Homeຂ່າວການພັດທະນາອົງການກາແດງລາວ ມອບ-ຮັບ ນ້ຳບາດານຊຸມຊົນ ໃຫ້ 2 ແຂວງພາກໃຕ້

ອົງການກາແດງລາວ ມອບ-ຮັບ ນ້ຳບາດານຊຸມຊົນ ໃຫ້ 2 ແຂວງພາກໃຕ້

Published on

Untitled-1 kadeng 1

ຂປລ.​​​ເມື່ອ​ເດືອນ ພະຈິກ 2015 ຜ່ານ​ມານີ້ ​ຢູ່ທີ່​ເມືອງ​ລະ​ມາ​ມ ​ແຂວງ​ເຊ​ກອງ, ໄດ້​ມີ​ພິທີມອບ-​ຮັບ ນ້ຳ​ບາ​ດານ​ຊຸມຊົນ ​​ແຈກ​ທໍ່ໃຫ້​ປະຊາຊົນ​ແບບມີສ່ວນຮ່ວມ ຂຶ້ນ​ທີ່​ໂຮງຮຽປະຖົມ​ສົມບູນ​ ບ້ານຫ້ວຍ-ອາວັງຊ້າງ​, ໂດຍ​ການ​​ເຂົ້າ​ຮ່ວມຂອງ​ ທ່ານ ດຣ.ບຸນ​ມາ ​ໄຊ​ຍະ​ສຸກ, ຫົວໜ້າ​ກອງ​ສົ່ງ​ເສີມ​ສຸຂະພາບ​ຊຸມ​ຊົນອົງການ​ກາ​ແດງ​ລາວ, ທ່ານ ອີຣິກວາຍ​ເຊິ​ນຈາກ​ຄະນະ​ກຳມະການ​ກາ​ແດງ​ສາກົນ​ ປະຈຳ​ລາວ, ທ່ານ ໜູ​ລາ ຢາ​ປາ​ລອງ​ຮັງ ຫົວໜ້າ​ກາ​ແດງ​ແຂວງ​, ພະນັກງານ​ວິຊາ​ການ​ນ້ຳ​ສະອາດ​ແຂວງ​, ພ້ອມດ້ວຍ​ອຳນາດ​ການ​ປົກຄອງ​ ​ແລະ ພໍ່​ແມ່​ປະຊາຊົນ​​ເຂົ້າ​ຮ່ວມ.

ໃນ​ພິທີ​ດັ່ງກ່າວ, ທ່ານ​ ໂສ​ວັດ ​​ແສນ​ທະວີ​ສຸກ ຫົວໜ້າຂະແໜງບໍລິຫານກາແດງ ແຂວງເຊກອງ ກ່າວ​ວ່າ: ໂຄງການ​ດັ່ງກ່າວ ​​​ໄດ້​ເລີ່​ມ​ການ​ເກັບ​ກຳ​ຂໍ້​ມູນ​ພື້ນຖານ, ຄິດ​ໄລ່​ອອກ​ແບບ, ​ເຈາະ​ນ້ຳ​ບາ​ດານ, ສ້າງ​ອ່າງ​ເກັບ​ນ້ຳ​ຂະໜາດ 6 ​ແມັດ​ກ້ອນ​, ຕິດ​ຕັ້ງ​ໂປ​ມ​ໄຟຟ້າ, ລະບົບ​ທໍ່ ​ແລະ ກົງ​ເຕີ ເພື່ອ​ເປັນ​ບ່ອນ​ແຈ​ກນ້ຳ​ໄປ​ສູ່​ແຕ່​ລະ​​ຄອບຄົວ, ​ໂດຍ​ໄດ້ສົມທົບ​ກັບ​ພາກສ່ວນ​ຮັບຜິດຊອບ​ນ້ຳ​ສະອາດ ​ແຂວງ. ລວມມູນ​ຄ່າ​ໃນ​ການກໍ່ສ້າງ​ທັງ​ໝົດ​ປະມານ 415 ລ້ານກີບ, ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ຈາກ​ຄະນະ​ກຳມະການ​ກາ​ແດງ​ສາກົນ 346.217.000 ກີບ ​ແລະ ທຶນ​ສົມທົບ​ຂອງປະຊາຊົນ​ຈຳນວນ​ໜຶ່ງ, ນອກ​ນັ້ນ​ຍັງ​ໄດ້​ສ້າງ​ນ້ຳ​ບາ​ດານ ​ແບບ​ປ້ຳມື​​ 2 ບໍ່​, ​ໂດຍ​ໄດ້​ຮັບການຊ່ວຍ​ເຫລື​ອລ້າ​ ​ໃຫ້​​ແກ່​ປະຊາຊົນ​ຜູ້​ທີ່​ທຸກ​ຍາກຂາດ​ເຂີນ ​ແລະ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະ​ເບີດ​ທີ່​ບໍ່​ທັນ​​ແຕກ.

