປປ ລາວ​ເຮົາ ຈະ​ກາຍເປັນ​ໂຄງ​ລ່າງ​ພື້ນຖານ​ທີ່ສຳຄັນ​ອັນ​ໜຶ່ງ ສຳລັບ​ວຽກ​ງານໂທລະ​ຄົມມະນາຄົມ ແລະ ການສື່ສານ ການ​ກະຈາຍສຽງ-ໂທລະພາບ ເຊິ່ງ​ດາວ​ທຽມ​ແມ່ນ​ປັດ​ໄຈເຕັກນິກ​ອັນ​ໜຶ່ງ​ທີ່​ສຳຄັນ ໃນ​ການກະຕຸກ​ຊຸກຍູ້​ໃຫ້​ເສດຖະກິດ​ແຫ່ງຊາດ ​ມີ​ການ​ຂະຫຍາຍຕົວ ສົ່ງເສີມ​ການ​ພັດທະນາ​ຊັບ​ພະຍາກອນ​ມະນຸດ​ ໃນ​ຂະແໜງການ​ອັນໃໝ່ ແລະ ເປັນ​ແຫຼ່ງ​ລາຍ​ຮັບ​ໜຶ່ງທີ່​ສຳຄັນໃຫ້​ແກ່​ລັດຖະບານ.

ຂະນະ​ທີ່​ໂຄງການ​ທາງ​ລົດໄຟ​ລາວ-ຈີນ ມີ​ລວງ​ຍາວ​ທັງ​ໝົດປະມານ 427,2 ກິໂລແມັດ ນັບແຕ່​ຊາຍ​ແດນ​ຈີນ-ລາວ ມາ​ເຖິງນະຄອນຫຼວງ​ວຽງ​ຈັນ ຈົນ​ຮອດຈຸດ​ຂົວ​ລົດໄຟ​ເຊື່ອມ​ຕໍ່​ລາວ-ໄທແຫ່ງ​ໃໝ່ ຈັດ​ຢູ່​ໃນ​ປະເພດ​ທາງລົດໄຟ​ມາດຕະຖານ​ລະດັບ 1 ມີຄວາມ​ກວ້າງ​ຂອງ​ລາງ​ແມ່ນມາດຕະຖານ​ສາກົນ 1.435 ແມັດ ເປັນ​ປະເພດ​ລາງ​ດ່ຽວ ຄວາມ​ໄວອອກ​ແບບ​ສຳລັບ​ຂົນສົ່ງໂດຍສານ​ແມ່ນ 160 ​ກມ/​ຊມ ແລະ ໄດ້​ອອກ​ແບບ​ສຳຮອງ​ເພື່ອ​ໄວ້ 200 ​ກມ/​ຊມ ໃນ​ເຂດ​ທົ່ງພຽງຄື: ໄລຍະ​ຕອນ​ທາງ​ແຕ່​ແຂວງວຽງ​ຈັນ ຫານະຄອນຫຼວງ​ວຽງຈັນ ຄວາມ​ໄວ​ອອກ​ແບບ​ສຳລັບຂົນສົ່ງ​ສິນຄ້າ​ແມ່ນ 120 ​ກມ/​ຊມ ລະບົບ​ການ​ຂັບ​ເຄື່ອນ​ດ້ວຍ​ພະລັງງານ​ໄຟຟ້າ ມີ​ສະຖານີທັງ​ໝົດ 33 ແຫ່ງ ໃນ​ນີ້ ມີ​ສະຖານີ​ສຳລັບ​ຫຼີກ​ລົດໄຟ 21 ແຫ່ງ ສະ​ຖານີ​ໂດຍສານ 11 ແຫ່ງ ແລະ ສະຖາ​ນີ​ສິນຄ້າ 1 ແຫ່ງ.

ອີງໃສ່​ຄວາມ​ຫຍຸ້ງຍາກ​ທາງດ້ານ​ພູມ​ສາດ ໃນ​ບໍລິເວນ​ເສັ້ນທາງ​ລົດໄຟ​ເດີນ​ຜ່ານ ເປັນຕົ້ນ ຢູ່ເຂດ​ພາກ​ເໜືອ ຄາດ​ຄະເນ​ວ່າ​ຈະໃຊ້​ເວລາ​ໃນ​ການ​ກໍ່ສ້າງ​ເຖິງ 5 ປີ ຈຶ່ງ​ສຳເລັດ ປັດຈຸບັນ ພາກສ່ວນກ່ຽວຂ້ອງ​ທັງ​ສອງ​ຝ່າຍ ​ພວມ​ກະກຽມ​ເງື່ອນໄຂ​ຕ່າງໆ ເພື່ອ​ຮັບ​ປະກັນ​ໃຫ້​ໂຄງການ​ໄດ້​ດຳເນີນ​ໄປຕາມ​ແຜນການ​ທີ່​ວາງ​ໄວ້.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...