spot_img
Homeຂ່າວການພັດທະນາລັດຖະບານລາຍງານໂຄງການດາວທຽມລາວແລະໂຄງການກໍ່ສ້າງທາງລົດໄຟລາວ-ຈີນຕໍ່ສະພາແຫ່ງຊາດ

ລັດຖະບານລາຍງານໂຄງການດາວທຽມລາວແລະໂຄງການກໍ່ສ້າງທາງລົດໄຟລາວ-ຈີນຕໍ່ສະພາແຫ່ງຊາດ

Published on

somsavad

ໃນວັນທີ 11 ທັນວານີ້,ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ຕາງໜ້າລັດຖະບານຂຶ້ນລາຍງານກ່ຽວກັບສອງໂຄງການປະຫວັດສາດສໍາຄັນຂອງຊາດຄື: ໂຄງການດາວທຽມລາວແລະໂຄງການກໍ່ສ້າງທາງລົດໄຟລາວ-ຈີນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ຮັບຊາບວ່າ: ສໍາລັບໂຄງການດາວທຽມລາວ, ແມ່ນແບ່ງອອກເປັນສອງໄລຍະຄື: ໄລຍະທີໜຶ່ງແມ່ນການກໍ່ສ້າງສະຖານີບັນຊາພາກພື້ນດິນ, ກໍ່ສ້າງບຸກຄະລະກອນ-ວິຊາການເພື່ອບັນຊາດາວທຽມ, ສ້າງລູກສອນໄຟເພື່ອສົ່ງດາວທຽມ,ສ້າງໜ່ວຍດາວທຽມ ແລະ ການປະສານ

ງານດ້ານຄື້ນ ແລະ ຂໍນໍາໃຊ້ຕໍາແໜ່ງວົງໂຄຈອນ 128,5 ອົງສາ ແລະ ການສົ່ງດາວທຽມດັ່ງກ່າວໄດ້ມີຂຶ້ນໃນວັນທີ 21 ພະຈິກ 2015 ທີ່ສະຖານນີສົ່ງດາວທຽມເມືອງຊີຊາງ, ແຂວງສີສວນ, ສປ ຈີນ ປະສົບ

ຜົນສໍາເລັດຢ່າງຈົບງາມ, ໂດຍການເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງ ສປປ ລາວ, ດາວທຽມໜ່ວຍດັ່ງກ່າວມີ 22 ຊ່ອງສັນຍານ ແລະ ກວມເອົາ 15 ປະເທດອ້ອມຂ້າງ, ຈະຖືກນໍາໃຊ້ເຂົ້າໃນວຽກງານສື່ສານຊອງພາກລັດ ແລະ ສັງຄົມ, ການໃຫ້ເຊົ່າຊ່ອງສັນຍານແກ່ຕ່າງປະເທດ, ການບໍລິການຜ່ານດາວທຽມວຽກງານສື່ສານໃນເຂດຊົນນະບົດ, ບໍລິການໂທລະ ພາບຜ່ານດາວທຽມ, ນໍາໃຊ້ສໍາລັບການສຶກສາ ແລະ ການແພດທາງໄກ, ການສື່ສານໃນວຽກງານສຸກເສີນ ແລະ ວຽກງານຟື້້ນຟູໄພພິບັດຕ່າງໆ,ໂດຍມີອາຍຸການນໍາໃຊ້ 15 ປີ. ສ່ວນໄລຍະທີສອງເຊິ່ງນັບວ່າເປັນສິ່ງທ້າທາຍ, ເນື່ອງຈາກວຽກງານດາວທຽມ ແລະ ເຕັກໂນໂລຊີດາວທຽມເປັນວຽກງານໃໝ່ສໍາລັບປະເທດພວກເຮົາໃນການບໍລິຫານ, ໝາຍວ່າພວກເຮົາຕ້ອງມີທຶນ, ວິຊາການແລະປະສົບການ, ສະນັ້ນລັດຖະບານຈຶ່ງໄດ້ເຊັນສັນຍາຮ່ວມທຶນກັບບໍລິສັດຕ່າງປະເທດ, ໃນນັ້ນລັດຖະບານຖືຮຸ້ນ 45%, ບໍລິສັດໄຊນາເອເຊຍປາຊີຟີກໂມບາຍເທເລຄອມມູນິເຄຊັນແຊດເທີໄລ(APMT) 35%,

