spot_img
Homeຂ່າວການພັດທະນາພາຍໃຕ້ ລະບອບໃໝ່ຂະແໜງ ຖວທ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາຂຶ້ນໃນທຸກດ້ານ

ພາຍໃຕ້ ລະບອບໃໝ່ຂະແໜງ ຖວທ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາຂຶ້ນໃນທຸກດ້ານ

Published on

5-1

( ຄຳເຫັນຂອງທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີວ່າການກະຊວງ ຖວທ )

ປີ 2015 ແມ່ນປີທີ່ ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າເບີກ ບານມ່ວນຊື່ນຕໍ່ຜົນສຳເລັດທີ່ ຍາດມາໄດ້ຕະຫຼອດ 40 ປີ ຜ່ານມາ ພາຍໃຕ້ການນຳພາ ຂອງພັກ ປປ ລາວ ແລະ ພາຍ ໃຕ້ລະບອບໃໝ່, ແມ່ນວັນໄຊ ຊະນະອັນຍິ່ງໃຫຍ່ທີ່ບໍ່ເຄີຍມີມາໃນປະຫວັດສາດຂອງຊາດເຮົາດັ່ງທ່ານ ຈູມມາລີ ໄຊຍະສອນ ເລຂາ ທິການໃຫຍ່ ປະທານປະເທດເຮົາ ໄດ້ກ່າວໄວ້ວ່າ: ບໍ່ມີຍຸກໃດ ສະໄໝໃດ ທີ່ປະເທດຊາດອັນແສນຮັກຂອງພວກເຮົາ ໄດ້ມີຄວາມຮົ່ມເຢັນເປັນສຸກໄດ້ຮັບການພັດທະນາ ຈະເລີນ ກ້າວໜ້າ ແລະ ຖານະບົດບາດ  ຂອງປະເທດເຮົາໄດ້ນັບມື້ສູງ ເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນຄືສູ່ມື້ນີ້.
ເວົ້າສະເພາະໃນຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໃນໄລຍະຜ່ານມາ, ດ້ວຍຄວາມເອົາ ໃຈໃສ່ຊຸກຍູ້ຊີ້ນຳ-ນຳພາຢ່າງ ຕັ້ງໜ້າຂອງຄະນະ ພັກ, ຄະນະ ນຳກະຊວງ ຖວທ ສາມາດບັນ ລຸຜົນສຳເລັດໄດ້ເປັນຢ່າງດີ ຊຶ່ງ ໄດ້ສ້າງຄວາມເຊື່ອໝັ້ນ ແລະ ສ້າງພື້ນຖານອັນໜັກແໜ້ນໃຫ້ ແກ່ການສືບຕໍ່ບຸກທະລຸໃນຊຸມ ປີຕໍ່ໜ້າ. ສາມາດເວົ້າໄດ້ຢ່າງ ທະນົງໃຈວ່າ: ວຽກງານ ຖວທ ໄດ້ສືບຕໍ່ມີການປັບປຸງ ແລະ ພັດທະນາດີຂຶ້ນໃນທຸກດ້ານ. ໄປພ້ອມກັນນັ້ນ ການປະຕິບັດ ວຽກງານ 3 ສ້າງ ໃນຂົງເຂດ ຖວທ ກໍໄດ້ດຳເນີນຢ່າງເປັນ ເຈົ້າການ. ພື້ນຖານໂຄງລ່າງ ແລະ ວັດຖຸເຕັກນິກໄດ້ຮັບການ ພັດທະນາ, ເຮັດໃຫ້ຂະແໜງ ການ ຖວທ ມີຜົນສຳເລັດທີ່ພົ້ນ ເດັ່ນເປັນພື້ນຖານ.
