spot_img
Homeຂ່າວພາຍ​ໃນສສຊ ຮັບຮອງເອົາລັດຖະທໍາມະນູນປີ 2003 ສະບັບ ປັບປຸງ

ສສຊ ຮັບຮອງເອົາລັດຖະທໍາມະນູນປີ 2003 ສະບັບ ປັບປຸງ

Published on

Untitled-1.12.09 .1 sapha

ຂປລ. ການ​ດໍາ​ເນີນກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ໃນ​ວັນ​ທີ 8 ທັນວາ 2015 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ ທ່ານນາງ ປານີ ຢາ​ທໍ່​ຕູ້​ ປະທານ​ສະພາ​ແຫ່ງ​ຊາດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເຂດ​ເລືອກ​ຕັ້ງ​ໄດ້​ພິຈາລະນາ ​ແລະ ຮັບຮອງ​ເອົາ​ລັດຖະທໍ​າມະນູນ ປີ 2003 ສະບັບ​ປັບປຸງ​ໃໝ່​ດ້ວຍ​ຄະ​ແນນ​ເຫັນ​ດີ​ເປັນ​ສ່ວນ​ຫລາຍ. ລັດຖະທໍາ​ມະນູນ​ສະບັບ​ໃໝ່​ນີ້ ​ປະກອບ​ມີ 14 ໝວດ 119 ມາດຕາ ​ເພີ່ມ​ເຂົ້າ​ໃໝ່ມີ 3 ໝວດ 21 ມາດຕາ​, ໝວດ​ທີ່​ເພີ່ມ​ເຂົ້າ​ໃໝ່​ຄື: ໝວດ​ສະພາ​ປະຊາຊົນ​ທ້ອງ​ຖິ່ນ, ອົງການ​ກວດ​ສອບ​ແຫ່ງ​ລັດ ​ແລະ ຄະນະ​ກໍາມະການ​ເລືອກ​ຕັ້ງ​ລະດັບ​ຊາດ ​ໃນ​ນັ້ນ​​ໄດ້​ປັບປຸງ​ຄໍາ​ນໍາ ​ແລະ 5 ໝວດ​ຄື: ໝວດສະພາ​ແຫ່ງ​ຊາດ, ໝວດປະທານ​ປະ​ເທດ-ລັດຖະບານ, ການ​ປົກຄອງ​ທ້ອງ​ຖິ່ນ, ສານ​ປະຊາຊົນ ​ແລະ ອົງການ​ໄອ​ຍະ​ການ​ປະຊາຊົນ.

