Homeວິທະຍາສາດ-ວິທະຍາການເນື້ອເຍື່ອເສັ້ນສຽງ: ອີກກ້າວໜຶ່ງຂອງການຮັກສາຄວາມຜິດປົກກະຕິທາງດ້ານການອອກສຽງ

ເນື້ອເຍື່ອເສັ້ນສຽງ: ອີກກ້າວໜຶ່ງຂອງການຮັກສາຄວາມຜິດປົກກະຕິທາງດ້ານການອອກສຽງ

Published on

sing_outloud

ນັກ​ວິ​ໄຈ​ປະເທດ​ສະ​ຫະລັດ​ອາເມຣິ​ກາ​ໄດ້​ທຳການ​ເພາະ​ລ້ຽງ​ເນື້ອ​ເຍື່ອ​ເສັ້ນ​ສຽງ​ໃນ​ຫ້ອງ​ແລັບ ຊຶ່ງ​ໃນ​ມື້​ໜຶ່ງ​ມັນ​ອາດຈະ​ຊ່ວຍ​ຟື້ນ​ຟູ​ສຽງ​ຂອງ​ຜູ້​ຄົນ​ນັບ​ລ້ານ​ທີ່​ໄດ້ຮັບ​ການ​ທໍລະມານ​ຈາກ​ພະຍາດ​ມະ​ເຮັງ​ຫລື​ພະຍາດ​ອື່ນໆ​ໄດ້

ສຳລັບ​ໃນ​ຕອນ​ນີ້ ນັກ​ວິ​ໄຈ​ຍັງ​ຢູ່ໃນ​ໄລຍະການ​ທົດລອງ​ເລີ່ມ​ຕົ້ນ ຊຶ່ງ​ອະທິບາຍ​ໃນ​ວາລະ​ສານ​ທາງ​ວິ​ຊາ​ການ​ລະ​ດັບ​ນານາ​ຊາດ Science Translational Medicine ເນື້ອ​ເຍື່ອ​ທີ່​ໄດ້​ຈະ​ມີ​ອາ​ຍຸ​ການ​ໃຊ້​ງານ​ເປັນ​ເວລາ​ສາມ​ເດືອນ​ໃນ​ໜູ​ທົດລອງ​ທີ່​ໄດ້ຮັບ​ການ​ຕັດ​ແຕ່ງ​ທາງ​ວິ​ສະວະກຳ​ໃຫ້​ມີ​ລະບົບ​ພູ​ມ​ຄຸ້ມ​ກັນ​ຄ້າຍ​ກັບ​ມະນຸດ ແລະ​ສ້າງ​ການ​ສັ່ນ​ຂອງ​ສຽງ​ໄດ້​ເມື່ອ​ມີ​ການ​ປູກ​ຖ່າຍ​ເຂົ້າໄປ​ໃນ​ບໍລິເວນ​ກ່ອງ​ສຽງ​ທີ່​ເຮັດວຽກ​ໄດ້​ເປັນ​ປົກກະຕິ​ຂອງ​ໝາ​ທີ່​ເສຍຊີວິດ​ແລ້ວ

ຜູ້​ນຳ​ການ​ວິ​ໄຈ Dr Nathan Welham ນັກ​ພະຍາດ​ວິທະຍາ​ຈາກ University of Wisconsin at Madison ໄດ້​ກ່າວ​ວ່າ “ຄວາມ​ກ້າວ​ໜ້າ​ນັ້ນ​ເປັນ​ສິ່ງ​ສຳຄັນ​ເພາະ​ວ່າ​ເສັ້ນ​ສຽງ​ນັ້ນ​ເປັນ​ລະບົບ​ທີ່​ງົດງາມ​ແລະ​ຍາກ​ທີ່​ຈະ​ມີ​ສິ່ງ​ໃດ​ມາ​ທົດ​ແທນ​ມັນ”

“ເສັ້ນ​ສຽງ​ຂອງ​ພວກ​ເຮົາ​ຖືກ​ສ້າງ​ຂຶ້ນ​ຈາກ​ເນື້ອ​ເຍື່ອ​ຊະນິດ​ພິເສດ​ທີ່​ຕ້ອງ​ມີ​ຄວາມ​ຍືດ​ຫຍຸ່ນ​ຫລາຍ​ພໍ​ໃຫ້​ເກີດ​ການ​ສັ່ນ ແລະ​ມີ​ຄວາມ​ແຂງ​ແຮງ​ຫລາຍ​ພໍ​ທີ່​ຊົນ​ເຂົ້າ​ນຳກັນ​ຫລາຍກວ່າ 100 ເທື່ອ​ຕໍ່​ວິ​ນາ​ທີ” Dr Welham ກ່າວ

ເນື້ອ​ເຍື່ອ​ຕັດ​ແຕ່ງ​ທາງ​ຊີວະ​ພາບ​ຖືກ​ລ້ຽງ​ຂຶ້ນ​ມາ​ຫລາຍກວ່າ​ສອງ​ອາທິດ ໂດຍ​ການ​ໃຊ້​ເຊລ໌​ຂອງ​ກຸ່ມ​ສຽງ​ທີ່​ມີ​ສຸກຂະພາບ​ທີ່​ດີ​ຊຶ່ງ​ຮູ້​ຈັກ​ກັນ​ໃນ​ນາມ​ຂອງ fibroblast ແລະ epithelial cell

