spot_img
Homeຂ່າວການພັດທະນາຊົມເຊີຍເສັ້ນທາງລົດໄຟ ລາວ-ຈີນ ສັນຍາລັກສາຍພົວພັນຮ່ວມມືທີ່ຍືນຍົງ

ຊົມເຊີຍເສັ້ນທາງລົດໄຟ ລາວ-ຈີນ ສັນຍາລັກສາຍພົວພັນຮ່ວມມືທີ່ຍືນຍົງ

Published on

train 1

ຂປລ. ໃນວັນທີ 2 ທັນວານີ້​ ແມ່ນມື້​ເລີກ​ງາມ​ຍາມ​ດີ​ ຕິ​ດພັນ​ກັບ​​ເຫດການ​ສໍາຄັນຂອງ​ຊາດ ​ທີ່​ປະຊາຊົນ​ລາວ​ບັນດາ​ເຜົ່າທົ່ວ​ໜ້າ ສະ​ເຫລີ​ມສະຫລອງ​ວັນ​ສະຖາປະນາ ສປປ ລາວ ​ຄົບຮອບ 40 ປີ ດ້ວຍ​ບັນຍາກາດ​ເບີກ ບານ​ມ່ວນ​ຊື່ນ ​ແລະ ຟົດ​ຟື້ນ. ຕອນ​ເຊົ້າ​ມື້​ນີ້  ( 2 ທັນວາ 2015 ) ບັນດາການ​ນໍາ​ພວກ​ເຮົາ ​ແລະ ສປ ຈີນ ໄດ້​​ໃຫ້​ກຽດຮ່ວມ​ກັນ​ວາງສີ​ລາ​ເລີກ​ ລົງມື​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ ລາວ-ຈີນ ​ຢ່າງ​ເປັນ​ທາງ​ການ ອັນ​ໄດ້​ເປັນສັນຍາ​ລັກ ທີ່​ມີ​ຄວາມ​ໝາຍ​ຄວາມ​ສໍາຄັນ​ແຫ່ງ​ມິດຕະພາບ, ສາຍ​ພົວພັນ ​ແລະ ການ​ຮ່ວມ​ມືທີ່​​​ແໜ້ນ​​ແຟ້ນ ຍືນ​ຍົງ​ຕະຫລອດ​ໄປ.

​ໂຄງ​ການກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ​ໂຄງການດັ່ງ​ກ່າວ​ບໍ່​ພຽງ​ແຕ່​ປ່ຽນ​ແປງສະຖານ​ະພາບຂອງ ສປປ ລາວ ​ຈາກ​ການ​ເປັນ​ປະ​ເທດ​ບໍ່​ຕິ​ດກັບ​ທະ​ເລ​ ມາ​ເປັນປະ​ເທດ​ເຊື່ອມ​ໂຍງ​ເ​ທົ່ານັ້ນ, ​ແຕ່​ຍັງເປັນ​ການ​ເປີດ​ໂສມ​ໜ້າ ​ແລະ ຍົກ​ລະດັບ​ຊື່​ສຽງ​ຂອງ​ປະ​ເທດ ​ ໃຫ້​ຊາວ​ໂລກ​ໄດ້​ຮູ້​ໄດ້​ເຫັນ ​ແລະ ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ໂດຍຜ່ານ​ການ​ໄປ​ມາ​ຫາ​ສູ່, ​ແລກປ່ຽນ​ວັດທະນະທໍາ, ການ​ຄ້າ, ການ​ລົງທຶນ, ການ​ບໍລິການ ​ແລະ ອື່ນ​ໆ​ ພ້ອມດຽວ​ກັນ​ນັ້ນ ​ເສັ້ນທາງ​ລົດ​​ໄຟ​ ລາວ-ຈີນ​ ຈະ​ປະກອບສ່ວນ​ສໍາຄັນ ​​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​, ການ​ຂົນ​ສົ່ງ​ສິນຄ້າຈາກ​ພາຍ​ໃນ ແລະ ຕ່າງປະ​ເທດ​ຈະມີ​ຄາ​ລາ​ຖືກ​ລົງ ​ແລະ ປະຢັດ​ເວລາ, ຈະ​ກະຕຸກ​ຊຸກຍູ້ໃຫ້​ຜູ້​ປະກອບ​ການ, ຜູ້​ລິດ​ສິນຄ້າ ​ແລະ ຜະລິດ​ກະສິກໍາ​ມີ​ຄວາມ​ຫ້າວ​ຫັນ​ກວ່າ​ເກົ່າ. ​ແນວ​ໃດ​ກໍຕາມ ​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ ​ນີ້​ຈະ​​ເປັນ​ເສັ້ນທາງ​ລົດ​ໄຟ​ເຊື່ອມ​ຕໍ່​ ລະຫວ່າ​ງຂົງ​ເຂດ​ອາຊຽນ ອອກ​ສູ່ໄທ, ມາ​ເລ​ເຊຍ, ສິງກະ​ໂປ ​ແລະ ​ເບື້ອງ​ຊາຍ​​ແດນບໍ່​ເຕັນ​ແຂວງຫລວງ​ນໍ້າ​ທາ ​ຈະ​ອອກ​ສູ່ ສປ ຈີນ ​ເຊື່ອມ​ຕໍ່​ໃສ່​ເສັ້ນທາງ​ສາຍ​ໄໝ​ອອກ​ສູ່​ທະວີ​​ເອີ​ລົບ.

