Homeປະເພນີ-ວັດທະນະທຳຜ້າໄໝມ້ອນຊຳເໜືອ ມໍລະດົກທີ່ຄວນຄູ່ຕໍ່ການປົກປັກຮັກສາ

ຜ້າໄໝມ້ອນຊຳເໜືອ ມໍລະດົກທີ່ຄວນຄູ່ຕໍ່ການປົກປັກຮັກສາ

Published on

maimon

ປັດຈຸບັນ ຜ້າໄໝມ້ອນຢູ່ບ້ານເຮົາ ພວມ​ໄດ້ຮັບຄວາມນິຍົມຊົມຊອບຈາກ​ຄົນ​ລາວ ​ແລະ ຄົນຕ່າງປະ​ເທດຢ່າງ​ຫລວງຫລາຍ. ເປັນຜະລິດ​ຕະພັນ​ທີ່​ເປັນເອກະລັກຂອງລາວ ເຊິ່ງໄດ້ສືບທອດມາຈາກປູ່ຍ່າຕາຍາຍ ຫລາຍເຊັ່ນຄົນແລ້ວ ແລະ ຕົກມາຮອດຍຸກປັດຈຸບັນ ນີ້ກໍຍັງສືບຕໍ່, ມີການປະ​ຍຸກ ແລະ ພັດທະນາທາງດ້ານສີມື ໃນການຄວັດລວດລາຍ ໃຫ້ມີສີສັນສວຍງາມ ແລະມີຫລາຍ​ຮູບແບບ ໄປຕາມຄ່າ​ນິຍົມ​ຂອງສັງຄົມມະນຸດ ທັງນີ້ກໍເພື່ອເປັນການເພີ່ມມູນຄ່າ​ ເຄື່ອງຫັດຖະກຳຜ້າໄໝມ້ອນ ໃຫ້ສູງເດັ່ນ ເຮັດໃຫ້ຜູ້ຄົນສົນໃຈ ແລະ ຫັນມາຊົມໃຊ້ຫລາຍຂຶ້ນ. ພ້ອມ​ນີ້ ຢູ່ຫລາຍໆບ່ອນ ກໍໄດ້ມີການຈັດຕັ້ງ ກຸ່ມຫັດຖະກຳຕໍ່າຫູກ ໂດຍສະເພາະແມ່ນ ຫັດຖະກຳຜ້າໄໝມ້ອນ ​​ແນ​ໃສ່​ໃຫ້​ເປັນ​ທຸລະ​ກິດ ຢ່າງ​ແທ້​ຈິງ ຕິດ​ພັນ​ກັບ​ການ​ອະນຸລັກ​ຮັກສາ.

ທ່ານ ນ. ຊ່ຽນ ມາຖາວອນ ປະທານສະມາຄົມຂອງກຸ່ມຫັດຖະກໍາຕໍ່າຜ້າໄໝມ້ອນບ້ານໂພໄຊ,​ ເມືອງຊຳເໜືອ, ແຂວງຫົວພັນ ໄດ້​ເປີດ​ເຜີຍວ່າ: “ຕົນເອງໄດ້ເລີ່ມຕົ້ນ ​ດຳເນີນທຸລະ​ກິດຕໍ່າຜ້າໄໝມ້ອນມາແຕ່ປີ 2002 ປະກອບມີ 10 ກີ່ ແລະ ໄດ້ລົງທຶນຊື້ຟືມ, ໄໝ ແລະ ສີຍ້ອມ ແລ້ວຈ້າງປະຊາຊົນຢູ່ກັບບ້ານຕໍ່າ ເຊິ່ງນຳໃຊ້ທຶນທັງໝົດ 25-30 ລ້ານກີບ, ​ໂດຍມີລາຍຮັບ ຈາກການຈຳໜ່າຍ ຜະລິດຕະພັນຜ້າໄໝມ້ອນ ສະເລ່ຍປະມານ 80-90 ລ້ານກີບ/ປີ. ມາຮອດປັດຈຸບັນ, ຫັດຖະກຳຜ້າໄໝມອ້ນຂອງບ້ານໂພໄຊ, ເມືອງຊຳເໜືອ ກຳລັງໄດ້ຮັບຄວາມນິຍົມຊົມຊອບ ຈາກບັນດາລູກຄ້າທົ່ວ​ໄປ ແລະ ຂາປະຈຳຫລາຍແຫ່ງ ຈຶ່ງໄດ້ຂະຫຍາຍທຸລະກິດອອກຕື່ມ ໂດຍໄດ້​ເພີ່ມເປັນ 100 ກີ່, ສາມາດສ້າງລາຍຮັບ ໄດ້ປະມານ 100 ກວ່າລ້ານກີບ/ປີ”.

ທ່ານ ນ. ຊ່ຽນ ມາຖາວອນ ຍັງໃຫ້ຮູ້ຕື່ມອີກວ່າ: “ຜະລິດຕະພັນຈາກຜ້າໄໝມ້ອນນອກຈາກມີສິ້ນ ແລະ ຕີນສິ້ນແລ້ວ ຍັງໄດ້ຕໍ່າແຜ່ນແພສຳລັບຕັດເສື້ອ, ຜ້າປູໂຕະ, ຜ້າບ່ຽງ ແລະ ອື່ນໆຕາມທີ່ລູກຄ້າສັ່ງຈອງ. ຜ່ານມາກໍເຄີຍໄປວາງສະແດງ ຜະລິດຕະພັນໃນນາມສິນຄ້າ ODOP ມາແລ້ວຫລາຍງານ. ໃນອະນາຄົດ ຈະໄດ້ຝາກຝັງວຽກງານນີ້ ໄວ້ກັບລູກກັບຫລານ ເພື່ອໃຫ້ເຂົາເຈົ້າໄດ້ສືບຕໍ່ ແລະ ຮັກສາສີໄມ້ລາຍມື ທີ່ເປັນມູນມໍລະດົກສືບທອດ ມາແຕ່ບູຮານ ທັງປົກປັກຮັກສາ ເອກະລັກຂອງຊາດລາວ ໄວ້ໃຫ້ຢູ່ຄູ່ບ້ານຄູ່ເມືອງຕະຫລອດໄປ”.

ຂໍສະແດງຄວາມຍິນດີ ແລະ ຂໍຍ້ອງຍໍຊົມເຊີຍນໍ້າໃຈຂອງ ກຸ່ມຫັດຖະກໍາຜ້າໄໝມ້ອນບ້ານໂພໄຊ, ເມືອງຊຳເໜືອ ທີ່ສາມາດຮັກສາເອກະລັກ ຂອງລວດລາຍລາວເຮົາໄວ້ ເຊິ່ງເປັນມູນມໍລະດົກກົກຮາກ ຈາກປູ່ຍ່າຕາຍາຍພວກເຮົາແທ້ໆ ແລະ ຫວັງຢ່າງຍິ່ງວ່າ ຄົນລຸ້ນໃໝ່ ຈະຫວງແຫນ, ຮູ້ຮັກສາຊັບສົມບັດອັນລ້ຳຄ່າ ແລະ ເສີມຂະຫຍາຍໃຫ້ຢູ່ຄຽງຄູ່ຊາດລາວ, ຄົນລາວ ແລະ ເປັນທີ່ຮູ້ຈັກຂອງຄົນທົ່ວໂລກຕໍ່ໄປ.

 

ຂອບໃຈບົດຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...