spot_img
Homeຂ່າວເຫດການສະມາຊິກສະພາແຫ່ງຊາດ ສືບຕໍ່ພິຈາລະນາ ຮ່າງກົດໝາຍວ່າດ້ວຍ ສະພາແຫ່ງຊາດ

ສະມາຊິກສະພາແຫ່ງຊາດ ສືບຕໍ່ພິຈາລະນາ ຮ່າງກົດໝາຍວ່າດ້ວຍ ສະພາແຫ່ງຊາດ

Published on

DSC_0020 11111

ຂປລ. ການ​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ​ໃນ​ວັນ​ທີ 9 ທັນວາ 2015 ນີ້, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ໄດ້ ​ສືບ​ຕໍ່​ປະກອບ​ຄຳ​ເຫັນ​ ​ເພື່ອ​ປັບປຸງ​ ຮ່າງ​ກົດໝາຍ​ວ່າ​ດ້ວຍສະພາ​ແຫ່ງ​ຊາດ ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ມີ​ຫລັກການ ​ເພື່ອ​ແນ​ໃສ່​ໃຫ້​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ ມີ​ຄວາມ​ສົມບູນ, ສາມາດ​ຮັບຮອງ​ເອົາ​ໄດ້, ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ ​ແລະ ​ແທດ​ເໝາ​ກັບ​ທ່າ​ແຮງ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ທ້ອງ​ຖິ່ນ.

ຮ່າງ​ກົດໝາຍ​ວ່າ​ດ້ວຍສະພາ​ແຫ່ງ​ຊາດ ສະບັບ​ປັບປຸງ​ນີ້ ​ໄດ້​ນຳ​ເຂົ້າທາບທາມ​ຄຳ​ຄິດ​ເຫັນ​ຈາກ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ​ແລ້ວ, ຈາກ​ນັ້ນ ຄະນະ ​ຮັບຜິດຊອບ ກໍ​ໄດ້​ມີ​ການ​ປຶກສາ​ຫາລື ​ເພື່ອ​ນຳ​ເອົາ​ຄວາມ​ຄິດ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ປັບປຸງ​ໃສ່​ຮ່າງ​ ກົດໝາຍ​ຫລາຍ​ຄັ້ງ ຈຶ່ງ​ສາມາດສ້າງ​​ໂຄງ​ປະກອບ ພ້ອມ​ທັງ​ເນື້ອ​ໃນ​ຂອງ​ຮ່າງ​ກົດໝາຍ ທີ່​ປະກອບ​ມີ 9 ພາກ, 17 ໝວດ ​ແລະ 104 ມາດຕາ ​ເຊິ່ງ​ໃນ​ນີ້ ​ໄດ້​ປັບປຸງ 45 ມາດຕາ ​ແລະ ​ໄດ້​ຕັດ, ​ແຍກ, ​ໂຮມ​ເຂົ້າກັນ​ໃນ​ບາງ​ມາດຕາ ​ແລະ ​ເພີ່ມ​ເຂົ້າ​ໃໝ່ 40 ມາດຕາ ທັງ​ນີ້​ເພື່ອ​ໃຫ້​ເນື້ອ​ຮ່າງ​ກົດໝາຍ​ຈະ​ແຈ້ງຂຶ້ນ​ຕື່ມ, ​ເຂົ້າ​ໃຈງ່າຍ, ຄົບ​ຖ້ວນ ​ແລະ ສອດຄ່ອງ​ກັບ​ລັດຖະທຳ​ມະນູນ.

DSC_0020 sapha 2

ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ ຂອງ ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໃນ​ຄັ້ງນີ້ ​ແມ່ນ​ມີ​ລັກສະນະ​ສ້າງສັນ ​ໂດຍ​ເນັ້ນ​ໃສ່​ບາງ​ໝວດ, ບາງ​ມາດຕາ​ຂອງ​ກົດໝາຍ ທີ່​ເຫັນ​ວ່າ​ຍັງ​ບໍ່​ທັນ​ສອດຄ່ອງ ​ແລະ ​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈິ່ງ ​ ເຊັ່ນ: ມາດຕາ​ທີ 11, 12 ​ແລະ 13 ກ່ຽວ​ກັບ​ສິດ ​ແລະ ໜ້າ​ທີ່ ຂອງ​ສະພາ​ແຫ່ງ​ຊາດ, ມາດຕາທີ 26 ມາດຕະຖານ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ມາດຕາທີ 33 ກ່ຽວ​ກັບ​ສິດ ​ແລະ ໜ້າ​ທີ່​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ມາດຕາ​ທີ 86, 87, 88, 89 ​ແລະ 90 ທີ່​ເວົ້າ​ເຖິງ​ການ​ພົວພັນ ​ ລະຫວ່າງ​ສະພາ​ແຫ່ງ​ຊາດ ກັບ​ອົງການ​ຈັດຕັ້ງລັດ ​ແລະ ມາດຕາ​ອື່ນໆ. ທັງ​ນີ້​ ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້ການ​ບູລະນະ​ປັບປຸງ​ກົງຈັກ​ລັດ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ມີ​ປະສິດທິ​ຜົນ ​ແລະ ​ໄປ​ຕາມ​ທິດ​ການ​ຄຸ້ມ​ຄອງ​ລັດ ດ້ວຍ​ກົດໝາຍ, ມີ​ການ​ປະສານ​ສົມທົບ ​ແລະ ພົວພັນ​ເຊິ່ງກັນ ​ແລະ ກັນ ​ ລະຫວ່າງ​ ສະພາ​ແຫ່ງ​ຊາດກັບ​ອົງການ​ຈັດຕັ້ງລັດ. ພາຍຫລັງ​ທີ່​ມີປະກອບ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ແລ້ວ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ກໍ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບ ຮອງ​ເອົາ​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ ​ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ເປັນ​ສ່ວນ​ຫລາຍ.

ສ່ວນ​ໃນ​ຕອນ​ບ່າຍ ​ຂອງ​ວັນ​ດຽວ​ກັນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ກໍ​ໄດ້​ສືບ​ຕໍ່​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ ສະພາ​ປະຊາຊົນ​ຂັ້ນ​ແຂວງຕື່ມ​ອີກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...