ບໍລິສັດສະແປສສະຕາລເທັກໂນໂລຍີ (SSTC) 15% ແລະ ບໍລິສັດ ເອເຊຍປາຊີຟີກ ແຊດເທີໄລເທັກໂນໂລຍີ(APST) 5% ແລະ ມາຮອດປັດຈຸບັນຜູ້ຮ່ວມທຶນກໍາລັງກະກຽມສ້າງຕັ້ງບໍລິສັດຮ່ວມທຶນເພື່ອບໍລິຫານໂຄງການນີ້ໃຫ້ມີຜົນປະໂຫຍດດ້ານທຸລະກິດໃຫ້ສໍາເລັດໃນປີ 2015 ແລະ ສາມາດໍາເນີນທຸລະກິດນັບແຕ່ເດືອນມັງກອນ 2016 ເປັນຕົ້ນໄປ. ສະຫລຸບແລ້ວໂຄງການດາວທຽມລາວນີ້ແມ່ນໝາກຜົນຂອງການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດລາວ-ຈີນ ແລະ ທັງເຮັດໃຫ້ຊື່ສຽງຂອງສປປລາວພົ້ນເດັ່ນຂຶ້ນໃນສາກົນອີກກ້າວໜຶ່ງ.

ສ່ວນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ລາຍງານວ່າ: ໂຄງການດັ່ງກ່າວມີຄວາມຍາວທັງໝົດ 427,2 ກິໂລແມັດນັບແຕ່ຊາຍແດນຈີນ-ລາວມາເຖິງນະຄອນຫລວງວຽງຈັນຈົນຮອດຈຸດຂົວລົດໄຟເຊື່ອມຕໍ່ລາວ-ໄທແຫ່ງໃໝ່, ເປັນທາງລົດໄຟມີມາດຕະຖານອັນດັບ 1,ຄວາມກວ້າງຂອງລາງມີຂະໜາດ 1.435 ມີນລີແລັດ, ເປັນປະເພດລາງດ່ຽວ, ຄວາມໄວອອກແບບສໍາລັບຂົນສົ່ງໂດຍສານແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ ແລະ ໄດ້ອອກແບບສໍາຮອງເພື່ອໄວ້ 200 ກິໂລແມັດຕໍ່ຊົ່ວໂມງໃນເຂດທົ່ງພຽງກໍຄືຊ່ວງທາງແຕ່ວັງວຽງຫານະຄອນຫລວງວຽງຈັນ, ສ່ວນຄວາມໄວສໍາລັບຂົນສົ່ງສີນຄ້າແມ່ນ 120 ກິໂລແມັດຕໍ່ຊົ່ວໂມງ, ຂັບເຄື່ອນດ້ວຍລະບົບໄຟຟ້າ, ມີ 33 ສະຖານີ, ສາມາດຮັບນໍ້າໜັກຂະບວນຕູ້ລົດໄຟປະມານ 3 ພັນໂຕນ, ມີມູນຄ່າການລົງທຶນທັງໝົດປະມານ 38,7 ຕື້ຢວນ(ສະກຸນເງິນຈີນ) ແລະ ຈະໃຊ້ເວລາໃນການກໍ່ສ້າງ 5 ປີຈຶ່ງສໍາເລັດ.

ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກ່າວວ່າ: ເສັ້ນທາງລົດໄຟສາຍນີ້, ແມ່ນນອນໃນແຜນສ້າງທາງລົດໄຟເຊື່ອມຈອດອາຊີ, ໃນເບື້ອງຕົ້ນແມ່ນເຊື່ອມຈອດແຕ່ຄຸນໝິງ ສປ ຈີນ, ຜ່ານຊາຍແດນບໍ່ຫານ-ບໍ່ເຕນເຂົ້າສູ່ນະຄອນຫລວງວຽງຈັນຕໍ່ໃສ່ບາງກອກຜ່ານໜອງຄາຍ, ສໍາລັບໄລຍະຍາວແມ່ນໄດ້ມີແຜນສືບຕໍ່ກໍ່ສ້າງແຕ່ນະຄອນຫລວງວຽງຈັນ-ທ່າແຂກ-ມູຢາ ຕໍ່ໃສ່ທ່າເຮືອ ຫວຸ້ງອ່າງຫວຽດນາມ, ພ້ອມກັນນັ້ນກໍຈະສ້າງແຕ່ທ່າແຂກ-ປາກເຊ-ຊາຍແດນກໍາປູເຈຍ, ສະນັ້ນ ຈຶ່ງ