ເຊລ໌​ນັ້ນ​ຖືກ​ແຍກ​ອອກ​ເປັນ​ເຊລ໌​ດ່ຽວ​ແລະ​ມີ​ຄວາມ​ບໍລິສຸດ ແລະ​ນຳ​ໄປ​ລ້ຽງ​ໄວ້​ເທິງ​ໂຄງ​ສ້າງ​ຮ່າງຂອງ​ຄອນ​ລາ​ເຈນ​ແບບ​ສາມ​ມິ​ຕິ ຊຶ່ງ​ມີ​ຄວາມ​ຄ້າຍ​ຄຶງ​ກັບ​ທີ່​ນັກ​ວິທະຍາ​ສາດ​ທຳການ​ລ້ຽງ​ຜິວ​ໜັງ​ທຽມ​ໃນ​ຫ້ອງ​ທົດລອງ

“ເມື່ອ​ພວກ​ມັນ​ເຕີບໃຫ່ຍ ເຊລ໌​ຈະ​ຈັບ​ຕົວ​ລວມ​ກັນ​ເປັນ​ຊັ້ນ​ຊຶ່ງ​ມີ​ໂຄງ​ສ້າງ​ແລະ​ໂປຣ​ຕີນ​ໃກ້​ຄຽງ​ກັນ​ກັບ​ກ້າມ​ເນື້ອ​ຂອງ​ເສັ້ນ​ສຽງ​ໃນ​ທຳມະຊາດ” ນັກ​ວິທະຍາ​ສາດ​ລາຍ​ງານ​ໄວ້

ໃນ​ການ​ທີ່​ຈະ​ຮູ້​ວ່າ​ເນື້ອ​ເຍື່ອ​ຕັດ​ແຕ່ງ​ທາງ​ຊີວ​ະພາບ​ເຮັດວຽກ​ໄດ້​ຫລື​ບໍ່​ນັ້ນ ເນື້ອ​ເຍື່ອ​ເຫລົ່າ​ນີ້​ໄດ້​ຖືກ​ປູກ​ຖ່າຍ​ເຂົ້າໄປ​ໃນ​ກ່ອງ​ສຽງ​ທີ່​ຖືກ​ຕັດ​ອອກ​ມາ​ຈາກ​ໝາ​ທີ່​ເສຍຊີວິດ​ແລ້ວ ເມື່ອ​ຄວາມ​ຊື້ນ​ໃນ​ອາ​ກາດ​ຖືກ​ພັດ​ຜ່ານ​ເຂົ້າໄປ ເນື້ອ​ເຍື່ອ​ຈະ​ສັ່ນ​ແລະ​ຜະລິດ​ສຽງ​ອອກ​ມາ​ໃນ​ທິດ​ທາງ​ດຽວ​ກັບ​ທີ່​ນັກ​ວິທະຍາ​ສາດ​ໄດ້​ຄາດ​ການ​ເອົາ​ໄວ້

“ເນື້ອ​ເຍື່ອ​ນີ້​ຍັງມີ​ຄວາມ​ຮູ້ສຶກ​ຄ້າຍ​ກັບ​ເສັ້ນ​ສຽງ​ຕາມ​ທຳມະຊາດ​ອີກ​ດ້ວຍ ແລະ​ມີ​ຄວາມ​ຊື້ນ ຄວາມ​ຍືດ​ຫຍຸ່ນ​ຄື​ກັບ​ເສັ້ນ​ສຽງ​ແທ້ໆ” Dr Welham ກ່າວ

ໃນ​ທີ່ສຸດ ເນື້ອ​ເຍື່ອ​ໄດ້​ຖືກ​ປູກ​ຖ່າຍ​ເຂົ້າໄປ​ຍັງ​ໜູ​ທົດລອງ​ທີ່​ມີ​ການ​ຕັດ​ແຕ່ງ​ໃຫ້​ມີ​ລະບົບ​ພູ​ມ​ຄຸ້ມ​ກັນ​ແບບ​ດຽວ​ກັບ​ມະນຸດ​ເພື່ອ​ທີ່​ຈະ​ໄດ້​ສຶກ​ສາ​ວ່າ​ມັນ​ສາມາດ​ເຮັດວຽກ​ໄດ້​ຫລື​ບໍ່​ໃນ​ມະນຸດ ເນື້ອ​ເຍື່ອ​ນັ້ນ​ຈະເລີນ​ເຕີບໃຫ່ຍ​ແລະ​ບໍ່​ໄດ້​ຖືກ​ຂັດ​ຂວາງ​ດ້ວຍ​ລະບົບ​ພູ​ມ​ຄຸ້ມ​ກັນ​ຂອງ​ມະນຸດ ມັນ​ເຮັດວຽກ​ໄດ້​ເປັນ​ຢ່າງ​ດີ​ໂດຍ​ບໍ່​ໄດ້​ສົນ​ໃຈ​ວ່າ​ໜູ​ທົດລອງ​ນັ້ນ​ມີ​ລະບົບ​ພູ​ມ​ຄຸ້ມ​ກັນ​ແບບ​ໃດ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...