ສື່ມວນຊົນລາວໄດ້ມີຄວາມ ທັນສະໄໝທາງດ້ານພື້ນຖານ ວັດຖຸເຕັກນິກ ແລະ ບຸກຄະລາ ກອນ. ວິທະຍຸ ແລະ ໂທລະ ພາບໄດ້ຄ່ອຍໆຫັນໄປສູ່ລະ ບົບດີຈີຕອນ, ສຽງ ແລະ ພາບມີຄວາມຊັດເຈນໄດ້ມາດຕະຖານກ່ວາເກົ່າ, ກວມເກືອບທຸກທະວີບ, ຊ່ວຍໃຫ້ຄົນລາວເຊື້ອຊາດລາວ, ພະນັກງານລາວທີ່ ຢູ່ຕ່າງປະເທດໄດ້ຮັບຂໍ້ມູນຂ່າວ  ສານຈາກປະເທດຂອງຕົນ. ມາຮອດປະຈຸບັນນີ້, ສື່ມວນຊົນ ລາວໄດ້ມີຜະລິດຕະພັນຄົບ ທຸກປະເພດ ແລະ ມີຈຳນວນ ເພີ່ມຂຶ້ນທຸກປີ, ກ້າວໄປເຖິງ ການແຂ່ງຂັນ, ເຮັດໃຫ້ຄຸນນະພາບດີຂຶ້ນມີຫຼາຍທາງເລືອກ ໃນການຊົມໃຊ້ ແລະ ນັບມື້ນັບ ຫັນໄປສູ່ຄວາມເປັນມືອາຊີບ ທາງດ້ານວິຊາສະເພາະ. ປະຈຸ ບັນໜັງສືພິມ ແລະ ວາລະສານ ຈຳນວນ 127 ສະບັບເພີ່ມຂຶ້ນ 30 ກ່ວາສະບັບ. ໃນນັ້ນມີໜັງ ສືພິມ 27 ສະບັບ, ເປັນລາຍວັນ 11 ສະບັບ, ມີທັງພາສາລາວ, ພາສາອັງກິດ ແລະ ພາສາຝຣັ່ງ; ວາລະ ສານມີ 100 ສະບັບ ນັບທັງຂອງລັດ ແລະ ເອກະ ຊົນ. ບັນດາສື່ສິ່ງພິມຍັງມີຈຳນວນຜູ້ອ່ານ ແລະ ຍອດຈຳນວນທີ່ໝັ້ນຄົງ ເປັນຕົ້ນໜັງສື ພິມປະຊາຊົນ, ຂ່າວສານປະ ເທດລາວ, ໜັງສືພິມປະເທດລາວ ແລະ ໜັງສືພິມວຽງຈັນທາຍ ຊຶ່ງໄດ້ລົງໄປເຖິງຮາກຖານປະຊາຊົນ ແລະ ເປົ້າໝາຍຂອງຕົນໃນທົ່ວປະເທດ. ພິເສດໜັງສືພິມປະຊາ ຊົນ ໄດ້ມີໂຮງ ພິມສະເພາະຢູ່ປາກເຊ ຊຶ່ງສາ ມາດຈັດພິມຮັບໃຊ້ບັນດາແຂວງ ພາກໃຕ້ໃຫ້ໄດ້ອ່ານໜັງສືພິມ ຢ່າງທັນເວລາ.
ວິທະຍຸກະຈາຍສຽງມີ 63 ສະຖານີເພີ່ມຂຶ້ນ 20 ສະຖານີ,  ທຽບໃສ່ປີ 2011, ສູນກາງ 11 ສະຖານີ, ແຂວງ 19 ສະຖານີ ແລະ ເມືອງ 33 ສະຖານີ, ການກະຈາຍ ສຽງທາງພາກພື້ນດິນ ທັງລະບົບເອເອັມ ແລະ ເອັບເອັມ (AM&FM) ກວມ 90%   ຂອງພື້ນທີ່ທົ່ວປະເທດ, ກະຈາຍ ຜ່ານດາວທຽມ ແລະ ອິນເຕີ ເນັດກວມ 100% ຂອງພື້ນທີ່ ທົ່ວປະເທດ ແລະ ຫຼາຍປະເທດ ໃນທົ່ວໂລກ. ວິທະຍຸກະຈາຍ ສຽງແຫ່ງຊາດຍັງໄດ້ກະຈາຍ ເປັນພາສາຫວຽດນາມ, ອັງ ກິດ, ຝຣັ່ງ, ກຳປູເຈຍ, ໄທ, ພາ ສາມົ້ງ ແລະ ກຶມມຸ. ມີສະຖານີ FM ຖ່າຍທອດວິທະຍຸສາກົນ ແຫ່ງປະເທດຈີນ, ຝຣັ່ງ ແລະ ອົດສະຕຣາລີ. ໂທລະພາບມີ 37 ສະຖານີເພີ່ມຂຶ້ນ 5 ສະຖາ ນີ, ທຽບ ໃສ່ປີ 2011, ສູນກາງ 9 ສະຖານີ ໃນນັ້ນມີສະຖານີ ເອກະຊົນ  3  ສະຖານີ, ແຂວງ 17 ສະຖານີ, ເມືອງ 11 ສະຖາ ນີ, ສາມາດແຜ່ພາບທາງພາກ ພື້ນດິນກວມ 80% ຂອງພື້ນທີ່ ທົ່ວປະເທດ. ກະຈາຍຜ່ານດາວ  ທຽມ ແລະ ອິນເຕີເນັດ ກວມ 100% ຂອງພື້ນທີ່ທົ່ວປະເທດ ແລະ ຫຼາຍປະເທດໃນໂລກ.