ເຫັນໄດ້ວ່າການພັດທະນາໂຄງການທາງລົດໄຟລາວ-ຈີນແມ່ນຕິດພັນກັບຜົນປະໂຫຍດໃນການພັດທະ ນາເສດຖະກິດ-ສັງຄົມ ຂອງຊາດເຊັ່ນ: ສ້າງລາຍຮັບໃຫ້ແກ່ປະຊາຊົນທີ່ອາ​ໄສຢູ່ຕາມເຂດແລວທາງລົດໄຟຜ່ານເພີ່ມຂຶ້ນ, ສ້າງເງື່ອນໄຂສະດວກໃນການຂົນສົ່ງສີນຄ້າເປັນຈໍານວນຫລາຍຢ່າງວ່ອງໄວ, ການຂົນສົ່ງໂດຍສານມີຄວາມສະດວກວ່ອງໄວແລະ ເປັນແຮງຈູງໃນໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວໃນລາວມີປະລິມານເພີ່ມຂຶ້ນ, ໂດຍສະເພາະຄາດຄະເນປະລິມານການຂົນສົ່ງໂດຍສານລະຫວ່າງ ສປ ຈີນ ແລະ 5 ປະເທດອາຊຽນໃນໄລຍະເລີ່ມຕົ້ນປະມານ 9,56 ລ້ານເທື່ອຄົນ, ໄລຍະສັ້ນ 11,98 ລ້ານເທື່ອຄົນ ແລະ ໄລຍະຍາວ 16,5 ລ້ານເທື່ອຄົນຕໍ່ປີ, ການຂົນສົ່ງສີນຄ້າໄລຍະເລີ່ມຕົ້ນປະມານ 2,59 ລ້ານໂຕນ, ໄລຍະສັ້ນ 3,62 ລ້ານໂຕນ ແລະ ໄລຍະຍາວ 5,46 ລ້ານໂຕນຕໍ່ປີ ແລະ ຄ່າໂດຍສານປະມານ 390 ກີບຕໍ່ຄົນຕໍ່ກິໂລແມັດ ແລະ ຄ່າຂົນສົ່ງສີນຄ້າແມ່ນ 650 ກີບຕໍ່ໂຕນຕໍ່ກິໂລແມັດ.

ໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້ ໄດ້ຮຽກຮ້ອງໃຫ້ສະມາ

ຊິກສະພາແຫ່ງຊາດໃນແຕ່ລະເຂດເລືອກຕັ້ງຈົ່ງນໍາເອົາເນື້ອໃນຂອງບົດລາຍງານຂອງຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຕໍ່ສອງໂຄງການນີ້ໄປເຜີຍແຜ່ຕໍ່ໃຫ້ປະຊາຊົນບັນດາເຜົ່າໃນທົ່ວປະເທດໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງແລະໃຫ້ການສະໜັບສະໜູນຢ່າງແຂງແຮງກັບພັກ ແລະ ລັດຖະບານເພື່ອໃຫ້ໂຄງການທີ່ມີຄວາມໝາຍທາງປະຫວັດສາດນີ້ປະສົບຜົນສໍາເລັດຢ່າງຈົບງາມ ແລະ ອັນສໍາຄັນຮີບດ່ວນແມ່ນຂໍສະເໜີໃຫ້ສະມາຊິກສະພາແຫ່ງຊາດໃນບັນດາແຂວງພາກເໜືອເຊັ່ນ: ຫລວງນໍ້າທາ, ອຸດົມໄຊ, ຫລວງພະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນຈົ່ງເພີ່ມທະວີປຸກລະດົມປະຊາຊົນທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວໃຫ້ເຫັນຄວາມຈໍາເປັນ ແລະ ປະກອບສ່ວນດ້ວຍຄວາມເສຍສະຫລະເພື່ອພາລະກິດລວມຂອງຊາດ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...