Homeມຸມຂ່າວ AECອາຊຽນວາງເປົ້າໝາຍ ກາຍເປັນສູນທ່ອງທ່ຽວໜ້າປະທັບໃຈ ທີ່ສຸດໃນໂລກ!

ອາຊຽນວາງເປົ້າໝາຍ ກາຍເປັນສູນທ່ອງທ່ຽວໜ້າປະທັບໃຈ ທີ່ສຸດໃນໂລກ!

Published on

TH 400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 1 ທັນວາ, ​ງານ​ສຳ​ມະ​ນາ ຍຸດ​ທະ​ສາດ ​​ພັດທະນາ ຂະ​ແໜງ ການທ່ອງ​ທ່ຽວ​ ອາ​ຊຽນ ​ໃນ​​ໄລຍະ 2016-2025 ​ໄດ້​ຈັດຂຶ້ນ​ ຢູ່​ນະຄອນຫລວງ ພະນົມ​ເປັນ ປະ​ເທດ​ ກຳປູ​ເຈຍ ​ເປັນ​ເວລາ 2 ວັນ ​ໂດຍ​ມີ ບັນດາ ​ຜູ້​ແທນ ຂອງ ບັນດາ ​ປະ​ເທດ ​ອາ​ຊຽນ ​ເຂົ້າ​ຮ່ວມ. ຈຸດປະສົງ​ຕົ້ນຕໍ ​ແມ່ນ​ເພື່ອປຶກສາ ​ຫາລື ​ແລະ ​ຊຸກຍູ້​ ຍຸດທະ​ສາດ ການທ່ອງທ່ຽວ ​ໃຫ້​ຈະ​ເລີ​ນ ​ເຕີບ​ໃຫຍ່​ຂຶ້ນ ​ແນ​ໃສ່​ ໃຫ້​​ແຕ່ລະ​ປ​ະ​ເທດ ກະກຽມ ທັກ​ສະ ​ແລະ ວຽກ​ງານ​ຕ່າງໆ ​ເພື່ອ​ມຸ່ງ​ໄປ​ສູ່​ ເປົ້າ​ໝາຍ ​ໃນ​ປີ 2025 , ກາຍ​ເປັນ​ສູນ​ທ່ອງ​ທຽວ ທ່ີ​ປະ​ທັບ​ໃຈ ​ທ່ີ​ສຸດ ​ໃນ​ໂລກ ​ເພື່ອປະກອບສ່ວນ ອັນ​ຕັ້ງໜ້າ ​ເຂົ້າ​ໃນ ​ການ​ພັດທະ ນາ ​ເສດຖະກິດ, ສັງຄົມ ​ໃນ​ແຕ່ລະ​ ປະ​ເທດ ດັ່ງ​ກ່າວ​.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...