spot_img
Homeຂ່າວພາຍ​ໃນຕລຊລ ຫຼຸຸດອັດຕາຄ່າທຳນຽມແລກປ່ຽນ ຊື້-ຂາຍຮຸ້ນລົງ 0,2%

ຕລຊລ ຫຼຸຸດອັດຕາຄ່າທຳນຽມແລກປ່ຽນ ຊື້-ຂາຍຮຸ້ນລົງ 0,2%

Published on

8-1

ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຖະແຫຼງຜົນແຫ່ງການ ເຄື່ອນໄຫວວຽກງານໃນໜຶ່ງປີ (2015) ຜ່ານ ມາຊຶ່ງໄດ້ ຈັດຂຶ້ນທີ່ອາຄານ ຕລຊລ ໃນ ວັນທີ 7 ທັນວາ ໂດຍທ່ານ ໄດ້ກ່າວວ່າ: ຕລຊລ ໄດ້ສຸມ ໃສ່ການພັດທະນາປັບປຸງ ກົນໄກການແລກປ່ຽນຊື້-ຂາຍ ຫຼັກ ຊາບຢ່າງຕໍ່ເນື່ອງ ເພື່ອເອື້ອອຳນວຍຄວາມສະດວກໃຫ້ບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນການແລກປ່ຽນຊື້ – ຂາຍຫຼັກຊັບ ພາຍຫຼັງ ຕລຊລ ໄດ້ສຳເລັດການຍົກລະດັບກົນໄກການແລກປ່ຽນຊື້ – ຂາຍ ຫຼັກຊັບຈາກຮູບແບບການຈັບຄູ່ເປັນໄລຍະເວລາມາເປັນການຈັບ ຄູ່ແບບ ຕໍ່ເນື່ອງ ວິນາທີຕໍ່ວິນາທີ, ຄຽງຄູ່ກັບການເພີ່ມຂອບເຂດເວລາລາຍວັນຈາກ + 5% ມາເປັນ + 10% ແລະ ເພີ່ມຈຳນວນຫຼັກຊັບ (ຮຸ້ນສາມັນ) ຕົວທີ 4 ກໍຄືການເຂົ້າຈົດທະບຽນຂອງບໍລິສັດປີໂຕຣລຽມເທຣດດິ້ງລາວ ມະຫາຊົນ (ປທລ) ໃນທ້າຍປີ 2014.
ໃນປີ 2015 ຕລຊລ ຍັງສືບຕໍ່ພັດທະນາລະບົບຄຸ້ມຄອງ ທຸລະກິດດູແລຊັບສິນ ແລະ ລະບົບການແລກປ່ຽນຊື້-ຂາຍ ພັນທະບັດ ຄາດວ່າຈະສຳເລັດ ແລະ ເປີດນຳໃຊ້ໄດ້ໃນຕົ້ນປີ ໜ້າ ເພື່ອເປັນການສົ່ງເສີມນັກລົງທຶນເຂົ້າມາມີສ່ວນຮ່ວມໃນ ຕລຊລ ໃຫ້ຫຼາຍຂຶ້ນ ໂດຍການຫຼຸຸດຕົ້ນທຶນໃນການແລກປ່ຽນ ຊື້-ຂາຍຮຸ້ນ, ຕລຊລ ຮ່ວມກັບສຳນັກງານຄະນະກຳມະການ ຄຸ້ມຄອງຫຼັກຊັບ ແລະ ບັນດາບໍລິສັດຫຼັກຊັບ ໄດ້ຫຼຸຸດອັດຕາຄ່າ ທຳນຽມແລກປ່ຽນຊື້-ຂາຍຮຸ້ນລົງ 0,2% ເຮັດໃຫ້ອັດຕາຄ່າ ທຳນຽມໃນການຊື້ ແລະ ຂາຍເຫຼືອພຽງ 0,7% ແລະ 1,0% ຕາມລຳດັບ. ນອກນັ້ນ ຍັງສ້າງເວັບໄຊ ເປີດເຜີຍ ຂໍ້ມູນຂອງບໍລິສັດຈົດທະບຽນ ເພື່ອຊ່ວຍໃຫ້ນັກລົງທຶນສາມາດເຂົ້າເຖິງຂໍ້ ມູນ ຂອງບໍລິສັດຈົດທະບຽນໄດ້ຢ່າງທັນການ ແລະ ມີຄວາມສະ ດວກ ສະບາຍຫຼາຍຂຶ້ນ. ພ້ອມດຽວກັນນັ້ນ ຕລຊລ ຍັງເອົາໃຈ ໃສ່ສົ່ງເສີມຄວາມຮູ້ ທາງດ້ານຕະຫຼາດທຶນ ໃຫ້ແກ່ສັງຄົມ ໂດຍ ໄດ້ສຳເລັດການຈັດການຝຶກ ອົບຮົມຫຼັກສູດ Program-La.PIB I ລຸ້ນທີ 3, Lao.PIB ລຸ້ນກິຕິມະສັກ, ຮ່ວມມືກັບບັນດາບໍລິສັດ ຫຼັກຊັບ ແລະ ບໍລິສັດຈົດທະບຽນຈັດຕັ້ງໂຄງ ການສົ່ງເສີມ ຄວາມຮູ້ກ່ຽວກັບຕະຫຼາດທຶນ ໃຫ້ແກ່ສັງຄົມ.
ປະຈຸບັນ ຕລຊລ ຢູ່ໃນໄລຍະກະກຽມການອະນຸຍາດໃຫ້ ນັກລົງທຶນປະເພດສະຖາບັນ ທີ່ເປັນລູກຄ້າຂອງທະນາຄານ ດູແລຊັບສິນ ສາມາດສົ່ງຄຳສັ່ງ ຊື້ຫຼັກຊັບໂດ້ ໂດຍບໍ່ຈຳເປັນ ຕ້ອງມີຄວາມພຽບພ້ອມຂອງເງິນຝາກໃນຈຳນວນ 100% ໃນ ວັນແລກປ່ຽນຊື້-ຂາຍ ຫຼື T+0 ຊຶ່ງເຊື່ອວ່າຈະເປັນການ ດຶງດູດ ການລົງທຶນຈາກສະຖາບັນຕ່າງປະເທດໃນ ຕລຊລ ຫຼາຍຂຶ້ນ ແລະ ໃນວັນທີ 11 ທັນວາ 2015 ທີ່ຈະມາເຖິງນີ້ ຕລຊລ ກໍຈະ ໄດ້ຕ້ອນຮັບການ ເຂົ້າຈົດທະບຽນຂອງບໍລິສັດ ສຸວັນນີໂຮມເຊັນເຕີມະຫາຊົນ ທີ່ຈະເປັນຮຸ້ນຕົວທີ 5 ໃນຕະຫຼາດຊຶ່ງເຊື່ອ ວ່າຈະໄດ້ຮັບຄວາມສົນໃຈຈາກນັກລົງທຶນທັງ ພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.
ສຳລັບແຜນການດຳເນີນງານໃນປີ 2016, ຕລຊລ ຈະ ໄດ້ມີການປັບຫົວໜ່ວຍ ການແລກປ່ຽນຊື້-ຂາຍຕໍ່າສຸດຈາກ 1 ຮຸ້ນຂຶ້ນເປັນ 100 ຮຸ້ນ ຊຶ່ງຈະມີຜົນບັງຄັບໃຊ້ ນັບແຕ່ວັນທີ 11/1/2016 ເປັນຕົ້ນໄປ, ສືບຕໍ່ສ້າງເງື່ອນໄຂຊຸກຍູ້ໃຫ້ມີການ ບໍລິການທຸລະກິດດູແລຊັບສິນທີ່ໄດ້ມາດຕະຖານ ສາກົນ, ສືບຕໍ່ພັດທະນາຕະຫຼາດຮຸ້ນກູ້ ແລະ ພັນທະບັດ, ພັດທະນາລະບົບການແລກປ່ຽນຊື້-ຂາຍລາຍໃຫຍ່ ແລະ ເວັບໄຊເພື່ອອຳນວຍຄວາມ ສະດວກໃຊ້ສິດເຂົ້າຮ່ວມ ກອງປະຊຸມຜູ້ຖືຮຸ້ນໃຫ້ ແກ່ນັກລົງທຶນໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ ພາຍໃນໄຕ ມາດ 2 ຂອງປີ 2016, ບໍ່ພຽງແຕ່ເທົ່າ ນັ້ນດ້ານການພົວພັນສາ ກົນ ຕລຊລ ຍັງມີແຜນຈະເຊັນບົດບັນທຶກຄວາມເຂົ້າໃຈຮ່ວມ ກັບຕະຫຼາດຫຼັກຊັບເຊິນເຈິ້ນ ແລະ ຕະຫຼາດຫຼັກຊັບກຳປູເຈຍ ພາຍໃນປີ 2016 ອີກດ້ວຍ. ນອກຈາກນັ້ນ ຕລຊລ ຍັງຄາດ ໄວ້ວ່າຈະມີບໍລິສັດຈົດທະບຽນໃໝ່ ເພີ່ມຂຶ້ນອີກຢ່າງໜ້ອຍ 2 ບໍລິສັດພາຍໃນປີ 2016 ນີ້ ແລະ ຄາດວ່າຈະມີບໍລິສັດຈົດ ທະບຽນເພີ່ມຂຶ້ນເປັນ 25-35 ບໍລິສັດພາຍໃນປີ 2020.
ດັ່ງນັ້ນ ສາມາດເວົ້າໄດ້ວ່າ ພາຍໃນຊຸມປີຕໍ່ໜ້າ ຍັງມີສິ່ງ ທ້າທາຍ ແລະ ວຽກງານຫຼາຍໆດ້ານທີ່ ຕລຊລ ຕ້ອງໄດ້ສືບຕໍ່ ຈັດຕັ້ງປະຕິບັດ ເພື່ອຜົນປະ ໂຫຍດອັນສູງສຸດຂອງນັກລົງທຶນ ແລະ ຫົວໜ່ວຍທຸລະກິດຕ່າງໆ ກໍຄືປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດຂອງປະເທດ ໃຫ້ມີຄວາມ ຮຸ່ງເຮືອງສີວິໄລ. ດັ່ງນັ້ນ ຕລຊລ ຈະເອົາໃຈໃສ່ທຸ້ມເທທຸກໆເງື່ອນໄຂເຂົ້າໃນການພັດທະນາວຽກງານຕະຫຼາດທຶນຂອງລາວໃຫ້ມີຄວາມກ້າວໜ້າທຽບ ເທົ່າກັບສາກົນ ກາຍເປັນແຫຼ່ງລະດົມທຶນ ແລະ   ບ່ອນລົງທຶນທີ່ມີປະສິດທິຜົນສູງສຸດໃຫ້ແກ່ສັງຄົມລາວ.
ມາຮອດນີ້ ການແຈ້ງຂ່າວກ່ຽວກັບວຽກງານການສ້າງສະພາບຄ່ອງໃຫ້ແກ່ ຕລຊລ ໃນປີ 2015 ແລະ ແຜນການໃນການພັດທະນາກົນໄກການ ແລກປ່ຽນຊື້-ຂາຍຮຸ້ນ ເພື່ອເພີ່ມ ສະພາບຄ່ອງໃຫ້ແກ່ ຕລຊລ ໃນປີ 2016 ກໍຖືວ່າສິ້ນສຸດ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...

ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th SCO Summit) ໃນລະຫວ່າງວັນທີ 31ສິງຫາ - 1...