spot_img
Homeຄົມຄິດຄົມຄົນອ່ານໃຫ້ໄດ້ເດີ ແລ້ວຈະມີມຸມມອງຊີວິດທີ່ດີຂຶ້ນ

ອ່ານໃຫ້ໄດ້ເດີ ແລ້ວຈະມີມຸມມອງຊີວິດທີ່ດີຂຶ້ນ

Published on

love24_990

ກະລຸນາຢ່າເກັບຄຳສອນນີ້ໄວ້ຄົນດຽວ ບໍ່ດັ່ງນັ້ນມົນຕາທີ່ສົ່ງມານີ້ ຈະຈາກທ່ານໄປພາຍໃນ 96 ຊົ່ວໂມງ ແລ້ວທ່ານຈະໄດ້ພົບກັບສິ່ງປະຫຼາດ ມະຫັດສະຈັນທີ່ທ່ານຈະຍິນດີຫຼາຍ. ຂໍ້ແນະນຳໃນການດຳເນີນຊີວິດ ມີດັ່ງນີ້:

  1. ລະນຶກສະເໝີວ່າການຈະໄດ້ ພົບຄວາມຮັກແລະຄວາມສຳເລັດ ອັນຍິ່ງໃຫຍ່ກໍຕ້ອງ ປະສົບກັບຄວາມສ່ຽງມະຫາສານ ເຊັ່ນກັນ.
  2. ເມື່ອພ່າຍແທ້ ຢ່າລືມເອົາໄວ້ເປັນບົດຮຽນ
  3. ຈົ່ງປະຕິບັດຕາມ 3Rs
    ກ. ເຄົາລົບໂຕເອງ (Respect for self) ຖ້າເຮົາບໍ່ເຄົາລົບໂຕເອງແລ້ວ ໃຜຈະມາເຄົາລົບເຮົາ ຈົ່ງສັງວອນໄວ້.
    ຂ. ເຄົາລົບຜູ້ອື່ນ (Respect for others) ເມື່ອເຮົາເຄົາລົບໂຕເອງແລ້ວ ເຮົາຕ້ອງເຄົາລົບຄົນອື່ນພ້ອມ.
    ຄ. ຮັບຜິດຊອບຕໍ່ການກະທຳ ຂອງຕົນເອງ (Responsibility for all your actions) ຖ້າເຮົາບໍ່ຮັບຜິດຊອບຕໍ່ ການກະທຳຂອງເຮົາແລ້ວ ໃຜຈະມາເຄົາລົບເຮົາ ຫຼືຮັບຜິດແທນເຮົາ.
  4. ຈົ່ງຈື່ໄວ້ວ່າການທີ່ບໍ່ເຮັດ ຕາມໃຈປາຖະໜາຂອງຕົນເອງ ບາງເທື່ອກໍໃຫ້ໂຊກຢ່າງ ໜ້າມະຫັດສະຈັນ.
  5. ຈົ່ງຮຽນຮູ້ກົດ ເພື່ອຈະຮູ້ວິທີການຝ່າຝືນ ຢ່າງເໝາະສົມ
  6. ຈົ່ງຢ່າປ່ອຍໃຫ້ການຜິດຖຽງກັນ ດ້ວຍເລື່ອງພຽງເລັກໜ້ອຍ ມາທຳລາຍມິດຕະພາບອັນ ຍິ່ງໃຫຍ່ຂອງທ່ານ.
  7. ເມື່ອທ່ານຮູ້ວ່າເຮັດຜິດ ຈົ່ງຢ່າຊັກຊ້າທີ່ຈະແກ້ໄຂ
  8. ຈົ່ງໃຊ້ເວລາໃນການຢູ່ຕາມ ລຳພັງພຽງຜູ້ດຽວໃນແຕ່ລະວັນ
  9. ຈົ່ງອ້າແຂນຮັບການປ່ຽນແປງ ແຕ່ຢ່າປ່ອຍໃຫ້ຄຸນຄ່າຂອງທ່ານ ຫຼຸດລອຍໄປ
  10. ຈົ່ງລະລຶກໄວ້ວ່າ ບາງເທື່ອຄວາມງຽບກໍເປັນຄຳຕອບ ທີ່ດີທີ່ສຸດ.
  11. ຈົ່ງດຳເນີນຊີວິດດ້ວຍຄວາມ ຊື່ສັດສຸດຈະລິດ ເພື່ອວ່າ ເມື່ອທ່ານເຖົ້າແກ່ແລະຄິດຫວນກັບ ທ່ານຈະສາມາດມີຄວາມສຸກ ກັບສິ່ງທີ່ໄດ້ເຮັດລົງໄປໄດ້ອີກເທື່ອໜຶ່ງ.
  12. ບັນຍາກາດອັນອົບອຸ່ນໃນຄອບຄົວ ເປັນພື້ນຖານສໍາຄັນຂອງຊີວິດD
  13. ເມື່ອເກີດຂັດຂ້ອງໃຈກັບຄົນທີ່ທ່ານຮັກ ໃຫ້ຢຸດໄວ້ພຽງເລື່ອງປັດຈຸບັນ ຢ່າຂຸດຄຸ້ຍເລື່ອງເກົ່າໃນອະດີດ.
  14. ຈົ່ງແບ່ງປັນຄວາມຮູ້ເພື່ອເປັນ ຫົນທາງກ້າວສູ່ຄວາມເປັນອະມະຕະ.
  15. ຈົ່ງສຸພາບກັບໂລກໜ່ວຍນີ້.
  16. ຈົ່ງຫາໂອກາດທ່ອງທ່ຽວໄປ ຍັງສະຖານທີ່ຕ່າງໆ ທີ່ທ່ານບໍ່ເຄີຍໄປ ຢ່າງໜ້ອຍປີລະເທື່ອ ເພື່ອລົບຄວາມຄິດແບບເກົ່າໆ ອອກແດ່.
  17. ຈື່ເອົາໄວ້ວ່າ ຄວາມສຳພັນທີ່ດີທີ່ສຸດ ຄືຄວາມຮັກ ບໍ່ແມ່ນຄວາມໄຄ່.
  18. ຈົ່ງຕັດສິນຄວາ່ມສໍາເລັດຂອງຕົນ ດ້ວຍສິ່ງທີ່ຕ້ອງເສຍສະຫຼະ.
  19. ຈົ່ງເຂົ້າໃກ້ຄວາມຮັກ ດ້ວຍການ…ປ່ອຍວາງ

ສິ່ງຕໍ່ໄປນີ້ແມ່ນເປັນການໃຫ້ທຳມະເປັນທານ ທ່ານຈະເຮັດຫຼືບໍ່ກໍໄດ້: ຜູ້ໃດໄດ້ເຜີຍແພ່ມົນຕານີ້ແກ່ຜູ້ອື່ນ ຂໍໃຫ້ທ່ານສົມຫວັງ ທັງໃນດ້ານຄວາມຮັກ, ເພື່ອນຝຸງ, ມິດສະຫາຍ, ມີຄວາມສຸກ, ມີສຸຂະພາບແຂງແຮງ, ມີຄວາມກ້າວໜ້າ ແລະລ່ຳລວຍເງິນຄຳ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...