spot_img
Homeຂ່າວເຫດການຜົນກອງປະຊຸມໂຕະມົນ ຮັບຮອງ 4 ບັນຫາໃຫຍ່ ເພື່ອທັບມ້າງຄວາມທຸກຍາກໃນຕໍ່ໜ້າ!

ຜົນກອງປະຊຸມໂຕະມົນ ຮັບຮອງ 4 ບັນຫາໃຫຍ່ ເພື່ອທັບມ້າງຄວາມທຸກຍາກໃນຕໍ່ໜ້າ!

Published on

DSC_0442 tomonh 1

ຂປລ. ໃນວັນທີ 27 ພະຈິກ 2015 ທີ່ນະຄອນຫລວງວຽງຈັນ, ຖະແຫລງການຮ່ວມກ່ຽວກັບ ກອງປະຊຸມໂຕະມົນລະດັບສູງຄັ້ງທີ 12 ລະຫວ່າງ ສປປ ລາວແລະ ຄູ່ຮ່ວມພັດທະນາໄດ້​​ເຫັນດີເປັນເອກະພາບຮັບຮອງເອົາ 4 ບັນຫາໃຫຍ່ ຄື: ການຄຸ້ມຄອງເສດຖະກິດມະຫາພາກແລະ ການເຕີບໂຕແບບສົມສ່ວນຍືນຍົງ:ເຫັນດີສະໜັບສະໜູນແຜນພັດທະນາເສດຖະກິດ​-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020)​ ໂດຍເຊື່ອມສານເອົາບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ພ້ອມຮັບປະກັນ ໃຫ້ແກ່ການແກ້ໄຂບາງຄາດໝາຍຄົງຄ້າງຂອງເປົ້າໝາຍ MDGs ທີ່ຍັງບໍ່ບັນລຸໄດ້, ຮັກສາການເຕີບໂຕຂອງ GDP ​ໃຫ້ມີຄວາມໝັ້ນທ່ຽງ ສົມສ່ວນຍືນຍົງມີຄຸນນະພາບແລະ ທິດສີຂຽວ, ປັບປຸງການສ້າງລາຍຮັບພາຍໃນ ໂດຍການປະຕິຮູບນະໂຍບາຍການເງິນແລະ ອາກອນເພື່ອສົ່ງເສີມການສ້າງລາຍຮັບ, ສ້າງຄວາມເຂັ້ມແຂງທາງດ້ານງົບປະມານແຫ່ງຊາດ ໃຫ້ມີຄວາມໂປ່​ໄສ່ແລະ ມີການລາຍງານເປັນປົກກະຕິ, ປັບປຸງວຽກງານດ້ານການຄ້າແລະ ສົ່ງເສີມການມີສ່ວນຮ່ວມຂອງເອກະຊົນໂດຍເລັ່ງໃສ່ສ້າງ ສະພາບແວດລ້ອມເອື້ອອໍານວຍໃນການດໍາເນີນທຸລະກິດໃຫ້ດີຂຶ້ນ, ​ເປັນເຈົ້າການໃນການເຂົ້າເປັນປະຊາຄົມເສດຖະກິດອາຊຽນ ເພື່ອກໍ່ໃຫ້ເກີດປະໂຫຍດສູງຕໍ່ການຄ້າ ແລະ ການເຊື່ອມ​​ໂຍງກັບພາກພື້ນ, ປັບປຸງແລະ ສົ່ງເສີມສະມັດຕະພາບການຜະລິດຂອງຂະແໜງກະສິກໍາໃຫ້ດີຂຶ້ນແລະ ຍືນຍົງ, ຮັບປະກັນການລົງທຶນຂອງລັດ ໃນຂະແໜງໂຄງລ່າງເພື່ອດຶງດູດການລົງທຶນພາກເອກະຊົນໃຫ້ມີສ່ວນຮ່ວມໃນການພັດທະນາ.

ການພັດທະນາຊັບພະຍາກອນມະນຸດແລະ ຂະແໜງສັງຄົມ: ເລັ່ງລັດ​​ການປະຕິຮູບໃນຂະ  ແໜງສາທາລະນະສຸກ ພ້ອມເອົາໃຈໃສ່ບັນຫາຕ່າງໆ ທີ່ຕິດພັນກັບເດັກອອ່ນ, ການຕາຍຂອງແມ່ແລະເດັກ, ການຂາດສານອາຫານຂອງເດັກເຕັ້ຍ, ອັດຕານໍ້າໜັກຕໍ່າກວ່າມາດຕະຖານ, ຮັບປະກັນການລົງທຶນທີ່ຍືນຍົງ,​ ປະຕິຮູບລະບົບການສຶກສາໂດຍສຸມໃສ່ປັບປຸງ, ພັດທະນາລະດັບການສຶກສາແລະ ທັກສະຄວາມສາມາດຂອງໄວໜຸ່ມ ເພື່ອຍົກລະດັບອັດຕາການເຂົ້າຮຽນແລະ ລອດເຫລືອຂອງນັກຮຽນຢູ່ໃນທຸກລະດັບທົ່ວປະເທດ, ​ເລັ່ງລັດການຈັດຕັ້ງປະຕິບັດແຜນງານ ການຄໍ້າປະກັນສະບຽງອາຫານແລະໂພຊະນາໃນທົ່ວປະເທດໂດຍສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນ.