ບັນດາ​ສະມາຊິກ​ສະພາແຫ່ງ​ຊາດ ​ໄດ້​ປະກອບ​ຄໍາ​ເຫັນເປັນ​ເອກະ​ພາບຢ່າງ​ກົງ​ໄປ​ກົງ​ມາ​ໃສ່​ລັດຖະທໍາ​ມະນູນ​ສະບັບ​ປັບປຸງ​ດັ່ງກ່າວ. ​ໂດຍ​ທ່ານ ສົມ​ພັນ ​ແພງ​ຄໍາ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ສະ​ເໜີ​ຜ່ານ​ມາ​​ເຖິງ​ເຫດຜົນ, ຄວາມ​ຈໍາ​ເປັນ, ຂັ້ນ​ຕອນ ​ໃຫ້​ສອດຄ່ອງກັບ​ການ​ປະຕິບັດ​ພາລະກິດ​ປ່ຽນ​ແປງ​ໃໝ່​ດ້ວຍ​ການ​ຫັນ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ​ເປັນ​ກົດໝາຍ ​ແລະ ລະບຽບ​ການ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ ​ດ້ວຍ​ກົດໝາຍ​ມີ​ປະສິດທິ​ຜົນ ​ແລະ ມີ​ຄວາມ​ສັກສິດ​ເທື່ອ​ລະ​ກ້າວ ເປັນຕົ້ນ​ ບັນດາ​ມາດຕາ​ທີ່​ໄດ້​ປັບປຸງ​ຢູ່​ໃນ   ​ໝວດທີ II ຫາ ໝວດ​ທີ XII ​ພ້ອມ​ທັງ​ລົງ​ເລິກປະກອບ​ຄໍາ​ເຫັນ​ໃສ່​ເນື້ອ​ໃນ​ບາງ​ມາດຕາ​ເຊັ່ນ: ມາດຕາ 13 ຂອງ​ໝວດ​ທີ II ​ເຊິ່ງ​ໄດ້​ກໍານົດ​ເສດຖະກິດ​ແຫ່ງ​ຊາດ​ຂອງ ສປປ ລາວ ​ແມ່ນ​ເສດຖະກິດ​ຕະຫລາດ​ຕາມ​ທິດ​ສັງຄົມ​ນິຍົມ ​ເຊິ່ງປະກອບ​ດ້ວຍ​ຫລາຍ​ພາກສ່ວນ​ເສດ ຖະກິດ​ທີ່​ຄົງ​ຕົວຢ່າງ​ຍາວ​ນານ, ມີ​ຄວາມ​ສະ​ເໝີ​ພາບ, ທັງ​ແຂ່ງຂັນ ​ແລະ ຮ່ວມ​ມື​ກັນ​ພາຍ​ໃຕ້​ກົດໝາຍ; ມາດຕາ 52 ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ​ເປັນ​ອົງການ​ສູງ​ສຸດ​ແຫ່ງ​ອໍານາດ​ລັດ, ນອກຈາກ​ນັ້ນ​ການ​ກໍານົດ​ສິດ​ຂອງ​ສະພາ​ແຫ່ງ​ຊາດ; ຄະ ນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ​ແລະ ປະທານ​ປະ​ເທດ​ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ບັນດາ​ມາດຕາ​ຂອງ​ໝວດ​ທີ V, VI, VII ​ແລະ VIII ​ໃນ​ນັ້ນບັນດາ ສສຊ ຍັງ​ໄດ້​ລົງ​ເລິກ​ປະກອບ​ຄໍາ​ເຫັນ​ໃສ່​ບາງ​ເນື້ອ​ໃນ​ທີ່​ພົວພັນ​ເຖິງສິດ​ຕົກລົງ​ຂອງ​ລັດຖະບານ​ໃນ​ການ​ໃຫ້​ສັນຊາດ, ຖອນ​ສັນຊາດ, ປະ​ສັນຊາດ ​ແລະ ການ​ໃຫ້​ສັນຊາດ​ລາວ​ຄືນ, ສິດ​ຕົກລົງ​ການ​ໃຫ້​ນາມມະຍົດ​ພົນລະ​ເມືອງ​ກິດ​ຕິ​ມະ​ສັກ​ ທີ່​ໄດ້​ກໍານົດ​ໄວ້​ໃນ​ຂໍ້​ທີ 11, 12 ຂອງ​ມາດຕາ 70; ການ​ກໍານົດ​ສິດ​ຕົກລົງ​ຂອງ​ປະທານ​ປະ​ເທດ​ ຕໍ່​ກັບ​ການອະ​ໄພ​ຍະ​ໂທດ​ຕາມ​ການສະ​ເໜີ​ ຂອງ​ລັດຖະບານ​ທີ່​ກໍານົດ​ໄວ້​ໃນ​ຂໍ້​ທີ 12 ມາດຕາ 67; ສິດ​ຕົກລົງ​​ແຕ່​ງຕັ້ງ, ຍົກ ຍ້າຍ ​ແລະ ປົດ​ຕໍາ​ແໜ່​ງຜູ້​ພິພາກສາ​ຂອງ​ສານ​ປະຊາຊົນ​ສູງ​ສຸດ, ຮອງ​ປະທານ​ສານ​ທະຫານ​ຂັ້ນ​ສູງ ​ແລະ ຜູ້​ພິພາກສາ​ຂອງ​ສານ​ປະຊາຊົນ​ທ້ອງ​ຖິ່ນ ​ພາຍຫລັງ​ທີ່​ຄະນະ​ປະ​ຈໍາ​ສະພາ​ປະ ຊາຊົນ​ຂັ້ນ​ແຂວງ​ຮັບຮອງ​ເອົາ​ຕາມ​ການສະ​ເໜີ​ຂອງ ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ເພື່ອ​ໃຫ້​ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ​ຕົກລົງ​ດັ່ງ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ມາດຕາ 93 ​ແລະ ການ​ກໍານົດ​ສິດ​ຕົກລົງ​ແຕ່ງ​ຕັ້ງ, ຍົກຍ້າຍ ຫລື ປົດ​ຕໍາ​ແໜ່​ງສະພາ​ຜູ້​ພິພາກສາ​ສານ​ປະຊາຊົນ​ສູງ​ສຸດ ​ທີ່​ໄດ້​ມີ​ການສະ​ເໜີ​ໃຫ້​ເປັນ​ສິດ​ພິຈາລະນາ​ຕົກລົງ​ ຈາກ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ​ເຊິ່ງ​​ປັດຈຸບັນ ​ແມ່ນ​ສິດ​ຕົກລົງ​ຂອງ​ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ນີ້​ຍັງ​ບໍ່​ທັນ​ໄດ້​ກໍານົດ​ຢູ່​ໃນ​ມາດຕາ 53 ວ່າ​ດ້ວຍ​ສິດ ​ແລະ ໜ້າ​ທີ່​ຂອງ​ສະພາ​ແຫ່ງ​ຊາດ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...