spot_img
Homeຂ່າວພາຍ​ໃນຄົນລາວກາຍເປັນນັກດື່ມເຫຼົ້າເບຍເບີໜຶ່ງແຫ່ງອາຊຽນ

ຄົນລາວກາຍເປັນນັກດື່ມເຫຼົ້າເບຍເບີໜຶ່ງແຫ່ງອາຊຽນ

Published on

ໂດຍ:     [ ຕໍ​​ເຟືອງ​ແຫ້ງ​ແດດ]

500
ຮູບປະກອບ ທີ່ສະແດງອັດຕາຂອງການດື່ມົນມ ແລະ ນ້ຳເມົາ

 

ພວກ​​ເຮົາ​ຄວນ​ດີ​ໃຈ ຫຼື ຈະ​ເສົ້າໃຈ​ ຫຼືບໍ່ກັບກາ​ນ​ໄດ້​ເປັນ​ແຊ້ມ​ໃນ​ຄັ້ງນີ້​, ຫຼືວ່າ​​ເຮົາ​ຈະ​ຮັກສາ​ແຊ້ມນີ້​ໄວ້​ຕະຫຼອດ​ໄປ​ບໍ່? ພວກເຮົາຈະສ້າງສັງຄົມລາວ ໃຫ້ຫຼຸດຜ່ອນ ສິ່ງມືນເມົາເຫຼົ່ານີ້ໄດ້ແນວໃດ?”

​ໃນ​ວັນ​ທີ 28 ​ທັນວາ​ ປີ2013,  ຢູ່​ໃນ​ໜ້າກະດານ​ເວ​ປເພສ ASEAN Community ທີ່​ໄດ້​ສະ​ແດງ​ຂໍ້​ມູນ​ກຸ່ມ​ປ​ະ​ເທດ​ສະມາຊິກ​ອາຊຽນ​ຕໍ່​ການ​ດື່ມ​ເຫຼົ້າ​ເບຍ ​ເຊິ່ງ​ໃນ​ນັ້ນປະເທດລາວເຮົາ ແມ່ນຄອງແຊ້ມນັກດຶ່ມ​ເຫຼົ້າ​ເບຍ! ​ເຫັນ​ແລ້ວ​ບໍ​່ຮູ້ຈັກ​ຊິ​ເຮັດ​ແນວ​ໃດ ຈັກ​ຊິ​ດີ​ໃຈ ຫຼື​ ເສຍ​​ໃຈ​ກັນ​ແທ້​ກັບ​ກາ​ນ​ໄດ້​ແຊມ​ນີ້ມາ​ຄອງ.

ປີ 2013 ທີ່​ຜ່ານ​ມາ​ໃໝ່ໆນີ້, ຂ້າພະ​​ເຈົ້າ​ເຊື່ອ​ວ່າ​ຍັງ​ມີຫຼາຍໆຄົນ​ທີ່​ຍັງ​ເມົາ​ຄ້າງ​ກັບ​ການ​ສະ​ຫຼອງປີ​                                                                                 ໃໝ່ສົ່ງ​ທ້າຍ​ປີ​ເກົ່າ​ຢູ່ ຫຼື​ ​ເອີ້ນກັນ​ວ່າ ວັນ​ “ຄາວດາວ” ​(Countdown ) ນັ້ນ​ເອງ, ​ໃນ​ການ​ສະ​ຫລອງ​ຢ່າງ​ເອົາ​ຈິງຈັງ​ຂອງ​ຄົນ​ລາວ​ເຮົາ​ນີ້ ຈົນ​ເຮັດ​ໃຫ້​ປະ​ເທດ​ລາວ​ເຮົາ​ກາຍ​​ເປັນ​ສະຖິຕິ​ໃໝ່​ໃນ​ການ​ດື່ມ​ຂອງ​ມື່ນ​ເມົາ​ແຫ່ງ​ກຸ່ມ​ສະມຊິກ​ອາຊຽນ​ໄປ​ແລ້ວ.

