ເພື່ອຄຳນັບຮັບຕ້ອນ 2 ວັນປະຫວັດສາດອັນຍິ່ງໃຫຍ່ຂອງຊາດຄືວັນສະຖາປະນາ ສປປ ລາວ ທີ 2 ທັນວາ 1975-2 ທັນວາ 2015 ຄົບຮອບ 40 ປີ ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22 ມີນາ 1955-22 ມີນາ 2015ຄົບຮອບ 60 ປີຜູ້ຂຽນຂໍຍົກໃຫ້ເຫັນຄວາມເປັນມາຂອງຄວາມເປັນຊາດນິຍົມ ຫລື ຄວາມຮັກຊາດນັ້ນເອງທີ່ເຮັດໃຫ້ປະເທດລາວຍືນຍົງຄົງຕົວມາຮອດປັດຈຸບັນນີ້.
ສຳລັບປະເທດລາວຂອງພວກເຮົາ, ການກຳເນີດເກີດຂຶ້ນເປັນລັດຫລືປະເທດນັ້ນມີມາແຕ່ດົນນານແລ້ວໂດຍທີ່ເຫັນຢ່າງຈະແຈ້ງກໍຄືສະຕະວັດທີ XIV ເຈົ້າຟ້າງຸ່ມແຫ່ງອະນາຈັກຊຽງດົງຊຽງທອງ ໄດ້ຂະຫຍາຍອະນາຈັກໂດຍການບັງຄັບໃຫ້ຫົວເມືອງໃຫຍ່-ນ້ອຍໃກ້ຄຽງຂຶ້ນກັບການປົກຄອງຂອງຕົນ ແລະໄດ້ສ້າງຕັ້ງໃຫ້ເປັນລັດໜຶ່ງທີ່ຊື່ວ່າ“ອະນາຈັກລ້ານຊ້າງ” ເຈົ້າຟ້າ ງຸ່ມໄດ້ກາຍເປັນພະມະຫາກະສັດອົງທຳອິດແຫ່ງອານາຈັກລ້ານຊ້າງເຊິ່ງເປັນລັດທີ່ເຂັ້ມແຂງແລະ ລວມສູນຂອງລະບອບສັກດິນາໃນໄລຍະຕົ້ນ. ພະອົງໄດ້ຈັດຕັ້ງຄວາມເປັນລະບຽບຮຽບຮ້ອຍພາຍໃນປະເທດໂດຍໄດ້ສ້າງຕັ້ງກົງຈັກຂອງລັດ ແລະ ອົງການປົກຄອງ ເຊິ່ງອີງ ໃສ່ສາສະໜາພຸດຄອງອຳນາດຂອງຕົນ. ຮອດສະຕະວັດທີ XV, ອານາຈັກລ້ານຊ້າງ ໄດ້ຮັບການປັບປຸງໃຫ້ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການປົກຄອງຂອງເຈົ້າສາມແສນໄທ ເຊິ່ງແມ່ນໂອລົດຂອງເຈົ້າຟ້າງຸ່ມເອງທີ່ໄດ້ດຳເນີນການປະຕິຮູບການເມືອງ, ການທະຫານ ແລະແບ່ງຊົນຊັ້ນວັນນະພາຍໃນລາຊະອະນາຈັກ. ເມື່ອສະຕະວັດທີ XVIXVII, ອານາຈັກລ້ານຊ້າງ ໄດ້ຂະຫຍາຍຕົວຂຶ້ນສູ່ຈຸດສຸດຍອດພາຍໃຕ້ການປົກຄອງຂອງເຈົ້າໄຊຍະເສດຖາທິລາດ ແລະ ເຈົ້າສຸລິຍະວົງສາ ເຊິ່ງໄລຍະດັ່ງກ່າວ ມີຊາວເອີລົບເຂົ້າມາຢ້ຽມຢາມພົວພັນສັນທະວະໄມຕີ ເຊັ່ນ:ຄະນະຜູ້ແທນໂຮນລັງນຳໂດຍທ່ານ ວັນວຸດສະຕົບ ເຊິ່ງໄດ້ມາສາລະເວ ເມື່ອປີ 1641-
