ນັກວິທະຍາສາດເຊື່ອວ່າດາວບໍລິວານຂອງດາວອັງຄານທີ່ຊື່ ໂຟບອດ ກຳລັງຄ່ອຍໆຕົກສູ່ດາວອັງຄານ ແຕ່ຈະບໍ່ຕົກລົງສູ່ພື້ນຜິວ ແລະຈະກາຍເປັນເສດນ້ອຍໆທີ່ຈະໂຄຈອນຮອບດາວອັງຄານເປັນລັກສະນະຄ້າຍວົງແຫວນ ແບບດຽວກັບທີ່ດາວເສົາ ດາວພະຫັດ ດາວຍູເລນັດ ແລະ ດາວເນບຈູນ ມີ
ນັກວິທະຍາສາດທີ່ມະຫາວິທະຍາໄລແຄລິຟໍເນຍເບີກີ ເຜີຍວ່າ ດວງຈັນໂຟບອດນັ້ນຈະມີຈຸດສີ້ນສຸດຢ່າງລ້ຽງບໍ່ໄດ້ ແມ່ນຈະບໍ່ໄດ້ເກີດຂຶ້ນໃນໄວໆນີ້ ແຕ່ກໍອາດຈະເກີດຂຶ້ນໃນອີກ 20-40 ລ້ານປີໃຫ້ຫລັງນີ້ ແລະຈະກາຍເປັນວົງແຫວນທີ່ຄົງທີ່ໃນໄລຍະລະຫວ່າງ 1 – 100 ລ້ານປີຫລັງຈາກນີ້
ງານວິໄຈຊິ້ນນີ້ໄດ້ຮັບການເຜີຍແຜ່ໃນວາລະສານວິຊາການ Nature Geoscience ແລ້ວ ໂດຍນັກວິທະຍາສາດ ດຣ. ເບນຈາມິນ ແບັລກ ແລະ ທຸຊາລ໌ ມິຕານ ນັກສຶກສາ ໄດ້ປະມານລັກສະນະການຢຶດເກາະກັນຂອງອົງປະກອບຂອງດວງຈັນໂຟບອດວ່າຈະບໍ່ສາມາດຕ້ານທາງແຮງໄທດັລທີ່ຈະຈີກດາວອອກເປັນສ່ວນໆເມື່ອເຂົ້າໃກ້ສູ່ດາວອັງຄານ
ແຮງໄທດັລ ເປັນແຮງທີ່ເຮັດໃຫ້ເກີດນ້ຳຂຶ້ນນ້ຳລົງເທິງໂລກ ເກີດຈາກການທີ່ໂລກໄດ້ຮັບແຮງດຶງດູດຈາກດວງຈັນບໍ່ເທົ່າກັນໃນແຕ່ລະຈຸດ ເຊັ່ນດຽວກັນກັບເທິງດາວອັງຄານ ດາວອັງຄານຈະເຮັດໃຫ້ເກີດແຮງດຶງທີ່ດວງຈັນໂຟບອດບໍ່ເທົ່າກັນໃນແຕ່ລະຈຸດ ຍິ່ງໂຟບອດເຂົ້າໃກ້ດາວອັງຄານຫລາຍເທົ່າໃດ ແຮງດຶງຍິ່ງຈະເຮັດໃຫ້ດວງຈັນໂຟບອດແຕກເປັນສ່ວນໆ ເຕັມໄປດ້ວຍເສດຊາກ ແລະ ຈະຄ່ອຍໆສູນເສຍມວນໄປເທື່ອລະໜ້ອຍ ຈົນແຕກໄປຫມົດທັງດວງ
ເສດຫິນທີ່ເກີດຈາກການແຕກຂອງດວງຈັນໂຟບອດນັ້ນຈະມີຂະໜາດບໍ່ເທົ່າກັນ ມີຝຸ່ນເກີດຂຶ້ນຈຳນວນຫລາຍແລະຈະຍັງຄົງໂຄຈອນຮອບດາວອັງຄານຕໍ່ໄປ ແລະໃນທີ່ສຸດກໍຈະກາຍເປັນວົງແຫວນຢ່າງວ່ອງໄວ
ເສດຫິນກ້ອນທີ່ໃຫຍ່ໆບາງກ້ອນກໍອາດຈະຕົກລົງສູ່ດາວອັງຄານເປັນວົງໂຄຈອນຮູບວົງແຫວນຈົນຕົກລົງສູ່ພື້ນຜິວດາວ ແຕ່ເສດຫິນສ່ວນໃຫຍ່ຈະໄປໂຄຈອນຮອບດາວເປັນເວລາຫລາຍລ້ານປີ ແຕ່ໃນທີ່ສຸດກໍຈະຄ່ອຍໆຕົກລົງສູ່ພື້ນຜິວຂອງດວງດາວ ກາຍເປັນຝົນດາວຕົກໄດ້ເຊັ່ນກັນ ແລະຈະເຮັດໃຫ້ດາວອັງຄານເຫລືອດວງຈັນພຽງແຕ່ດວງດຽວ ນັ້ນຄື ດີມອດ
ດຣ. ແບັລກ ແລະມິດຕານ ຊີ້ວ່າ ດວງຈັນດວງນີ້ມີລັກສະotທີ່ແຕກຕ່າງໄປຈາກດວງຈັນດວງອື່ນໆໃນລະບົບສຸລິຍະຂອງເຮົາ
“ໃນຂະນະທີ່ດວງຈັນຂອງເຮົາກຳລັງເຄື່ອນທີ່ໄກອອກຈາກໂລກໄປເທື່ອລະເຊນຕິແມັດໃນແຕ່ລະປີ ດວງຈັນໂຟບອດກັບເຄື່ອນທີ່ເຂົ້າໄປຫາດາວອັງຄານເລື້ອຍໆເທື່ອລະເຊນຕິແມັດໃນແຕ່ລະປີ ແລະໃນທີ່ສຸດກໍຈະແຕກເປັນສ່ວນໆຢ່າງຫລີກລ້ຽງບໍ່ໄດ້”
ນອກຈາກນີ້ ຍັງເປັນທີ່ຮູ້ກັນດີວ່າ ດວງຈັນໄຕຕັນ ດວງຈັນທີ່ໃຫຍ່ທີ່ສຸດຂອງດາວເນບຈູນກໍເຄື່ອນທີ່ເຂົ້າໃກ້ດາວແມ່ຫລາຍຂຶ້ນເລື້ອຍໆເຊັ່ນດຽວກັນ
ການສຶກສາດວງຈັນເຫລົ່ານີ້ກ່ຽວພັນກັບການສຶກສາສະພາບລິເລີ່ມຂອງລະບົບສຸລິຍະ ຊຶ່ງເບິ່ງຄືວ່າແຕ່ກ່ອນຈະມີດວງຈັນຫລາຍກວ່ານີ້ໂດຍສະເພາະທີ່ບໍລິເວນດາວເຄາະວົງນອກໆ ແຕ່ໄດ້ມີການເຄື່ອນທີ່ເຂົ້າຫາດາວແມ່ແລະແຕກເປັນສ່ວນໆໃນເວລາຕໍ່ມາ