ໂຄງການກໍ່ສ້າງທາງລົດໄຟມີຄວາມຍາວປະມານ 427 ກິໂລແມັດ, ໂດຍຈະເລີ່ມສ້າງນັບແຕ່ ດ່ານຊາຍແດນ ລາວ-ຈີນ ​ຢູ່​ເຂດບໍ່ເຕັນ ແຂວງ ຫລວງນ້ຳທາ ມາ​ເຖິງນະຄອນຫລວງວຽງຈັນ ຈົນ​ຮອດ​ຈຸດ​ລົດ​ໄຟ​ເຊື່ອມ​ຕໍ່ ​ລາວ-​ໄທ ​ແຫ່ງ​ໃໝ່, ຈັດ​ຢູ່​ໃນ​ປະ​ເພດ​ທາງ​ລົດ​ໄຟ​ມາດຕະຖານ​ລະດັບ​ 1 ​ເຊິ່ງມີ ຄວາມກ້ວາງຂອງລາງ​ແມ່ນ​ມາດຕະຖານ​ສາກົນ​ຄື 1.435 ມມ (ມິ​ລິ​ແມັດ) ​ເປັນ​ປະ​ເພດ​ລາງ​ດ່ຽວ, ຄວາມກ້ວາງດ້ານຂ້າງ​ເສັ້ນທາງ​ລົດ​​ໄຟ ເບື້ອງລະ 50 ແມັດ ແລະ ຈະໄດ້ລ້ອມຮົ້ວໄວ້ ເພື່ອຄວາມປອດໄຟ ເຊິ່ງເປັນມາດຕະການສາກົນທີ່ໄດ້ກຳນົດໄວ້, ໂດຍຈະສ້າງເປັນລາງດ່ຽວນຳໃຊ້ຄວບຄູ່ກັນ ລະຫວ່າງ ລົດໄຟຂົນສົ່ງສິນຄ້າທີ່ກຳນົດຄວາມໄວປະມານ 120 ກິໂລແມັດ/ຊົ່ວໂມງ ແລະ ຜູ້ໂດຍສານປະມານ 160 ກິໂລແມັດ ຊົ່ວໂມງ, ​ໄດ້​ອອກ​ແບບ​ສໍາຮອງ​ໄວ້​ສໍາລັບ​ຂົນ​ສົ່ງ​ໂດຍສານ​ເຂດ​ທົ່ງພຽງ​ ຢູ່​ເມືອ​ງ​ວັງ​ວຽງ ​ແຂວງ​ວຽງ​ຈັນ ຫານະຄອນຫລວງ​ວຽງ​ຈັນ​ແມ່ນ 200 ກິ​ໂລ​ແມັດ/ຊົ່ວ​ໂມງ; ​ເປັນ​ລະບົບ​ຂັບ​ເຄື່ອນ​ດ້ວຍ​ໄຟຟ້າ, ປະກອບມີສະຖາ​ນີ 33 ​ແຫ່ງ​ ໃນ​ນັ້ນ​ມີສະຖານີ ສໍາລັບ​ຫລີກ​ລົດ​​ໄຟ 11 ​ແຫ່ງ ​ແລະ ສະຖານ​ນີສິນຄ້າ 1 ​ແຫ່ງ.

ສໍາລັບ​ໜ້າ​ວຽກໍ່ສ້າງ​ຕົ້ນຕໍ ຈະ​ກໍ່ສ້າງ ​ແລະ ຍົກ​ລະດັບ​ທາງ​ຍາວ​ປະມານ 175 ກິ​ໂລ​ແມັດ​ກວມ​ເອົາ 41% ຂອງ​ລວງ​ຍາວ​ທັງ​ໝົດ, ກໍ່ສ້າງ​ຂົວ 170 ​ແຫ່ງ ມີ​ລວງ​ຍາວ 69 ກິ​ໂລ​ແມັດ​ກວມ​ເອົາ 16% ​ແລະ ສ້າງ​ ອູບ​ມຸງມີ 72 ​ແຫ່ງ​ລວງ​ຍາວ 183 ກິ​ໂລ​ແມັດ​ກວມ​ເອົາ 43% ບ່ອນ​ທີ່ຍາວ​ກວ່າ​ໝູ່​ປະມານ 9,5 ກິ​ໂລ​ແມັດ; ກ່ຽວ​ກັບ​ການ​ກໍານົດ​ຂອບ​ເຂດ​ການ​ນໍາ​ໃຊ້​ເນື້ອ​ທີ່​ດິນ​ທັງ​ໝົດ​ຂອງ​ໂຄງການ ​ແມ່ນ 2 ປະ​ເພດ​ຄືນໍາ​ໃຊ້​ຖາວອນ​ສໍາລັບ​ແລວ​ທາງ​ລົດ​ໄຟ ​ແລະ ສະຖານີ​ປະມານ 3.058 ​ເຮັກຕາ ນໍາ​ໃຊ້​ຊົ່ວຄາວ​ສໍາລັບ​ບໍ່​ດິນ, ບໍ່​ຫີນ ​ແລະ ສະຖານນີຮັບ​ໃຊ້​ເວລາ​ກໍ່ສ້າງລວມີ 803 ​ເຮັກຕາ, ຄາດ​ວ່າມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ​ຂອງ​ໂຄງການ​ປະມານ 38,7 ຕື້​ຢວນ ​ຄິດ​ສະ​ເລ່ຍ​ເປັນ​ມູນ​ຄ່າ​ຕໍ່​ກິ​ໂລ​ແມັດ​ແມ່ນ​ປະມານ 90,6 ລ້ານ​ຢວນ. ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ເລີ່ມສຳຫລວດ, ອອກ ແບບມາແຕ່ປີ 2010 ແລະ ສຳເລັດການເຮັດບົດວິພາກທາງດ້ານເສດຖະກິດໃນປີ 2012.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...