ການເຕີບໂຕສີຂຽວ ຄວາມຍືນດ້ານສິ່ງແວດລ້ອມ ການປ່ຽນແປງດິນຟ້າອາກາດແລະ ການຄຸ້ມຄອງໄພພິບັດ: ສົ່ງເສີມການປົກປັກສັກສາສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງໂດຍສະເພາະການຄຸ້ມຄອງລະບົບນິເວດແລະ ປ່າໄມ້ໃຫ້ມີຄວາມຍືນຍົງ, ປັບປຸງລະບຽບຫລັກການໃນການເວນຄືນທີ່ດິນທີ່ນໍາໃຊ້ເຂົ້າໃນວຽກງານພັດທະນາຂອງລັດ ໃຫ້ມີຄວາມໂປ່​ໄສ, ກະກຽມຄວາມພ້ອມແລະ ຫລຸດຜ່ອນຜົນກະທົບຈາກໄພທໍາມະຊາດ.

ບັນຫາທີ່ປິ່ນອອ້ມແລະ ປະສິດທິຜົນການພັດທະນາ: ປັບປຸງວຽກງານການປົກຄອງໂດຍຍົກສູງຄວາມຮັບຜິດຊອບ, ຮັບປະກັນໃຫ້ມີຄວາມໂປ່​ໄສ່ ​ແລະ ​ເອົາ​ ໃຈ​ໃສ່​ວຽກ​ງານ​ຕ້ານການ​ສໍ້​ລາ​ດບັງ​ຫລວງ ​ເຊິ່ງລວມທັງ​ການ​ມີ​ສ່ວນ​ຮ່ວມຂອງ​ທຸກ​ພາກສ່ວນ​ ເຂົ້າ​ໃນ​ການ​ປັບປຸງ​ຂະ​ແໜງ​ການ​ກົດ​ໝາຍ ​ແລະ ການ​ທົບ​ທວນ​ວຽກ​ງານ​ຂອງ​ຂະ​ແໜງ​ການ​ຕ່າງໆ ປັບປຸງ​ລະບົບ​ການ​ຄຸ້ມ​ຄອງ​ການ​ເງິນ​ພາກ​ລັດ​ໂດຍ​ເອົາ​ໃຈ​ໃສ່​ການ​ຄຸ້ມ​ຄອງ​ລາຍ​ຈ່າຍ ​ແລະ ການ​ຄຸ້ມ​ຄອງ​ເງິນຕາ​ ເພື່ອ​ຫລຸດຜ່ອນ​ຄວາມ​ສ່ຽງ ​ແລະ ສາມາດ​ກໍານົດ​ໄດ້​ລາຍ​ຮັບ ​ແລະ ລາຍ​ຈ່າຍ​ໃຫ້​ມີ​ຄວາມ​ສອດ​ຄ່ອງ ​ແລະ ມີ ​ປະສິດທິ​ຜົນ, ​ເລັ່ງລັດ​ແກ້​ໄຂ​ບັນຫາ ​ລະ​ເບີດ​ບໍ່​ທັນ​ແຕກ​ໃຫ້​ໄດ້​ຫລາຍ​ທີ່​ສຸດ ​ເພື່ອ​ເພີ່ມ​ເນື້ອ​ທີ່​ການ​ຜະລິດ​ກະສິກໍາ​ໃຫ້​ແກ່​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ກໍ​ຄືການ​ສ້າງ​ລາຍ​ຮັບ​ເພື່ອ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ​ຫຍໍ້​ທໍ້​​ໃນ​ສັງຄົມ​ ໂດຍ​ສະ​ເພາະ​ແມ່ນ​ປະກົດ​ການ​ກ່ຽວ​ກັບ​ຢາ​ເສບ​ຕິດ, ​ເຫັນ​ດີ ​ແລະ ​ໄດ້​ຮັບ​ເອົາ​ບັນດາ 8 ຫລັກການ​ຂອງ​ຖະ​ແຫລ​ງການ​ວຽງ​ຈັນ​ ວ່າ​ດ້ວຍ​ການ​ເປັນ​ຄູ່ຮ່ວມ​ເພື່ອ​ການ​ພັດທະນາ​ທີ່​ມີ​ປະສິດທິິ​ຜົນ.

ສປປ ລາວ ​ແລະ ບັນດາ​ຄູ່​ຮ່ວມ​ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ຕໍ່​ຜົນ​ສໍາ​ເລັດ​ອັນ​ໃຫ້​ຫລວງ​ຂອງ ສປປ ລາວ​ ທີ່​ຍາດ​ມາ​ໄດ້​ໂດຍ​ສະ​ເພາະ​ຍ້ອງຍໍ​ຊົມ​ເຊີຍລັດຖະບານ​ລາວ​ ສາມາດຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ໄດ້ດີ ​ແລະ ມີ​ຄວາມ​ຄືບ​ໜ້າ​ໄວ​ກວ່າ​ບາງ​ປະ​ເທດ​ໃນ​ໂລກ ​ເປັນ​ຕົ້ນ​ການ​ດໍາ​ເນີນ​ການແກ້​ໄຂ​ຄວາມທຸກ​ຍາກ​​ ເຫັນ​ວ່າ​ເຮັດ​ໄດ້​ໄວ​ທີ່​ສຸດ ພ້ອມ​ນີ້​ຄູ່​ຮ່ວມ​ພັດທະນາ​ກໍ​ເຫັນ​ດີ​ສະ​ໜັບສະ​ໜູນ​ຢ່າງ​ແຂງ​ແຮງ​ຕໍ່ ສປປ ລາວ ​ເປັນ​ປະທານ​ອາ​ຊຽນ ​ແລະ ທັງ​ກ້າວ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນດ້ວຍ​ບາດກ້າວ​ອັນ​ໃໝ່ ​ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...