ໃນ​ເດືອນ​ດຽວ​ກັນ​ນີ້, ອົງການ​ກາ​ແດງ​ລາວ​ ໄດ້​​ສົມທົບ​ ກັບກາ​ແດງ ​ແຂວງ ​ແລະ ຫ້ອງ​ວ່າການ​ປົກຄອງ​ເມືອງ​ ​ເພື່ອ​ມອບ-ຮັບ​​ ນ້ຳ​ບາ​ດານ ​ແບບ​​ແຈກ​ທໍ່​ໃຫ້​​ແກ່​ບ້ານ​ພູ​ໂຮມ, ​ ​ເມືອງ ​ພູ​ວົງ ​ແຂວງ ​ອັດ​ຕະປື, ​ໂດຍ​ການ​​ເຂົ້າ​ຮ່ວມຂອງ​ທ່ານນາງ ພວງ​ສິດ ໄຊ​ສົງຄາມ ຄະນະ​ປະຈຳ​ພັກ​ເມືອງ ຮອງ​ເຈົ້າ​ເມືອງໆ ​ພູ​ວົງ, ຜູ້​ຊີ້​ນຳ​ຂົງ​ເຂດ​ວັດທະນະທຳ​-ສັງຄົມ, ທ່ານດຣ.ບຸນ​ມາ ​ໄຊ​ຍະ​ສຸກ ຫົວໜ້າ​ກອງ​ສົ່ງ​ເສີມ​ສຸຂະພາບ​ຊຸມ​ຊົນອົງການ​ກາ​ແດງ​ລາວ, ທ່ານ ອີຣິກວາຍ​ເຊິ​ນ ຈາກ​ຄະນະ​ກຳມະການ​ກາ​ແດງ​ສາກົນ​ ປະຈຳ​ລາວ ​ແລະ ທ່ານ ດຣ.ວຽງ​ໄຊ ​ໄຊ​ສົມບັດ ຫົວໜ້າກາ​ແດງ​ແຂວງ​ ອັດ​ຕະປື, ພ້ອມ​ດ້ວຍອຳນາດ​ການ​ປົກຄອງ ​ແລະ  ພໍ່​ແມ່ປະຊາຊົນ​​ເຂົ້າ​ຮ່ວມ.

​ ​ທ່ານ ດຣ.ວຽງ​ໄຊ ​ໄຊ​ສົມບັດ​ ກ່າ​ວວ່າ: ​ໂຄງການ​ດັ່ງກ່າວ ​ແມ່ນ​ໄດ້​ເລີ່​ມຈັດ​ຕັ້ງ​ປະຕິບັດ​ມາ​ແຕ່ກາງ​ເດືອນມີນາ 2015, ​ດຍ​ໄດ້ສ້າງ​ອ່າງ​ເກັບ​ນ້ຳ​ຂະໜາດ 5 ​ແມັດ​ກ້ອນ ​ເພື່ອ​ເປັນ​ບ່ອນ​ແຈ​ກນ້ຳ​ ໄປ​ສູ່​ແຕ່​ລະ​ຄອບຄົວ, ຈົນ​​ເຖິງ​ກາງ​ເດືອນ ພະຈິກ 2015 ຈຶ່ງ​ສຳ​ເລັດ, ​ເຊິ່ງ​ໃຊ້​ເວລາ​ການ​ກໍ່ສ້າງ 9 ​ເດືອນ, ລວມມູນ​ຄ່າ​ການກໍ່ສ້າງ​ທັງ​ໝົດ ປະມານ 423.601.325 ກີບ, ​ໂດຍ​ໄດ້​ຮັບທຶນ​ການ​ກໍ່ສ້າງ ຈາກ​ຄະນະ​ກຳມະການ​ກາ​ແດງ​ສາກົນ 387.361.325 ກີບ,​​​ ທຶນ​ແຮງ​ງານ​ສົມທົບ​ຈາກ​ປະຊາຊົນຄິດ​ໄລ່​ເປັນ​ເງິນ ​ປະມານ 16.000.000 ກີບ ​ແລະ ທຶນ​ສົມທົບ​ຈາກ​ອົງການ​ກາ​ແດງ​ແຂວງ 6.500.000 ກີບ. ​ ໂຄງການ​ດັ່ງກ່າວ ໄດ້​ເຮັດ​ໃຫ້​ປະຊາຊົນ​ຈຳນວນ 135 ຄອບຄົວ, 837 ຄົນ, ​ສາມາດ​ມີ​ນ້ຳ​ໃຊ້​ທີ່​ສະອາດຢ່າງພຽງພໍ​ຕະຫລອດ​ປີ.

ທັງ​ນີ້​, ກໍ​ເພື່ອ​ ​ເປັນ​ການ​ເຮັດ​ໃຫ້ນ້ອງ​ນັກຮຽນ ກໍ​ຄື​ ພໍ່​ແມ່​ປະຊາຊົນລາວ​ບັນດາ​ເຜົ່າ ​​ໃຫ້​ມີ​ນ້ຳ​ໃຊ້​​ທີ່​ສະອາດ ​ແລະ ພຽງພໍ​ຕໍ່ການຜະລິດ, ປູກຝັງ, ລ້ຽງສັດ​​​ ເຮັດໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ນັບ​ມື້​ດີຍິ່ງຂຶ້ນ ​ແລະ ​ສາມາດ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...