ອິງ​ຕາມ​ຂໍ້​ມູນ​ທີ່​ສະຖິຕິ​ທີ່ສະ​ແດງ​ຢູ່​ເທິງ ເວ​ປ​ເພສ ອາຊຽນຄອມ​ມູນິຕີ ASEAN Community ວັນທີ 28 ທັນວາ ປີ  2013,  ​ໄດ້​ຈັດ​ລຽງລຳດັບ​​ກາ​ນສົມທຽບ​ເຄື່ອງດື່ມ​ລະຫວ່າງນົມ​ ​ແລະ ​​ເຫຼົ້າ​ເບຍ​ ​ໃນ​ກຸ່ມ​ປະ​ເທດ​ສະມາຊິກ​ອາຊຽນທີ່​ມັກ​ດື່ມຫຼາຍທີ່​ສຸດ​​ໃນ​ປີ 2013 ​ເຊິ່ງສະຖິຕິ​ນັ້ນ​ໄດ້​ສະ​ແດງ​ລາຍ​ລະອຽດ ຢ່າງ​ຊັດ​ເຈນ​ຄື ປະລິມານ​ໃນ​ການ​ດື່ມ​ນ້ຳນົມ​ຂອງ​ປະ​ເທດ​ລາວ​ເຮົາ​ແມ່ນ 4,6 ລິດ​ຕໍ່​ປີ ​ເຊິ່ງ​​ໄດ້​ຈັດ​ເປັນ​ປະ​ເທດ​ທີອັນ​ດັບ​ສຸດ​ທ້າຍ ​​ໃນ10​ ປະ​ເທດ​ຂອງ​ກຸ່ມ​ອາຊຽນ​ເຊິ່ງອັນ​ດັບ​ທີ 1 ນັ້ນ​ແມ່ນ​ປະ​ເທດ ບູຣ​ໄນ ​ແລະ ຕາມ​ມາ​ດ້ວຍ ປະ​ເທດ​ມາ​ເລ​ເຊຍ ​ມຽນມ້າ. ສ່ວນ​ປະ​ເທດ​ທີ່​ມີ​ປະລິມານ​ໃນ​ການ​ດື່ມ​ ສິ່ງ​ມື່ນ​ເມົາ​ໂດຍ​ສະ​ເພາະເຫຼົ້າ​ເບຍ ​ແມ່ນ​ປະ​ເທດ​ລາວ​ຂອງ​ເຮ​ົາຂຶ້ນ​​ເປັນອັນ​ດັບ​ທີ່ 1 ​ເລີຍ​ໂດຍ​ມີ​ປະລິມານ​ຂອງ​ການ​ດື່ມ ​ເຫຼົ້າ​ແມ່ນ 7 ລິດ​ຕໍ່ ຄົນຕໍ່​ປີ ​ເປີ​ເຊັນ​ຂອງ​ການ​ດື່ມ​ຂອງ​ຜູ້​ຊາຍ​ແມ່ນ 70% ສ່ວນ​ຜູ້ຍິງ ​ແມ່ນ 30 % ຕາມ​ມາ​ດ້ວຍ​​ໄທ ​ແລະ ຟີ​ລິບ​ປິນ, ສ່ວນ​ປະ​ເທດ​ອັນ​ດັບ​ສຸດ​ທ້າຍ​ຂອງ​ການ​ດື່ມ​ຂອງ​ມື່ນ​ເມົາ​ແມ່ນ​ປະ​ເທດ ມຽນມາ ​ເຊິ່ງມີ​ປະລິມານ 0.5 ລິດ​ຕໍ​ປີ.

​ໃນ​​ເມື່ອ​​ເຫັນ​ແບບ​ນີ້​ແລ້ວ ​ຈຶ່ງ​ຖື​​ໄດ້​ວ່າເຫຼົ້້າ​ເບຍ​ຍັງ​​ເປັນ​ປັດ​ໃຈ​ໜຶ່ງທີ່​ສຳຄັນ​ໃນ​ການ​ດຳລົງ​ຊີວິດ​ຂອງ​ຄົນ​ລາວ ​ເພາະ​ເຫັນ​​ໄດ້​ຈາກ​ການ​ດຳລົງ​ຊີວິ​ດ​ໃນ​ປະຈຸ​ບັນຂອງ​ຄົນ​ລາວ ທີ່​ຍັງ​ໃຫ້​ຄວາມ​ສຳຄັນ​ກັນຫຼາຍກັບ​ການ​​ເສບ​ດື່ນຂອງ​ມື່ນ​ເມົາ ​ໂດຍ​ສະ​ເພາະ​ນັ້ນກໍ່​ແມ່ນ ​ເຫຼົ້າ ​ແລະ​ເບຍ​ທີ່​ຂາດ​ບໍ​ໄດ້​ແທ້ໆ​ໃນ​ປະ​ເພນີງານ​ຕ່າງໆທີ່​​ໄດ້ຈັດ​​ຂຶ້ນ ບໍ​ວ່າ​ຈະ​ເປັນ​ງານ ສະ​ລອງ​ວັນ​ເກີ​ດ,ວັນ​ສົ່ງ​ທ້າຍ​ປີ​​ເກົ່າ ວັນ​ຕອນ​ຮັບ​ປີ​ໃໝ່, ​ຮັບ​ຊັ້ນຕຳ​ແໜ່ງ​ໃໝ່, ​ເງິນ​ເດືອນ​ອອກ​ໃໝ່, ທ້າຍ​ອາທິ​ດ ​ແລະ​ຍັງ​ມີ​ງານ​ຕ່າງໆ ລວມ​ໄປ​​ເຖິງ​ງານ ວັດ​ງານ​ວາ​ກໍ​ຍັງ​ມີ ​ເຫຼົ້າ​​ຢາ ສຸ​ລາ​ປາປີ້ງ​ເຂົ້າ​​ໄປ​ປົນ​​ເປ​ນຳ, ​ເຊິ່ງ​ໄດ້​ກາຍ​​ເປັນ​ປະ​ເພນີ​ ງານ​ມື່ນ​ເມົາ​ຂອງ​ຄົນ​ລາວ​ເຮົາ​ໄປ​ແລ້ວ​ໃນ​ປະຈຸ​ບັນ.

​ພວກ​​ເຮົາ​ຄວນ​ດີ​ໃຈ ຫຼື ຈະ​ເສົ້າໃຈ​ ຫຼືບໍ່ກັບກາ​ນ​ໄດ້​ເປັນ​ແຊ້ມ​ໃນ​ຄັ້ງນີ້​, ຫຼືວ່າ​​ເຮົາ​ຈະ​ຮັກສາ​ແຊ້ມນີ້​ໄວ້​ຕະຫຼອດ​ໄປ​ບໍ່? ພວກເຮົາຈະສ້າງສັງຄົມລາວ ໃຫ້ຫຼຸດຜ່ອນ ສິ່ງມືນເມົາເຫຼົ່ານີ້ໄດ້ແນວໃດ?  ອັນທຳອິດ​ເຮົາ​ກໍ່​ຕ້ອງ​ປະຕິບັດ​ຕົນ​​ເອງ ​ໃຫ້​​ເປັນ​ແບບຢ່າງ​ໃຫ້​ແກ່​ຄົນ​ໄວ້ໜຸ່ມ​ເດັກນ້ອຍ ຄວນ​ມີ​ການຈຳ​ກັດ ​ສະກ​ັດກັ່ນ​ກັບ​ເຄື່ອງ​ດື່ມ​ທີ່​ເປັນ​ສານ​ມື່ນ​ເມົາ ​ແລະ ລວມ​ໄປ​​ເຖິ່ງອົງ​ກອນ​ຕ່າງໆຄວນ​ມີ​ຂອບ​ເຂດ​ຈຳກັດ​ໃນ​ການ​ສະ​ລອງ​ຄວນ​ຫັນ​ຈາກ​ການ​ດື່ມ​ສິ່ງ​ມື່ນ​ເມົາ ຫັນ​ມາ​ສົ່ງ​​ເສີມ​​ເຮັດກິດຈະກຳ​ອັນ​ອື່ນ​ທີ່​ປາສະຈາກ​ຈາກ​ສິ່ງ​ຂອງ​ມື່ນ​ເມົາ​ຈະ​​ເປັນ​ການ​ດີ ​ແລະ ​ຖ້າ​ຫາກ​ບໍ​ມີ​ການ​ໂຄສະນາ​ເຫຼົ້າ​ເບຍຕາມ​ສະຖານ​ທີ່​ຕ່າງໆກໍ​ຍິ່ງ​ສະ​ເປັນ​ຫານ​ດີ. ​ແລະ ຂໍຮຽກຮ້ອງໃຫ້ທາງ ພາກ​ສ່ວນ​ທີ່​ກ່ຽວຂ້ອງ ຊ່ວຍພິຈາລະນາ ແລະ ກວດກາໃຫ້ແດ່. ຄວນມີກົດໝາຍຄຸ້ມຄອງການໂຄສະນາໃຫ້ເໝາະສົມ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...