1642 ແລະ ຄະນະຜູ້ແທນອິຕາລີນຳໂດຍຄຸນພໍ່ ມາຣິນີ ເມື່ອປີ 1642-1647. ສຸດທ້າຍໃນສະຕະວັດທີXVIII,ອານາຈັກລ້ານຊ້າງ ໄດ້ສູ້ຮົບຕົບຕີກັບລັດໃກ້ຄຽງເພື່ອປ້ອງກັນ ອານາຈັກຂອງຕົນຈາກກົນອຸບາຍແຊກແຊງ ແລະຍຸແຍ່ຂອງພາຍນອກ ພາໃຫ້ເກີດຄວາມແຕກແຍກຄວາມສາມັກຄີພາຍໃນ, ລັດລ້ານຊ້າງທີ່ເຂັ້ມແຂງ ຈຶ່ງໄດ້ຖືກແຕກຫັກອອກເປັນ 3 ອານາຈັກພໍໃຜລາວຄືອານາຈັກຫລວງພະບາງຢູ່ພາກເໜືອ, ອາ ນາຈັກວຽງຈັນຢູ່ພາກກາງແລະ ອານາຈັກຈຳປາສັກຢູ່ພາກໃຕ້. ຄວາມຂັດແຍ່ງ ແລະສົງຄາມພາຍໃນໄດ້ພາໃຫ້ອານາຈັກລ້ານຊ້າງຕົກເປັນເປົ້າໝາຍການຮຸກຮານຂອງອານາຈັກສະຫຍາມ ເຊິ່ງໃນທີ່ສຸດກໍກາຍເປັນປະເທດສະລາດຂອງສະຫຍາມດົນເຖິງ115 ປີ. ແຕ່ຍ້ອນນ້ຳໃຈສູ້ຊົນບໍ່ຍອມຈຳນົນ ທີ່ຈະຢູ່ພາຍໃຕ້ການຄອບຄອງຂອງຕ່າງຊາດ ໄດ້ພາໃຫ້ເກີດມີວິລະບູລຸດຫລາຍພະອົງແລະ ຫລາຍຄົນ ນຳພາປະຊາຊົນລາວລຸກຂຶ້ນຕໍ່ສູ້ຢ່າງເນື່ອງນິດ ເພື່ອຄວາມເປັນອິດສະລະພາບ ແລະ ເອກະລາດແຫ່ງຊາດ. ສະຕະວັດທີ XIX ພາຍຫລັງພວກລ່າເມືອງຂຶ້ນຝຣັ່ງໄດ້ໂດດເຂົ້າມາແຫລມອິນດູຈີນ ຍຶດຄອງເອົາຫວຽດນາມ ແລະ ກຳປູເຈຍ ເປັນຫົວເມືອງຂຶ້ນຂອງຕົນກ່ອນຈາກນັ້ນ ຈຶ່ງໄດ້ສົ່ງກຳລັງເຂົ້າມາຮຸກຮານດິນແດນລາວໃຊ້ອຳນາດບີບໃຫ້ສະຫຍາມຮັບຮູ້ກຳ ມະສິດຕໍ່ພາກສ່ວນຕາເວັນອອກຂອງອານາຈັກລ້ານຊ້າງກໍຄືດິນແດນຝັ່ງຊ້າຍຂອງແມ່ນ້ຳຂອງພ້ອມດິນແດນສ່ວນໜຶ່ງຢູ່ຝັ່ງຂວາແມ່ນ້ຳຂອງ. ປີ 1893 ຝຣັ່ງ ກໍໄດ້ປະກາດເອົາລາວ ເຂົ້າເປັນພາກ ສ່ວນໜຶ່ງຂອງອິນດູຈີນຝຣັ່ງເສດຄຽງຄູ່ກັບການຈັດຕັ້ງອົງການປົກຄອງຂອງຕົນຢູ່ລາວ ໂດຍໄດ້ໃຊ້ອຳນາດນາດຢ່າງເປີດແປນກົດຂີຂູດຮີດປະຊາຊົນພົນລະເມືອງຢູ່ທ້ອງຖິ່ນຢ່າງຮ້າຍແຮງ. ລະບອບການປົກຄອງຂອງຝຣັ່ງຢູ່ລາວມີລັກສະນະຄ້າຍຄືກັນກັບບັນດາຫົວເມືອງອື່ນໆຂອງຝຣັ່ງ ເປັນຕົ້ນພົນລະເມືອງທ້ອງຖິ່ນບໍ່ມີສິດຫຍັງແຕ່ໃຫ້ສ້າງອຳນາດການປົກຄອງຂອງຕົນອະນຸຍາດໃຫ້ມີລັດຖະທຳມະນູນຂອງລະບອບລ່າເມືອງຂຶ້ນ, ນຳໃຊ້ເຈົ້າຂຸນມຸນນາຍເຂົ້າຮັບໃຊ້ອົງການປົກຄອງ, ຮັກສາຮູບການປົກ ຄອງຂັ້ນຕໍ່າຂອງທ້ອງຖິ່ນ ເພື່ອເປັນເຄື່ອງມືໃຫ້ແກ່ການເກັບສ່ວຍສາອາກອນຕ່າງໆ ແລະ ເພື່ອສະດວກໃນການປົກຄອງຫົວເມືອງຂຶ້ນຂອງຕົນ, ພວກມັນໄດ້ດຳເນີນລັກການ“ແບ່ງແຍກເພື່ອຄອບຄອງ” ໂດຍເຫັນວ່າອານາຈັກຫລວງພະບາງນັ້ນເຂັ້ມ ແຂງກວ່າວຽງຈັນ ແລະ ຈຳປາສັກຈຶ່ງໄດ້ແບ່ງແຜ່ນດິນລາວອອກເປັນ 2 ພາກ ສ່ວນການປົກຄອງ ເຊັ່ນ ອານາຈັກຫລວງພະບາງໃຫ້ຢູ່ໃນອາລັກຂາຂອງຝຣັ່ງເຊິ່ງຮັກສາອຳນາດຂອງເຈົ້າຊີວິດ. ສ່ວນອານາຈັກວຽງຈັນ ແລະຈຳປາສັກ ນັ້ນເປັນຫົວເມືອງຂຶ້ນ ແລະ ຢູ່ໃຕ້ການປົກຄອງໂດຍກົງຂອງຝຣັ່ງ. ພົນລະເມືອງລາວຕົກເປັນເປົ້າໝາຍແຫ່ງການຂູດຮີດຊ້ຳບໍ່ໜຳຍັງກອບໂກຍເອົາຊັບພະຍາກອນອັນມີຄ່ານຳອີກ ທັງຖືກບັງຄັບໃຫ້ໄປເຮັດວຽກໜັກອີກເປັນຕົ້ນເກນໄປສ້າງຫົນທາງ, ສະໜາມບິນ, ເຮືອນຊານ-ສຳນັກງານຕ່າງໆ, ຄ້າຍທະ ຫານ, ທາງລົດໄຟ, ທາງຂົນສົ່ງສິນຄ້າ ແລະ ອື່ນໆເວົ້າລວມແລ້ວ ພົນລະເມືອງຢູ່ທ້ອງຖິ່ນນັ້ນເຮັດວຽກຮັບໃຊ້ອຳນາດການປົກຄອງຂອງຝຣັ່ງ 60 ມື້ຕໍ່ປີ. ພ້ອມກັນນັ້ນ ຍັງຖືກບັງຄັບໃຫ້ຈ່າຍຄ່າພັກວຽກອີກ 40 ມື້ ຖ້າໃຜບໍ່ເຮັດຕາມກໍຖືກລົງໂທດຢ່າງໜັກໜ່ວງຕັ້ງສອງສາມຊັ້ນ ຖືກເກັບສ່ວຍຈາກອຳນາດຈາກສູນກາງ ຍັງບໍ່ພໍ່ ແລະ ຊ້ຳຍັງຂັ້ນທ້ອງຖິ່ນ ແຂວງ, ເມືອງອີກ. ຍ້ອນສາເຫດຫລາຍຢ່າງເຫລົ່ານີ້ອຸດົມການຊາດນິຍົມເລີ່ມຈໍ່ໜໍ່ອອກແນວໃຫຍ່ຂຶ້ນເລື້ອຍໆຍ້ອນຂາດສິດເສລີພາບ ແລະ ເອກະລາດໃນການດຳລົງຊີວິດ ບໍ່ມີປາກມີສຽງຫຍັງຕໍ່ຊະຕາກຳປະເທດຂອງຕົນເອງປະຊາຊົນບັນດາເຜົ່າໄດ້ລວມກັນເປັນກຸ່ມໆເປັນຕົ້ນຢູ່ແຂວງສະຫວັນນະເຂດປະຊາຊົນໄດ້ພາກັນລຸກຮື້ຂຶ້ນ ຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ ພາຍໃຕ້ການນຳພາຂອງ ພໍ່ກະດວດເປັນເວລາ 3 ປີ. ປີ1910-1937 ເກີດການລຸກຮື້ຂຶ້ນຂອງຊົນເຜົ່າລາວເທິງ ເຊິ່ງນຳພາໂດຍອົງແກ້ວ-ກົມມະດຳ ຢູ່ທາງພາກໃຕ້ຂອງປະເທດ ເພື່ອຕ້ານການກົດຂີ່ຂູດຮີດຂອງຝຣັ່ງດົນເຖິງ 26 ປີ. ສ່ວນຢູ່ທາງພາກເໜືອເປັນຕົ້ນຊຽງຂວາງ, ຊຳເໜືອ,ຫລວງພະບາງໄລຍະແຕ່ປີ 1918-1922 ຂະບວນການຕໍ່ສູ້ຂອງຊົນເຜົ່າມົ້ງນຳພາໂດຍເຈົ້າຟ້າປັດໄຈຕ້ານອຳນາດການປົກຄອງຝຣັ່ງ ທີ່ບັງຄັບປະຊາຊົນໃຫ້ເສຍສ່ວຍສາອາກອນ. ທຸກໆຂະບວນການຕໍ່ສູ້ເຫລົ່ານີ້ລ້ວນແຕ່ປະລາໄຊທັງໝົດ ຍ້ອນກຳລັງຍັງນ້ອຍອາວຸດຍຸດໂທປະກອນບໍ່ທັນສະໄໝ ມີພຽງແຕ່ໜ້າເກັກ, ດາບ, ຫອກ, ງ້າວ ເທົ່ານັ້ນແລະ ຍ້ອນການຈັດຕັ້ງຂອງຂະບວນການບໍ່ເຂັ້ມແຂງພໍ ຈຶ່ງມະລາຍຫາຍໄປຫລົງເຫລືອໄວ້ແຕ່ຄວາມຊົງຈຳ, ວິລະກຳອັນໂດດເດັ່ນ, ຄວາມສາມັກຄີປຸ້ມລຸມກັນ, ຄວາມຄຽດແຄ້ນທີ່ມີຕໍ່ຈັກກະພັດຜູ້ຮຸກຮານ ສະຫລັກລົງຢູ່ໃນໃຈຂອງປະຊາຊົນບັນດາເຜົ່າ ໃຫ້ມີມູນເຊື້ອຕໍ່ສູ້ພິລະອາດຫານແລະສົ່ງສະທ້ອນໃຫ້ແກ່ການສ້າງຕັ້ງແນວໂຮມຕໍ່ຕ້ານຝຣັ່ງໃນໄລຍະຕໍ່ມາ. ໂດຍ : ສ.ແກ້ວບົວສາຍ
ແຫ່ລງຂ່າວ