ໂທລະພາບແຫ່ງຊາດລາວ ໄດ້ປັບປຸງລາຍການໃຫ້ດີຂຶ້ນ ກ່ວາເກົ່າ, ເຮັດບົດບາດສຳຄັນ ໃນການຜະລິດ ແລະ ກະຈາຍ ຂ່າວທັງຊ່ອງ 1 ແລະ ຊ່ອງ 3 ສົ່ງໃຫ້ສະຖານີອື່ນ ຖ່າຍທອດ ເອົາໄປກະຈາຍຕໍ່. ປະຈຸບັນມີ ລາຍການຂ່າວເປັນພາສາອັງ ກິດ, ຝຣັ່ງ, ມົ້ງ, ກຶມມຸ ແລະ ພາສາຫວຽດນາມ. ນອກນັ້ນຍັງມີສະຖານີຖ່າຍທອດໂທລະພາບ ຫວຽດນາມ VTV 4, ສະ ຖານີຖ່າຍທອດໂທລະພາບ ສປ ຈີນ CCTV 4, CCTV-News. ໂທລະພາບແຫ່ງຊາດ ລາວຍັງເຮັດໜ້າທີ່ຖ່າຍທອດ ສົດ ແລະ ບັນທຶກ ເຫດການສຳ ຄັນຕ່າງໆຂອງພັກ, ຂອງຊາດ ແລະ ສາກົນທີ່ຈັດຂຶ້ນຢູ່ ສປປ ລາວ, ມີການບໍລິການຂອງໂທ ລະພາບລະບົບໃຊ້ສາຍ ແລະ ໂທລະພາບລະບົບດີຈີຕອນ  ຊຶ່ງສາມາດຊົມລາຍການໂທ ລະພາບຂອງລາວ ແລະ ຕ່າງ ປະເທດໄດ້ເຖິງ 40 ກ່ວາຊ່ອງ. ບໍລິສັດດາວທຽມຕ່າງປະເທດ ໃນ ສປປ ລາວ ກໍໄດ້ເອົາທຸກຊ່ອງໂທ ລະພາບລາວ ອອກອາ ກາດ ແລະ ຈັດລຽງລາຍ ການໂທລະພາບ ແຕ່ລະສະ ຖານີຂອງລາວອອກໜ້າຕາມ ລຳດັບ.
ທັງວິທະຍຸ ແລະ ໂທລະ ພາບແຫ່ງຊາດຍັງມີສະຖານີ ຖ່າຍທອດຕໍ່ຢູ່ພາກໃຕ້ (ປາກ ຊ່ອງ), ຫຼວງພະບາງ, ອຸດົມໄຊ, ສະຫວັນນະເຂດໄດ້ຖ່າຍທອດ ລາຍການຕ່າງໆ ໃຫ້ແກ່ວິທະຍຸ ໂທລະພາບແຂວງ ແລະ ເມືອງ ລວມທັງວິທະຍຸຊຸມຊົນຊ່ວຍ ໃຫ້ປະຊາຊົນທີ່ຢູ່ເຂດຫ່າງໄກ  ສອກຫຼີກສາມາດໄດ້ຮັບຂໍ້ມູນ ຂ່າວສານ, ສາລະໜ້າຮູ້ ແລະ ການບັນເທີງທັນເຫດການ. ເວົ້າລວມ ວິທະຍຸ ແລະ ໂທລະ ພາບຍັງເປັນສື່ທີ່ໄດ້ຮັບຄວາມ ນິຍົມຢ່າງກວ້າງຂວາງໃນທົ່ວ ສັງຄົມ. ນອກຈາກນັ້ນ ຄະນະ ພັກກະ ຊວງໄດ້ຊີ້ນຳ-ນຳພາ ການຕິດຕັ້ງລະບົບໂທລະໂຄ່ງ ຈຳນວນ 130 ຊຸດ ໃຫ້ບ້ານທົດ ລອງ 3 ສ້າງໃນຈຳນວນ 51 ເມືອງ ແລະ ເມືອງປະສົບໄພ ທຳມະຊາດຈຳນວນໜຶ່ງ. ນອກນັ້ນ ສື່ມວນຊົນລາວເກືອບທັງໝົດໄດ້ເຂົ້າສູ່ສື່ໃໝ່ສ້າງ “ເວັບໄຊ” (Website) ຂອງຕົນຂຶ້ນ ແລະ ນຳໃຊ້ທຸກສ່ອງທາງທີ່ມີຢູ່ໃນລະບົບເຄືອຂ່າຍອິນເຕີ ເນັດ  ຊຶ່ງໄດ້ ຊ່ວຍໃຫ້ການສົ່ງຂໍ້ ມູນ-ຂ່າວສານລະຫວ່າງພາຍໃນ ແລະ ຕ່າງປະເທດວ່ອງໄວ, ທັນການ ແລະ ກວ້າງຂວາງກ່ວາເກົ່າ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...